ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຢຸດຍິງ ຈະເລີ້ມຂື້ນໃນຕອນແລງ ວັນອັງຄານມືີ້ນີ້ ທີ່ ເຢເມັນ


Security has been heightened in Washington, D.C., for Friday's presidential inauguration, Jan. 19, 2017.
Security has been heightened in Washington, D.C., for Friday's presidential inauguration, Jan. 19, 2017.

ພັກ​ຝ່າຍທີ່​ສູ້​ລົບ​ກັນ​ຢູ່ໃນ​ເຢ​ເມັນ ມີ​ກຳນົດ​ທີ່​ຈະ​ວາງ​ອາວຸດ ​ໃນ
​ຕອນ​ແລງ​ວັນ​ອັງຄານ​ມື້​ນີ້ ​ແລະ​ເລີ້ມປະຕິ​ບັດ​ການຢຸດ​ຍິງເປັນ
ເວລາ​ຫ້າ​ມື້ ​ເພື່ອ​ປ່ອຍໃຫ້ການ​ຊ່ວຍ​ເຫລື​ອດ້ານ​ມະນຸດ​ສະ​ທຳ​
ທີ່​ມີ​ຄວາມ​ຕ້ອງການ​ທີ່​ສຸດນັ້ນ ເຂົ້າ​ໄປ​ເຖິງ ບັນດາ​ພົນລະ​ເຮືອນ
ຢູ່ທາງໃນ​ປະ​ເທດ ​ທີ່​ຖືກ​ທຳລາຍ​ເສຍ​ຫາຍ​ຍ້ອນ​ການ​ຂັດແຍ້ງກັນ​.

ພວກ​ກະບົດ Houthi ກຳລັງຝ່າຍ​ລັດຖະບານ ​ແລະ​ກຳລັງ​ປະສົມ
ທີ່​ນຳພາ​ໂດຍ ຊາ​ອຸ​ດີ ອາ​ເຣ​ເບຍ ທີ່​ໄດ້ທຳ​ການ​ໂຈມ​ຕີ​ທາງ​ອາ
ກາດ ​ຕະຫລອດ​ຫົກ​ອາທິດ​ທີ່​ຜ່ານ​ມາໃນ​ເຢ​ເມັນ ທັງ​ໝົດ​ນັ້ນໄດ້
ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ປະຕິບັດການ​ຢຸດ​ຍິງ ​ແຕ່ບໍ່​ມີການ​ຄຳ້ປະ
ກັນ ວ່າມັນຈະມີ​ຂຶ້ນ ພ້ອມ​ກັບ​ທີ່​ມີການ​ໂຈມ​ຕີ​ຢ່າງ​ໜັກ​ໜ່ວງ ຂອງ​ຝ່າຍ​ກຳ​ລັງ​ປະສົມ ຕະຫລອດ​ວັນ​ຈັນ​ວານ​ນີ້.

ກ່ອນໜ້າ​ວັນເສັ້ນ​ຕາຍ​ສຳລັບຢຸດ​ຍິງນັ້ນ ຫົວໜ້າ​ຫ້ອງການມະນຸດສະທຳຂອງ​ອົງການ
ສະຫະ​ປະຊາ​ຊາດ ທ່ານ​ນາງ Valerie Amos ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ ຢຸດ​ຄວາມ​ຮຸນ​
ແຮງ ​ແລະ​ປ່ອຍ​ໃຫ້​ພວກພະ​ນັກ​ງານ​ຊ່ວຍ​ເຫລືອ ນຳ​ອາ ຫາ​ນ ​ແລະນຳ້ສະອາດ ​ໄປ​ສົ່ງ​
ໃຫ້​ພວກ​ປະຊາຊົນ​ທີ່​ຕ້ອງການ​ ​ແລະ​ສະໜອງ​ການປິ່ນປົວ​ດ້ານ​ການ​ແພດ ແລະ​ອະນຸ
ຍາດ​ໃຫ້​ປະຊາຊົນ​ຫ​ລົບ​ໜີ​ໄປ​ຢູ່​ບ່ອນປ​ອດ​ໄພ.

ທ່ານ​ນາງ Amos ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “​ຕໍ່ໜ້າສະພາບ​ການ​ດ້ານ​ມະນຸດ​ສະ​ທຳ
ທີ່​ຊຸດ​ໂຊມ​ລົງ ຢູ່ໃນ​ພື້ນທີ່ໃນ​ປະ​ເທດ​ເຢ​ເມັນ ບ່ອນ​ທີ່ມີ​ພົນລະ​ເຮືອນ​ຫລາຍ​ຮ້ອຍ​ພັນ​ຄົນ
​ພາກັນ​ຕົກຢູ່​ໃນ​ອັນຕະລາຍ ​ຕິດ​ຄ້າງ​ຢູ່​ກາງ​ການ​ສູ້​ລົບ ​ແລະ​ບໍ່​ສາມາດໄດ້​ຮັບ​ການ​ຊ່ວຍ
​ເຫລືອ ​ເພື່ອ​ຊ່ວຍຊີວິດຂອງ​ເຂົາ​ເຈົ້າ​ນັ້ນ ມັນ​ຈຶ່ງເປັນ​ສິ່ງ​ສຳຄັນ​ທີ່​ສຸດ ທີ່​ຈະ​ຕ້ອງ​ມີ​ການ
ປະຕິບັດການ​ຢຸດ​ຍິງ.”

ສະຫະ​ປະຊາ​ຊາດ ກ່າວ​ວ່າ ການ​ສູ້​ລົບ​ໃນ​ເຢເມັນ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ
1,400 ຄົນ.

Yemen
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG