ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາຍການວິທະຍຸ Sesame ຂອງ ສຫລ ປູກຝັງນິໄສຮັກການຮຽນ ແກ່ເດັກນ້ອຍໃນອິນເດຍ (ວິດີໂອ ລາວ/ອັງກິດ)


ລາຍການໂທລະທັດ Sesame Street ປູກຝັງຄ່ານິຍົມ ໃນການຮຽນແກ່ເດັກນ້ອຍໃນເຂດເອເຊຍໃຕ້
ລາຍການໂທລະທັດ Sesame Street ປູກຝັງຄ່ານິຍົມ ໃນການຮຽນແກ່ເດັກນ້ອຍໃນເຂດເອເຊຍໃຕ້
ລິງໂດຍກົງ
ອົງການ Sesame Workshop ຊຶ່ງເປັນອົງການບໍ່ມີຜົນກໍາໄລ
ສ້າງໂຄງການສຶກສາຂຶ້ນສໍາລັບເດັກນອຍຢູ່ທົ່ວໂລກ. ສ່ວນ
ຫລາຍແມ່ນການສຶກສາຜ່ານໂທລະພາບ. ແຕ່ວ່າຢູ່ອິນເດຍ ກຸ່ມດັ່ງກ່າວໃຊ້ໂທລະສັບມືຖື ແລະວິທະຍຸທີ່ມີ ຢູ່ໃນປະຊາຄົມ ເພື່ອຖ່າຍທອດໄປເຖິງເດັກນ້ອຍຫລາຍລ້ານຄົນ. ຜູ້ສື່ຂ່າວ VOA
Aru Pande ມີລາຍລະອຽດກ່ຽວກັບວ່າໂຄງການລິເລີ້ມດັ່ງກ່າວ
ນີ້ ປ່ຽນຊີວິດການເປັນຢູ່ຂອງຄົນຢູ່ໃນລັດ Haryana ຂອງອິນເດຍ
ຄື ແນວໃດ. ບົວສະຫວັນ ມີລາຍລະອຽດເລື້ອງນີ້ມາສະເໜີທ່ານ:

ລິງໂດຍກົງ

ເບິ່ງວີດິໂອພາສາລາວ ກ່ຽວກັບລາຍງານນີ້:



ໃນແຕ່ລະເຊົ້າ ນັກຮຽນຢູ່ໃນໂຮງຮຽນແຫ່ງນີ້ ຢູ່ໃນບ້ານ Mewat ແມ່ນຈະຢຸດເຊົາສິ່ງ​ທີ່
ເຂົາ​ເຈົ້າ​ເຮັດ​ຢູ່ ແລ້ວຫັນມາຟັງວິທະຍຸເປັນເວລາເຄິ່ງຊົ່ວໂມງ.

ລິງໂດຍກົງ

ເຂົາ​ເຈົ້າ​ພາກັນ​ຟັງ ລາຍການວິທະຍຸ Galli Galli Sim Sim ທີ່​ດັດ​ແປງ​ມາ​ຈາກລາຍການ
ສຶກສາ Sesame Street ຂອງ​ເດັກນ້ອຍ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ສູງຢູ່​ໃນສະຫະລັດ ແລະ
ນາງ Rekha ອາຍຸ 11 ປີ ກໍກໍາລັງຟັງບົດຮຽນປະຈໍາມື້ ດ້ວຍຄວາມຕັ້ງໃຈ.

“ຂ້ອຍໄດ້ຮຽນຮູ້ພື້ນຖານເລກ, ການຄູນ, ການສົມ, ການລົບ ແລະຫານເລກ.”

