ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ຄົນຮ້າຍສົ່ງລະເບີດຫໍ່ໂຈມຕີ ທີ່ກຸງຈາກາຕາ


ຕໍາຫລວດເກັບກູ້ລະເບີດ ກວດກາເບິ່ງບ່ອນລະເບີດທີ່ແຕກ ຂຶ້ນຈາກຫໍ່ປຶ້ມ ໃນຫ້ອງການຂອງກຸ່ມມຸສລິມ ນິຍົມແນວທາງພໍປານ ກາງທີ່ກຸງ Jakarta, ວັນທີ 15 ມີນາ 2011

ຕໍາຫລວດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ​ເຂົາ​ເຈົ້າ​ສົງ​ໄສ​ວ່າ ມີຄົນຜູ້​ດຽວ​ຫລື​ອົງການ​ດຽວ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ສົ່ງ​ລະ​ເບີດ 3 ລູກໂດຍປອມ​ແປງ​ເປັນ​ຫໍ່​ເຄື່ອງ​ທໍາ​ມະ​ດາ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໄປ​ຍັງ​ເຂດ​ຕ່າງໆ​ໃນ​ນະຄອນ​ຫລວງ​ກຸງ​ຈາ​ກາ​ຕາ.

ທາງ​ການ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ຫໍ່​ລະ​ເບີດ​ຫໍ່​ນຶ່ງ​ທີ່ໄດ້ສົ່ງ​ໄປ​ໃຫ້​ນັກ​ຊ່ຽວຊານ​ມຸສລິ​ມຫົວ​ເສລີ​ທ່ານ​ນຶ່ງ ​ໄດ້​ລະ​ເບີດ​ຂຶ້ນ​ເວລາ​ເຈົ້າ​ໜ້າ​ທີ່​ຕໍາຫລວດພະຍາຍາມ​ປົດ​ກະນວນ​ລະ​ເບີດ
ຊຶ່ງ​ໄດ້​ເຮັດ​ໃຫ້​ມື​ຂອງ​ເຈົ້າ​ໜ້າທີ່ຕໍາຫລວດ​ຄົນ​ນີ້​ຂາດ​
ໄປ​ເບື້ອງນຶ່ງ​ແລະ​ເຮັດ​ໃຫ້ຕື່ມ​ອີກ 3 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕໍາຫລວດ​ກ່າວ​ວ່າ ຫໍ່​ຂອງ​ທີ່​ວ່າ​ນີ້​ແມ່ນ​ສົ່ງ​ໄປໃຫ້​ທ່ານ Ulil
Abshar Abdalla ​ເຄືອ​ຂ່າຍ​ມຸສລິ​ມ​ເສລີ. ທ່ານ Abdella
ເປັນ​ນັກ​ຊ່ຽວຊານທີ່​ໄດ້​ຮັບ​ການ​ສຶກສາ​ຈາກ​ສະຫະລັດ​ອາ
ເມ​ລິ​ກາ ​ແລະ​ຜູ້​ຄົນຮູ້​ຈັກ​ທ່ານ​ດີທີ່ຮຽກຮ້ອງ​ໃຫ້​ມີ​ການ​ອະນຸ
ໂລມຜ່ອນຜັນທາງ​ດ້ານ​ສາສະໜາ​ນັ້ນ.

ແຕ່​ຫໍ່​ເຄື່ອງ​ອີກ 2 ຫໍ່​ນັ້ນ​ບໍ່​ໄດ້​ລະ​ເບີດ​ຂຶ້ນ ຮວມທັງ​ຫໍ່​ນຶ່ງ​ທີ່​ຕໍາຫລວດກ່າວ​ວ່າ ສົ່ງ​ໄປ​ຫາ​
ອົງການ​ປາບ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ນັ້ນ.ອິນໂດ​ເນ​ເຊຍ​ເປັນ​ປະ​ເທດ​ທີ່​ນັບຖືສາສະໜາອິສ
ລາມທີ່ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແລະ​ມີ​ຊື່​ສຽງ​ທີ່​ວ່າ​ມີ​ການ​ອະນຸໂລມຜ່ອນຜັນ​ທາງ​ດ້ານ​ສາສະ
ໜາ​ນັ້ນ. ​ແຕ່​ພວກ​ກຸ່ມ​ນິຍົມ​ສາສະໜາ​ຫົວ​ແຂງ​ກະດ້າງ​ນ້ອຍໆໄດ້​ທໍາ​ການ​ໂຈມ​ຕີ​ຢ່າງ​ແຂງ​
ຂັນ​ເພີ່ມ​ຂຶ້ນ​ເລື້ອຍໆ​ຕໍ່​ທັງ​ພວກ​ນັບຖືສາສະໜາ​ຄຣິດ ແລະພວກ​ມຸສລິ​ມຊົນ​ກຸ່ມນ້ອຍ​ຕ່າງໆ​ນັ້ນ.

XS
SM
MD
LG