ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກ ລາວ ຢືນຢັນວ່າ ເຂື່ອນນ້ຳເທີນ 2 ເປັນໂຕແບບ ຂອງເຂື່ອນໄຟຟ້າ ທີ່ດີທີ່ສຸດ ຂອງລາວ


ເຂື່ອນໄຟຟ້າ ພະລັງນ້ຳ ນ້ຳເທີນ 2
ເຂື່ອນໄຟຟ້າ ພະລັງນ້ຳ ນ້ຳເທີນ 2

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ເຂື່ອນນ້ຳເທີນ 2 ເປັນໂຕແບບຂອງເຂື່ອນໄຟຟ້າ
ທີ່ດີທີ່ສຸດຂອງລາວ ແລະໃນໂລກ ຊຶ່ງທຸກໂຄງການກໍ່ສ້າງເຂື່ອນໄຟຟ້າໃນລາວຈະຕ້ອງ
ຍຶດຖືເອົາເປັນໂຕແບບ ຂອງການພັດທະນາ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ ໂຄງການເຂື່ອນໄຟຟ້າ
ນ້ຳເທີນ 2 ທີ່ເປັນການຮ່ວມມື ລະຫວ່າງ ລັດຖະບານລາວ ກັບທະນາຄານໂລກ ພາຍໃຕ້
ແຜນການພັດທະນາເສດຖະກິດເພື່ອລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວ
ນັ້ນ ຖືເປັນໂຄງການໂຕແບບຂອງເຂື່ອນໄຟຟ້າ ທີ່ດີທີ່ສຸດຂອງລາວ ຫຼື ອາດຈະດີທີ່ສຸດ
ໃນໂລກ ກໍວ່າໄດ້ ເພາະວ່າເປັນໂຄງການທີ່ໄດ້ມີການສຶກສາ ເພື່ອປ້ອງກັນຜົນກະທົບ
ຕໍ່ສັງຄົມ ແລະສິ່ງແວດລ້ອມທຳມະຊາດ ຢ່າງໄດ້ມາດຕະຖານສາກົນ ແລະເປັນທີ່ຍອມ
ຮັບຂອງທຸກພາກສ່ວນໃນທົ່ວໂລກ ຊຶ່ງຕໍ່ໄປນີ້ ທຸກໂຄການພັດທະນາ ແຫລ່ງຜະລິດ
ພະລັງງານໄຟຟ້າໃນລາວ ຕ້ອງຍຶດຖືເປັນໂຕແບບ ຂອງການພັດທະນາ ດັ່ງທີ່ ທ່ານ
ທອງລຸນ ຢືນຢັນວ່າ:

“ປັດຈຸບັນນີ້ ມີສິ່ງທ້າທາຍຢູ່ບ່ອນວ່າ ຈະເຮັດໃຫ້ໂຄງການມີຄວາມຍືນຍົງໄດ້ແນວໃດ
ແລະຈະເຮັດໃຫ້ສາມາດ ນຳຜົນປະໂຫຍດໄປໃຫ້ປະຊາຊົນ ທ້ອງຖິ່ນໄດ້ຄືແນວໃດ
ແລ້ວກໍຈະນຳຜົນປະໂຫຍດໃຫ້ລັດຖະບານ ເພື່ອນຳເອົາທຶນຮອນອັນນີ້ ໄປພັດທະນາ
ໃຫ້ໄປຕາມສິ່ງທີ່ໄດ້ຕົກລົງກັນ ການຮ່ວມເຮັດວຽກ ລະຫວ່າງ ລັດຖະບານ ກັບທະນາ
ຄານໂລກ ຢ່າງໃກ້ຊິດ ໃຊ້ເວລາຫຼາຍ ມີການສົນທະນາ ຫຼືເອີ້ນວ່າ ມີການ ດີເບດ
(debate) ກັນ ສ້າງຄວາມເຊື່ອໝັ້ນຊຶ່ງກັນແລະກັນ ສຸດທ້າຍໂຄງການນີ້ ກໍກັບມາ ເປັນໂຄງການໂຕແບບທີ່ດີທີ່ສຸດຢູ່ລາວ ຂ້າພະເຈົາຄິດວ່າ ອາດຈະເປັນໂຕແບບ
ອັນນຶ່ງ ທີ່ດີທີ່ສຸດຢູ່ໃນໂລກກໍເປັນໄດ້.”

ໂຕແບບ ສະຖານທີ່ຕັ້ງຂອງເຂື່ອນໄຟຟ້າພະລັງນ້ຳ ນ້ຳເທີນ 2
ໂຕແບບ ສະຖານທີ່ຕັ້ງຂອງເຂື່ອນໄຟຟ້າພະລັງນ້ຳ ນ້ຳເທີນ 2

ມັງນີ້ ໂດຍໂຄງການເຂື່ອນໄຟຟ້ານ້ຳເທີນ 2 ໄດ້ຮັບການຄ້ຳປະກັນເງິນກູ້ ຈາກທະນາ
ຄານໂລກ ເປັນໂຄງການທຳອິດໃນລາວ ຊຶ່ງໄດ້ນຳໃຊ້ເງິນທຶນສຳລັບ ດຳເນີນການກໍ່
ສ້າງ ໃນມູນຄ່າລວມ 1,300 ລ້ານໂດລາ ທີ່ເປັນການຮ່ວມທຶນ ລະຫວ່າງ ລັດວິສາ
ຫະກິດໄຟຟ້າ ຈາກປະເທດຝຣັ່ງ ກັບບໍລິສັດຜະລິດໄຟຟ້າ ຈຳກັດ (ມະຫາຊົນ) ຈາກ
ປະເທດໄທ ແລະລັດວິສາຫະກິດ ຖືຮຸຸ້ນຂອງລັດຖະບານລາວ ດ້ວຍສັດສ່ວນການຮ່ວມ
ທຶນ 40 ເປີເຊັນ ຕໍ່ 35 ເປີເຊັນ ແລະ 25 ເປີເຊັນ ຕາມລຳດັບ.

ໂຄງການເຂື່ອນໄຟຟ້ານ້ຳເທີນ 2 ຕັ້ງຢູ່ໃນເຂດເມືອງນາກາຍ ແຂວງຄຳມ່ວນ ມີກຳລັງ
ຕິດຕັ້ງລວມ 1,070 MW ໄດ້ເລີ້ມຜະລິດໄຟຟ້າ ແລະສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດ
ແຫ່ງປະເທດໄທ 995 MW ສ່ວນ 75 MW ກໍຂາຍໃຫ້ກັບ ລັດວິສາຫະກິດໄຟຟ້າລາວ
ນັບແຕ່ເດືອນເມສາ 2010 ເປັນຕົ້ນມາ ໂດຍມີສັນຍາຊື້-ຂາຍເປັນເວລາ 25 ປີ ຊຶ່ງຈະ
ເຮັດໃຫ້ລັດຖະບານລາວ ມີລາຍຮັບລວມເຖິງ 2,000 ລ້ານໂດລາ.

ສ່ວນປະຊາຊົນລາວ ທີ່ຖືກຍົກຍ້າຍຈາກເຂດກໍ່ສ້າງເຂື່ອນ ຈຳນວນ 6,300 ກວ່າຄົນ ຫຼື
1,065 ຄອບຄົວ ກໍໄດ້ຮັບການຈັດສັນທີ່ຢູ່ອາໄສ ແລະພື້ນທີ່ທຳກິນຢ່າງຄົບຖ້ວນ ທັງຍັງ
ໄດ້ທຳການປະມົງຢູ່ໃນອ່າງໂຕ່ງຂອງເຂື່ອນດ້ວຍ ນອກຈາກນັ້ນ ກຸ່ມລົງທຶນໃນໂຄງການ
ເຂື່ອນໄຟຟ້ານ້ຳເທີນ 2 ຍັງໄດ້ຕົກລົງປະກອບສ່ວນເຂົ້າໃນການພັດທະນາສັງຄົມ ໃນມູນ
ຄ່າລວມ 52 ລ້ານ 8 ແສນໂດລາ ການຄຸ້ມຄອງແຫລ່ງນ້ຳ ໃນມູນຄ່າລວມ 31 ລ້ານ
5 ແສນໂດລາ ແລະພັດທະນາການປະມົງໃນມູນຄ່າ 3 ລ້ານ 8 ແສນໂດລາ ໃນຕະຫຼອດ
ອາຍຸສຳປະທານ.

ແຕ່ຢ່າງໃດກໍຕາມ ການຖະແຫລງດັ່ງກ່າວນີ້ ຂອງ ທ່ານ ທອງລຸນ ກໍໄດ້ມີຂຶ້ນໃນທ່າມກາງ
ການ ເຄື່ອນໄຫວຂອງບັນດາ ອົງການອະນຸລັກສິ່ງແວດລ້ອມ ໃນລຸ່ມແມ່ນ້ຳຂອງ ແລະ
ສາກົນ ທີ່ໄດ້ຮຽກຮ້ອງຂອງໃຫ້ລັດຖະບານລາວ ທົບທວນຄືນກ່ຽວກັບໂຄງການເຂື່ອນ
ໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ທີ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊີວິດການເປັນຢູ່ ຂອງ
ປະຊາຊົນ ໃນແຂວງອັດຕະປື ຢ່າງກວ້າງຂວາງໃນເວລານີ້ ທັງຍັງເປັນໂຄງກາານ ທີ່ບໍ່ໄດ້ ສ້າງຜົນປະໂຫຍດຢ່າງກຸ້ມຄ່າໃນທາງເສດຖະກິດ ໃຫ້ແກ່ລາວອີກດ້ວຍ.

ໂດຍທ່ານວິທູນ ເພີ້ມພົງສາຈະເຣີນ ຜູ້ອຳນວຍການ ເຄືອຂ່າຍພະລັງງານເພື່ອລະບົບ
ນິເວດທຳມະຊາດ ໃນລຸ່ມແມ່ນ້ຳຂອງ ໃຫ້ການອະທິບາຍວ່າ ພະລັງງານໄຟຟ້າ ສຳຮອງ
ທີ່ເກີນຄວາມຕ້ອງການໃນໄທ ເຖິງ 39 ເປີເຊັນ ໃນເວລານີ້ ເຮັດໃຫ້ໄທ ບໍ່ຈຳເປັນຕ້ອງຊື້
ໄຟຟ້າ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕ່ຢ່າງໃດ ເພາະວ່າ ກຳລັງຜະລິດ 410 MW
ຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ທຽບກັບກຳລັງໄຟຟາສຳຮອງທີ່ໄທມີຢູ່ 12,000 MW
ນັ້ນ ໝາຍເຖິງການທີ່ໄທ ບໍ່ຈຳເປັນຈະຕ້ອງນຳເຂົ້າໄຟຟ້າ ຈາກຕ່າງປະເທດເລີຍຈົນເຖິງ
ປີ 2027 ນັ້ນເອງ.

XS
SM
MD
LG