ພວກຄົນງານມ້ຽນມັດ ກຳລັງເຮັດວຽກຢ່າງຂຸ້ນຂ້ຽວ ເພື່ອທຳຄວາມສະອາດນ້ຳມັນປາມ
ໃນປະລິມານຫຼວງຫຼາຍ ທີ່ຟູຢູ່ເທິງໜ້ານ້ຳ ຊຶ່ງໄດ້ຖືກພັດຂຶ້ນຝັ່ງ ຢູ່ທີ່ຫາດຂອງຮົງກົງ
ຫຼັງຈາກ ເກີດການຮົ່ວໄຫລ ຢ່າງຂະໜາດໃຫຍ່ຢູ່ທະເລ.
ບັນດາເຈົ້າໜ້າທີ່ ໄດ້ປິດຫາດ 13 ແຫ່ງ ຢູ່ອານາເຂດຂອງຈີນ ຕັ້ງແຕ່ວັນອາທິດ ເປັນ
ຕົ້ນມາ ໃນເວລາ ນ້ຳມັນປາມ ທີ່ຄ້າຍຄືກັບ ຫິມະ ຫຼື ໂຟມຂາວ ໄດ້ຖືກພົບເຫັນເປັນ
ຄັ້ງທຳອິດ. ໄພພິບັດ ທີ່ເກີດຈາກມະນຸດ ໄດ້ເກີດຂຶ້ນໃນວັນພະຫັດຜ່ານມານີ້ ເມື່ອເຮືອ
ກຳປັ່ນ ສອງລຳ ໄດ້ຕຳກັນ ຢູ່ທີ່ສາມຫລ່ຽມປາກແມ່ ນ້ຳ Pear ໃນພາກໃຕ້ຂອງຈີນ
ໂດຍໄດ້ສົ່ງນ້ຳມັນປາມ 1,000 ໂຕນ ລົງສູ່ນ້ຳທະເລ. ແຕ່ ຮອງລັດຖະມົນຕີ ສິ່ງແວດ
ລ້ອມ ທ່ານ Tse Chin-wan ກ່າວວ່າ ຈີນແຜ່ນດິນໃຫຍ່ ບໍ່ໄດ້ແຈ້ງໃຫ້ຮົງກົງຊາບ
ໃນທັນທີທັນໃດ.
ພວກຄົນງານມ້ຽນມັດ ເກັບກຳເອົານ້ຳມັນປາມໄດ້ ຊາວກວ່າໂຕນ ອອກຈາກຫາດ
ຕ່າງໆ ໃນຂະນະທີ່ ພ້ອມດຽວກັນນັ້ນ ຮັບມືກັບກິ່ນເໝັນ ຈາກກ້ອນນ້ຳມັນປາມ ແລະ
ສະພາບອາກາດທີ່ຮ້ອນຈັດ ເຖິງ 33 ອົງສາ Celcius. ຄວາມກັງວົນ ແມ່ນເພີ່ມສູງຂຶ້ນ
ທີ່ວ່າ ນ້ຳມັນປາມທີ່ໄດ້ຮົ່ວໄຫລ ອາດສ້າງໃຫ້ເກີດມີເທົາຫີນ ທີ່ອາດຍາດເອົາ oxygen
ຈາກປາ ແລະ ສັດທະເລ ອື່ນໆ ໄປຈົນໝົດ.