ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮີ​ຣິ​ເຄນ ​ຟ​ລໍ​ເຣັນ​ສ໌ ເພີ້ມຄວາມແຮງ ຂຶ້ນເປັນ ປະເພດ 4 ແລະ​ມຸ່ງ​ໜ້າ ​ສູ່ ພາກຕາເວັນອອກ ສຫລ

ພາບ​ຈາກ​ອົງ​ການ​ນາ​ຊາ ສະ​ຫະ​ລັດ (NASA) ທີ່​ສະ​ແດງ​ໃຫ້​ເຫັນ​​ເຮີ​ຣິ​ເຄນ​ຟ​ລໍ​ເຣັນ​ສ໌ ກຳ​ລັງກໍ່​ຕົວ ​ຊຶ່ງ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຝັ່ງ​ທະ​ເລ​​ພາກ​ຕາ​ເວັນ​ອອກ​ຂອງສະຫະລັດ, ຖ່າຍພາບ​ຈາກ​ສູນ​ກາງ​ອະວະ​ກາດ​ນາໆ​ຊາດ, 10 ກັນ​ຍາ 2018

​ບາງ​ເຂດຂອງ​ລັດຄາ​ໂ​ຣ​ໄລ​ນາ​ເໜືອແລະລັດຄາ​ໂ​ຣ​ໄລ​ນາ​ໃຕ້ ແມ່ນ​ກຳ​ລັງຕຽມ​ຍົກຍ້າຍຜູ້ຄົນອອກໜີ ໃນ​ຂະ​ນະ​ທີ່ເຮີ​ຣິ​ເຄນ​ຟ​ລໍ​ເຣັນ​ສ໌ ກຳ​ລັງ​ເພີ້ມຄວາມແຮງຂຶ້ນ ເປັນລົມພາຍຸປະເພດ 4 ຊຶ່ງ​ມີລົມ​ແຮງ​ເຖິງ 220 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ​ ຢູ່ໃນ​ມະ​ຫາ​
ສະ​ໝຸດອັດ​ແລນ​ຕິກເໜືອ​.

ສູນ​ກາງເຮີ​ຣິ​ເຄນແຫ່ງ​ຊາດ ຄາດ​ຄະ​ເນ​ວ່າ ເຮີ​ຣິ​ເຄນ​ຟ​ລໍ​ເຣັນ​ສ໌ ຈະ​ພັດ​ຜ່ານໝູ່ເກາະ​
ເບີ​ມູ​ດາ ແລະ​ບາ​ຮາ​ມັສ ໃນ​ວັນ​ອັງ​ຄານ​ມື້​ນີ້ ແລະ​ວັນ​ພຸດ​ມື້​ອື່ນ, ແລະ​ຫລັງຈາກນັ້ນ
ກໍຈະ​ພັດເຂົ້າ​ປະ​ທະ​ ລັດຄາ​ໂ​ຣ​ໄລ​ນາ​ເໜືອ ແລະ ລັດຄາ​ໂ​ຣ​ໄລ​ນາ​ໃຕ້ ໃນ​ແລງວັນ​
ພະ​ຫັດ ເຖິງວັນ​ສຸກ.

ຜູ້ປົກ​ຄອງ​ລັດຄາ​ໂ​ຣ​ໄລ​ນາ​ໃຕ້ ໄດ້​ອອກ​ຄຳ​ສັ່ງ​ໃນ​ວັນ​ຈັນ​ວານ​ນີ້ ໃຫ້​ມີ​ການຍົກຍ້າຍ
ຜູ້ຄົນ​ທັງ​ໝົດ​ອອກຈາກ​ເຂດແຄມ​ຝັ່ງ​ທະ​ເລ​ ແລະຄາດກັນ​ວ່າ ຈະ​ມີ​ຜູ້​ຄົນ​ຫລາຍເຖິງ
ນຶ່ງ​ລ້ານ​ຄົນ ທີ່​ຈະ​ພາ​ກັນ​ອົບ​ພະ​ຍົບ​ຫລົບ​ໜີ​ອອກ​ຈາກ​ຂດ​ດັ່ງ​ກ່າວ.

ລັດຄາ​ໂຣ​ໄລ​ນາ​ເໜືອ ​ກໍ​ໄດ້​ມີ​ການ​ສັ່ງ​ໃຫ້ຍົກຍ້າຍຜູ້ຄົນ​ເຊັ່ນ​ກັນ ອອກຈາກບັນດາ
ເກາະທີ່ຢູ່ເຂດນອກ​ຂອງ​ຝັ່ງ​ທະ​ເລ ທີ່​ເອີ້ນ​ວ່າ Outer Banks ທີ່​ຮວມ​ທັງ ເກາະ​ແຮ
​ເຕີ​ຣາ​ສ໌ ຊຶ່ງ​ເປັນ​ສະ​ຖານ​ທີ່​ຕາກ​ອາ​ກາດ​ທີ່​ພວກ​ນັກ​ທ່ອງ​ທ່ຽວ​ນິ​ຍົມ​ນັ້ນ.

ໃນເວລາ​ທີ່​ເຮີ​ຣິ​ເຄນ​ຟ​ລໍ​ເຣັນ​ສ໌ ພັດເຂົ້າ​ປະ​ທະ​ແ​ຜ່ນ​ດິນໃຫຍ່ສະ​ຫະ​ລັດ ສູນ​ກາງ
ເຮີ​ຣິ​ເຄນແຫ່ງ​ຊາດໄດ້​ກ່າວ​ວ່າ ເຮີ​ຣິ​ເຄນຫົວນີ້​ ຈະ​ “ເປັນເຮີ​ຣິ​ເຄນໃຫຍ່​ທີ່​ເປັນອັນ
ຕະລາຍຮ້າຍ​ແຮງ​ຫົວ​ນຶ່ງ.”

ທຳ​ນຽບ​ຫ້າ​ແຈໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນໄດ້​ສົ່ງກຳ​ລັງທະ​ຫານ​ໄປ​ກະກຽມ
ການປະຕິບັດງານ​ສຸກເ​ສີນ ທີ່​ສູນ​ກາງ​ທີ່​ເມືອງ​ຣາ​ເລໃນລັດຄາ​ໂຣ​ໄລ​ນາ​ເໜືອ
ເພື່ອ​ປະ​ສານ​ງານ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ​ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່
ຂອງ​ລັດ​ທີ່​ເປັນ​ພາ​ຄີ​ກັນ​ນັ້ນ. ພວກທະຫານ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້ຕຽມ​ພ້ອມ​ທີ່​ຈະ​ອອກ​
ປະ​ຕິ​ບັດການ ​ສຳ​ລັບ​ລັດ​ເວີ​ຈີ​ເນຍ, ລັດຄາ​ໂຣ​ໄລ​ນາໃຕ້ ແລະລັດຄາ​ໂຣ​ໄລ​ນາ​ເໜືອ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

ພວກ​ບໍ​ລິ​ໂພກ ອຸບ​ປະ​ໂພກ ພາ​ກັນ​ເຂົ້າ​ແຖວ​ຍາວຢຽດ ເພື່ອ​ຊື້ແກ໊ສ​ໂປ​ຣເພັນຕ໌ ​ທີ່​ຮ້ານ​ຂາຍ​ຂອງ​ໂຊ​ຄາດ​ທີ ກ່​ອນ​ໜ້າການ​ໄປ​ຮອດ​ໄປ​ເຖິງຂອງເຮີຣິເຄນຟລໍເຣັນສ໌ ​ໃນເມືອງ​ຕາກ​ອາ​ກາດເມີ​ຣ​໌ເດ​ີລ ບິ​ຈ, ລັດຄາໂຣໄລນາໃຕ້, 10 ກັນ​ຍາ 2018.

XS
SM
MD
LG