ເທັກໂນໂລຈີ ໃນການເຮັດແຜນທີ່ແບບດີຈິຕອລໄດ້ມີຂຶ້ນຢູ່ໃນໂລກນີ້ ມາເປັນໄລຍະນຶ່ງແລ້ວ ແຕ່ວ່າ ມັນຫາກໍ່ຖືກເອົາມານຳໃຊ້ ເຂົ້າໃນຂະແໜງປະຫວັດສາດຂອງສິລະປະກຳ ເມື່ອມໍ່ໆມານີ້ເອງ. ພວກນັກຄົ້ນຄວ້າ ໃນມະຫາວິທະຍາໄລ ກຳລັງໄດ້ຮັບທຶນຈາກແຫລ່ງຕ່າງໆ ເຊັ່ນ ມູນນິທິເກັດທິ (Getty) ເພື່ອສ້າງໂປຣແກມ ຫລື applications ເພື່ອໃຫ້ພວກຊົມໃຊ້ໄດ້ສຳຫລວດເບິ່ງແລະ ຄົ້ນຄວ້າ ກ່ຽວກັບສະຖານທີ່ ທາງປະຫວັດສາດ ຕ່າງໆ. Elizabeth Lee ນັກ ຂ່າວວີໂອເອມີຄຳອະທິບາຍກ່ຽວກັບວ່າ ເທັກໂນໂລຈີດັ່ງກ່າວນີ້ ຊ່ວຍເຮັດໃຫ້ນັກປະຫວັດສາດ ດ້ານສິນລະປະກຳ ສາມາດເຂົ້າໃຈກ່ຽວກັບອະດີດໄດ້ ຫລາຍຂຶ້ນກວ່າເກົ່າຄືແນວໃດ. ບົວສະຫວັນ ຈະນຳລາຍລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
ພວກນັກປະຫວັດສາດ ນັບມື້ ນັບມີມຸມມອງໃໝ່ຫລາຍຂຶ້ນ ກ່ຽວກັບອະດີດ ໂດຍການເຊື່ອມຕໍ່ໂລກຂອງປະຫວັດສາດຂອງສິນລະປະກຳ ໃສ່ກັບເທັກໂນໂລຈີດ້ານການເຮັດແຜນທີ່ໂດຍໃຊ້ຄອມພີວເຕີ.
ທ່ານນາງ ແຮເຕີ ແມັກດໍໂນລ (Heather MacDonald) ເຈົ້າໜ້າທີ່ໂຄງການລະດັບສູງຈາກມູນນິທີເກັດຕິ (Getty) ກ່າວວ່າ: "ທີ່ຈິງແລ້ວ ມັນເຮັດໃຫ້ເຈົ້າສາມາດຄິດເບິ່ງວ່າ ຜູ້ຄົນດຳລົງຊີວິດຢູ່ໃນເນື້ອທີ່ຕ່າງໆເຫລົ່ານີ້, ເຄື່ອນໄຫວໄປມາ ຜ່ານເນື້ອທີ່ຕ່າງໆເຫລົ່ານີ້ ແບບໃດ ໄດ້. ງານສິນລະປະກຳມີສ່ວນພົວພັນຕອບໂຕ້ຕໍ່ກັນ ແລະຈະຖືກມອງເບິ່ງ ແລະ ເຂົ້າໃຈເຖິງການພົວພັນຂອງມັນ ຕໍ່ກັນ ແລະ ກັນຄືແນວໃດ.”
ພາບທີ່ເຄື່ອນເໜັງໄດ້ ຫລື animation ແບບ 3-ມິຕິ ແລະ ການເຮັດແຜນທີ່ແບບດີຈິຕອລ ເຮັດໃຫ້ຜູ້ຄົນສາມາດທີ່ຈະສຳຫລວດ ແລະຄົ້ນຄວ້າກ່ຽວກັບສະຖານທີ່ໂບຮານນະຄະດີ ແລະຕົວເມືອງທີ່ມີລັກສະນະປະຫວັດສາດ ເພື່ອໃຫ້ເຂົ້າໃຈ ກ່ຽວກັບສະພາບແວດລ້ອມ ທີ່ສິນລະປະກຳໄດ້ຖືກຄົ້ນພົບນັ້ນ ໄດ້ດີຂຶ້ນກວ່າເກົ່າ.
ທ່ານພອລ ເຈັສຄົດທ໌ (Jaskot), ສາດສະດາຈານສອນດ້ານປະຫວັດສາດຂອງສິນລະປະກຳຈາກມະຫາວິທະຍາໄລ ດູກຄ໌ (Duke) ໃຫ້ຄຳເຫັນວ່າ: "ກໍຍ້ອນວ່າ ມີການພັດທະນາໃນຂະແໜງວິທະຍາສາດ ທາງດ້ານຄອມພີວເຕີ ແລະໃນດ້ານມາດຕະຖານຂອງເຄື່ອງຄອມພີວເຕີທຳມະດາ ແມ່ນແຕ່ຄອມພີວເຕີແບບຢອງໃສ່ຕັກ ຫລື laptop ເຮັດໃຫ້ວຽກງານແບບນີ້ ເປັນເລື້ອງທີ່ເຮັດໄດ້ງ່າຍຂຶ້ນ ສຳລັບພວກນັກປະຫວັດສາດດ້ານສິນລະປະກຳ."
ຂໍ້ມູນເຫລົ່ານີ້ ອາດລວມມີຂໍ້ມູນທີ່ເກັບບັນທຶກໄວ້ ທີ່ກວາມເອົາໄລຍະເວລາ ຫລາຍຮ້ອຍປີ ເຊັ່ນແຜນທີ່ຄວາມຈະເລີນເຕີບໂຕຂອງນະຄອນຣີໂອ ເດີ ຈາແນໂຣ ໃນປະເທດບຣາຊີລນີ້.
ຢູ່ໃນໂຄງການນີ້ ທີ່ເອີ້ນວ່າ ການເຮັດໃຫ້ເນື້ອທີ່ຂອງພູຜາສາມາດເຫັນເປັນພາບໄດ້ ຫລື Visualising the Mountain Estate, ພວກນັກຄົ້ນຄວ້າ ໄດ້ເອົາແຜນທີ່ທາງດີຈິຕອລ ແລະແບບຈຳລອງ 3 ມິຕິ ຫລື 3-D ຂອງສວນ ອັນ ກວ້າງໃຫຍ່ໄພສານຂອງລາດຊະວົງຊິງ ຢູ່ຈີນ ເຂົ້າມາໃສ່ກັນ. ພວກເພິ່ນໄດ້ໃຊ້ແຜນທີ່ສຳຫລວດ ແລະແຫລ່ງປະຫວັດສາດ ເຊັ່ນພາບຄວັດໃສ່ໄມ້, ຂໍ້ຄວາມຕ່າງໆ ແລະ ຮູບແຕ້ມຈາກສັດຕະວັດທີ 18 ແລະ 19 ເພື່ອສະແດງໃຫ້ເຫັນວ່າ ສວນດັ່ງກ່າວໄດ້ປ່ຽນແປງໄປຕາມການເວລາຄືແນວໃດ.
ຢູ່ໃນໂຄງການ ຮິດເດັນ ຟລໍເຣັນສ໌ (Hidden Florence), ເທັກໂນໂລຈີທີ່ ເສີມແຕ່ງໃຫ້ຄືເປັນຈິງ ຖືກມານຳໃຊ້ໃນການຄົ້ນຫາປະຫວັດສາດຂອງສິນລະປະກຳ ຢູ່ໃນສະຖານບ້ານຢູ່ຂອງຄົນຍຸກຟື້ນຟູສິນລະປະຄືນ ຫລື Renaissance. ຜູ້ຊົມໃຊ້ສາມາດມີການຕອບໂຕ້ສື່ສານກັບແຜນທີ່ຂອງສະໄໝສັດຕະວັດທີ 16 ທີ່ເອົາມາໃສ່ໄວ້ຢູ່ໃນໂປຣແກມຄອມພີວເຕີ ຫລື application ໃນຂະນະທີ່ພວກເຂົາເຈົ້າກຳລັງທ່ຽວຊົມເບິ່ງຕົວເມືອງທີ່ເກົ່າແກ່ແຫ່ງນີ້ຂອງອີຕາລີ.
ສາດສະດາຈານເຈັສຄົດທ໌ (Jaskot) ກ່າວເພີ້ມອີກວ່າ: "ເຈົ້າສາມາດທີ່ຈະຈັດວາງຫລັກຖານດ້ານປະຫວັດສາດ ຫລື ທີວທັດທາງປະຫວັດສາດ ຫລື ວັດຖຸທາງປະຫວັດສາດ ຢູ່ໃນສະພາບທີ່ເປັນຈິງເປັນຊັ້ນໆໄວ້ ໄດ້ ...”
ທ່ານນາງ ແມັກດໍໂນລ (MacDonald) ກ່າວມ້ວນທ້າຍວ່າ:
“ຂ້າພະເຈົ້າຄິດວ່າ ສິ່ງທີດີເລີດກ່ຽວກັບປະຫວັດສາດຂອງສິນລະປະກຳແບບດີຈິຕອລນີ້ ກໍຄື ມັນສະໜອງມຸມມອງໃໝ່ທຸກແບບໃຫ້ແກ່ພວກເຮົາ ເພື່ອໃຫ້ເຮົາທັງຕອບຄຳຖາມ ແລະຖາມຄຳຖາມໃໝ່ໄດ້ອີກ.”
ແລະໂດຍທີ່ມີຄວາມເຂົ້າໃຈກ່ຽວກັບອະດີດເພີ້ມຂຶ້ນອີກ ມັນອາດຈະເຮັດໃຫ້ມີຄວາມຮູ້ຈັກ ກ່ຽວກັບສິລະປະກຳ ທີ່ປັດຈຸບັນຖືກວາງສະແດງ ຢູ່ໃນຕົວເມືອງຕ່າງໆ ຂອງທຸກມື້ນີ້ ເພີ້ມຂຶ້ນ ກໍເປັນໄດ້.
ເບິ່ງວີດິໂອ ແລະ ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