ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວ​ ຈະ​ຄວບ​ຄຸມ​ ການ​ຕິດ​ເຊື້ອ HIV-AIDS ​ໃຫ້​ຢູ່​ຕໍ່າ​ກວ່າ 1% ຂອງ​ປະຊາກອນ​


ກອງປະຊຸມຕ້ານໂຣກ HIV-AIDS ທີ່ວຽງຈັນ
ກອງປະຊຸມຕ້ານໂຣກ HIV-AIDS ທີ່ວຽງຈັນ
ທາງ​ການ​ລາວ​ວາງ​ເປົ້າໝາຍ​ທີ່​ຈະ​ຄວບ​ຄຸມ​ລະດັບ​ການ​ຕິດ​ເຊື້ອ
HIV-AIDS ​ໃຫ້​ຢູ່​ໃນ ອັດຕາ​ສະ​ເລ່ຍ ຕໍ່າ​ກວ່າ 1% ຂອງ​ປະຊາ
ກອນ​ທັງ​ໝົດ ​ເພື່ອ​ໃຫ້​ບັນລຸ​ເປົ້າໝາຍ​ ສະຫັດ​ສະ​ວັດ ການ​ພັດ
ທະນາ​ໃນ​ປີ 2015.

ລິງໂດຍກົງ

ທ່ານ ​ເອກ​ສະຫວ່າງ ວົງ​ວິ​ຈິດ ລັດຖະມົນຕີ​ວ່າການ​ກະຊວງ​ສາ
ທາລະນະ​ສຸກ ​ແລະປະທານ​ຄະນະ​ກໍາມະການ​ແຫ່ງ​ຊາດ​ຕ້ານ​ເອດ​ສ໌ ຖະ​ແຫຼ​ງຢືນຢັນ​ວ່າ ​ເປົ້າໝາຍ​ສໍາຄັນ​ທີ່​ສຸດ​ ຂອງ​ການ​ຕ້ານ​ໂຣກ​ເອດ​ສ໌​ໃນ​ລາວ ກໍ​ຄື​ການ​ທີ່​ຈະ​ຕ້ອງ​ດໍາ​ເນີນ​ມາດ​ຕະການ​ປ້ອງ​ກັນ ການ​ແຜ່ລະບາດ​ຂອງ​ເຊື້ອໂຣກ​ເອດ​ສ໌ ​ໃນ​ລາວ ​ໃຫ້​ໄດ້​ຕາມ​ເປົ້າ ໝາຍ​ສະຫັດ​ສະ​ວັດ​ການ​ພັດທະນາ​ໃນ​ປີ 2015 ດ້ວຍ​ການ​ຄວບ​ຄຸມ​ການ​ຕິ​ດ​ເຊື້ອ​ໂຣກ​ເອດ​ສ໌ຂອງ​ປະຊາຊົນ​ລາວ​ໃຫ້​ມີ​ອັດ​ຕາສະ​ເລ່ຍທີ່ຕໍ່າ​ກວ່າ 1% ຂອງ​ຈໍານວນ​ປະຊາກອນ​ທັງ​ໝົດໃນ​ປະທດ. ​

ໂດຍ​ການ​ດໍາ​ເນີນ​ງານ​ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ ສາມາດ​ຄວບ​ຄຸມ​ການ​ຕິດ​ເຊື້ອ​ໂຣກ​ເອດ​ສ໌​ໄດ້​ດີພໍ​ສົມຄວນ ​ເພາະ​ລາຍ​ງານ​ລ່າ​ສຸດ ຂອງ​ທາງ​ການ​ລາວ ກໍ​ໄດ້​ລະບຸ​ວ່າ​ມີ​ປະຊາຊົນ​ຕິດ​ເຊື້ອ​ໂຣກ​ເອດ​ສ໌​ ໃນ​ຊ່ວງ​ປີ 1990-2013 ຈໍານວນທັງ​ໝົດ 6,172 ຄົນ​ ​ແລະ​ໃນ​ນີ້​ກໍ​ໄດ້ເສຍ​ຊີວິດ​ໄປ​ແລ້ວ​ເຖິງ 1,494 ຄົນ ຈຶ່ງ​ຍັງ​ຄົງ​ເຫຼືອ 4,678 ຄົນ ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ການ​ປິ່ນປົວ​ຕໍ່​ໄປ ຊຶ່ງ​ຖື​ເປັນ​ອັດຕາ​ສະ​ເລ່ຍທີ່​ຕໍ່າ​ກວ່າ 1% ຂອງ​ ຈໍານວນ​ປະຊາກອນລາວ​ທັງ​ໝົດ 6.5 ລ້ານ​ກວ່າ​ຄົນ​ໃນ​ປັດຈຸບັນ​ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສູນ​ຕ້ານ​ໂຣກ​ HIV-AIDS ​ແລະ​ພະຍາດ​ຕິດ​ຕໍ່​ໃນ​ລາວ ກໍ​ລາຍ​ງານ​ວ່າ ​ໃນ​ປັດຈຸບັນ ມີ​ປະຊາກອນ​ລາວ 3 ກຸ່ມ ດ້ວຍ​ກັນ ທີ່​ຖື​ວ່າ​ເປັນ​ກຸ່ມ​ປະຊາກອນ​ທີ່​ມີ​ຄວາມ​ສ່ຽງ​ສູງທີ່​ຈະ​ຕິ​ດ​ເຊື້ອ​ໂຣກ HIV-AIDS ​ເພີ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ປະກອບ​ດ້ວຍ​ກຸ່ມ​ແມ່ຍິງ​ລາວ​ທີ່​ຂາຍ​ບໍລິການ​ທາງ​ເພດ ກຸ່ມ​ຮັກ​ຮ່ວມ​ເພດດຽວ​ກັນ ​ແລະ​ກຸ່ມ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ​ດ້ວຍ​ການ​ສີ​ດ​ເຂົ້າເສັ້ນ​ເລືອດ.