ດ້ວຍການຊ່ວຍເຫລືອຂອງສະຖານີວິທະຍຸຊຸມ​ຊົນ 10 ແຫ່ງ ລາຍການ Galli Galli Sim Sim
ໄດ້ເຂົ້າເຖິງນັກຮຽນ 1 ລ້ານ 4 ແສນຄົນ ຢູ່ທົ່ວພາກເໜືອ ແລະພາກກາງຂອງອິນເດຍ ລວມ
ທັງນັກຮຽນຢູ່ທີ່ນີ້ ໃນໂຮງຮຽນນ້ອຍໆ ຂອງບ້ານແຫ່ງນີ້ ຢູ່ໃນລັດ Haryana.

ຢູ່ຫ່າງຈາກໂຮງຮຽນໄປ ສອງສາມກິໂລແມັດ ຜູ້ປະສານງານໂຄງການວິທະຍຸ ທ່ານ Sohrab Khan ກໍາລັງຮັບໂທລະສັບຈາກຜູ້ຟັງລາຍການ Galli Galli Sim Sim. ເດັກນ້ອຍ
ໃສ່ຊື່ຕົວລະຄອນທີ່ພວກເຂົາມັກ ໃນຂະນະທີ່ພໍ່ແມ່ເວົ້າສູ່ກັນຟັງວ່າ ລູກຂອງເຂົາເຈົ້າກິນ
ອາຫານທີ່ມີ​ໂພຊະ​ນາ​ການດີຂຶ້ນ ແລະປະຕິ ບັດຫລັກ​ອະນາໄມດີ​ຂຶ້ນນັບແຕ່ໄດ້ຟັງລາຍ
ການນີ້.

ສະຖາບັນຄົ້ນຄວ້າແລະພັດທະນາຊົນນະບົດ ຊຶ່ງເປັນອົງການບໍ່ຫວັງຜົນກໍາໄລ ຫາກໍ່ເລີ້ມ
ເປີດໃຊ້ສະຖານີວິທະຍຸຊຸມຊົນ Alfaz e-Mewat ໃນປີກາຍນີ້ ແລະ ມັນເປັນສະຖານີທໍາ
ອິດຢູ່ໃນເຂດນັ້ນ ທີ່ມີການກະຈາຍສຽງລາຍການເດັກນ້ອຍ. ທ່ານ Sohrab Khan ເວົ້າວ່າ:

ກ່ອນ​ໜ້ານີ້ ເດັກນ້ອຍຢູ່ໃນບ້ານ Mewat ບໍ່ມີຊ່ອງທາງເຂົ້າເຖິງຂໍ້ມູນສໍາຄັນ ທີ່
ລາຍການ Galli Galli Sim Sim ມີໄວ້ສະໜອງໃຫ້ພວກເຂົາ. ຢູ່ໃນບ້ານ
Mewat ນີ້ ເດັກນ້ອຍ
​ເກືອບ​ວ່າບໍ່​ມີ​ໂອກາດ​ໄດ້​ເບິ່ງໂທລະພາບເລີຍ. ຖ້າເຮົາ
ເຂົ້າໄປໃນ
ພວກໝູ່ບ້ານຕ່າງໆ ເຮົາຈະບໍ່ເຫັນໂທລະພາບພໍໜ່ວຍເລີຍຢູ່ເຮືອນ
ຂອງປະຊາຊົນ.”


ທ່ານນາງ Sashwati Banerjee ຜູ້ອໍານວຍການຝ່າຍບໍລິຫານ ຂອງອົງການ Sesame
Workshop ຢູ່ໃນອິນເດຍ ​ເປັນ​ຜູ້​ຄົ້ນຄິດໂຄງການສິດສອນ​ທາງວິທະຍຸ ຜ່ານໂທລະສັບນີ້
ຂຶ້ນມາ ເພື່ອເຂົ້າຫາເດັກນ້ອຍ ທີ່ມີທາງ​ເຂົ້າ​ເຖິງເທັກໂນໂລຈີໜ້ອຍ​ຫລາຍ.

ຄອບຄົວທັງຫລາຍສາມາດທີ່ຈະໃຊ້ວິທະຍຸ ຫລືໂທລະສັບມືຖືເພື່ອຟັງລາຍການ ສົ່ງເສີມ
ການຂຽນອ່ານ ແລະຮຽນໜັງສື ແລະຄວາມສໍາຄັນໃນການສົ່ງລູກໄປໂຮງຮຽນ. ລາຍການ
ດັ່ງກ່າວແມ່ນສໍາຄັນທີ່​ສຸດ ຢູ່​ໃນ​ປະ​ເທດ​ ບ່ອນທີ່ອັດຕາເດັກນ້ອຍ ອອກໂຮງຮຽນກ່ອນຈົບ
ຫ້ອງ ປ 5 ເພີ້ມຂຶ້ນເປັນ 15 ເປີເຊັນ ເພາະພໍ່ແມ່ຫລາຍຄົນເວົ້າວ່າ ພວກເຂົາເຈົ້າຕ້ອງການ
ລູກຂອງພວກເຂົາເຈົ້າ ມາເຮັດວຽກແລະຫາ ເງິນຊ່ວຍຄອບຄົວ.

ທ່ານນາງ Banerjee ເວົ້າວ່າ ທັງໝົດປະຊາຄົມກໍາລັງເຫັນວ່າ ສັງຄົມມີການປ່ຽນແປງ ຫລັງ
ຈາກໄດ້ຟັງລາຍການ Galli Galli Sim Sim. ທ່ານນາງ Banerjee ເວົ້າວ່າ:

“ພວກເດັກຍິງ​ບໍ່ເຄີຍໄດ້ເຂົ້າໂຮງຮຽນຈັກເທື່ອ ເພາະວ່າໜ້າທີ່ຂອງເດັກຍິງແມ່ນ
ລ້ຽງງົວ. ລຸນຫລັງທີ່ລາຍການດັ່ງກ່າວອອກອາກາດ
ປະຊາຄົມໄດ້ມາເຕົ້າໂຮມ
ກັນ ແລະເຮັດ​ແບບ
ລ້ຽງງົວເຂົ້າກັນ ຊຶ່ງພວກເຂົາເຈົ້າແຕ່ງຕັ້ງໃຫ້ຜູ້ໃດຜູ້ນຶ່ງ ເບິ່ງ
ງົວໃຫ້ທຸກຄົນ ເພື່ອວ່າພວກເດັກນ້ອຍຜູ້ຍິງ
ຈະາມາດໄປໂຮງຮຽນໄດ້.”

ທ້າວ Sahill ນັກຮຽນ ອາຍຸ ສິບປີ ​ໄດ້ເອົາການຮຽນເປັນຊີວິດຈິດໃຈ. ລາວເວົ້າວ່າ ໜ້ອຍ
ໜັກໜ້ອຍໜາທີ່ລາວຈະຂາດໂຮງຮຽນ ແລະລາວກໍຊຸກຍູ້ໃຫ້ ເອື້ອຍອ້າຍນ້ອງຂອງລາວ
ເຮັດເຊັ່ນກັນ. ທ້າວ Sahil ເວົ້າວ່າ:

“ຂ້ອຍໄດ້ຮຽນຮູ້ເຖິງຄວາມສໍາຄັນຂອງການສຶກສາຮໍ່າຮຽນ, ຂອງການເຮັດດີຕໍ່
ອ້າຍເອື້ອຍ ແລະນ້ອງຂອງຂ້ອຍ, ສອນໜັງສືໃຫ້ເຂົາເຈົ້າ ແລະຊຸກຍູ້ເຂົາເຈົ້າ

ໃຫ້ໄປໂຮງຮຽນ.”

ໂຄງການ Seame Workshop ຢູ່ອິນເດຍ ເວົ້າວ່າ ຕົນຫວັງວ່າຈະຂະຫຍາຍລາຍການ
ດັ່ງກ່າວ ໄປຍັງເຂດອື່ນຂອງປະເທດນໍາ.
XS
SM
MD
LG