ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄພ​ນ້ຳ​ຖ້ວມ​ ຢ່າງ​ໜັກ ​ໃນ​ທົ່ວ​ປະ​ເທດ​ລາວ ສົ່ງ​ຜົນ​ກະທົບ ​ຕໍ່​ຄວາມ​ໝັ້ນຄົງ ​ດ້ານ​ສະບຽງອາຫານ ​


ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກໜ່ວງ​ໃນ​ທົ່ວ​ປະ​ເທດ​ລາວ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງ​ດ້ານ​ສະບຽງອາຫານ​ໃນ​ລາວ ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ທັງ​ສົ່ງຜົນ​ກະທົບ​ຕໍ່​ແຜນການ​ຜະລິດ​ສິນຄ້າ​ກະສິກຳ​ອີກ​ດ້ວຍ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ເຈົ້າ​ໜ້າ​ທີ່​ຂອງ​ທະນາຄານ​ໂລກປະຈຳ​ພາກ​ພື້ນ​ເອ​ເຊຍ ຊຶ່ງ​ຮັບຜິດຊອບ​ໂຄງການ​ຜະລິດ​ກະສິກຳ​ເປັນ​ສິນຄ້າ​ໃນ​ລາວຢືນຢັນ​ວ່າ ​ໄພ​ນ້ຳ​ຖ້ວມ​ຢ່າງ​ໜັກໜ່ວງ ​ໃນ​ທົ່ວ​ປະ​ເທດ​ລາວ ນັບ​ແຕ່​ກາງ​ເດືອນ​ກໍລະກົດ​ເປັນ​ຕົ້ນ​ມາ ຈົນ​ເຖິງ​ປັດຈຸ​ບັນ​ນີ້ ຍ່ອມ​ຈະ​ສົ່ງ​ຜົນ​ກະທົບ​ ຕໍ່​ຜົນ​ຜະລິດ​ດ້ານ​ກະສິກຳໃນ​ລາວ ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ​ໂດຍ​ເຖິງ​ແມ່ນ​ວ່າ ຈະ​ຍັງ​ຄົງບໍ່​ສາມາດປະ​ເມີນ​ຄວາມ​ເສຍ​ຫາຍ ​ໄດ້ຢ່າງ​ຄັກ​ແນ່ ​ໃນ​ຂະນະ​ນີ້ ກໍ​ຕາມ ຫາກ​ແຕ່​ໄພ​ນ້ຳ​ຖ້ວມ ທີ່​ກວມ​ເອົາ​ພື້ນ​ທີ່​ກະສິກຳ ​ໃນ 80 ກວ່າ​ເມືອງ ຂອງ 14 ​ແຂວງ ​ແລະ​ນະຄອນ​ວຽງ​ຈັນ​ນັ້ນ ກໍ​ເຮັດ​ໃຫ້​ຄາດໝາຍ​ໄດ້​ວ່າ ຜົນ​ຜະລິດກະສິກຳ​ຂອງ​ລາວ ​ໃນ​ປີ 2018 ຈະ​ຫຼຸດ​ລົງ ຢ່າງ​ຫຼວງ​ຫຼາຍ ​ເມື່ອ​ທຽບໃສ່ກັບ​ປີ 2017 ທີ່​ຜ່ານ​ມາ.

ເຈົ້າ​ໜ້າ​ທີ່​ຂອງ​ທະນາຄານ​ໂລກ ຢືນຢັນ​ວ່າຜົນ​ກະທົບ ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ ​ໃນ​ຂະນະ​ນີ້ ຄື​ການຈັດ​ຕັ້ງປະຕິບັດ ​ໂຄງການ​ຜະລິດກະສິກຳເປັນ​ສິນຄ້າ ຊຶ່ງທະນາຄານ​ໂລກ ​ໄດ້​ສະໜັບສະໜຸນ​ເງິນ​ທຶນ​ກູ້​ຢືມ ​ໃນ​ມູນ​ຄ່າ 29 ລ້ານ 3 ​ແສນ​ໂດ​ລາ ສຳລັບ​ການ​ ຈັດ​ຕັ້ງປະຕິບັດ​ໃນ​ຊ່ວງ​ປີ 2018 - 2024 ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ເພີ່ມ​ປະສິດທິພາບ​ການ​ຜະລິດ​ກະສິກຳ ​ເປັນ​ສິນຄ້າ ​ໃນ 5 ​ແຂວງ ​ເປົ້າ​ໝາຍ​ທີ່​ປະກອບດ້ວຍ​ນະຄອນຫຼວງ​ວຽງ​ຈັນ ​ແຂວງວຽງ​ຈັນ ແຂວງບໍລິ​ຄຳ​ໄຊ ແຂວງຄຳ​ມ່ວນ ​ແລະແຂວງ​ໄຊ​ຍະ​ບູລີ.

ທັງ​ນີ້ ​ໂດຍ​ຈະ​ສົ່ງ​ເສີມ​ໃຫ້​ກະ​ເສດ​ຕະກອນ​ລາວ ​ເພີ່ມ​ການ​ປູກ​ເຂົ້າ ພື​ດຜັກ​ ແລະ​ສາລີ ​ເປັນ​ສິນຄ້າ​ໃຫ້​ໄດ້ ​ໃນ​ເນື້ອ​ທີ່ 30,000 ​ເຮັກຕາ ​ເພື່ອ​ເຮັດ​ໃຫ້​ໄດ້ຜົນ​ຜະລິດເປັນເຂົ້າ​ເປືອກ 52,284 ​ໂຕນ, ​ເຂົ້າສານ 14,400 ​ໂຕນ, ​ແນວ​ພັນເຂົ້າຄຸນ​ນະພາ​ບດີ 10,886 ​ໂຕນ ພືດ-​ຜັກ​ແປ​ຮູບ 3,240 ​ໂຕນ ​ແລະ​ສາລີອົບ​ແຫ້ງ 11,520 ​ໂຕນ ​ໃນ​ແຕ່ລະ​ປີ ຫາກ​ແຕ່​ວ່າ ​ເປົ້າ​ໝາຍ​ດັ່ງກ່າວ ກໍ​ບໍ່​ສາມາດທີ່​ຈະ​ເກີດ​ຂຶ້ນ​ໄດ້​ຢ່າງ​ແທ້​ຈິງ​ແລ້ວ ​ໃນ​ປີ 2018 ນີ້ ​ເພາະ​ໄພ​ນ້ຳ​ຖ້ວມ​ຢ່າງ​ກວ້າງຂວາງ ​ແລະ​ແກ່ຍາວ​ຈົນ​ເຖິງ​ປັດຈຸບັນ​ນີ້​ນັ້ນ​ເອງ.

ໂດຍສະ​ເພາະ​ແມ່ນ​ແຂວງ​ວຽງ​ຈັນ​ນັ້ນ ກໍນັບ​ວ່າ​ເປັນ​ເຂດ​ນຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຢ່າງໜັກໜ່ວງ ຊຶ່ງ​ເມື່ອ​ປະກອບ​ກັບ​ການ​ເປັນ​ພື້ນ​ທີ່ ທີ່​ຕ້ອງ​ຮອງ​ຮັບ​ມວນ​ນ້ຳ ທີ່​ຖືກ​ປ່ອຍ​ອອກ​ມາ​ຈາກ​ເຂື່ອນ​ນ້ຳ​ງື່ມ 1 ​ໃນ​ປະລິ​ມານສະ​ເລ່ຍ ​ເຖິງ 2,247 ​ເ​ເມັດ​ກ້ອນ/ວິນາທີ​ຫຼື ກວ່າ 8 ລ້ານແມັດ​ກ້ອນ/ຊົ່ວ​ໂມງ ດ້ວຍ​ນັ້ນ ກໍ​ເຮັດ​ໃຫ້​ພື້ນ​ທີ່​ກະສິກຳ​ ສ່ວນ​ໃຫຍ່​ເສຍ​ຫາຍ​ໄປ​ຢ່າງ​ສິ້ນ​ເຊີງ​ແລ້ວ ​ແລະ​ສະພາບ​ການ ຍັງ​ມີ​ທ່າ​ອຽງ​ຈະ​ຮຸນ​ແຮງ​ຂຶ້ນ​ອີກ ​ເພາະວ່າ​ເຂື່ອນ​ນ້ຳ​ລີກ ​ໄດ້​ປ່ອຍ​ນ້ຳ​ອອກ​ຈາກ​ເຂື່ອນ​ລົງ​ມາ​ໃນ​ແຂວງ​ວຽງ​ຈັນ ດ້ວຍ​ເຊັ່ນ​ກັນ ດັ່ງ​ທີ່​ທ້າວ​ສົມບັດ ຊາວບ້ານ​ຫາດ​ສວນ ຊຶ່ງ​ເປັນ 1 ​ໃນ 10 ບ້ານ ​ໃນ​ເມືອງ​ທຸລະຄົມ ​ແຂວງ​ວຽງ​ຈັນ ທີ່​ປະສົບ​ໄພ​ນ້ຳ​ຖ້ວມ​ຢ່ງໜັກ ​ໃນ​ເວ​ລານີ້ ​ໄດ້​ໃຫ້ການ​ຢືນຢັນ​ວ່າ “ປັດຈຸບັນ​ນີ້ ຖື​ວ່າ​ເຕັມ​ຮ້ອຍ​ແລ້ວ 232 ຫຼັງຄາ​ເຮືອນ​ຖ້ວມ​ໝົດ​ເລີຍ ທາງ​ໄຟຟ້າ​ເພິ່ນ​ກະໄດ້​ປະສານ​ມາ​ວ່າ ທາງ​ເຂື່ອນ​ນ້ຳລີ​ກຫັ້ນ ປ່ອຍ​ອອກ​ມາ 50 ຊັງ​ຕີແມັດ ວ່າ​ຊັ້ນ ຍັງ​ຊິ​ຂຶ້ນ​ອີກ​ຢູ່ ບໍ່​ມີ​ທາງ​ລະບາຍ​ອອກ ລໍຖ້າ ​ແຕ່​ນ້ຳ​ງື່ມລົດ​ລົງ ກະ​ແມ່ນ​ຖື​ວ່າແຫ້ງ ນ້ຳ​ງື່ມບໍ່ລົດ ກະ​ແມ່ນ​ຢູ່​ຈັ່ງ​ຊີ້ແຫຼະ.”

ກ່ອນ​ໜ້າ​ນີ້ ກະຊວງ​ກະສິກຳ​ແລະ​ປ່າ​ໄມ້ ລາຍ​ງານ​ວ່າ ​ໄພ​ນ້ຳ​ຖ້ວມ​ໃນ​ໄລຍະ​ວັນ​ທີ 15 ກໍລະ​ກົດ ​ເຖິງ 15 ສິງຫາ 2018 ​ໄດ້​ເຮັດ​ໃຫ້​ນາ​ເຂົ້າຂອງ​ກະ​ເສ​ດຕະກອນ​ລາວ​ເສຍ​ຫາຍ​ໄປ​ຢ່າງ​ສິ້ນ​ເຊີງ ​ໃນ​ເນື້ອ​ທີ່​ຮວມ 91,149 ​ເຮັກຕາ ຄິດ​ເປັນ 11.86 ​ເປີ​ເຊັນ ທີ່​ປັກ​ດຳ​ໄດ້​ແລ້ວ 768,410 ​ເຮັກ​ຕາ ຂະນະ​ທີ່​ແຜນການ​ປີ 2018 ​ໄດ້​ວາງ​ເປົ້າ​ໝາຍ ການ​ປັກ​ດຳນາ​ປີ ​ໃຫ້​ໄດ້ 817,800 ​ເຮັກຕາ ​ໃນ​ທົ່ວ​ປະ​ເທດ ຫາກ​ແຕ່​ດ້ວຍຜົນ​ເສຍ​ຫາຍ​ທີ່​ເກີດ​ຈາກ​ໄພ​ນ້ຳ​ຖ້ວມ​ດັ່ງກ່າວ ຈຶ່ງ​ເຮັດ​ໃຫ້ການ​ປັກ​ດຳ​ເຂົ້ານາ​ປີ ​ບັນລຸ​ໄດ້​ພຽງ 82.8 ​ເປີ​ເຊັນ​ຂອງ​ແຜນການ​ປີ​ເທົ່າ​ນັ້ນ ​ໃນ​ທົ່ວ​ປະ​ເທດ​ລາວ.

ຍິ່ງ​ໄປ​ກວ່າ​ນັ້ນ ​ໄພ​ນ້ຳ​ຖ້ວມ​ໃນ​ໄລຍະ ດັ່ງກ່າວ ຍັງ​ເຮັດ​ໃຫ້​ສັດ​ລ້ຽງ​ລົ້ມ​ຕາຍ​ໄປ​ຫຼາຍ​ໝື່ນ​ໂຕ​ອີກ​ດ້ວຍ ​ໂດຍ​ໃນ​ນີ້​ແ​ບ່ງ​ເປັນ​ງົວ 7,000 ກວ່າ​ໂຕ, ຄວາຍ 3,000 ກວ່າ​ໂຕ, ໝູ 2,300 ກວ່າ​ໂຕ, ​ແບ້ 600 ກວ່າ​ໂຕ ສັດ​ປີກ 34,900 ກວ່າ​ໂຕ ​ແລະ​ໜອງ​ປາ​ເສ​ຍຫາຍ 1,500 ໜອງ ​ໂດຍ 900 ກວ່າ​ໜອງ ຢູ່​ໃນ​ແຂວງ​ຄຳ​ມ່ວນ ສ່ວນ​ຄອງ​ຊົນລະປະທານ​ແລະ​ຄອງ​ເໝືອງ 800 ​ໂຄງການ​ເສຍ​ຫາຍ ຢ່າງ​ສິ້ນ​ເຊີງ.

XS
SM
MD
LG