ບັນດາເຈົ້າໜ້າທີ່ສຸກເສີນຢູ່ເກາະໃຫຍ່ Java ຂອງ ອິນໂດເນເຊຍ ກ່າວວ່າ ປະຊາຊົນ
ຢ່າງໜ້ອຍສິບສອງຄົນຖືກຝັງ ແລະ ໄດ້ຫາຍສາບສູນໄປໃນວັນເສົາວານນີ້ ໃນເຫດດິນ
ຖະຫຼົ່ມທີ່ມີສາເຫດມາຈາກຝົນຕົກ, ແຕ່ຕົວເລກຜູ້ເຄາະຮ້າຍທີ່ແນ່ນອນແມ່ນຍັງບໍ່ເປັນ
ທີ່ຊັດແຈ້ງ ໃນທັນທີທັນໃດເທື່ອ.
ບັນດາເຈົ້າໜ້າທີ່ກ່າວວ່າ ດິນຖະຫຼົ່ມໄດ້ໄຫຼລົງໃສ່ພວກຊາວບ້ານຜູ້ທີ່ກຳລັງຂຸດຂີງຢູ່ ແລະ ໄດ້ຖົມເອົາເຮືອນຫຼາຍເຖິງ 30 ຫຼັງ.
ບັນດາເຈົ້າໜ້າທີ່ໜ່ວຍກູ້ໄພສຸກເສີນ, ຕຳຫຼວດ ແລະ ທະຫານ ກຳລັງຊອກຫາປະຊາຊົນຜູ້
ທີ່ຫາຍສາບສູນຢູ່.
ພວກເຈົ້າໜ້າທີ່ກ່າວວ່າ ປະຊາຊົນບາງຄົນໄດ້ເດີນທາງກັບບ້ານໃນວັນເສົາວານນີ້ ຫຼັງ
ຈາກໄດ້ໄປພັກຢູ່ບ່ອນລີ້ໄພຄືນໜຶ່ງ ຍ້ອນວ່າມີຄຳເຕືອນ ກ່ຽວກັບ ຄວາມເປັນໄປໄດ້ວ່າ
ດິນຈະຖະຫຼົ່ມຕື່ມ ເຊິ່ງເປັນຜົນມາຈາກຝົນທີ່ຕົກໜັກໃນສອງສາມມື້ທີ່ຜ່ານມາ.