ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄວາມສຸກ ຂອງການບໍານານ ຢູ່ໃນສະຫະລັດ


ຍານາງລັດດາ ລືນາມ ຢູ່ທີ່ລັດອາຣີໂຊນາ ສະຫະລັດອາເມຣິກາ.
ຍານາງລັດດາ ລືນາມ ຢູ່ທີ່ລັດອາຣີໂຊນາ ສະຫະລັດອາເມຣິກາ.

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍການ​ຊີວິດ​ຊາວ​ລາວຂອງວີ​ໂອ​ເອ ​ ແລງ​ວັນ
ພະ​ຫັດ​ມື້​ນີ້ ​ເຮົາ​ຈະ​ນຳ​ເອົາ​ການ​ໂອ້ລົມ ກັບຍານາງລັດດາ ລື​ນາມ​ ກ່ຽວ​ກັບ​ລະບົບ​ບຳ
ນານ​ຢູ່ໃນ​ສະຫະລັດ. ຍານາງ​ລັດດາ ເປັນອະດີດເຈົ້າ​ໜ້າ​ທີ່​ສັງຄົມ​ສົງ​ເຄາະ ​ຂອງ​ອົງ
ການ​ເອກ​ກະ​ຊົນ ທີ່​ໄດ້​ຮັບ​ໃຊ້ ໃນ​ການຕັ້ງ​ຖິ່ນ​ຖານຂອງ​ອົບ​ພະ​ຍົບ ມາ​ຈາກ​ທົ່ວໂລກ
ຮວມທັງ​ປະ​ເທດ​ລາວ​ນໍາ ​ເປັນ​ເວລາສິບ​ກວ່າ​ປີ. ຫຼັງ​ຈາກ​ໂຄງການດັ່ງ​ກ່າວໄດ້ເສັດສິ້ນ
​ລົງ​ໄປ​ແລ້ວ ຍານາງ​ລັດດາ ກໍໄດ້​ຕັດສິນໃຈ​ລາອອກ​ກິນ​ເບ້ຍບໍານານ​ກ່ອນ​ກຳນົດການ
​ເມື່ອ​ສີ່​ປີ​ກ່ອນ ຊຶ່ງ​ເປັນ​ລະບົບ​ບໍານານ ຢູ່​ໃນ​ສະຫະລັດ. ປັດຈຸບັນ​ນີ້ ຍາ​ນາງ​ລັດດາກຳ
ລັງ​ມາ​ມ່ວນ​ຊື່ນ​ກັບໝາກຜົນ​ຂອງການ​ເຮັດ​ວຽກເຮັດການມາ. ສ່ວນວ່າຄວາມ​ເປັນ​ມາ
​ຂອງ​ຍານາງ​ລັດດາ​ເປັນຢ່າງ​ໃດ​ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ແກຣນແຄນຍອນ (Grand Canyon) ແມ່ນບ່ອນທ່ອງທ່ຽວ ທີມີຊື່ສຽງຂອງລັດອາຣິໂຊນາ.
ແກຣນແຄນຍອນ (Grand Canyon) ແມ່ນບ່ອນທ່ອງທ່ຽວ ທີມີຊື່ສຽງຂອງລັດອາຣິໂຊນາ.

​ຢູ່​ໃນ​ສະຫະລັດ​ອາ​ເມຣິກາ ມີ​ລະບົບ​ເບ້​ຍບໍານານ​ທີ່​ໜ້າ​ສັນລະ​ເສີນ ​ແລະຮັບປະກັນ
ຄວາມ​ປອດ​ໄພ​ໃຫ້​ແກ່​ທຸກໆ​ຄົນ ​ໂດ​ຍສະ​ເພາະ​ຢ່າງ​ຍິງ​ຜູ້​ທີ່​ປະກອບ​ວິຊາ​ອາຊີບ​ເປັນ
ລັດຖະກອນ​ ​ອົງການ​ເອກ​ກະ​ຊົນ ​ຫຼື​ເຮັດ​ທຸລະ​ກິດສ່ວນ​ໂຕກໍເຊັ່ນກັນ. ສິ່ງ​ທຳ​ອິດ​ທີ່ທຸກ
ຄົນຈະຕ້ອງປະຕິບັດໃນ​ເວລາ​ເຮັດ​ວຽກ​ຢູ່​ນັ້ນ ກໍ​ຄື​ເສຍ​ພາ​ສີ​ລາຍໄດ້ ໃຫ້​ລັດຖະບານ
​ຕ້ອງ​ໄດ້ແຈ້ງ​ລາຍ​ຮັບປະຈຳ​ປີ ​ລວມທັງລາຍຈ່າຍນຳ ບາງກໍລະນີ. ​ນອກຈາກ​ເສຍພາ
ສີ​ລາຍ​ໄດ້​ຈາກ​ການ​ເຮັດ​ວຽກ​ແລ້ວ ລັດຖະບານ​ຍັງ​ມີ​ລະບົບທ້ອນ​ຫອມ​ເງິນ​ເບ້ຍບໍານານ
​ໄວ້ໃຫ້​ແກ່​ທຸກໆ​ຄົນ ທີ່​ຮ້ອງ​ວ່າ ໂຊ​ຊຽ​ນ​ຊິ​ຄິວຣິຕີ (Social Security) ​ພ້ອມ​ທັງ​ມີປະກັນ​
ໄພ​ສຸຂະ​ພາບ​ເຫລົ່າ​ນີ້​ເປັນ​ຕົ້ນ. ນອກຈາກ​ນັ້ນ​ອີກ ແລ້ວ​ກໍ​ຍັງ​ລະບົບ​ການທ້ອນ​ເງິນອອມ​
ສິນ ​ຫັກ​ອອກ​ໄວ້​ແຕ່ລະ​ເດືອນ ແລ້ວ​ແຕ່ຄວາມ​ສາມາດ​ຂອງໃຜລາວ ເພື່ອນຳ​ໄປ​ໃຊ້​ຈ່າຍ
​ ໃນ​ເວລາ​ສຸດ​ເສີນ ​ແລະ​ລໍຖ້າ​ຈົນ​ຈະອອກ​ບໍານານ. ປັດຈຸບັນ​ນີ້ ຢູ່​ໃນ​ສະຫະລັດ ອາຍຸ​ກະ
ສຽນ​ອອກ​ບໍານານ​ແມ່ນ 66 ປີ ​ແຕ່​ຫຼາຍໆ​ຄົນ ກໍ​ສາມາດ​ເຮັດ​ວຽກ​ເກີນ​ໄປ​ກວ່າ​ນັ້ນ ​ແລະ
​ຫຼາຍ​ຄົນ​ກໍພາກັນ​ອອກ​ບຳ ນານ​ກ່ອນ​ກຳນົດກໍມີ ​ແລ້ວ​ແຕ່​ສະພາບ​ການ​ຂອງ​ໃຜລາວຊຶ່ງ​
ເຮົາ​ມີ​ໂຕ​ຢ່າງ ຈາກ​ປະສົບ​ການໃນຊີວິດຂອງ​ຍານາງ​ລັດດາ ລື​ນາມ ມາ​ເລົ່າສູ່​ທ່ານ​ຟັງ ​
ກ່ຽວ​ກັບ​ການ​ປະ​ກອບວິຊາ​ອາ ຊີບ​ທີ່ຜ່ານມາ ​ແລະ​ບັດ​ນີ້​ກຳລັງ​ຊົມຊື່ນ​ກັບ​ການ​ເລືອກ
ອອກ​ບໍານານກ່ອນ​ກຳນົດ​ ​ແລະ ​ພັກຜ່ອນຢ່ອນ​ອາລົມຢູ່​ບ້ານ ​ເດີນທາງ​ທ່ອງ​ທ່ຽວອັນ
ເປັນກຳ​ໄລ​ຊີວິດ ​ແລະເຮັດ​ສິ່ງຕ່າງໆ​ທີ່​ຢາ​ກເຮັດ​ ຊຶ່ງ​ຍານາງ​ລັດດາ ​ໄດ້​ກ່າວ​ຕໍ່
ວີ​ໂອ​ເອ ​ດັ່ງນີ້:

ຕົ້ນໝາກຂີ້ຫູດຢູ່ຫຼັງບ້ານຄອບຄົວຍານາງລັດດາ ແລະທ່ານດາດ.
ຕົ້ນໝາກຂີ້ຫູດຢູ່ຫຼັງບ້ານຄອບຄົວຍານາງລັດດາ ແລະທ່ານດາດ.

ຕາມ​ປະ​ເພ​ນີ​ແລ້ວ ກ່ອນຈະອອກ​ກິນ​ເບ້ຍ​ບຳນານ ຊາວ​ອາ​ເມຣິກັນຈະ​ພາກັນ​ຫ້າງ​ຫາ​
ວາງ​ແຜນໄວ້ລ່ວງ​ໜ້າຫຼາ​ຍຢ່າງ​ເຊັ່ນ​ວ່າ ຈະ​ຢູ່​ບ່ອນ​ເກົ່າ​ ຫຼື​ຍົກ​ຍ້າຍ​ໄປ​ຢູ່​ແຫ່ງ​ອື່ນ ​ແລ້ວ
​ແຕ່ຄວາມ​ມັກ​ຮັກ ​ແລະ​ສະພາບ​ການ​ຂອງ​ແຕ່​ລະ​ຄົນ ​ເຊັ່ນ​ວ່າ​ຍ້າຍ​ໄປ​ຊື້​ບ້ານ​ເຮືອນ​ຢູ່
​ແຄມ​ທະ​ເລ ​ແລະ​ບ່ອນ​ທີ່​ສະຫງົບ​ງຽບ​ແຫ່ງ​ໃດ​ແຫ່ງ​ນຶ່ງ. ສຳລັບ​ຄອບຄົວ​ທີ່​ມີ​ລູກ​ເຕົ້າ
ຫຼາຍ​ຄົນ ມີ​ເຮືອນ​ຫຼັງ​ໃຫຍ່ ລູກ​ເຕົ້າ​ພາກັນຍົກຍ້າຍ​ອອກໄປ​ເປັນ​ຄອບເປັນ​ຄົວຂອງຕົນ
ເອງ ແລະ​ເຮັດ​ວຽກ​ເຮັດ​ການຢູ່​ຫ່າງ​ໄກຈາກ​ພໍ່​ແມ່ແລ້ວ ອັນ​ນີ້ກໍແມ່ນ​ເຫດຜົນ​ນຶ່ງ​ທີ່​ຜູ້
​ອອກ​ກິນເບ້ຍ​ບໍານານຕ້ອງ​ໄດ້ຄິດ​ພິຈາລະນາ​ເຖິງ​ການ​ໃຊ້​ຈ່າຍ ​ໃຫ້​ໜ້ອຍລົງ ເຊ່ັນ​ວ່າ
​ອາດ​ຈະຂາຍ​ເຮືອນ ​ແລ້ວ​ໄປຊື້​ບ່ອນ​ຢູ່ທີ່​ເໝາະ​ສົມກັບຄວາມ​ຕ້ອງການ ສະດວກ​
ສະບາຍ​ ​ແລະ​ມີ​ຄວາມ​ຮັບຜິດ​ຊອບ​ໜ້ອຍລົງ​. ​ຍານາງ​ລັດດາ ​ໄດ້​ກ່າວ​ເຖິງ​ການ​ໃຊ້​ຊີວິດ​
ບໍານານສູ່ຟັງ​ດັ່ງ​ນີ້: ​

ໝາກຂີ້ຫູດ ຢູ່ຫຼັງບ້ານຍານາງລັດດາ ແລະທ່ານດາດ ລືນາມ.
ໝາກຂີ້ຫູດ ຢູ່ຫຼັງບ້ານຍານາງລັດດາ ແລະທ່ານດາດ ລືນາມ.

ອາຣີ​ໂຊ​ນາ​ (Arizona) ແມ່ນ​ລັດ​ທີ 48 ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ຂອງ​ສະຫະລັດ
​ເປັນ​ລັດ​ມີພື້ນທີ່ໃຫຍ່ອັນດັບທີຫົກ ​ມີ​ປະຊາກອນ​ອາ​ໄສ​ຢູ່່ເຈັດ​ລ້ານ​ກວ່າ​ຄົນ ນະຄອນ
ຫຼວງ​ມີ​ຊື່ວ່າ ຟິນິກສ໌ (Phoenix​.) ​ອາຣີ​ໂຊ​ນາ ​ແມ່ນລັດ​ທີ່​ມີ​ຊື່ສຽງທາງ​ທຳ​ມະ​ຊາດ ມີ
​ຮ່ອມພູຜາ​ເຫວຊັນ ທີ່​ຮ້ອງ​ວ່າ ​ແກຣນ​ແຄນ​ຍອນ (Grand Canyon) ຊຶ່ງເປັນ​ສະຖານ​ທີ່ທ່ອງທ່ຽວມີ​ຊຶື່ສຽງ​. ຢູ່ໃນ​ລັດ​ອາຣີ​ໂຊ​ນາ​ນີ້ ປະຊາ​ຄົມລາວ​ອາ​ເມຣິກັນ ມີ​ວັດວາອາ
​ຮາມ ຮ້ານ​ອາຫານ ​ແລ​ະການຈັດ​ຕັ້ງ. ວີ​ໂອ​ເອ ​ໄດ້​ຖາມ​ເຖິງ​ການ​ເປັນ​ຢູ່ ຄວາມສຸກ​ທຸກ
ຂອງ​ບັນດາ​ຜູ້​ເຖົ້າ​ຜູ້​ແກ່​ເຊື້ອສາຍ​ລາວ​ວ່າ​ໄດ້​ຖືກ​ດູ​ແລ​ເບິ່ງ​ແຍງ​ຢ່າງ​ໃດ ຊຶ່ງ​ຍານາງ
​ລັດດາ ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ດັ່ງ​ນີ້:​

ສ່ວນນຶ່ງຂອງທຳມະຊາດ ສິ່ງແວດລ້ອມຢູ່ໃນລັດອາຣີໂຊນາ.
ສ່ວນນຶ່ງຂອງທຳມະຊາດ ສິ່ງແວດລ້ອມຢູ່ໃນລັດອາຣີໂຊນາ.

ຍານາງ​ລັດດາແມ່ນ​ອະດີດ​ນັກ​ສຶກສາລາ​ວຢູ່ໃນ​ສະຫະລັດ​ໃນ​ປີ 1973 ຍານາງ​ເຄີຍໄດ້​ໄປໃຊ້ຊີວິດຢູຸ່ໃນຫຼາຍໆ​ລັດ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ກ່ອນ​ຈະໄດ້​ຕັດສິນ​
ໃຈ​ຍົກ​ຍ້າຍ ໄປ​ຕັ້ງ​ຖິ່​ນຖານ ​ຢູ່​ໃນ​ລັດ​ອາຣີ​ໂຊ​ນາ​ໃນ​ຊຸມ​ປີ 1985​ ບ່ອນ​ທີ່​ຍານາງ​ໄດ້​ປະ
ກອບ​ວິຊາ​ອາຊີບ​ເປັນ​ເຈົ້າ​ໜ້າ​ທີ່​ສັງ​ຄົມສົງ​ເຄາະ ຊ່ວຍ​ໃນ​ການ​ຕັ້ງ​ຖິ່ນ​ຖານ​ອົບ​ພະ​ຍົບທີ່​
ມາຈາກ​ທົ່ວໂລກ. ຍານາງ​ໄດ້ກ່າວ​ສະຫລຸບເຖິງ​ປະສົບ​ການ ​ແລະ​ຄວາມ​ກ້າວໜ້າ ​ຂອງ
​ຊາວອົບ​ພະຍົບດັ່ງ​ນີ້:

ຂົງເຂດທີ່ແຫ້ງແລ້ງຂອງ ລັດອາຣີໂຊນາ.
ຂົງເຂດທີ່ແຫ້ງແລ້ງຂອງ ລັດອາຣີໂຊນາ.

ເປັນ​ໄລຍະ​ເວລາ 40 ກວ່າ​ປີ ​ຂອງ​ການ​ຕັ້ງ​ຕົ້ນຊີວິດ​ໃໝ່ ຊາ​ວ​ອາ​ເມຣິກັນ​ເຊື້ອສາຍ​ລາວ
​ໄດ້​ວາງ​ບົດບາດ​ເປັນ​ພົນລະ​ເມືອງ​ດີຂອງ​ຊາດ ຮັບ​ໃຊ້​ໃນໜ້າ​ທີ່​ການ​ຫຼາຍໆຢ່າງ ທີ່​ໜ້າ
​ສັນລະ​ເສີນ. ບັດ​ນີ້ກໍມີຫຼາຍໆ​ຄົນ​ ໄດ້​ເຖິງ​ກຳນົດ​ອອກ​ບໍານານແລ້ວ ​ເພື່ອພັກ​ຜ່ອນ​ຄ່ອຍ
​ໄປ ຄ່ອຍ​ມາ ມີ​ໂອກາດ​ເດີນທາງ​ໄປຢ້ຽມ​ຢາມຍາດຕິ​ພີ່ນ້ອງ ກິນ​ອາຫານ​ອັນ​ແຊບໆ ​ແລະອອກກຳລັງ​ກາຍເປັນ​ປະຈຳ. ວີ​ໂອ​ເອ ຂໍ​ສະ​ແດງ​ຄວາມ​ຂອບໃຈ​ມາ​ຍັງ ຍານາງ​
ລັດດາ ລື​ນາມ ທີ່​ໄດ້​ແບ່ງປັນປະສົບ​ການ​ຊີວິດຂອງ​ທ່ານສູ່ພວກເຮົາຟັງ.

ຕາເວັນຕົກດິນຢູ່ສຸດຂອບຟ້າ.
ຕາເວັນຕົກດິນຢູ່ສຸດຂອບຟ້າ.

XS
SM
MD
LG