ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍີ່​ປຸ່ນ​ ຮຽກ​ຮ​້ອງໃຫ້ ປະ​ຊາ​ຄົມ​ສາ​ກົນ ຫາ​ທາງ​ເຮັດ​ໃຫ້ ​ຄວາມ​ເຄັ່ງ​ຕຶງ ໃນ​ພາກຕາ​ເວັນ​ອອກ​ກາງ ຜ່ອນ​ຄາຍ​ລົງ​


ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ​ຂອງ​ຍີ່​ປຸ່ນ (ກາງ) ຈັບ​ມື​ກັບປະ​ທາ​ນາ​ທິ​ບໍ​ດີ ຮັດ​ຊານ ຣູ​ຮາ​ນີຂອງ​ອີ​ຣ່ານ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ​ອີ​ຣ່ານ​ ໃນວັນ​ທີ 12 ມິ​ຖຸ​ນາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ​ຂອງ​ຍີ່​ປຸ່ນ (ກາງ) ຈັບ​ມື​ກັບປະ​ທາ​ນາ​ທິ​ບໍ​ດີ ຮັດ​ຊານ ຣູ​ຮາ​ນີຂອງ​ອີ​ຣ່ານ ໃນ​ຂະ​ນະ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ​ອີ​ຣ່ານ​ ໃນວັນ​ທີ 12 ມິ​ຖຸ​ນາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ​ຂອງ​ຍີ່​ປຸ່ນໄດ້​ເຕືອນ​ວ່າ ຈະ​ມີ​ການ​ຂັດ​ແຍ້ງ​ທາງ​ທະ​ຫານ​ອັນ​ນຶ່ງ​ເກີດ​ຂຶ້ນອີກຢູ່​ໃນ​ເຂດ​ຕາ​ເວັນ​ອອ​ກ​ກາງ ຖ້​າ​ປະ​ຊາ​ຄົມ​ໂລກ ຫາກບໍ່​ມີ​ຄວາມ​ອົດ​ທົນໃນ​ການ​ຊອກ​ຫາ​ທາງ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ສະ​ຫະ​ລັດ ກັບ​ອີ​ຣ່ານ​ຜ່ອນ​ຄາຍ​ລົງ.

ທ່ານ​ອາ​ເບະ ໄດ້​ໄປ​ເຖິງນະ​ຄ​ອນ​ເຕ​ຫະ​ຣ່ານໃນ​ວັນ​ພຸດ​ວານນີ້ ຢູ່​ໃນ​ການ​ປະ​ຕິ​ບັດ​ງານ​ດ້ານ​ການ​ທູດ ເພື່ອ​ຫລຸດ​ຜ່ອນ​ຄວາມ​ຮຸນ​ແຮງ ລະ​ຫວ່າງ​ສອງ​ປະ​ເທດທີ່​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເປັນ​ຫ່ວງເພີ້ມ​ຂຶ້ນວ່າ ​ຈະ​ມີ​ການ​ຂັດ​ແຍ້ງ​ກັນ​ອັນ​ນຶ່ງ​ເກີດ​ຂຶ້ນ​ອີກ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ.
ພາຍ​ຫລັງ​ທີ່​ໄດ້​ພົບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຮັດ​ຊານ ຣູ​ຮາ​ນີ ໃນ​ວັນ​ພຸດ​ວານນີ້​ແລ້ວ ຜູ້​ນຳ​ທັງ​ສອງ​ທ່ານ​ກໍ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ກັນ​ຂຶ້ນ ​ໂດຍທີ່​ທ່ານ​ອາ​ເບະ​ໄດ້​ໃຫ້ເຫດ​ຜົນ​ວ່າ ຜູ້​ນຳ​ຂອງ​ໂລກ​ທັງ​ຫລາຍຕ້ອງ​ມີ “ຄວາມ​ອົ​ດ​ທົນເພີ້ມ​ຂຶ້ນ" ຖ້​າບໍ່​ດັ່ງ​ນັ້ນກໍ​ຈະປະ​ເຊີນ​ກັບ "ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເກີດຄວາມ​ຂັດ​ແຍ້ງ​ແບບ​ບັງ​ເອີນ​ຂຶ້ນ" ຊຶ່ງ​ເປັນ​ເຫດ​ການ "ທີ່​ຄວນ​ຖືກ​ປ້ອງ​ກັນ ຢ່າງ​ສຸດ​ຂີດ ​ບໍ່​ໃຫ້​ເກີດໄດ້."

ປະ​ທາ​ນາ​ທິ​ບໍ​ດີ ຣູ​ຮາ​ນີຂອງ​ອີ​ຣ່ານ ໃຫ້​ການຕ້ອນ​ຮັບ​ແກ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ຢູ່​ທຳ​ນຽບ Saadabad ໃນ​ນະ​ຄອນ​ຫລວງ ເຕ​ຫະ​ຣ່ານ, 12 ມິ​ຖຸ​ນາ, 2019
ປະ​ທາ​ນາ​ທິ​ບໍ​ດີ ຣູ​ຮາ​ນີຂອງ​ອີ​ຣ່ານ ໃຫ້​ການຕ້ອນ​ຮັບ​ແກ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ຢູ່​ທຳ​ນຽບ Saadabad ໃນ​ນະ​ຄອນ​ຫລວງ ເຕ​ຫະ​ຣ່ານ, 12 ມິ​ຖຸ​ນາ, 2019

ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ​ອາ​ເບະ ແລະ​ທ່ານ ຣູ​ຮາ​ນີ ໃນ​ວັນ​ພຸດ​ວານນີ້ນັ້ນ ທ່ານ​ນາງ Morgan Ortagus, ໂຄ​ສົກ​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເວົ້າ​ວ່າ ສະ​ຫະ​ລັດ​, ຍີ່​ປຸ່ນ, ເຢຍ​ຣະ​ມັນ, ແລະ​ປະ​ເທດພັນ​ທະ​ມິດ​ ປະ​ເທດ​ອື່ນໆໃນຢູ​ໂຣບ ​ ລ້ວນ​ແຕ່​ໄດ້ສົ່ງ​ຖ້ອຍ​ຄຳ​ອັນ​ດຽວ​ກັນ​ໄປ​ຫາ​ເຕ​ຫະ​ຣ່ານ ວ່າ ບໍ່​ໃຫ້​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ ຫລື​ໄປ​ຫຍຸ້ງ ​ກ່ຽວ​ກັບ​ການ​ເຄືື່ອນ​ໄຫວ ທີ່​ເຮັດ​ໃຫ້​ຂາດ​ສະ​ຖຽນ​ລະ​ພາບ​ ໃນ​ເຂດ​ພາກຕາ​ເວັນ​ອອ​ກ​ກາງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG