ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມລັດອິສລາມ ອ້າງເອົາ ຄວາມຮັບຜິດຊອບ ຕໍ່ການໂຈມຕີ ສະຫຼະຊີບ ຢູ່ລີເບຍ


ຊາຍຄົນນຶ່ງຢືນ ຢູ່ຕໍ່ໜ້າສໍານັກງານໃຫຍ່ ຂອງບໍລິສັດ
ນໍ້າມັນລັດຂອງລີເບຍ ໃນນະຄອນຫລວງທຣິໂປລີ ພາຍຫລັງ ມີການໂຈມຕີ ຂອງມືປືນ ໃນວັນທີ 10 ກັນຍາ, 2018.
ຊາຍຄົນນຶ່ງຢືນ ຢູ່ຕໍ່ໜ້າສໍານັກງານໃຫຍ່ ຂອງບໍລິສັດ ນໍ້າມັນລັດຂອງລີເບຍ ໃນນະຄອນຫລວງທຣິໂປລີ ພາຍຫລັງ ມີການໂຈມຕີ ຂອງມືປືນ ໃນວັນທີ 10 ກັນຍາ, 2018.

ກຸ່ມລັດອິສລາມ ຫລື IS ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີສະຫລະຊີບ ໃນ
ວັນຈັນທີ່ຜ່ານມາ ຕໍ່ສໍານັກງານໃຫຍ່ຕ່າງໆ ໃນນະຄອນຫລວງທຣິໂປລີຂອງບໍລິສັດ
ນໍ້າມັນລັດຂອງລີເບຍ, ອີງຕາມກຸ່ມໄຊທ໌ (SITE) ຊຶ່ງເປັນກຸ່ມສືບລັບ ທີ່ຕັ້ງຢູ່ໃນສະ
ຫະລັດ ຕິດຕາມເບິ່ງພວກຫົວແຮງຈັດ.

ພະນັກງານສອງຄົນເສຍຊີວິດ ແລະ 10 ຄົນໄດ້ຮັບບາດເຈັບ. ຄົນທໍາການໂຈມຕີ 3
ຄົນກໍໄດ້ຖືກຂ້າຕາຍເຊັ່ນກັນ.

ຢູ່ໃນຖະແຫລງການສະບັບນຶ່ງຈາກອົງການຂ່າວ ອາແມັກ (Amaq) ຊຶ່ງເປັນອົງການ
ຂ່າວ ຂອງກຸ່ມ IS ເວົ້າວ່າ ກຸ່ມດັ່ງກ່າວ ໄດ້ແນເປົ້າໝາຍໃສ່ທໍາລາຍ "ຜົນປະໂຫຍດ
ຂອງ ລັດຖະບານປະເທດທີ່ສະໜັບສະໜຸນການທໍາສົງຄາມທາງສາດສະໜາຂອງ
ລີເບຍ ທີ່ເປັນປະເທດຜະເດັດການນັ້ນ."

ຫ້ອງການຂອງອົງການສະຫະປະຊາຊາດ ໄດ້ປະນາມສິ່ງທີ່ອົງການດັ່ງກ່າວເອີ້ນວ່າ
"ການໂຈມຕີແບບຂີ້ຂາດຕາຂາວນັ້ນ."

ລີເບຍໄດ້ກາຍເປັນປະເທດທີ່ມີຄວາມວຸ້ນວາຍທາງການເມືອງ ແລະສັງຄົມຢ່າງເນື່ອງ
ນິດລຽນຕິດກັນມາ ນັບຕັ້ງແຕ່ຈອມຜະເດັດການ ມວມມາ ກາດາຟີ ທີ່ປົກຄອງປະ
ເທດເປັນເວລາດົນນານ ໄດ້ຖືກໂຄ່ນລົ້ມ ແລະຂ້າຕາຍໃນປີ 2011 ເປັນຕົ້ນມາ.

ລັດຖະບານທີ່ເປັນປໍລະປັກໄດ້ແຂ່ງຂັນຍາດເອົາອໍານາດຈາກຄະນະລັດຖະບານທີ່
ຖືກແຕ່ງຕັ້ງຂຶ້ນໂດຍອົງການສະຫະປະຊາຊາດ ໃນນະຄອນທຣີໂປລີ ທີ່ມີຄວາມ
ຫຍຸ້ງຍາກ ໃນການໃຊ້ສິດອໍານາດຂອງຕົນ ຢູ່ທົ່ວປະເທດນັ້ນ.

ພວກຫົວຮຸນແຮງຈັດ ຊຶ່ງລວມທັງກຸ່ມລັດອິສລາມ ມີອັນທີ່ເອີ້ນກັນວ່າ "ໜ່ວຍພື້ນ
ຖານທີ່ຍັງບໍ່ສະແດງຕົວ" ຈໍານວນນຶ່ງ ຢູ່ໃນລີເບຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG