ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈີນ ພະຍາຍາມສ້າງເພື່ອນມິດ ໃນເອເຊຍຕາເວັນອອກສຽງໃຕ້, ໃນຂະນະທີ່ອິດທິພົນຂອງ ສະຫະລັດ ເພີ່ມສູງຂຶ້ນ


ຕຳຫຼວດຍາມຊາຍຝັ່ງ ຟີລິບປິນ ຢູ່ເທິງກຳປັ່ນລາດຕະເວນຂອງເຂົາເຈົ້າຢູ່ໃກ້ກັບກຳປັ່ນທີ່ເຂົາເຈົ້າເວົ້າວ່າເປັນກຳປັ່ນທະຫານບ້ານ ຈີນ ຢູ່ໝູ່ເກາະ ຊາບີນາ ໃນທະເລຈີນໃຕ້.
ຕຳຫຼວດຍາມຊາຍຝັ່ງ ຟີລິບປິນ ຢູ່ເທິງກຳປັ່ນລາດຕະເວນຂອງເຂົາເຈົ້າຢູ່ໃກ້ກັບກຳປັ່ນທີ່ເຂົາເຈົ້າເວົ້າວ່າເປັນກຳປັ່ນທະຫານບ້ານ ຈີນ ຢູ່ໝູ່ເກາະ ຊາບີນາ ໃນທະເລຈີນໃຕ້.

ຈີນ ໄດ້ສະແດງຄວາມສົນໃຈໃໝ່ໃນການເຮັດວຽກກັບບັນດາປະເທດເອເຊຍຕາເວັນອອກສຽງໃຕ້ ກ່ຽວກັບ ຄວາມຂັດແຍ້ງໃນທະເລຈີນໃຕ້ທີ່ອະດົມສົມບູນໄປດ້ວຍແຫຼ່ງຊັບພະຍາຍາກອນ ໃນຂະ ນະທີ່ຄູ່ແຂ່ງມະຫາອຳນາດຄື ສະຫະລັດ ໄດ້ຮັບແຮງຜັກດັນທາງການທູດພາຍໃຕ້ປະທານາທິບໍດີ ໂຈ ໄບເດັນ, ອີງຕາມການກ່າວຂອງບັນດານັກວິເຄາະໃນເອເຊຍ.

ຈີນ, ດ້ວຍກອງທັບ ແລະ ເສດຖະກິດທີ່ໃຫຍ່ທີ່ສຸດ ຂອງເອເຊຍນັ້ນ, ໄດ້ຈັດກອງປະຊຸມແບບມີໜ້າ ໃນສະຖານທີ່ເມື່ອວັນທີ 7-8 ມິຖຸນາທີ່ຜ່ານມາ ເພື່ອນຳເອົາບັນດາລັດຖະມົນຕີການຕ່າງປະເທດຂອງ 10 ປະເທດເອເຊຍຕາເວັນອອກສຽງໃຕ້ມາເຕົ້າໂຮມກັນກັບຄູ່ຮ່ວມຕຳແໜ່ງ ຈີນ ຂອງເຂົາ ເຈົ້າ ທ່ານ ຫວັງ ຢີ້.

ທ່ານ ຫວັງ ແລະ ລັດຖະມົນຕີຈາກ 10 ປະເທດທີ່ເປັນສະມາຊິກຂອງສະມາຄົມບັນດາປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ໄດ້ກ່າວໃນຖະແຫຼງການຂອງວັນທີ 9 ມິຖຸນາທີ່ຜ່ານມາຈາກກອງປະຊຸມຂອງເຂົາເຈົ້າ ໃນເມືອງ ຈອງຈິງ ປະເທດ ຈີນ ວ່າເຂົາເຈົ້າໄດ້ປຶກສາຫາລືການສະແຫວງຫາ “ຂໍ້ແກ້ໄຂທີ່ສັນຕິ ກ່ຽວກັບ ຄວາມຂັດແຍ້ງ” ໃນທະເລຈີນໃຕ້ ແລະ ການສືບຕໍ່ເຈລະ ຈາເພື່ອ “ຫາຂໍ້ສະຫຼຸບລ່ວງໜ້າ ກ່ຽວກັບ ກົດເກນທີ່ມີປະສິດທິພາບ ແລະ ແທ້ຈິງ.”

ການລົງນາມຄັ້ງສຸດທ້າຍໃນກົດເກນດັ່ງກ່າວ, ເຊິ່ງແມ່ນເອກະສານທີ່ຈະອະທິບາຍວິທີທາງ ກ່ຽວ ກັບ ການຫຼີກລ່ຽງເຫດຮ້າຍໃນທະເລໂດຍປາສະຈາກການແຕະຕ້ອງເຖິງຄວາມຂັດແຍ້ງດ້ານອະທິ ປະໄຕທີ່ປະກອບມີ 6 ລັດຖະບານນັ້ນ ຄົງຈະພາດເປົ້າໝາຍປີ 2021 ຍ້ອນຄວາມຊັບຊ້ອນຂອງມັນ ແລະ ການຂາດການປຶກສາຫາລືທີ່ກ່ຽວຂ້ອງໃນລະຫວ່າງໂຣກລະບາດ, ອີງຕາມການກ່າວຂອງບັນດານັກສັງເກດການ.

ໃນກອງປະຊຸມຂອງເດືອນນີ້, ຈີນ ສ່ວນໃຫຍ່ຢາກໃຫ້ບັນດາລັດຖະບານເອເຊຍ ຕາເວັນອອກສຽງໃຕ້ມາຢູ່ທາງຂອງເຂົາເຈົ້າ ແລະດຶງເຂົາເຈົ້າອອກຈາກ ສະຫະລັດ, ອີງຕາມບັນດາຜູ້ຊ່ຽວຊານ.

ທ່ານ ເຈ ບາຕັອງບາຄາລ, ອາຈານສອນ ກ່ຽວກັບ ບັນຫາທາງທະເລສາກົນຢູ່ມະຫາວິທະຍາໄລແຫ່ງ ຟີລິບປິນ ໃນເມືອງ ເກຊອນ ໄດ້ກ່າວວ່າ “ນີ້ຈະເປັນວິທີນຶ່ງສຳລັບ ຈີນ ທີ່ຈະພະຍາຍາມຄໍ້າຈູນການປ້ອງກັນຂອງເຂົາເຈົ້າຕໍ່ຟື້ນຄືນຂອງອິດທິພົນການສະໜັບສະໜູນຕາເວັນຕົກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG