ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໂຮງໄຟຟ້າ ນິວເຄລຍ ຂອງ ຈີນ ທີ່ລອຍຢູ່ເທິງ ໜ້ານໍ້າ ໃນທະເລ ຈີນໃຕ້ ອາດມີຜົນກະທົບ ຕໍ່ ສິ່ງແວດລ້ອມ


 "Academy Lomonosov" ຫລື "ວິທະຍາຄານ Lomonosov" ຂອງຣັດເຊຍເປັນໂຮງງານຜະລິດໄຟຟ້າ ນິວເຄລຍ ທີ່ລອຍຢູ່ເທິງໜ້ານໍ້າ ອັນທໍາອິດຂອງໂລກ ແລ່ນຜ່ານເກາະ Langeland ໃນຂະນະທີ່ມຸ້ງໜ້າໄປຍັງແຂວງ Murmansk ຢູ່ພາກຕາເວັນ ຕົກສຽງເໜືອ ຂອງຣັດເຊຍ ໃນວັນທີ 4 ພຶດສະພາ 2018.
"Academy Lomonosov" ຫລື "ວິທະຍາຄານ Lomonosov" ຂອງຣັດເຊຍເປັນໂຮງງານຜະລິດໄຟຟ້າ ນິວເຄລຍ ທີ່ລອຍຢູ່ເທິງໜ້ານໍ້າ ອັນທໍາອິດຂອງໂລກ ແລ່ນຜ່ານເກາະ Langeland ໃນຂະນະທີ່ມຸ້ງໜ້າໄປຍັງແຂວງ Murmansk ຢູ່ພາກຕາເວັນ ຕົກສຽງເໜືອ ຂອງຣັດເຊຍ ໃນວັນທີ 4 ພຶດສະພາ 2018.

ໂຮງງານຜະລິດພະລັງງານນິວເຄລຍຂອງຈີນ ທີ່ລອຍຢູ່ເທິງໜ້ານໍ້າ ຢູ່ໃນເຂດທະເລ
ຈີນໃຕ້ ຈະຊ່ວຍໃຫ້ການກ່າວອ້າງເອົາເຂດນໍ້າແດນດິນ ຂອງປັກກິ່ງຢູ່ໃນທະເລດັ່ງ
ກ່າວ ທີ່ມີການຂັດແຍ້ງກັນ ເປັນເວລາຫລາຍທົດສະວັດແລ້ວນັ້ນ ມີຄວາມເຂັ້ມແຂງ
ຕື່ມຂຶ້ນ ແຕ່ວ່າ ກໍເປັນການສ້າງຂຶ້ນທີ່ເຕັມໄປດ້ວຍຄວາມສ່ຽງທາງດ້ານສິ່ງແວດລ້ອມ
ຫລາຍຢ່າງ, ອີງຕາມຄໍາເວົ້າຂອງບັນດານັກຄົ້ນຄວ້າ.

ກະຊວງປ້ອງກັນປະເທດສະຫະລັດ ລາຍງານເມື່ອມໍ່ໆມານີ້ ຕໍ່ລັດຖະສະພາສະຫະ
ລັດ ຢູ່ໃນບົດລາຍງານປະຈໍາປີ ກ່ຽວກັບການເຄື່ອນໄຫວທາງທະຫານຂອງຈີນວ່າ
ຈີນມີແຜນທີ່ຈະສະໜອງພະລັງງານໄຟຟ້ານິວເຄລຍ ໃຫ້ແກ່ໝູ່ເກາະນ້ອຍໆທັງ
ຫລາຍ. ປັກກິ່ງໄດ້ສະແດງໃຫ້ຮູ້ໃນປີກາຍນີ້ວ່າ ຕົນກໍາລັງມີແຜນທີ່ຈະຕິດຕັ້ງ "ສະ
ຖານີຜະລິດພະລັງງານນິວເຄລຍລອຍຫຼາຍແຫ່ງ" ຊຶ່ງຈະເລີ້ມທໍາການຜະລິດກ່ອນ
ປີ 2020, ອີງຕາມບົດລາຍງານສະບັບນັ້ນ.

ຄວາມກ້າວໜ້າທາງດ້ານນີ້ ຈະເຮັດໃຫ້ການກ່າວອ້າງເອົາເຂດນໍ້າແດນດິນຢູ່ໃນທະ
ເລຈີນໃຕ້ຂອງຈີນ ໄດ້ຮັບຄວາມເຂັ້ມແຂງຕື່ມຂຶ້ນພາຍຫລັງທີ່ມີການປັບສະພາບດິນ
ສ່ວນນຶ່ງ ໃນເນື້ອທີ່ທະເລທີ່ກ້ວາງ 3.5 ລ້ານ ຕາລາງກິໂລແມັດ ແລະສົ່ງໜ່ວຍກໍາລັງ
ທະຫານຂອງຕົນ ໄປປະຈໍາຢູ່ໃນເກາະທີ່ຄົນເຮັດຂຶ້ນບາງເກາະ, ອີງຕາມນັກວິເຄາະ
ສະພາບການ.

ປະເທດທີ່ກ່າວອ້າງເອົາເຂດນໍ້າແດນດິນທາງທະເລທີ່ເປັນປໍລະປັກກັບຈີນ ແມ່ນ
ປະກອບດ້ວຍ ບຣູນາຍ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ, ແລະ ຫວຽດນາມ ແມ່ນບໍ່
ມີສິ່ງ ທີ່ຄ້າຍຄືກັນນີ້ເພື່ອຈະເຮັດໃຫ້ມີໄຟຟ້າຢູ່ໃນເນື້ອທີ່ທີ່ປະເທດຕົນຈັບຈອງໄວ້.

ທ່ານ ໂຄລລິນ ໂຄ, ນັກຄົ້ນຄວ້າດ້ານທະເລ ຢູ່ມະຫາວິທະຍາໄລເທັກໂນໂລຈີ ນັນຢາງ
(Nanyang) ທີ່ສິງກະໂປ ເວົ້າວ່າ "ການເຮັດແນວນີ້ ເປັນການເອື້ອ ອໍານວຍໃຫ້ມີການ
ຄວບຄຸມເນື້ອທີ່ຕົວຈິງຢູ່ໃນເຂດທະເລຈີໃຕ້ ເພີ້ມຂຶ້ນໄປເທົ່າ ນັ້ນ".

ທ່ານກ່າວເພີ້ມອີກວ່າ "ຂ້າພະເຈົ້າຄິດວ່າ ຄວາມເປັນຫ່ວງອັນຮີບດ່ວນເພີ້ມຂຶ້ນ ບໍ່ວ່າ
ຈະມາຈາກພວກທີ່ອ້າງເອົາເຂດນໍ້າດິນແດນ ຫລື ພວກທີ່ບໍ່ອ້າງເອົາເຂດນໍ້າດິນແດນ
ຢູ່ບ່ອນນັ້ນກໍຕາມ ນັ້ນກໍຄືການສ່ຽງໄພໃນດ້ານນິເວດວິທະຍາອັນໃຫຍ່ຫລວງ ແລະ
ໃຫ້ຄິດເບິ່ງວ່າ ເທັກໂນໂລຈີດ້ານການຜະລິດພະລັງງານ ໂດຍໃຊ້ນິວເຄລຍຂອງຈີນ
ອາດຈະບໍ່ຈໍາເປັນແມ່ນເທັກໂນໂລຈີທີ່ດີສຸດຂອງໂລກຊໍ້າ ກໍເປັນໄດ້.

ອົງການຂ່າວສານຂອງຈີນເວົ້າໃນປີ 2016 ວ່າປະເທດຂອງພວກເຂົາເຈົ້າ ອາດຈະຕິດ
ຕັ້ງໂຮງງານຜະລິດພະລັງງານ ໂດຍໃຊ້ນິວເຄລຍ ທີ່ລອຍຢູ່ເທິງໜ້ານໍ້າ ຫລາຍເຖິງ 20
ແຫ່ງເພື່ອການພັດທະນາທາງດ້ານການຄ້າ. ບໍ່ມີໃຜຮູ້ແຈ້ງວ່າ ພວກເຂົາເຈົ້າ ຈະສະໜອງ
ໄຟຟ້າໃຫ້ແກ່ສະຖານທີ່ຕ່າງໆ ຢູ່ໃນໝູ່ເກາະປາຣາແຊລ (Paracel) ທີ່ຫວຽດນາມໄດ້
ຄັດຄ້ານຢ່າງໜັກ ຫຼືໃຫ້ແກ່ສະຖານທີ່ຕ່າງໆ ຢູ່ໃນໝູ່ເກາະສະແປຣັດລີ (Spratly) ທີ່
ເປັນກ້ອນຫີນຢູ່ທາງໃຕ້ໄປນັ້ນ ຊຶ່ງເປັນບ່ອນທີ່ 6 ປະເທດ ເປັນເຈົ້າຂອງໝູ່ເກາະບາງ
ບ່ອນໃນນັ້ນ.

ແຜນທີ່ເຂດແດນທີ່ມີການກ່າວອ້າງເອົາຂອງປະເທດຕ່າງໆ ຢູ່ໃນທະເລຈີນໃຕ້
ແຜນທີ່ເຂດແດນທີ່ມີການກ່າວອ້າງເອົາຂອງປະເທດຕ່າງໆ ຢູ່ໃນທະເລຈີນໃຕ້

ໂຮງງານຜະລິດພະລັງງານໂດຍໃຊ້ນິວເຄລຍທີ່ຕັ້ງຢູ່ເທິງເຮືອແພຫຼືແຜງລອຍຂະໜາດ
ໃຫຍ່ ໂດຍພື້ນຖານແລ້ວ ອາດຈະໃຊ້ການໄດ້, ອີງຕາມທ່ານ ໂອ ອີ ຊັນ (Oh Ei Sun)
ອາຈານສອນວິຊາສຶກສາກ່ຽວກັບວຽກງານສາກົນ ຢູ່ໃນມະຫາວິ ທະຍາໄລ ນັນຢາງ
(Nanyang) ທີ່ສິງກະໂປ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG