ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ້ອມລົບ ຂະໜາດໃຫຍ່ ໃນອາຟຣິກາ ມາເຖິງເວລານີ້ ໄດ້ຖືກຍົກເລີກ


ພວກທະຫານຊາວເຄັນຢາ ເຂົ້າຮ່ວມໃນການຊ້ອມລົບຮ່ວມກັນ ກັບພວກທະຫານນາວິກະໂຍທິນຂອງສະຫະລັດ ຢູ່ໃກ້ເມືອງແຄມຝັ່ງ ລາມູ ໃນພາບນີ້ ຖ່າຍເມື່ອວັນທີ 15 ມັງກອນ 2004.
ພວກທະຫານຊາວເຄັນຢາ ເຂົ້າຮ່ວມໃນການຊ້ອມລົບຮ່ວມກັນ ກັບພວກທະຫານນາວິກະໂຍທິນຂອງສະຫະລັດ ຢູ່ໃກ້ເມືອງແຄມຝັ່ງ ລາມູ ໃນພາບນີ້ ຖ່າຍເມື່ອວັນທີ 15 ມັງກອນ 2004.

ນຶ່ງໃນການຊ້ອມລົບທີ່ໃຫຍ່ທີ່ສຸດຂອງກອງທັບສະຫະລັດ ຢູ່ໃນອາຟຣິກາ ໄດ້ຖືກຍົກເລີກ
ຍ້ອນໄພຂົ່ມຂູ່ຂອງໄວຣັສໂຄໂຣນາ ຫຼັງຈາກທີ່ໄດ້ຫລຸດຂະໜາດລົງແລ້ວຢ່າງຫຼວງຫຼາຍ
ເມື່ອສັບປະດາແລ້ວນີ້.

ກອງບັນຊາການກຳລັງສະຫະລັດ ໃນອາຟຣິກາ ໄດ້ກ່າວໃນວັນຈັນວານນີ້ວ່າ ການຕັດ
ສິນໃຈເພື່ອຍົກເລີກການຊ້ອມລົບຂະໜາດໃຫຍ່ ທີ່ຊື່ວ່າ ສິງອາຟຣິກາ ທີ່ນຳພາໂດຍ ສະຫະລັດ ທີ່ໄດ້ເຮັດໄປນັ້ນ “ຍ້ອນຄວາມເປັນຫ່ວງເປັນໃຍຢ່າງ ຫຼວງຫຼາຍ” ອີງຕາມທັງ
ເລື້ອງຂອງການຈຳກັດການເດີນຂອງຕ່າງປະເທດ ທີ່ພົວພັນກັບໄວຣັສໂຄວິດ-19 ແລະ
ຄວາມຕ້ອງການທີ່ຢາກຈະຫຼຸດຜ່ອນຄວາມສ່ຽງ ຕໍ່ພວກທະຫານ ທີ່ຈະຖືກຕິດແປດໃສ່ ໄວຣັສໂຄໂຣນາ.

ການຊ້ອມລົບຂະໜາດໃຫຍ່ຂອງອາຟຣິກາຊື່ວ່າ ສິງອາຟຣິກາພາຍໃຕ້ການນຳພາຂອງ ສະຫະລດ ຢູ່ໃນໂມຣອກໂກ ຕູນີເຊຍ ແລະເຊເນການ ຈະມີທະຫານ ເຂົ້າຮ່ວມ 9,300
ຄົນຈາກແປດປະເທດ. ພວກທະຫານດັ່ງກ່າວໃຊ້ການຊ້ອມ ລົບນີ້ ເພື່ອປັບປຸງຄວາມ
ພ້ອມທາງດ້ານການທະຫານ ແລະການປະສົມປະສານເຂົ້າກັນ ໃນຂະນະທີ່ກະກຽມ ການຮັບມືກັບໄພຂົ່ມຂູ່ຂ້າມຂົງເຂດ.

ເມື່ອສັບປະດາແລ້ວນີ້ ນາຍພົນ ສະຕີເວັນ ທາວເຊັນ ຜູ້ບັນຊາການກອງກຳລັງສະຫະລັດ
ໃນອາຟຣິກາ ໄດ້ກ່າວຕໍ່ວີໂອເອ ແລະໜັງສືພິມ ວໍສະຕຣີດ ເຈີໂນລ ວ່າ ທ່ານໄດ້ຕັດສິນ
ໃຈທີ່ຈະຕັດຂະໜາດຂອງການຊ້ອມລົບລົງ “ໃນຂະໜາດ ແລະຂອບເຂດ” ໂດຍອີງໃສ່
ໄວຣັສໂຄໂຣນາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

One of the U.S. military's largest exercises in Africa has been canceled due to the threat of the coronavirus, after already being significantly scaled down last week.

U.S. Africa Command said Monday the decision to cancel the massive, U.S.-led African Lion exercise was made "out of an abundance of caution" and based on both international travel restrictions associated with COVID-19 and the desire to minimize the risk of service members being exposed to the coronavirus.

The massive, U.S.-led African Lion exercises in Morocco, Tunisia and Senegal were supposed to involve 9,300 troops from eight nations. The troops use the exercises to improve military readiness and integration, while preparing to combat transregional threats.

Last week, Gen. Stephen Townsend, commander of U.S. Africa Command, told VOA and The Wall Street Journal that he had decided to to significantly scale down the exercise "in scale and scope" based on coronavirus concerns.

XS
SM
MD
LG