ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ລົງ​ຄະ​ແນນ​ສຽງ ​ຂອງຄະນະ​​ປ່ອນ​ບັດ ຢັ້ງຢືນວ່າ ທ່ານທຣໍາ ຊະນະການເລືອກຕັ້ງ ປະທານາທິບໍດີ


ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຕໍ່ບັນດານັກຂ່າວ.
ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວຕໍ່ບັນດານັກຂ່າວ.

ບັນດາ​ສະມາຊິກ​ສະພາ​ຕໍ່າ​ສະຫະລັດ ​ໄດ້​ນັບການ​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ທາງ​ການ ຂອງຄະນະປ່ອນ​ບັດທີ່​ຖືກຄັດ​ເລືອກ​ຈາກ​ລັດ​ຕ່າງໆ ​ແລະ​ຢັ້ງຢືນ​ວ່າ ທ່ານ Donald Trump ​ໄດ້ຖືກ​ເລືອກ​ຕັ້ງ​ໃຫ້​ເປັນ​ປະທານາທິບໍດີ​ ຄົນທີ 45 ຂອງສະ ຫະລັດ.

ການ​ນັບ​ຄະ​ແນນ​ຂອງ​ຄະນະປ່ອນ​ບັດ​ຈາກ​ລັດ​ຕ່າງໆ ແມ່ນ​ຂັ້ນ​ຕອນ​ສຸດ​ທ້າຍ​ເພື່ອ ຢັ້ງຢືນ ຜົນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດທີ່ຖືກຕ້ອງ​ຕາມ​ກົດໝາຍ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ​ເດືອນ​ພະ​ຈິກ​ ປີ 2016 ທີ່​ຜ່ານ​ມາ​ ຊຶ່ງ​ເປັນຄວາມ​ຮັບຜິດຊອບ​ຂອງ​ຮອງ​ປະທານາທິບໍດີ ທີ່​ຈະ​ຕ້ອງ​ຢັ້ງຢືນ​ການ​ລົງ​ຄະ​ແນນ​ສຽງ​ຂອງ​ຄະນະ​ຜູ້​ແທນ​ປ່ອນ​ບັດ ຊຶ່ງ​ໝາຍ​ຄວາມ​ວ່່າຮອງ​ປະທາ ນາທິບໍດີ Joe Biden ມີໜ້າທີ່​ເປັນ​ປະທານ ​ຂອງ​ກອງ​ປະຊຸມສະພາ​ຄົບ​ຄະນະ ​ໃນຕອນ​ແລງ​ວັນ​ສຸກ​ວານ​ນີ້​.

ລະຫວ່າງ​ການ​ນັບ​ຄະແນນ​ສຽງນັ້ນ ບັນດາ​ສະມາຊິກ​ສະພາ​ຕໍ່າ ພັກ​ເດ​ໂມ​ແຄຣັ​ດ ​ໄດ້ຄັດ ຄ້ານ​ຕໍ່​ລາຍ​ງານ​ການ​ລົງ​ຄະ​ແນນ​ສຽງ​ຢ່າງ​ໜ້ອຍ​ຈາກ 10 ລັດ​ເນື່ອງ​ຈາກ ມີ​ການ​ຮ້​ອງທຸກ ກ່ຽວ​ກັບ​ການ​ກີດ​ກັນ​ຜູ້​ປ່ອນ​ບັດ​ແລະ​ເຊື່ອວ່າຣັ​ດ​ເຊຍ​ໄດ້​ໃຊ້​ອິດທິ ພົນ​ອອນ​ລາຍ ​ແຊກ​ແຊງເພື່ອປ່ຽນ​ແປງ​ຜົນ​ການ​ເລືອກ​ຕັ້ງ.

ກົດໝາຍ​ລັດຖະບານ​ກາງບັງຄັບໄວ້ວ່າການ​ບໍ່​ເຫັນ​ພ້ອມ​ຕ້ອງ​ໄດ້​ຮັບ​ການ​ສະໜັບ ສະໜູນ​ຈາກ​ອີກສະພາ​ນຶ່ງ​ຂອງ​ສະຫະລັດ ​ກ່ອນ​ຈະ​ຖືກ​ຍົກ​ຂຶ້ນມາ​ສົນທະນາ​ໄດ້. ​ເວລາ​ບັນດາ​ສະມາຊິກ​ສະພາ​ຕໍ່າ​ພາກັນ​ຄັດຄ້ານ ​ແຕ່ບັນດາ​ສະມາຊິກສະພາ​ສູງ​ຊ້ຳພັດ​ມິດ​ງຽບ ​ເພາະ ສະ​ນັ້ນ​ບໍ່​ວ່າ​ໃນ​ກໍລະນີ​ໃດ ທ່ານ Biden ​ມີໜ້າ​ທີ່ຕ້ອງ​ໄດ້​ຕອບ​ໂດຍ​ກ່າວ​ວ່າ “ຈະ​ບໍ່ມີ​ການ​ອະພິປາຍ​ກັນ​.”

​ໃນ​ຕອນ​ທ້າຍ​ຂອງ​ການ​ນັບ​ຄະ​ແນນ​ນັ້ນ ທ່ານ​ນາງ​ບ Maxine Waters ສະມາ ຊິກ​ພັກ​ເດ​ໂມ​ແຄຣັດ ​ເຊື້ອສາຍ​ອາ​ຟຣິກາ ຈາກ​ລັດ California ​ໄດ້​ຮ້ອງ​ຂໍໃຫ້ ຢ່າງ​ໜ້ອຍສະມາຊິກ​ສະພາ​ສູງ​ນຶ່ງ​ຄົນຢືນ​ຂຶ້ນເພື່ອ​ໃຫ້ການ​ສະໜັບສະໜູນ​ຕໍ່​ການ​ຄັດຄ້ານ​ຂອງ​ທ່ານ​ນາງ. ​ເພື່ອ​ການ​ຕອບ​ໂຕ້ ບັນດາ​ສະມາຊິກ​ພັກຣີພັບ​ບລິ​ກັນ​ພາກັນ​ຮ້ອງຂຶ້ນ​ເປັນສຽງ​ຄັດຄ້ານ​.

ສະມາຊິກສະພາສູງ ທ່ານ Roy Blunt ສັງກັດພັກຣີພັບບລິກັນ ເຊັນຮັບຮອງເອົາການນັບຄະແນນສຽງ.
ສະມາຊິກສະພາສູງ ທ່ານ Roy Blunt ສັງກັດພັກຣີພັບບລິກັນ ເຊັນຮັບຮອງເອົາການນັບຄະແນນສຽງ.

ພວກ​ປະ​ທ້ວງ​ກໍ​ໄດ້​ພາກັນ​ເຂົ້າ​ຮ່ວມ​ຢູ່​ພິທີ່​ດັ່ງກ່າວ ຢູ່​ໃນ​ເຂດ​ບ່່ອນ​ນັ່ງ​ສາທາ​ລະນະ. ຫຼາຍ​ຄົນ​ໄດ້​ຖືກ​ໄລ່​ອອກ​ໄປ​ເວລາ​ຄວາມ​ປະພຶດ​ຂອງ​ເຂົາ​ເຈົ້າ​ກາຍເປັນ​ທີ່​ລົບ​ກວນ.

ການ​ນັບ​ຄະ​ແນນ​ຂອງ​ຄະນະ​ປ່ອນ​ບັດ​ຈາກ​ລັດ​ຕ່າງໆ​ຂັ້ນສຸດ​ທ້າຍ​ແມ່ນ 304 ສຽງ​ສະໜັບ ສະໜຸນ​ທ່ານ Trump ​ແລະ 227 ​ສຽງ​ສະໜັບສະໜຸນ​ທ່ານນາງ Heillary Clinton. ຜູ້​ຈົດ​ທະບຽນ​ປ່ອນ​ບັດເຈັດ​ຄົນ​ “​ໄດ້​ລົງ​ຄະ​ແນນ​ສຽງປະ​ທ້ວງ” ເອົາ​ບັນດາ​ຜູ້​ສະໝັກ ​ຄົນ​ອຶ່ນໆ. ຮອງ​ປະທານາທິບໍດີ Joe Biden ​ໄດ້​ປະກາດ​ຢ່າງເປັນ​ທາງ​ການວ່າ ທ່ານ Donald Trump ​ເປັນ​ຜູ້​ຊະນະ ຫລັງ​ຈາກ​ການ​ນັບ​ຄະ​ແນນໄດ້​ເສັດ​ສິ້ນ​ລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG