ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ຝ​ຣັ່ງ ຈະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ ປັນ​ຍາ​ປະ​ດິດ ເພື່ອ​ເປັນ​ການ​ແຈ້ງ​ເຕືອນ​ສຳ​ລັບທະ​ວີບ ຢູ​ໂຣບ


ພາບ​ສະ​ແດງ​ໃຫ້​ເຫັນ​ທຸງ​ສະ​ຫະ​ພາບ ຢູ​ໂຣບ ແລະ ຄຳ​ວ່າ "AI ARTIFICIAL INTELLIGENCE."
ພາບ​ສະ​ແດງ​ໃຫ້​ເຫັນ​ທຸງ​ສະ​ຫະ​ພາບ ຢູ​ໂຣບ ແລະ ຄຳ​ວ່າ "AI ARTIFICIAL INTELLIGENCE."

ປະເທດ ຝຣັ່ງ ຈະເປັນເຈົ້າພາບຕ້ອນຮັບບັນດາຜູ້ນຳດ້ານເທັກໂນໂລຈີໃນກອງປະຊຸມສຸດຍອດດ້ານປັນຍາປະດິດຊຶ່ງຈະຖືກຈັດຂຶ້ນເພື່ອເປັນ “ການເຕືອນໃຈ” ສຳລັບ ຢູໂຣບ ໃນຂະນະທີ່ເຂົາເຈົ້າດີ້ນຮົນກັບສິ່ງທ້າທາຍທັງຫຼາຍດ້ານປັນຍາປະດິດຈາກ ສະຫະລັດ ແລະ ຈີນ.

ບັນດາຜູ້ນຳຈາກທົ່ວພາກສ່ວນດັ່ງກ່າວ ແລະຕົວແທນຈາກ 80 ປະເທດ ຈະເຕົ້າໂຮມກັນໃນນະຄອນຫຼວງຂອງປະເທດ ຝຣັ່ງ ໃນວັນທີ 10 ແລະ 11 ກຸມພານີ້ ໃນຫໍປາສາດ Grand Palais, ທີ່ຖືກສ້າງຂຶ້ນສຳລັບງານວາງສະແດງໂລກປີ 1900.

ໃນລະຫວ່າງການຕຽມງານ, ປະທານາທິບໍດີ ເອັມມານູແອລ ມາກຣົງ ຈະໄປຢ້ຽມຢາມສູນວິໄຈທີ່ນຳເອົາປັນຍາປະດິດ ຫຼື AI ມາໃຊ້ກັບວິທະຍາສາດ ແລະ ສຸຂະພາບໃນວັນທີ 4 ກຸມພາມື້ນີ້, ກ່ອນທີ່ຈະຕ້ອນຮັບນັກວິທະຍາສາດ ແລະ ຜູ້ໄດ້ຮັບລາງວັນໂນແບລ໌ ທີ່ບ້ານພັກຂອງທ່ານ ທຳນຽບ ເອລິເຊ ໃນວັນພຸດມື້ອື່ນ.

ກອງປະຊຸມວິທະຍາສາດທີ່ກວ້າງຂວາງກວ່າ ຈະຖືກຈັດຂຶ້ນຢູ່ໂຮງຮຽນວິສະວະກຳ ໂພລີເທັກນິກ ໃນວັນພະຫັດ ແລະ ວັນສຸກ.

ເຈົ້າໜ້າທີ່ຄົນນຶ່ງໃນຫ້ອງການຂອງທ່ານ ມາກຣົງ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ກອງປະຊຸມສຸດຍອດຈະຖືກຈັດຂຶ້ນໃນເວລາທີ່ເໝາະສົມ ເພື່ອເຮັດໃຫ້ ຝຣັ່ງ ແລະ ຢູໂຣບ ຕື່ນຕົວ, ແລະ ເພື່ອສະແດງໃຫ້ເຫັນວ່າ ພວກເຮົາຢູ່ໃນຕຳແໜ່ງ “ທີ່ຈະຍາດເອົາຄວາມໄດ້ປຽບຈາກເທັກໂນໂລຈີ.”

ໃນບໍ່ເທົ່າໃດອາທິດທີ່ຜ່ານມາ, ການປະກາດລົງທຶນ 500 ຕື້ໂດລາຂອງ ວໍຊິງຕັນ ເພື່ອສ້າງພື້ນຖານໂຄງລ່າງດ້ານ AI ແລະ ເປີດຕົວ ຕົວຢ່າງ AI ແນວສ້າງສັນທີ່ປະຢັດແຕ່ມີພະລັງ, ໂດຍບໍລິສັດ DeepSeek ຂອງ ຈີນ ໄດ້ດຶງດູດຄວາມສົນໃຈຈາກຜູ້ຄົນໃນ ຢູໂຣບ.

ຫ້ອງການຂອງ ທ່ານ ມາກຣົງ ກ່າວວ່າ ຝຣັ່ງ ບໍ່ຄວນ “ປ່ອຍໃຫ້ວິວັດທະນາການນີ້ຜ່ານພວກເຮົາໄປ.”

ບັນດາຜູ້ເຂົ້າຮ່ວມກອງປະຊຸມສຸດຍອດຈະລວມມີ ທ່ານ ແຊມ ອາລທ໌ແມນ (Sam Altman), ຫົວໜ້າຂອງບໍລິສັດ OpenAI, ເຊິ່ງແມ່ນບໍລິສັດທີ່ໄດ້ນຳເອົາຕົວຢ່າງແນວສ້າງສັນມາສູ່ການຮັບຮູ້ຂອງສາທາລະນະໃນປີ 2022 ດ້ວຍການເປີດຕົວ ChatGPT.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

France hosts top tech players next week at an artificial intelligence summit meant as a "wake-up call" for Europe as it struggles with AI challenges from the United States and China.

Players from across the sector and representatives from 80 nations will gather in the French capital on February 10 and 11 in the sumptuous Grand Palais, built for the 1900 Universal Exhibition.

In the run-up, President Emmanuel Macron will on February 4 visit research centers applying AI to science and health, before hosting scientists and Nobel Prize winners at his Elysee Palace residence on Wednesday.

A wider science conference will be held at the Polytechnique engineering school on Thursday and Friday.

"The summit comes at exactly the right time for this wake-up call for France and Europe, and to show we are in position" to take advantage of the technology, an official in Macron's office told reporters.

In recent weeks, Washington's announcement of $500 billion in investment to build up AI infrastructure and the release of a frugal but powerful generative AI model by Chinese firm DeepSeek have focused minds in Europe.

France must "not let this revolution pass it by," Macron's office said.

Attendees at the summit will include Sam Altman, head of OpenAI -- the firm that brought generative models to public consciousness in 2022 with the launch of ChatGPT.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG