ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂຄສົກໃໝ່ ຂອງກຸ່ມລັດອິສລາມ ແນເປົ້າໝາຍ ໃສ່ ປະເທດຕາເວັນຕົກ ເທີກີ ແລະ ອີຣ່ານ

ຕຶກເຮືອນພັກ ອາພາດເມັນ ໄດ້ຮັບຄວາມເສຍຫາຍ ໂດຍລົດລະເບີດ ໃນເມືອງ Diyarbakir ຢູ່ທາງທິດຕາເວັນອອກສຽງໃຕ້ ຂອງເທີກີ, ວັນທີ 5 ພະຈິກ 2016. ກຸ່ມລັດອິສລາມ ປະກົດວ່າ ອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີ ທີ່ໄດ້ເຮັດໃຫ້ ຫຼາຍຄົນເສຍຊີວິດ.

ຫົວໜ້າໂຄສົກຄົນໃໝ່ ຂອງກຸ່ມລັດອິສລາມ ກຳລັງຊຸກຍູ້ໃຫ້ພວກສະໜັບສະໜູນ ແນເປົ້າໝາຍ ໃສ່ພວກສັດຕູຂອງຕົນ ທຸກຫົນທຸກແຫ່ງ ທີ່ພວກເຂົາເຈົ້າພົບເຫັນ ແລະ “ໃຫ້ເຜົາດິນຢູ່ພາຍໃຕ້ຕີນຂອງພວກເຂົາເຈົ້າ.”

ກຸ່ມລັດອິສລາມ ໂດຍຜ່ານພະແນກ ສື່ມວນຊົນ al-Furqan ຂອງຕົນ ໄດ້ເປີດເຜີຍ ບັນທຶກສຽງ ຂອງ ທ້າວ Abu Hassan al-Muhajir ໂດຍແຕ່ງຕັ້ງຜູ້ ກ່ຽວ ໃຫ້ຮັບ
​ໜ້າ​ທີ່ແທນ ທ້າວ Abu Muhammad al-Adnani. ທ້າວ Adnani ໄດ້ຖືກຂ້າຕາຍ ໃນການໂຈມຕີທາງອາກາດ ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ສະຫະລັດ ຢູ່ໃກ້ກັບເມືອງ
al-Bab ຂອງຊີເຣຍ ເມື່ອວັນທີ 30 ສິງຫາ ຜ່ານມາ.

ພົນລະເມືອງຄົນໜຶ່ງ ຊີ້ໃສ່ ອັນທີ່ລາວ ເຊື່ອວ່າ ເປັນລະເບີດຝັງດິນ ໃນຄຸ້ມ al-Heesha ໃນເມືອງ Raqqa ຂອງ ຊີເຣຍ ຫລັງຈາກເມືອງດັ່ງກ່າວ ໄດ້ຖືກຍຶດຄືນມາໄດ້ ຈາກກຸ່ມລັດອິສລາມ, ວັນທີ 15 ພະຈິກ 2016.
ພົນລະເມືອງຄົນໜຶ່ງ ຊີ້ໃສ່ ອັນທີ່ລາວ ເຊື່ອວ່າ ເປັນລະເບີດຝັງດິນ ໃນຄຸ້ມ al-Heesha ໃນເມືອງ Raqqa ຂອງ ຊີເຣຍ ຫລັງຈາກເມືອງດັ່ງກ່າວ ໄດ້ຖືກຍຶດຄືນມາໄດ້ ຈາກກຸ່ມລັດອິສລາມ, ວັນທີ 15 ພະຈິກ 2016.

ທ້າວ Muhajir ໄດ້ກ່າວວ່າ “ໃຫ້ໂຈມຕີພວກເຂົາ ຢູ່ໃນຕະຫຼາດ ໃນຖະໜົນ ໃນ ສະໂມສອນ ແລະ ໃນສະຖານທີ່ທີ່ບໍ່ຄາດຄິດ ຂອງພວກເຂົາເຈົ້າ. ພາລະກິດ
ຂອງເຈົ້າ ຈະເຮັດໃຫ້ເກີດ....ມີການປ່ຽນແປງ ໃນສະຖານະການ.”
ອີງຕາມ ການແປສຽງຄຳເວົ້າ ໂດຍ ທ່ານນາງ Rita Katz ຢູ່ທີ່ ກຸ່ມສືບລັບ SITE.

ທ້າວ Muhajir ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມີການໂຈມຕີຮອບໃໝ່ຕໍ່ສະຫະລັດ ຣັດເຊຍ ຢູໂຣບ ແລະ ອີຣ່ານ ຢູ່ໃນຄຳຖະແຫລງ ທີ່ມີຫົວຂໍ້ວ່າ “ສຳລັບເຈົ້າ ຈະຈື່ ຈຳອັນທີ່ຂ້ອຍບອກເຈົ້າ.” ແຕ່ລາວຈົ່ງໄວ້ ຄວາມຄຽດແຄ້ນຕໍ່ເທີກີ.

ລາວບອກພວກສະໜັບສະໜູນກຸ່ມລັດອິສລາມ ໃຫ້ໂຈມຕີ “ສະຖານທີ່ຂອງກຸ່ມ ທີ່ ກ່ຽວກັບທາງໂລກ ນອກສາສະໜາ ຂອງລັດຖະບານເທີກີ ໃນທຸກໆ ຄວາມປອດໄພ ດ້ານການທະຫານ ເສດຖະກິດ ແລະ ສື່ມວນຊົນ ແມ່ນກະທັງ ທຸກໆສະຖານທູດ
ແລະ ກົງສຸນ ທີ່ເປັນຕົວແທນຂອງມັນ ໃນທຸກໆປະເທດທົ່ວໂລກ.”

ຄຳຊັກຊວນດັ່ງກ່າວ ປະກົດວ່າ ຈະສານຕໍ່ການແນະນຳໂດຍ ຜູ້ນຳລັດອິສລາມ Abu Bakr al-Baghdadi ໃນບັນທຶກສຽງ ທີ່ໄດ້ເປີດເຜີຍ ໃນຕົ້ນເດືອນ ພະຈິກຜ່ານມາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG