NAIROBI —
ສານສູງສຸດຂອງປະເທດເຄນຢາ ໄດ້ຕັດສິນຢ່າງເປັນເອກກະສັນໃຫ້ການເລືອກຕັ້ງທົ່ວປະເທດຂອງເຄນຢາ ເມື່ອວັນທີ່ 4 ເດືອນມີນາຜ່ານມານີ້ ຖືກຕ້ອງ ຊຶ່ງເປັນການຢືນຢັນໄຊຊະນະຂອງ ທ່ານ Uhuru Kenyatta ໃນການຖືກເລືອກຕັ້ງເປັນປະທານາທິບໍດີ.
ສານສູງສຸດໄດ້ຕັດສິນ ເມື່ອວັນເສົາວານນີ້ ວ່າ ທ່ານ Kenyatta ແລະຜູ້ຮອງຂອງທ່ານ ຄື ທ່ານ William Ruto ໄດ້ຖືກເລືອກຕັ້ງຢ່າງຖືກຕ້ອງຕາມກົດໝາຍ.
ຜູ້ໄດ້ຮັບຄະແນນສຽງຮອງມາ ຄື ທ່ານ Raila Odinga ທີ່ໄດ້ທ້າທາຍ ຕໍ່ຜົນການເລືອກຕັ້ງນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະເຄົາລົບຄໍາຕັດສິນຂອງສານ ແລະກໍໄດ້ສົ່ງຄວາມປາດຖະໜາດີໄປເຖິງທ່ານ Kenyatta.
ເມື່ອວັນເສົາວານນີ້ ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ສະແດງຄວາມຍິນດີນໍາການເລືອກຕັ້ງ ຂອງທ່ານ Kenyatta. ນອກນີ້ທ່ານ ໂອບາມາ ຍັງໄດ້ສະແດງຄວາມຍິນດີຕໍ່ທ່ານ Odinga ເຊັ່ນກັນ ແລະຕໍ່ປະຊາຊົນເຄນຢາ ທີ່ຮັບເອົາການຕັດ ສິນຂອງສານ ກ່ຽວກັບຜົນການເລືອກຕັ້ງຄັ້ງນີ້ຢ່າງສັນຕິ.
ສ່ວນ ທ່ານ ພັນ ຄີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ກໍໄດ້ສະແດງຄວາມຍິນດີ ຕໍ່ບຸລຸດທັງສອງທາງໂທລະສັບ ແລະຊົມເຊີຍ ພວກເຂົາເຈົ້າ ແລະປະເທດຊາດ ທີ່ໄດ້ຈັດການເລືອກຕັ້ງຢ່າງສັນຕິແລະໜ້າເຊື່ອຖືນັ້ນ.
ແຕ່ຢູ່ນອກບໍລິເວນສານສູງສຸດທີ່ນະຄອນຫຼວງໄນໂຮບີ ຕໍາຫຼວດໄດ້ຍິງລະເບີດນໍ້າຕາໃສ່ ກຸ່ມສະໜັບສະໜຸນທ່ານໂອດິງກາ ທີ່ໂກດແຄ້ນ ແລະໂຮມຊຸມນຸມ ຕໍ່ຕ້ານການຕັດສິນຂອງສານ. ນອກນີ້ແລ້ວ ກໍຍັງມີການເດີນຂະບວນປະທ້ວງ ທີ່ເມືອງ Kisumu ໃນພາກຕາເວັນຕົກຂອງປະເທດ ຊຶ່ງເປັນເມືອງບ້ານເກີດຂອງທ່ານໂອດິງການັ້ນ. ຜູ້ສື່ຂ່າວວີໂອເອຄົນນຶ່ງ ເຫັນຜູ້ປະທ້ວງສີ່ຄົນໄດ້ຮັບບາດເຈັບ ໃນການປະທະກັບຕໍາຫຼວດ.