ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະຫາວິທີລົງໂທດ ປະຫານຊີວິດ ຜູ້ຊາຍ ທີ່ຖືກກ່າວຫາວ່າ ຂ້ານັກຄົ້ນຄວ້າ ຈາກຈີນ

ນາງ ຢິງຢິງ ຊັງ (Yingying Zhang) ອາຍຸ 26 ປີ ທີ່ເປັນນັກຄົ້ນຄວ້າສາກົນ ຢູ່ທີ່ມະຫາວິທະຍາໄລລັດອີລິນອຍ ທີ່ວິທະຍາເຂດ Urbana–Champaign ທີ່ ຖືກລັກພາຕົວໄປ ພາຍຫລັງທີ່ໄດ້ຂຶ້ນລົດຄັນນຶ່ງ ຢູ່ບ່ອນຈອດລົດເມ ໃນມະຫາວິທະຍາໄລ ທີ່ຜູ້ກ່ຽວເຮັດວຽກຢູ່ນັ້ນ ໃນວັນທີ 9 ມິຖຸນາ, 2017 ທີ່ຜ່ານມາ.

ບັນດາໄອຍະການຂອງສະຫະລັດກ່າວໃນວັນສຸກວານນີ້ວ່າ ພວກເຂົາເຈົ້າຈະຫາ
ວິທີລົງໂທດປະຫານຊີວິດອະດີດນັກສຶກສາຂັ້ນປະລິນຍາໂທທີ່ຖືກກ່າວຫາວ່າ ໄດ້
ລັກພາຕົວ ແລະຂ້ານັກຄົ້ນຄວ້າທີ່ມາຈາກຈີນ ທີ່ມາປະຕິບັດງານຢູ່ໃນມະຫາວິທະຍາ
ໄລລັດອີລິນອຍນັ້ນ.

ທ້າວ ເບຣນທ໌ ຄຣິສເຕັນເຊັນ ທີ່ຖືກກ່າວຫາວ່າໄດ້ຂ້າ ແລະລັກພາຕົວນາງ ຢິງຢິງ ຊັງ (Yingying Zhang) ທີ່ມະຫາວິ ທະຍາໄລລັດອີລິນອຍ
ທ້າວ ເບຣນທ໌ ຄຣິສເຕັນເຊັນ ທີ່ຖືກກ່າວຫາວ່າໄດ້ຂ້າ ແລະລັກພາຕົວນາງ ຢິງຢິງ ຊັງ (Yingying Zhang) ທີ່ມະຫາວິ ທະຍາໄລລັດອີລິນອຍ

ທ້າວ ເບຣນທ໌ ເອ ຄຣິສເຕັນເຊັນ (Brendt A.Christensen) ອາຍຸ 28 ປີ ຈາກເມືອງ
ແຊມເພນ (Champaign) ລັດອີລິນອຍ ໄດ້ຖືກກ່າວຫາວ່າໄດ້ທໍາການຂ້າ ແລະລັກ
ພາຕົວນາງຢິງຢິງ ຊັງ (Yingying Zhang) ອາຍຸ 26 ປີ ທີ່ເປັນນັກຄົ້ນຄວ້າສາກົນ ຢູ່ທີ່
ມະຫາວິທະຍາໄລລັດອີລິນອຍ ໃນວັນທີ 9 ມິຖຸນາ, 2017 ທີ່ຜ່ານມາ.

ທ້າວ ຄຣິສເຕັນເຊັນ (Christensen) ໄດ້ຖືກຈັບກຸມ ແລະໄດ້ຖືກຂໍ້ຫາໃນເບື້ອງຕົ້ນໃນ
ນຶ່ງກະທົງ ຊຶ່ງກໍຄືການລັກພາຕົວ ແຕ່ຢູ່ໃນການຟ້ອງຮ້ອງໃນເດືອນຕຸລາຜ່ານມານັ້ນ ຄະນະຕຸລາການຂອງລັດຖະບານກາງໄດ້ອອກການກ່າວຫາອີກກະທົງນຶ່ງຊຶ່ງແມ່ນ ການລັກພາຕົວທີ່ນໍາໄປສູ່ການຕາຍ ແລະອີກສອງກະທົງໃນການໃຫ້ການຂີ້ຕົວະແກ່
ເຈົ້າໜ້າທີອົງການເອັຟບີໄອ (FBI).

ໃນວັນສຸກວານນີ້ ໃນການສົ່ງຄໍາຟ້ອງຮ້ອງຕໍ່ສານສະຫະລັດປະຈໍາເຂດຢູ່ໃນເຂດພາກ
ກາງຂອງລັດອີລິນອຍນັ້ນ ພວກໄອຍະການຂຽນວ່າ "ສະພາບການ (ການທໍາຄວາມຜິດ
ໃນຖານລັກພາຕົວທີ່ພາໃຫ້ຕາຍ) ກໍເພາະວ່າ ຢູ່ໃນນີ້ ຈໍາເລີຍແມ່ນທໍາການກໍ່ອາດຊະຍາ
ກໍາ ສະນັ້ນ ສົມຄວນໄດ້ຮັບການຕັດສິນປະຫານຊີວິດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG