ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍານາງຖາວອນ ຊນະຂຸນເພັດ ນັກກິລາຕີກັອຟ ແລະຊ່າງ ແຕ່ງໜ້າ ທີ່ນະຄອນ ມົງເຣອານ ປະເທດການາດາ


ຍານາງຖາວອນ ຊນະຂຸນເພັດ ຮອງປະທານສະໂມສອນກັອຟ
ລາວ ທີ່ນະຄອນມົງເຣອາລ ປະເທດການາດາ.
ຍານາງຖາວອນ ຊນະຂຸນເພັດ ຮອງປະທານສະໂມສອນກັອຟ ລາວ ທີ່ນະຄອນມົງເຣອາລ ປະເທດການາດາ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍ​ການ​ຊີວິດ​ຊາວ​ລາວ​ປະຈຳ​ແລງ​ວັນ​ພະຫັດ​ມື້ນີ້ ​ເຮົາ​ຈະ​ນຳ
​ເອົາ​ການ​ສຳພາດ​ກັບ ຍານາງ​ຖາວອນ ຊນະ​ຂຸນ​ເພັດ ຮອງ​ປະທານ​ສະ​ໂມ​ສອນ​ກັອ​ຟ
ລາວປະ​ຈຳ​ນະ​ຄອນ​ມົງ​ເຣອາລ ​ແລະຍັງ​ເປັນ​ນັກ​ສິນລະປິນ​ຕົກ​ແຕ່ງ​ໃຫ້​ແກ່​ດາຣາສະ​
ແດງ ນັກ​ຂ່າວ​ໂທລະພາບ​ຢູ່​ໃນ​ນະຄອນ​ມົງ​ເຣອາມາສະ​ເໜີ​ທ່ານ​. ຍານາງ​ຖາວອນ ​ແມ່ນ​
ສະຕີກາ​ນາ​ດາ​ເຊື້ອສາຍ​ລາວ ທີ່​ໜ້າ​ສົນໃຈ​ຄົນນຶ່ງ ທີ່​ໄດ້​ວາງ​ບົດບາດ​ ໃນ​ການ​ນຳພາສັງ
ຄົມດ້ານ​ກິລາ​ເຕະບານ ​ແລະ​ຕີ​ກັອຟ ຢູ່​ໃນ​ນະຄອນ​ມົງ​ເຣອາລ ປະ​ເທດ​ກາ​ນາ​ດາ. ຄວາມ
​ເປັນ​ມາ​ຂອງ​ຍານາງ​ຖາວອນ​ເປັນຢ່າງ​ໃດ​ນັ້ນ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານໃນ​ອັນ
​ດັບ​ຕໍ່​ໄປ.

ສ່ວນນຶ່ງຂອງສະມາຊິກສະໂມສອນກັອຟລາວ ປະຈຳນະຄອນມົງເຣອາລ ປະເທດການາດາ.
ສ່ວນນຶ່ງຂອງສະມາຊິກສະໂມສອນກັອຟລາວ ປະຈຳນະຄອນມົງເຣອາລ ປະເທດການາດາ.

ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ມື້​ນີ້​ຂ້າພະ​ເຈົ້າຈະ​ຂໍ​ແນະນຳ​ໃຫ້ທ່ານ​ຮູ້ຈັກ​ກັບ​ ຍານາງ
ຖາວອນ ຊນະ​ຂຸນ​ເພັດ ທີ່​ນະຄອນ​ມົງ​ເຣອາລ ປະ​ເທດ​ກາ​ນາ​ດາ. ຍານາງ​ຖາວອນ ​
ແມ່ນ​ສະຕີ​ກາ​ນາ​ດາ​ເຊື້ອສາຍ​ລາວ ທີ່ຫ້າວ​ຫັນ​ທາງ​ດ້ານ​ການ​ປະກອບ​ວິຊາ​ອາຊີບ ​ແລະ​
ມັກ​ຫລິ້ນ​ກິລາ​ມາ​ແຕ່​ນ້ອຍ ມັກ​ເຕະບານ ​ຕີແທັນ​ນິສ ແລະໂວ​ໄລ​ບານ ຫຼືບານສົ່ງ​. ​ເພາະ
ສະ​ນັ້ນ ຍານາງຖາວອນ​ຈຶ່ງໄດ້​ພົວພັນ​ກັບ​ວົງ​ການ​ກິລານີ້​ມາ​ຕະຫລອດ ​ແລະ​ກໍ​ແມ່ນ​ຜູ້
​ນຶ່ງ​ທີ່​ໄດ້​ກໍ່​ຕັ້ງ​ສະມາຄົມ​ເຕະບານ​ລາວ ປະຈຳ​ເຂດນະຄອນ​ມົງ​ເຣອາລ. ນອກຈາກ​ອາ
ສາ​ສະໝັກຮັບ​ໃຊ້​ສັງຄົມ​ດ້ານ​ກິລາ​ແລ້ວ ຍານາງຖາ​ວອນ​ຍັງ​ປະກອບ​ວິຊາ​ອາຊີບ​ເປັນ​
ນັກຕົກ​ແຕ່ງ​ໜ້າ​ໃຫ້​ແກ່​ພວກ​ນັກ​ຂ່າວ ແລະ​ສິນລະປິນ ​ກ່ອນ​ຈະ​ອອກ​ໂທລະພາບ. ​ບັດຈຸ
​ບັນ​ນີ້ ​ຍານາງຖາວອນອາສາ​ສະ​ໝັກເປັນ​ຮອງ​ປະ​ທານ​ສະ​ໂມ​ສອນຕີກັອຟລາວ​ ໃນ​ນະ
ຄອນມົງ​ເຣອາລ ແລະຫວ່າງ​ບໍ່​ເທົ່າ​ໃດ​ອາທິດ​ທີ່ຜ່ານ​ມາ​ນີ້​ ໄດ້ມີ​ການ​ແຂ່ງຂັນຕີກັອຟ​.
ປະຈຳປີ ຊຶ່ງຍານາງຖາ​ວອນ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງກ່ຽວກັບຊີວິດ​ຄວາມມັກ​ຮັກ​ກິລາດັ່ງ​ນີ້.

ບັນດາສະມາຊິກສະໂມສອນກັອຟລາວ ປະຈຳນະຄອນມົງເຣອາລ ປະເທດການາດາ.
ບັນດາສະມາຊິກສະໂມສອນກັອຟລາວ ປະຈຳນະຄອນມົງເຣອາລ ປະເທດການາດາ.

ກິລາ​ຕີ​ກັອຟ​ ໄດ້ກາຍ​ມາ​ເປັນ​ກິລາທີ່​ຊາວ​ລາວຢູ່​ນອກ​ປະ​ເທດ ກຳລັງພາກັນ​ນິຍົມ​ຫລິ້ນ
ເປັນ​ພິ​ເສດ. ກິລາ​ຕີ​ກັ​ອຟ​ສະ​ແດງໃຫ້​ເຫັນ​ ເຖິງການ​ຕັ້ງ​ສະມາທິຂອງ​ສ່ວນ​ບຸກຄົນ ແລະ
​ທີມ​ງານ ​ແລະຕ້ອງ​ມີ​ການ​ໃຊ້​ຈ່າຍ​ເງິນ​ພໍ​ສົມ ຄວນ. ຍານາງຖາວອນໄດ້​ກ່າວ​ເຖິ​ງການ
ພົວພັນ​ຂອງ​ສະມາຊິກ​ສັງຄົມ​ລາວ ​ແລະ​ທີ່​ໄດ້​ເຂົ້າ​ມາ​ຮ່ວມດັ່ງ​ນີ້.

ຍານາງຖາວອນ ຊນະຂຸນເພັດ ສະຕີການາດາເຊື້ອສາຍລາວ ທີມັກຮັກກິລາ.
ຍານາງຖາວອນ ຊນະຂຸນເພັດ ສະຕີການາດາເຊື້ອສາຍລາວ ທີມັກຮັກກິລາ.

ຍານາງ​ຖາ​ວອນ ​ໄດ້​ກ່າວ​ເຖິງ​ຜູ້​ເຂົ້າ​ຮ່ວ​ມ ​ແລະ​ຜົນ​ຂອງການ​ແຂ່ງ​ຂັນຕີ​ກັອຟຫວ່າງ
ສ​ອງອາທິດ​ທີ່​ຜ່ານ​ມາວ່າ:

ສະໂມສອນກັອຟລາວ ທີ່ນະຄອນມົງເຣອາລ ປະເທດການາດາ.
ສະໂມສອນກັອຟລາວ ທີ່ນະຄອນມົງເຣອາລ ປະເທດການາດາ.

ຍານາງ​ຖາວອນ ​ນອກຈາກຈະ​ໄດ້ພົວພັນ​ອາສາ​ສະໝັກຢູ່​ໃນ​ວົງ​ການກິລາ​ເຕະບານ ​
ແລະ​ຕີ​ກັອຟ​ແລ້ວ ຖາ​ວອນຍັງ​ເປັນ​ ຜູ້ທີ່ມີສິນລະປະໃນດ້ານເສີມສວຍໃຫ້​ແກ່ບັນດາ​ນັກ
ສະ​ແດງ ​ແລະຜູ້​ມາ​ອອກໂທລະ​ພາບນຳອີກດ້ວຍ . ​ຍານາງ​ຖາວອນ​ສຳ​ເລັດການ
​ສຶກສາ​ດ້ານ​ເສີມ​ສວຍ ​ເຄີຍ​ເປີດ​ຮ້ານ​ເສີມ​ສວຍເປັນ​ຂອງ ຕົນ​ເອງຫວ່າງບໍ່​ເທົ່າໃດ​ປີ​ທີ່​
ຜ່ານ​ມານີ້ ​ແລະໄດ້​ປິດ​ລົງ ​ເພື່ອ​ໃຫ້​ເວລາ​ເນັ້ນ​ໜັກ​ເບິ່ງ​ແຍງ​ລູກດ້ານ​ການ​ສຶກສາ.ປັດຈຸ
ບັນນີ້ ຍານາງ​ຖານ​ວອນ ຍັງ​ໃຊ້​ເວລາ​ສິດສອນ​ການ​ເສີມສວຍ ​ແລະ​ເປັນ​ຜູ້​ຕົກ​ແຕ່ງ​ໃຫ້
​ແກ່ນັກສະແດງ ​ດາຣາ​ໂທລະພາບ ​ແລະ​ນັກ​ຂ່າວ ​ຊຶ່ງ​ຄວາ​ມຮັບຜິດຊອບ​ດັ່ງ​ກ່າວນີ້ ມີ​ແຕ່
ຢູ່​ໃນລະດູໃບ​ໄມ້​ຫລົ່ນ ຊຶ່ງ ຍານາງ​ຖາວອນ​ໄດ້​ສະຫລຸບ​ມ້ວນທ້າຍ​ກ່ຽວ​ກັບເລື້ອງ​ນີ້ວ່າ:

ຍານາງຖາວອນ ຊນະຂຸນເພັດ ຮອງປະທານສະໂມສອນກັອຟລາວ ປະຈຳນະຄອນມົງເຣອາລ ປະເທດການາດາ.
ຍານາງຖາວອນ ຊນະຂຸນເພັດ ຮອງປະທານສະໂມສອນກັອຟລາວ ປະຈຳນະຄອນມົງເຣອາລ ປະເທດການາດາ.

ຍານາງ​ຖາວອນ​ເກີດຢູ່່ອະດີດບ້ານ​ສະລາແດງ ໃນ​ນະຄອນຫຼວງ​ວຽງ​ຈັນ ​ໄດ້ເດີນ
ທາງ​ເຂົ້າມາ​ຕັ້ງ​ຖິ່ນຖານ​ກັບ​ຄອບຄົວ​ຢູ່​ໃນ​ປະ​ເທດ​ກາ​ນາ​ດາ​ໃນ​ປີ 1981 ​ເວລາ​ນັ້ນ
​ອາຍຸ ໄດ້ ​11 ປີ. ຍານາງ​ຖາ​ວອນເປັນ​ສະຕີກາ​ນາ​ດາ​ເຊື້ອສາຍ​ລາວ ທີ່​ມັກຫລິ້ນ​ກິລາ
​ຊຶ່ງ​ເປັນການຫາ​ໄດ້ຍ​າກທີ່ຈະໄດ້ຜູ້ພົວພັນນຳພາ ຢູ່​ໃນ​ວົງ​ການ​ກິ​ລາ. ວີ​ໂອ​ເອ ຈຶ່ງຂໍ​ສັນ
​ລະ​ເສີນນໍ້າ​ໃຈການວາງ​ບົດບາດອາສາ​ສະໝັກ ແລະການ​ເບີກທາງ​ໄວ້ໃຫ້​ແມ່ຍິງ​ເຊື້ອ
​ສາຍລາວຢູ່​ໃນ​ຕ່າງ​ແດນ​.

XS
SM
MD
LG