ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພົບ 80 ກວ່າສົບແລ້ວ ໃນເຫດ ນ້ຳຖ້ວມຊຸ ຢູ່ພາກເໜືອ ອັຟການິສຖານ (ວີດີໂອ)


ຊາວອັຟການິສຖານ ພາກັນເບິ່ງສິ່ງຂອງໆພວກເຂົາເຈົ້າ ຢູ່ໃນເຮືອນ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນຖືກນ້ຳຖ້ວມ ທີ່ແຂວງ Baghlan ທາງພາກຕາເວັນອອກສຽເໜືອ ຂອງອັຟການິສ ຖານ (7 ມິຖຸນາ 2014)
ຊາວອັຟການິສຖານ ພາກັນເບິ່ງສິ່ງຂອງໆພວກເຂົາເຈົ້າ ຢູ່ໃນເຮືອນ ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນຖືກນ້ຳຖ້ວມ ທີ່ແຂວງ Baghlan ທາງພາກຕາເວັນອອກສຽເໜືອ ຂອງອັຟການິສ ຖານ (7 ມິຖຸນາ 2014)
ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ໃນອັຟການິສຖານ​ ກ່າວວ່າ ມີການພົບ
ເຫັນຊາກສົບແລ້ວ 80 ກວ່າສົບສອງມື້ຫຼັງຈາກໄດ້ເກີດນ້ຳຖ້ວມຊຸ​
ຮ້າຍແຮງ ຢູ່ໃນເຂດພາກເໜືອ ທີ່ສອກຫລີກຫ່າງໄກ​ ຂອງອັ​ຟກາ
​ນິສຖານ.

ພວກກູ້ໄພໃນເຂດ​ເມືອງ Guzirga i-Nur ຂອງແຂວງ Banghlan
ພວມດີ້ນຮົນຕໍ່ສູ້ ໃນວັນອາທິດມື້ນີ້ ເພື່ອຊອກຫາພວກເຄາະຮ້າຍ
ຢູ່ໃນພູມປະເທດ ທີ່ທຸລະກັນດານ ຂະນະທີ່ ເຮືອບິນເຮຣີຄອບເຕີ້
ກອງທັບ ໄດ້ລຳລຽງປັດໄຈບັນເທົາທຸກ ໄປໃຫ້ປະຊາຊົນ ຈຳນວນ
ຫລາຍໆພັນຄົນທີ່ບໍ່ມີບ່ອນພັກພາອາໄສ.

ຮ້ອຍໂທ Fazel Rahman ກ່າວຕໍ່ຜູ້ບັນຊາການຕຳຫລວດ ໃນເຂດທ້ອງຖິ່ນວ່າ ມີເຮືອນປະ ມານ 850 ຫລັງ ໄດ້ຖືກທຳລາຍ ແລະອີກຫລາຍກວ່າ 1,000 ຫລັງ ໄດ້ຮັບຄວາມເສຍຫາຍ ຍ້ອນຝົນຕົກໜັກແລະໄພນ້ຳຖ້ວມຊຶ່ງເຮັດໃຫ້ຫລາຍໆພັນຄົນ ຕ້ອງການບ່ອນພັກບ່ອນເຊົາ ອາຫານການກິນ ນ້ຳດື່ມ ແລະຢາປົວພະຍາດ.

ເຈົ້າໜ້າທີ່ກ່າວ​ວ່າ ຈຳນວນຜູ້ເສຍຊີວິດຈາກໄພພິບັດຮ້າຍແຮງ ຄັ້ງຫລ້າສຸດນີ້ ຄາດວ່າ ຈະ ເພີ້ມຂຶ້ນຕື່ມ.

ນ້ຳຖ້ວມ​ແລະດິນເຈື່ອນຮ້າຍແຮງມັກເກີດຂຶ້ນຢູ່ເລື້ອຍໆ ​ໃນ​ລະດູບານ​ໃໝ່ ຢູ່ໃນພາກເໜືອ ຂອງອັຟການິສຖານບ່ອນທີ່​ໝູ່​ບ້ານຕ່າງໆຍັງພາກັນດຳລົງຊີວິດແບບປະຖົມມະຖານແລະ ກໍບໍ່​ສາມາດ​ທີ່​ຈະ​ຕ້ານທານ​ຕໍ່​ຄວາມແຮງ​ຂອງ​ນ້ຳແລະລະດິນ ທີ່ເຈື່ອນລົງມາໄດ້.
AFGHANISTAN FLOODS SOTVO
please wait

No media source currently available

0:00 0:00:33 0:00
XS
SM
MD
LG