ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ທ່ານ ດໍໂນລ ທຣໍາ ຍັງບໍ່ມີເສັ້ນທາງທີ່ຈະແຈ້ງ ເພື່ອສັນຕິພາບລະຫວ່າງ ຣັດເຊຍ ແລະ ຢູເຄຣນ


ເຖິງແມ່ນວ່າຈະຢູ່ໃຕ້ການນໍາທ່ານ ດໍໂນລ ທຣໍາ ບໍ່ມີເສັ້ນທາງທີ່ຊັດເຈນເພື່ອສັນຕິພາບລະຫວ່າງ ຣັດເຊຍ ແລະ ຢູເຄຣນ.

ເມື່ອທ່ານ ດໍໂນລ ທຣໍາ ປະທານາທິບໍດີສະຫະລັດ ເຂົ້າດຳລົງຕຳແໜ່ງ ໃນວັນທີ 20 ມັງກອນ. ທ່ານ ວລາດີເມຍ ປູຕິນກໍ່ສະແດງຄວາມຍິນດີກັບທ່ານ ດໍໂນລ ທຣໍາ ຢ່າງວ່ອງໄວແລະຫຼາຍຄົນຄິດວ່າ ອາດຈະມີແນວທາງທີ່ຈະບັນລຸຂໍ້ຕົກລົງສັນຕິພາບໃນຢູເຄຣນໄດ້.

ແຕ່ໃນຂະນະທີ່ກອງກຳລັງຂອງຣັດເຊຍ ຍັງຄົງປິດລ້ອມດິນແດນຢູເຄຣນ ປະທານາທິບໍດີ ວລາດີເມຍ ປູຕິນ ກ່າວຫາວ່າ ຢູເຄຣນເປັນຝ່າຍທີ່ບໍ່ຕ້ອງການເຈລະຈາ. ທ່ານ ປູຕິນ ຍັງຕັ້ງຄຳຖາມວ່າ ໂວໂລດິເມຍ ເຊເລນສກີ ຜູ້ນໍາຂອງ ຢູເຄຣນ ມີອຳນາດຕາມກົດໝາຍໃນການລົງນາມຂໍ້ຕົກລົງສັນຕິພາບຫຼືບໍ່.

ທ່ານ ວລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ກ່າວວ່າ “ ການເຈລະຈາກັບໃຜກໍ່ເປັນໄປໄດ້ແຕ່ເນື່ອງຈາກ ທ່ານ ເຊເລນສກີ ບໍ່ມີສິດທີ່ຈະລົງນາມຫຍັງ.”

ວາລະຂອງການດຳລົງຕໍາແໜ່ງຂອງປະທານາທິບໍດີ ທ່ານ ເຊເລນສກີ ສີ້ນສຸດລົງແລ້ວຢ່າງເປັນທາງການ ເມື່ອປີທີ່ຜ່ານມາ. ແຕ່ຍັງຄົງປົກຄອງປະເທດພາຍໃຕ້ກົດໄອຍະການເສິກທີ່ປະກາດໃຊ້ ຫຼັງຈາກການຮຸກຮານເຕັມຮູບແບບຂອງຣັດເຊຍ.

ທ່ານ ປູຕິນ ອ້າງວ່າ ເລື້ອງນີ້ເຮັດໃຫ້ ທ່ານ ເຊເລນສກີ ກາຍເປັນຜູ້ປົກຄອງທີ່ຜິດກົດໝາຍຊຶ່ງເປັນຂໍ້ກ່າວຫາທີ່ຜູ້ນໍາຢູເຄຣນ ແລະຄົນອື່ນ ໆ ປະຕິເສດໂດຍພວກເຂົາເຫັນວ່າ ເປັນຄວາມພະຍາຍາມຂອງ ທ່ານ ປູຕິນ ທີ່ຈະຫຼີກລ້ຽງການເຈະລະຈາສັນຕິພາບ. ນັກວິເຄາະກ່າວວ່າ ທ່ານ ປູຕິນ ບໍ່ມີຄວາມຮີບດ່ວນທີ່ຈະເຈລະຈາດ້ວຍຫຼາຍເຫດຜົນ.

ແຣນຊັມ ມິລເລີ (Ransom Miller) ເປັນນັກຄົ້ນຄວ້າທີ່ສະຖາບັນສໍາລັບວຽກງານທົ່ວໂລກໃນນິວຢອກ ກ່າວວ່າ. “ ນຶ່ງໃນເຫດຜົນສໍາຄັນທີ່ໃຫຍ່ຂອງຣັດເຊຍ ທີ່ຍັງຄົງໄດ້ຮັບໄຊຊະນະ ໃນສະໜາມລົບ ແລະ ຂ້ອຍຄິດວ່າ ທ່ານ ປູຕິນ ແລະ ນາຍພົນຂອງທ່ານເຂົ້າໃຈດີວ່າໄຊຊະນະໃນສະໜາມລົບເຫຼົ່ານີ້ ຈະສົ່ງຜົນດີຕໍ່ພວກເຂົາໃນທີ່ສຸດ.”

ນອກຈາກນີ້ ປະທານາທິບໍດີ ທ່ານ ດໍໂນລ ທຣໍາ ຍັງສົ່ງສັນຍານວ່າ ທ່ານເຕັມໃຈທີ່ຈະຈ່າຍເງິນເພື່ອປ້ອງກັນຢູເຄຣນໜ້ອຍກ່ວາ ທ່ານ ໂຈ ໄບເດັນ ອະດີດປະທານາທິບໍດີ.

ຜູ້ນໍາທັງ ວໍຊິງຕັນແລະມົສກູ ເບິ່ງຄືວ່າ ຈະເຕັມໃຈທີ່ຈະເລີ້ມຕິດຕໍ່. ເນື່ອງຈາກ ທ່ານ ທຣໍາ ຮຽກຮ້ອງໃຫ້ຍຸຕິສົງຄາມພາຍໃນ 100 ວັນທຳອິດຂອງການດຳລົງຕໍາແໜ່ງປະທານາທິບໍດີ. ທ່ານ ປູຕິນ ກ່າວວ່າ ທ່ານ ພ້ອມທີ່ຈະມອບໝາຍໃຫ້ຜູ້ເຈລະຈາເລີ້ມເຮັດວຽກ.

ດ້ວຍຈຳນວນຜູ້ເສຍຊີວິດທີ່ສູງຂຶ້ນເຖິງຫຼາຍແສນຄົນ ແລະເສດຖະກິດທີ່ຕົກຕໍ່າຈາກແຮງກົດດັນຈາກມາດຕະການລົງໂທດ ຊາວຣັດເຊຍຈຳນວນຫຼາຍ ຕ້ອງການໃຫ້ສົງຄາມຍຸຕິລົງ.

ເຄຣມລິນ ບໍ່ຖອຍຈາກຈຸດຢືນທີ່ວ່າ ຢູເຄຣນບໍ່ສາມາດເຂົ້າຮ້ວມອົງການນາໂຕ້ໄດ້.

ແອນຕັນ ບາຣບາຊິນ ບໍລິຫານຝ່າຍບັນນາທິການຂອງອົງການຄົ້ນຄ້ວາຄວາມລຶກລັບຂອງຣັດເຊຍ ຫຼື (Riddle Russia research organization) ກ່າວວ່າ “ ສີ່ງສໍາຄັນສໍາລັບ ມົສກູ ຄື ນາໂຕ ບໍ່ຍອມຮັບຢູເຄຣນໃນທຸກກໍລະນີ ແລະບໍ່ໄດ້ຮັບການສະໜັບສະໜູນທາງການທະຫານ ການສະໜັບສະໜູນຈາກຕາເວັນຕົກ.”

ຊາວມົສກູຕ່າງກໍມີຄວາມຄາດຫວັງທີ່ປະສົມປະສານກັນໃນຂໍ້ຕົກລົງສັນຕິພາບທີ່ສະຫະລັດເປັນຜູ້ໄກ່ເກ່ຍ. ເຮົາຂໍສະຫງວນຊື່ພວກເຂົາໄວ້ ເພາະເປັນຫ່ວງຄວາມປອດໄພຂອງພວກເຂົາ. ຂະນະທີ່ຣັດເຊຍກຳລັງປາບປາມຜູ້ທີ່ເວົ້າກັບອົງການຂ່າວຕາເວັນຕົກ.”

ພະນັກງານໄອທີໄວໜຸ່ມກ່າວວ່າ “ ເຮົາຫວັງວ່າຕອນນີ້ຢ່າງໜ້ອຍກໍໃນທາງການເມືອງທຸກຢ່າງຈະດີຂຶ້ນ.”

ທ່ານ ດໍໂນລ ທຣໍາ ຂູ່ວ່າຈະລົງໂທດຣັດເຊຍອີກຄັ້ງ ຖ້າຫາກຣັດເຊຍບໍ່ສາມາດຍຸຕິສົງຄາມທີ່ຜູ້ນໍາສະຫະລັດຮ້ອງວ່າ ບໍ່ມີປະໂຫຍດຫຍັງ. ສິ່ງທີ່ຍັງບໍ່ຈະແຈ້ງກໍ່ຄືຂະບວນການຍຸຕິສົງຄາມຈະເລີ້ມຢ່າງໃດຫຼືບ່ອນໃດ.

ອ່ານຂ່າວເປັນພາສາອັງກິດ

When U.S. President Donald Trump took office on January 20, Vladimir Putin was quick to congratulate him, and many thought that there might be a window to achieve a peace deal in Ukraine.

But as Russian forces continue their siege, President Vladimir Putin is accusing the Ukrainians of being the ones who do not want to negotiate. Putin has also called into question whether Ukraine's leader, Volodymyr Zelenskyy, has the legal authority to sign a peace deal.

Vladimir Putin, Russian President

"It is possible to negotiate with anyone, but due to his illegitimacy, Zelensky has no right to sign anything.”

Zelenskyy's presidential term officially ended last year but has continued to govern under martial law that was declared following Russia's full-scale invasion.

Putin claims this makes Zelenskyy an illegitimate ruler, a charge rejected by Ukraine's leadership and others who see it as an attempt by Putin to avoid peace negotiations.

Analysts say Putin is in no hurry to negotiate for several reasons.

Ransom Miller is a Research Associate at the Institute for Global Affairs in New York

“One of the big reasons is that Russia continues to see battlefield gains, and I think Putin and his generals are very aware that those battlefield gains will ultimately benefit them.”

Also, President Trump has signaled he is less willing to pay for the defense of Ukraine than his predecessor, Joe Biden.

Leaders in both Washington and Moscow appear willing to begin contacts as Trump calls for an end to the war within the first 100 days of his presidency. Putin has said he is ready to assign negotiators to begin work.

With the number of casualties reaching several hundred thousand, and an economy suffering under the stress of sanctions, many Russians want the war to end.

The Kremlin is not backing off its stance that Ukraine cannot join NATO.

Anton Barbashin, Riddle Russia -MALE IN RUSSIANMandatory ZOOM

“The main thing for Moscow is that Ukraine is not accepted by NATO in any way and does not receive military support from the West. “

Among Moscow residents, the expectations for a U.S.-brokered peace deal are mixed. We withheld their identities out of concern for their safety as Russia cracks down on those who speak to Western media.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG