ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຍຸ ເຮີຣິເຄນ ຟລໍເຣັນສ໌ ທີ່ອັນຕະລາຍ ເຄື່ອນເຂົ້າໃກ້ ຊາຍຝັ່ງຕາເວັນອອກ ຂອງ ສຫລ


ຈາກຊ້າຍ, ທ້າວ ຈອສ ແຄລັບຊີ, ທ້າວ ເບລກ ໄພຣສ໌ ແລະ ທ້າວ ເຈບີ ຟິລລິບສ໌ ເຄື່ອນຍ້າຍກະດານ ຈາກບໍລິເວນທ່າເຮືອ ດ້ວຍຄວາມຫວັງວ່າ ຈະປົກປ້ອງມັນ ຈາກນໍ້າທີ່ສູງຂຶ້ນໃນເມືອງ ສວອນສໂບໂຣ, ລັດຄາໂຣໄລນາເໜືອ. 11 ກັນຍາ, 2018.
ຈາກຊ້າຍ, ທ້າວ ຈອສ ແຄລັບຊີ, ທ້າວ ເບລກ ໄພຣສ໌ ແລະ ທ້າວ ເຈບີ ຟິລລິບສ໌ ເຄື່ອນຍ້າຍກະດານ ຈາກບໍລິເວນທ່າເຮືອ ດ້ວຍຄວາມຫວັງວ່າ ຈະປົກປ້ອງມັນ ຈາກນໍ້າທີ່ສູງຂຶ້ນໃນເມືອງ ສວອນສໂບໂຣ, ລັດຄາໂຣໄລນາເໜືອ. 11 ກັນຍາ, 2018.

ບັນດາເຈົ້າໜ້າທີ່ຮັບມືກັບເຫດສຸກເສີນໃນລັດ ຄາໂຣໄລນາເໜືອ ຂອງ ສະຫະລັດ ໄດ້
ເຕືອນປະຊາຊົນໃຫ້ຢຸດການຫ້າງຫາກະກຽມສຳລັບພາຍຸເຮີຣິເຄນ ຟລໍເຣັນສ໌ ໃນວັນ
ພຸດມື້ນີ້ ກ່ອນທີ່ພາຍຸດັ່ງກ່າວ ຈະເຄື່ອນມາຮອດພື້ນທີ່ ພ້ອມກັບຝົນ, ນໍ້າທະເລຂຶ້ນ ແລະ
ລົມທີ່ເປັນໄພຕໍ່ຊີວິດ.

ເຮີຣິເຄນ ຟລໍເຣັນສ໌ ໄດ້ເປັນລົມພາຍຸ ລະດັບສີ່ ທີ່ອັນຕະລາຍມາໄດ້ຫຼາຍວັນແລ້ວ
ພ້ອມກັບລົມທີ່ມີຄວາມແຮງເຖິງ 220 ກິໂລແມັດຕໍ່ຊົ່ວ ໂມງ ໃນລະຫວ່າງການເຄື່ອນ
ຕົວຫາຊາຍຝັ່ງກໍ້າຕາເວັນອອກຂອງ ສະຫະລັດ.

ບັນດານັກພະຍາກອນອາກາດບໍ່ຄາດວ່າ ຄວາມແຮງຂອງພາຍຸຫົວນີ້ຈະປ່ຽນແປງຫຍັງ
ຫຼາຍ ກ່ອນທີ່ມັນຈະເຄື່ອນຂຶ້ນຝັ່ງ ໃນຕອນແລງຂອງວັນພະຫັດມື້ອື່ນ ຫຼືຕອນເຊົ້າຂອງ
ວັນສຸກ ໃກ້ກັບເຂດຊາຍແດນລັດ ຄາໂຣໄລນາເໜືອ ກັບ ຄາໂຣໄລນາໃຕ້.

ນອກນັ້ນ ຍັງມີຄວາມເປັນຫ່ວງຢ່າງນຶ່ງໂດຍສະເພາະ ກ່ຽວກັບ ຄວາມ ຍືດເຍື້ອຂອງ
ພາຍຸດັ່ງກ່າວ ເມື່ອມັນຫຍັບເຂົ້າໃກ້ຊາຍຝັ່ງ ແລະ ເຄື່ອນຂຶ້ນຝັ່ງ, ໂດຍມັນຈະເຮັດໃຫ້
ເກີດຝົນຕົກໜັກໃນຫຼາຍພາກສ່ວນຂອງລັດ ຄາໂຣໄລນາເໜືອ, ຄາໂຣໄລນາໃຕ້ ແລະ
ລັດ ເວີຈິເນຍ. ນັ້ນແມ່ນສິ່ງທີ່ໄດ້ເກີດຂຶ້ນເມື່ອປີກາຍນີ້ ກັບພາຍຸເຮີຣິເຄນ ຮາວີ, ເຊິ່ງ
ໄດ້ເຮັດໃຫ້ມີຝົນຕົກສູງເຖິງ 150 ຊັງຕີແມັດໃນບໍລິເວນນະຄອນ ຮູສຕັນ ລັດ ເທັກຊັສ.

ສູນກາງພາຍຸເຮີຣິເຄນແຫ່ງຊາດ ຄາດວ່າ ຈະມີຝົນຕົກ ຢູ່ປະມານ 40 ຫາ 60 ຊັງຕີແມັດ
ຈາກພາຍຸ ຟລໍເຣັນສ໌, ພ້ອມກັບບາງຂົງເຂດຈະມີ ຝົນຕົກ ຫຼາຍເຖິງ 90 ຊັງຕີແມັດ.

ພື້ນດິນທີ່ປຽກ ແລະ ລົມທີ່ພັດຢ່າງຮຸນແຮງອາດເຮັດໃຫ້ຕົ້ນໄມ້ລົ້ມແລະ ສາຍໄຟຟ້າ
ຂາດ ເຊິ່ງຈະເຮັດໃຫ້ບໍ່ມີໄຟຟ້າໃຊ້ຫຼາຍສັບປະດາ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ລັດຖະບານຂອງທ່ານແມ່ນ “ມີຄວາມພ້ອມ ດັ່ງ
ດຽວກັນກັບຄົນອື່ນໆ,” ທີ່ຈະຮັບມືກັບພາຍຸຫົວນີ້.

ທ່ານ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ໃນຂະນະທີ່ທ່ານໄດ້ເວົ້າເຖິງ ພາລະກິດບັນ
ເທົາທຸກ ກັບບັນເຈົ້າໜ້າທີ່ຄຸ້ມຄອງໄພພິບັດລັດຖະບານກາງວ່າ “ທຸກໆຈຳນວນເງິນທີ່
ມີ, ບໍ່ວ່າຈະເທົ່າໃດກໍຕາມ, ພວກເຮົາຈະໃຫ້ການຊ່ວຍເຫຼືອ.”

ທ່ານປະທານາທິບໍດີໄດ້ເຊັນຖະແຫຼງການສຸກເສີນ ສຳລັບທັງສອງລັດ ຄາໂຣໄລນາ
ແລະ ເວີຈິເນຍ ນັ້ນ, ເຊິ່ງແມ່ນການເຄື່ອນໄຫວ ທີ່ຈະເປີດຊ່ອງທາງ ໃຫ້ລັດທັງສາມໄດ້
ຮັບເງິນ ແລະ ແຫຼ່ງຊັບພະຍາກອນຕ່າງໆຂອງລັດຖະບານກາງ ແລະທ່ານກໍມີຄຳແນະ
ນຳສຳລັບປະຊາຊົນຜູ້ທີ່ອາໄສຢູ່ຕາມເຂດຊາຍຝັ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump: 'We Are Totally Prepared, We Are Ready' for Hurricane Florence
please wait

No media source currently available

0:00 0:02:29 0:00

XS
SM
MD
LG