ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງ​ການ FBI ສືບ​ສວນ​ການ ຍິງ​ກັນ​ຢູ່ ຖານ​ທັບເຮືອ ສະ​ຫະ​ລັດ ດັ່ງ​ກັບ ການ​ກໍ່​ການ​ຮ້າຍ


ຮູບນີ້​ໄດ້​ມາ​ຈາກ​ອົງ​ການ FBI ສະ​ແດງ​ໃຫ້​ເຫັນ​ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ ມື​ປືນ​ຊາວ ຊາ​ອຸ​ດີ ອາ​ຣາ​ເບຍ.
ຮູບນີ້​ໄດ້​ມາ​ຈາກ​ອົງ​ການ FBI ສະ​ແດງ​ໃຫ້​ເຫັນ​ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ ມື​ປືນ​ຊາວ ຊາ​ອຸ​ດີ ອາ​ຣາ​ເບຍ.

ອົງ​ການ​ສັນ​ຕິ​ບານ​ກາງ ສະ​ຫະ​ລັດ ຫຼື FBI ໄດ້​ສືບ​ສວນ​ສອບ​ສວນ​ການ​ຍິງ​ກັນ​ເຖິງ​ຂັ້ນ​ເສຍ​ຊີ​ວິດ​ຢູ່​ຖານ​ທັບເຮືອໃນ​ລັດ ຟ​ລໍ​ຣິ​ດາ ດັ່ງ​ກັບ​ການ​ກະ​ທຳຂອງ​ການກໍ່​ການ​ຮ້າຍ, ອີງ​ຕາມ​ການ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່​ໜ່ວຍ​ພິ​ເສດ​ໃນ​ວັນ​ອາ​ທິດ​ວານນີ້.

ທ່ານ​ນາງ ເຣ​ເຊ​ລ ໂຣ​ຮາ​ສ, ເຈົ້າ​ໜ້າ​ທີ່​ໜ່ວຍ​ພິ​ເສດ ທີ່​ຮັບ​ຜິດ​ຊອບ​ຫ້ອງ​ການ​ໃນ​ເມືອງ ແຈັກ​ສັນ​ວິ​ລ ຂອງ​ລັດ ຟ​ລໍ​ຣິ​ດາ, ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ສືບ​ສວນ​ສອບ​ສວນ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່​ພາຍ​ໃຕ້​ການ “ຄາດ​ເດົາ​ວ່າ” ເປັນ​ການ​ກະ​ທຳ​ຂອງ​ການກໍ່​ການ​ຮ້າຍ, ແຕ່​ມື​ປືນ​ເບິ່ງ​ຄື​ວ່າ​ໄດ້​ປະ​ຕິ​ບັດ​ການ​ຄົນ​ດຽວ.

ທ່ານ​ນາງ​ໄດ້​ກ່າວ​ວ່າ “ປັດ​ຈຸ​ບັນ​ນີ້​ພວກ​ເຮົາ​ກຳ​ລັງ​ປ​ະ​ເມີນ​ວ່າ​ມີ​ມື​ປືນ​ຄົນ​ນຶ່ງ​ຜູ້​ທີ່​ໄດ້​ກະ​ທຳ​ຜິດ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້​ ແລະ ບໍ່​ມີ​ການ​ຈັບ​ກຸມ​ໃນ​ກໍ​ລະ​ນີນີ້.”

ອົງ​ການ FBI ໄດ້​ລະ​ບຸ​ຕົວ​ມື​ປືນ​ຜູ້​ທີ່​ໄດ້​ຍິງ​ສາມ​ຄົນ​ຢ່າງ​ເປັນ​ທາງ​ການ​ວ່າແມ່ນ​ທ້າວ ໂມ​ຮຳ​ເມັດ ອາ​ລ​ຊາມ​ຣາ​ນີ, ຮ້ອຍ​ຕີ​ໃນ​ກອງ​ທັບ​ອາ​ກາດ ຣາ​ຊະ​ອາ​ນາ​ຈັກ ຊາ​ອຸ​ດີ ອາ​ຣາ​ເບຍ, ໄດ້​ເປັນ​ນັກ​ຮຽນ​ເຈົ້າ​ໜ້າ​ທີ່​ການ​ບິນກອງ​ທັບເຮືອ ຢູ່​ໂຮງ​ຮຽນກອງ​ບັນ​ຊາ​ການ ​ການ​ບິນ​ທະ​ຫານ​ເຮືອ ທີ່​ຖານ​ທັບ​ອາ​ກາດ​ກອງ​ທັບເຮືອ ເພັນ​ຊາ​ໂຄ​ລາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຍັງ​ຄົ້ນ​ຫາ​ແຮງ​ຈູງ​ໃຈ​ສຳ​ລັບ​ການ​ໂຈມ​ຕີ ເຊິ່ງ​ໄດ້​ເຮັດ​ໃຫ້​ອີກ 8 ຄົນ​ໄດ້​ຮັບ​ບາດ​ເຈັບ​ເຊັ່ນ​ກັນ.

ທ່ານ​ນາງ ໂຣ​ຮາ​ສ ໄດ້​ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ພະ​ຍາ​ຍາມ​ຢ່າງ​ໜັກ​ເພື່ອ​ຄົ້ນ​ຫາ​ແຮງ​ຈູງ​ໃຈ​ຂອງ​ລາວ ແລະ ຂ້າ​ພະ​ເຈົ້າ​ຂໍ​ຄວາມ​ອົດ​ທົນ ສະ​ນັ້ນ​ພວກ​ເຮົາ​ຈຶ່ງ​ເຮັດ​ວຽກ​ນີ້​ໃຫ້​ຖືກ​ຕ້ອງ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ທ່ານ ມາກ ເອັ​ສ​ເປີ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ​ໄດ້​ແນະ​ນຳ​ໃຫ້​ກຳ​ລັງ​ຕິດ​ອາ​ວຸ​ດ​ ທົບ​ທວນ​ຂັ້ນ​ຕອນ​ການກວດ​ກາ​ທະ​ຫານ​ຕ່າງ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຄືນ ລຸນຫຼັງ​ການ​ຍິງ​ກັນ​ທີ່​ຮ້າຍ​ແຮງນີ້.

ໃນ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ພາບ​ຂ່າວ Fox News ໃນ​ວັນ​ອາ​ທິດ​ວານນີ້, ທ່ານ ເອັ​ສ​ເປີ ໄດ້​ກ່າວ​ວ່າ ນຶ່ງ​ໃນ​ສິ່ງ​ທຳ​ອິດ​ທີ່​ລາວ​ໄດ້​ເຮັດ​ລຸນຫຼັງ​ການ​ສັງ​ຫານ​ສາມ​ຄົນ​ໃນ​ວັນ​ສຸກ​ນັ້ນ ແມ່ນ​ລາວ “ໄດ້​ຂໍ​ໃຫ້​ພວກ​ເຮົາ​ເລີ່ມ​ທົບ​ທວນ​ໃນ​ສິ່ງ​ທີ່ວ່າ “ຂັ້ນ​ຕອນການກວດ​ກາ​ຂອງ​ພວກ​ເຮົາ​ແມ່ນ​ຫຍັງ ກ່ຽວ​ກັບ ຄົນ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ມາ​ໃນ ສະ​ຫະ​ລັດ.”

ຜູ້​ເຄາະ​ຮ້າຍ​ກໍ​ແມ່​ນ​ນັກ​ສຶກ​ສາ​ຢູ່​ໂຮງ​ຮຽນ​ການ​ບິນ​ເຊັ່ນ​ກັນ. ເຂົາ​ເຈົ້າ​ໄດ້​ຖືກ​ລະ​ບຸ​ຕົວ​ດັ່ງ​ກັບ ທະ​ຫານ​ເຮືອ ທ້າວ ໂຈ​ຊວາ ຄາ​ເລັບ ວັອດ​ສັນ ອາ​ຍຸ 23 ປີ, ຈາກ​ເມືອງ ຄັອ​ຟ​ຟີ ລັດ ອາ​ລາ​ບາ​ມາ, ນັກ​ຂັບ​ເຮືອ​ບິນ ທ້າວ ໂມ​ຮຳ​ເມັດ ຊາ​ເມ ເຮ​ທຳ ອາ​ຍຸ 19 ປີ ຈາກ​ເມືອງ ເຊັ້ນ ປີ​ເຕີ​ສ​ເບີກ, ລັດ ຟ​ລໍ​ຣິ​ດາ, ແລະ ນັກ​ຂັບ​ເຮືອ​ບິນຝຶກ​ງານ ທ້າວ ແຄັມ​ເມີ​ຣອນ
ສ​ກັອດ ວອ​ລ​ເທີ​ສ໌ ອາ​ຍຸ 21 ປີ ຈາກ​ເມືອງ ຣິ​ຈ໌​ມັອນ ຮິ​ລ, ລັດ ຈໍ​ເຈຍ.

ຮ້າຍ​ເອກ ທິມ ຄິນ​ແຊ​ລ​ລາ, ເຈົ້າ​ໜ້າ​ທີ່​ບັນ​ຊາ​ການ​ຖານ​ທັບເຮືອໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ຄວາມ​ໂສກ​ເສົ້າ​ຈາກ​ເຫດ​ການ​ໂສກ​ນາດ​ຕະ​ກຳ​ຢູ່​ຖານ​ທັບ​ອາ​ກາດ ເພັນ​ຊາ​ໂຄ​ລາ ຈະ​ສົ່ງ​ຜົນ​ກະ​ທົບ​ໄລ​ຍະ​ຍາວ​ຕໍ່​ກອງ​ບັນ​ຊາ​ການ​ ແລະ ຊຸມ​ຊົນ​ຂອງ​ພວກ​ເຮົາ.”

ມື​ປືນ, ຜູ້​ທີ່​ຖືກ​ຂ້າ​ຕາຍ​ໃນ​ເຫດ​ການ​ເຊັ່ນ​ກັນ, ມີ​ລາຍ​ງານ​ວ່າ​ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ຄ່ຳ​ໃນຕົ້ນ​ອາ​ທິດ​ທີ່​ຜ່ານ​ມາ ເຊິ່ງ​ລາວ​ໄດ້​ສາຍ​ວິ​ດີ​ໂອ​ກ່ຽວ​ກັບ ການ​ສັງ​ຫານ​ໝູ່​ໃນ ສະ​ຫະລັດ ໃຫ້​ແຂກ​ຂອງ​ລາ​ວ​ເບິ່ງ, ອີງ​ຕາ​ມ​ລາຍ​ງານ​ຂອງ​ສື່ມວນ​ຊົນ. ມີ​ແຂກ​ຢ່າງ​ໜ້ອຍ​ຄົນ​ນຶ່ງ​ຖືກ​ລາຍ​ງານ​ວ່າ ​ໄດ້​ຖ່າຍ​ວິ​ດີ​ໂອ​ການ​ສັງ​ຫານ​ໝູ່​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ນັ້ນ. ນັກ​ຮຽນ ຊາ​ອຸ​ດີ ອາ​ຣາ​ເບຍ ຫຼາຍ​ຄົນ​ໄດ້​ຖືກ​ຄວບ​ຄຸມ​ຕົວ​ເພື່ອ​ການ​ສອບ​ສວນ.


The FBI is investigating the fatal shooting at a Naval base in Florida as an act of terrorism, a special agent said Sunday.

Rachel Rojas, special agent in charge of the FBI's Jacksonville office, told a newconference Sunday that the investigation was taking place under the "presumption" it was an act of terrorism, but that the gunman had likely acted alone.

"We currently assess there was one gunman who perpetrated this attack and no arrests have been made in this case," she said.

The FBI officially identified the shooter who killed three people as Mohammed Alshamrani, a 21-year-old second lieutenant in the Royal Saudi Air Force who was a student naval flight officer at the Naval Aviation Schools Command at Naval Air Station Pensacola.

Authorities are still searching for a motive for the rampage which also injured eight others.

"We are looking very hard at uncovering his motive and I would ask for patience so we can get this right," Rojas said.

U.S. Defense Secretary Mark Esper said Sunday that he has instructed the armed forces to review their screening processes of foreign soldiers following the deadly shooting.

Speaking on Fox News Sunday, Esper said one of the first things he did following the killing of three people Friday was he "asked that we begin a review of what"our screening procedures are with regard to foreign nationals coming to the United States".

The victims were also students at the flight school.They have been identified as Ensign Joshua Kaleb Watson, 23, from Coffee, Alabama; Airman Mohammed Sameh Haitham, 19, from St. Petersburg, Florida; and Airman Apprentice Cameron Scott Walters, 21, from Richmond Hill, Georgia.

"The sorrow from the tragic event on NAS Pensacola will have a lasting impact on our installation and community," Captain Tim Kinsella, the commanding officer of the naval base said in a statement.

The shooter, who was also killed in the incident, is reported to have hosted a dinner party earlier in the week where he showed videos of mass U.S. shootings to his guests, according to media reports. At least one of his guests is reported to have videotaped Friday's massacre.Several Saudi students are being held for questioning.

XS
SM
MD
LG