ທັງ​ນີ້​ໂດຍ​ຈາກ​ການ​ເກັບ​ກໍາ​ຂໍ້ມູນ​ພາກ​ສະໜາມ ​ໃນ​ຂັ້ນ​ເບື້ອງ​ຕົ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ເຮັດ​ໃຫ້ ທາງ​ການ​ລາວ​ໄດ້​ປະ​ເມີນ​ສະພາບ​ການ​ວ່າ​ມີ​ແມ່ຍິງ​ລາວ​ຫຼາຍ​ກວ່າ 11,000 ຄົນ ທີ່​ຂາຍ​ບໍລິການ​ທາງ​ເພດ​ເປັນ​ອາຊີບ ​ໃນຂະນະດຽວ​ກັນ ກໍ​ມີ​ຜູ້​ຊາຍ​ຫຼາຍ​ກວ່າ 50,000 ຄົນ ທີ່​ຮັກ​ຮ່ວມເພດ​ດຽວ​ກັນ ​ແລະ​ອີກ​ຫຼາຍ​ກວ່າ 50,000 ຄົນ ກໍ​ຢູ່​ໃນ​ກຸ່ມ​ທີ່​ຊົ​ມ​ໃຊ້​ຢາ​ເສບ​ຕິດ​ເປັນ​ປະ​ຈໍາ ​ໂດຍ​ສະ​ເພາະ​ແມ່ນ​ກຸ່ມ ທີ່ຊົມ​ໃຊ້​ຢາ​ເສບ​ຕິດ​ດ້ວຍ​ການ​ສີ​ດ​ເຂົ້າ​ເສັ້ນ​ເລືອດ​ນັ້ນ ກໍ​ນັບ​ເປັນ​ກຸ່ມປະຊາກອນ​ທີ່​ຕິດ​ເຊື້ອ HIV-AIDS ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ອີກ ດ້ວຍ.

ການສະແດງລະຄອນ ປຸກລະດົມ ຕ້ານໂຣກເອດສ໌
ການສະແດງລະຄອນ ປຸກລະດົມ ຕ້ານໂຣກເອດສ໌

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ສູນ​ຕ້ານ​ໂຣກ​ HIV
-AIDS ​ແລະ​ພະຍາດ​ຕິດຕໍ່ ໃນ​ສັງກັດ​ກະຊວງ​ສາທາລະນະ​ສຸກ​
ຂອງ​ລາວ ​ໄດ້​ໃຫ້​ຄວາມ​ສໍາຄັນ​ເປັນ​ພິ​ເສດ ທີ່​ຈະ​ດໍາ​ເນີນ​ໃນ​ທຸກ​
ມາດ​ຕະການ​ເພື່ອ​ລົດ​ຈໍານວນ​ຜູ້​ຕິດ​ເຊື້ອ HIV-AIDS ​ໃນ​ທັງ 3
ກຸ່ມດັ່ງກ່າວ ​ໃຫ້​ມີ​ປະສິດທິ​ພາບ​ສູງ​ຂຶ້ນນັບ​ຈາ​ກປັດຈຸບັນ​ໄປ​ຈົນ​
ເຖິງ​ປີ 2015 ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ສູນ​ຕ້ານ​ໂຣກ HIV-
AIDS ​ແລະ​ພະຍາດ​ຕິດ​ຕໍ່​ໃນ​ລາວ ​ໄດ້​ໃຫ້ກາ​ນຢືນຢັນ​ວ່າ:

“ພາຍ​ໃນ​ປີ 2015 ນີ້ ລັດຖະບານ​ແຫ່ງ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາ ຊົນ​ລາວ ຈະ​ໄດ້​ສຸມ​ໃສ່​ການ​ປ້ອງ​ກັນ ການ​ຕິດ​ເຊື້ອ​ໃນ​ກຸ່ມ​ຜູ້​ທີ່​ມີ​ການ​ສ່ຽງ​ສູງສຸດ ​ໂດຍ​ສະ​ເພາະ​ແລ້ວ ​ໃນ​ກຸ່ມ​ສາວ​ບໍລິການ ກຸ່ມ​ຊາຍ​ທີ່​ມີ​ເພດສໍາພັນກັບ​ຊາຍ ​ແລະ​ກຸ່ມ​ຜູ້​ໃຊ້​ຢາ​ເສ​ບຕິດ​ທາງ​ເສັ້ນ​ເລືອດ.”

ກ່ອນ​ໜ້າ​ນີ້ ກະຊວງ​ສາທາລະນະ​ສຸກຂອງ​ລາວ ​ໄດ້​ລາຍງານ​ຜົນ​ການ​ສຸ່ມ​ກວດ​ເລືອດ​ປະຊາຊົນ​ທີ່ ສະມັກ​ໃຈ​ຈົນ​ເຖິງ​ກາງ​ປີ 2013 ວ່າ ມີ​ປະຊາຊົນ​ລາວ​ຕິດ​ເຊື້ອ HIV ຈໍາ ນວນ​ທັງ​ໝົດ 5,890 ຄົນ ​ໂດຍ​ໃນ​ນີ້​ກໍ​ມີ​ຢູ່​ເຖິງ 3,595 ຄົນ ທີ່​ເປັນ​ໂຣກ AIDS ສ່ວນ​ທີ່​ເສຍ​ຊີວິດ​ຍ້ອນ​ໂຣກ​ເອດ​ສ໌ ​ໄປ​ແລ້ວ ກໍ​ມີ​ເຖິງ 1,453 ຄົນ ​ໂດຍ​ມີ​ປະຊາຊົນ​ລາວ​ສະມັກ​ໃຈ​ໃຫ້​ກວດ​ເລືອດ 367,749 ຄົນ ​ໃນ​ຊ່ວງ​ປີ 1990 ​ເຖິງ​ກາງ​ປີ 2013.

ຊຶ່ງ​ຕໍ່​ກໍລະນີ​ດຽວ​ກັນ​ນີ້​ ທ່ານ​ພອນ​ເທບ ພົນ​ເສນາ ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ລາວ ກໍໄດ້​ໃຫ້ການ​ອະທິ​ບາຍ​ວ່າ ​ເຖິງ​ແມ່ນ​ວ່າ​ອັດຕາ​ການ​ຕິດ​ເຊື້ອ HIV –AIDS ​ໃນ​ລາວ​ຈະ​ຍັງ​ຄົງຢູ່​ໃນ​ລະດັບທີ່​ຕໍ່າ​ກໍ​ຕາມ ​ແຕ່​ສະຖານະ​ການ​ກໍ​ໜ້າ​ເປັນ​ຫ່ວງ​ທີ່​ສຸດ ກໍ​ຄື​ລະບົບ​ໃຫ້​ບໍລິ ການ​ດ້ານ​ການ​ປິ່ນປົວ​ແລະ​ການ​ຮັກສາ​ສຸຂະພາບ​ຂອງ​ລັດຖະບານ​ຍັງບໍ່​ສາມາດ​ທີ່​ຈະ​ໃຫ້ ການ​ເບິ່ງ​ແຍງ​ບັນດາ ຄົນ​ລາວ​ທີ່​ຕິດ​ເຊື້ອ​ໂຣກດັ່ງກ່າວນີ້ ​ໄດ້​ຢ່າງ​ທົ່ວ​ເຖິງ. ​

ໂດຍ​ເມື່ອ​ປະກອບ​ກັບ​ການ​ທີ່​ລາວ​ກໍ​ເປັນປະ​ເທດ​ທີ່​ມີ​ຈຸດ​ທີ່ຕັ້ງ​ຢູ່​ເຂດ​ສູນ​ກາງ ​ທີ່​ສາມາດ​ເຊື່ອມ​ຕໍ່​ການ​ຄົມມະນາ​ຄົນ ​ແລະ​ຂົນ​ສົ່ງ​ກັບ​ທຸກ​ປະ​ເທດ ທີ່ຢູ່​ໃນ​ລຸ່ມ​ແມ່​ນໍ້າຂອງ​ດ້ວຍ​ກັນ​ໄດ້​ໃນ​ທຸກ​ທິດ​ທຸກທາງ​ດ້ວຍ​ແລ້ວ ຈຶ່ງ​ນັບ​ເປັນ​ເງື່ອນ​ໄຂ​ສໍາຄັນ ທີ່​ຈະ​ເຮັດ​ໃຫ້​ປະຊາຊົນ​ລາວ ມີ​ຄວາມ​ສ່ຽງ ຢ່າງສູງ ທີ່​ຈະ​ຕິດ​ເຊື້ອ​ໂຣກ​ເອດ​ສ໌ຫຼາຍ​ຂຶ້ນ.
XS
SM
MD
LG