ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຊາວລາວ-ອາເມຣິກັນ ໃນລັດໂຣດໄອແລນ ແລະໃກ້ຄຽງ ຈັດງານລ້ຽງຫາລາຍໄດ້ ຊ່ອຍເຫຼືອ ປຊຊ ລາວ


ພິທີມອບເງິນຊ່ອຍເຫຼືອ ຈຳນວນ 15,000 ໂດລາ ທີ່ຊາວ
ລາວ-ອາເມຣິກັນ ໃນລັດໂຣດໄອແລນ ເຂດນີວອີງແກລນ
ແລະ ອີກ 14 ອົງການອື່ນໆ ໄດ້ພາກັນຈັດງານລະດົມທຶນ
ເພື່ອຊ່ອຍເຫຼືອພີ່ນ້ອງຊາວລາວ ທີ່ປະສົບໄພນໍ້າຖ້ວມໃນ
ແຂວງອັດຕະປື, ວັນທີ 1 ກັນຍາ 2018.
ພິທີມອບເງິນຊ່ອຍເຫຼືອ ຈຳນວນ 15,000 ໂດລາ ທີ່ຊາວ ລາວ-ອາເມຣິກັນ ໃນລັດໂຣດໄອແລນ ເຂດນີວອີງແກລນ ແລະ ອີກ 14 ອົງການອື່ນໆ ໄດ້ພາກັນຈັດງານລະດົມທຶນ ເພື່ອຊ່ອຍເຫຼືອພີ່ນ້ອງຊາວລາວ ທີ່ປະສົບໄພນໍ້າຖ້ວມໃນ ແຂວງອັດຕະປື, ວັນທີ 1 ກັນຍາ 2018.

ດ້ວຍຄວາມຮູ້ສຶກເຫັນອົກ ເຫັນໃຈຕໍ່ພີ່ນ້ອງຊາວລາວທີ່ປະສົບໄພນໍ້າຖ້ວມໃນແຂວງ
ອັດຕະປື ໃນຄໍ່າຄືນຂອງວັນເສົາ ທີ 1 ກັນຍາ ຫາກໍ່ຜ່ານມານີ້ ຊຶ່ງນໍາໜ້າໂດຍຊາວລາວ-
ອາເມຣິກັນ ໃນລັດໂຣດໄອແລນ, ລັດນ້ອຍທີ່ສຸດຂອງສະຫະລັດ ຊາວລາວເຂດນີວ
ອີງແກລນ ຢູ່ພາກຕາເວັນອອກສຽງເໜືອຂອງປະເທດ ພາກັນຈັດງານທີ່ລະດົມເງິນຊ່ວຍ ເຫລືອໄດ້ຫລາຍເຖິງ 15 ພັນໂດລາ, ຕາມການເປີດເຜີຍຂອງທ່ານ ວຽງຄອນ ພົມມະສິດ,
ປະທານສະມາຄົມລາວແຫ່ງລັດໂຣດໄອແລນ ຊຶ່ງເປັນຜູ້ນໍາພາໃນການຈັດງານຄັ້ງນີ້.​

​ທ່ານກ່າວອີກວ່າ ນອກຈາກສະມາຄົມຊາວລາວ ລັດໂຣດໄອແລນແລ້ວ ຊ່ວຍຈັດງານ
ຄັ້ງນີ້ ຍັງມີອີກ 14 ອົງການອື່ນໆ ທີ່ນໍາໜ້າໂດຍສະມາຄົມນີວອີງແກລນ-ລາວກັອຟ,
ຕິດຕາມມາດ້ວຍສະມາຄົມ ຍິງລາວແຫ່ງລັດໂຣດໄອແລນ ແລະມີ 300 ກວ່າຄົນ
ເຂົ້າຮ່ວມ. ແຂກສໍາຄັນທີ່ເຂົ້າຮ່ວມໃນງານນີ້ມີ ດຣ. ຂຽນ ສຸລິວົງ, ເອກອັກຄະລັດຖະທູດ
ສປປ ລາວ ປະຈໍາອົງການສະຫະປະຊາຊາດ, ທ່ານໄມ ໄຊຍະວົງສ໌, ເອກອັກຄະລັດ
ຖະທູດ ສປປ ລາວ ປະຈໍາສະຫະລັດ, ການາດາ ແລະແມັກຊິໂກ, ທ່ານ ຄໍາຄ່ອງ
ອິນທິລາດ, ທີ່​ປຶກ​ສາຝ່າຍທະຫານຂອງ ສປປ ລາວ ປະຈໍາສະຫະລັດ.

ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສຫລ ການາດາ ແລະເມັກຊິໂກ ທ່ານ ໄມ ໄຊຍະວົງສ໌, ທ່ານ ວຽງຄອນ ພົມມະສິດ ປະທານສະມາຄົມລາວ ແຫ່ງລັດໂຣດໄອແລນ, ແລະ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທ່ານ ຂຽນ ສຸລິວົງ.
ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສຫລ ການາດາ ແລະເມັກຊິໂກ ທ່ານ ໄມ ໄຊຍະວົງສ໌, ທ່ານ ວຽງຄອນ ພົມມະສິດ ປະທານສະມາຄົມລາວ ແຫ່ງລັດໂຣດໄອແລນ, ແລະ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທ່ານ ຂຽນ ສຸລິວົງ.

ສ່ວນທາງການສະຫະລັດນັ້ນ ກໍມີຜູ້ລົງສະໝັກເລືອກຕັ້ງ ເປັນຜູ້ປົກຄອງລັດປະມານ 5
ຄົນເຂົ້າຮ່ວມນໍາ. ທ່ານວຽງຄອນ ຜູ້ທີ່ມີຄວາມຮູ້ສຶກຕື້ນຕັນໃຈ ທີ່ສາມາດລະດົມ ທຶນຊ່ວຍ
ເຫລືອໄດ້ຫລາຍຢ່າງເປັນປະຫວັດການເທົ່າທີ່ຊາວລາວ-ອາເມຣິກັນໃນລັດດັ່ງກ່າວ
ເຄີຍໄດ້ຈັດມາ ຝາກເຖິງພີ່ນ້ອງຊາວລາວທັງຢູ່ໃນແລະຕ່າງປະເທດຜ່ານທາງວີໂອເອ
ວ່າ: "ຈິດໃຈແມ່ນວ່າ ຢາກເຫັນພີ່ນ້ອງເຮົາມີຄວາມອົບອຸ່ນ ຫລືວ່າໃຫ້ໄດ້ຮັບຄວາມ ຊ່ວຍເຫລືອ ເພາະວ່າເຮົາກາ ຄິດວ່າເຮົາເປັນມະນຸດດ້ວຍກັນ. ແມ່ນຢູ່ເຮົາຢູ່ຕ່າງ
ປະເທດ ເຮົາກະ. ການຢູ່ການກິນເຮົາກະ ເວົ້າແລ້ວມັນກາບໍ່ແມ່ນວ່າຮັ່ງ ວ່າມີດອກ
ແຕ່ວ່າເຮົາພໍຢູ່ພໍກິນແລ້ວ ເຮົາຊິຫວັງຫຍັງອີກ ຫັ້ນໜາ ເຮົາກໍທໍາບຸນ ທໍາກຸສົນໄປ
ເຮົາກໍຊ່ອຍກັນຫັ້ນນະ ເລື້ອງນີ້ ເລື້ອງນໍ້າໃຈເດ່ ເຖິງວ່າເຮົາມີໜ້ອຍ ເຮົາກໍມີນໍ້າໃຈ
ສະແດງເຖິງ ນໍ້າໃຈຂອງພີ່ນ້ອງໃນເຂດນີວອີງແກລນ ວ່າຊັ້ນໄປ ໄດ້ມອບໃຫ້ທາງ
ສະຖານທູດ ເພິ່ນກາສົ່ງໄປ. ເຮົາກາບອກທາງພີ່ນ້ອງ ‘ເອົ໋າ ເຮົາໄດ້ທໍາບຸນຮ່ວມກັນ,
ຍໍມືເອົາເດີ້’.”

XS
SM
MD
LG