ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ສຫລ ກັບ​ ກາ​ນາ​ດາ ຈະ​ເຈ​ລະ​ຈາ ການ​ຄ້າ ​ຮອບ​ໃໝ່ ໃນ​ຂະ​ນະ​ທີ່ ​ເວ​ລາ​ກຳ​ລັງ​ໝົດ​ລົງ​


​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກາ​ນາ​ດາ ທ່ານ​ນາງ​ຄ​​ຣິ​ສເຕຍ ຟ​ຣີ​ແລນ​ດ໌ ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ປະ​ຊ​ຸມ​ຖະ​ແຫຼງ​ຂ່າວ ໃນ​ສະ​ຖານ​ທູດ​ກາ​ນາ​ດາ ໃນ​ວໍຊີງ​ຕັນ, 31 ສິງ​ຫາ 2018.
​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກາ​ນາ​ດາ ທ່ານ​ນາງ​ຄ​​ຣິ​ສເຕຍ ຟ​ຣີ​ແລນ​ດ໌ ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ປະ​ຊ​ຸມ​ຖະ​ແຫຼງ​ຂ່າວ ໃນ​ສະ​ຖານ​ທູດ​ກາ​ນາ​ດາ ໃນ​ວໍຊີງ​ຕັນ, 31 ສິງ​ຫາ 2018.

​ບັນ​ດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງຝ່າຍ​ການ​ຄ້າ ສຳ​ລັບ​ສະ​ຫະ​ລັດ ແລະ​ກາ​ນາ​ດາ ​ຈະ​ກັບ​ຄືນ​ມາ​ເຈ​ລະ​ຈາ​ກັນ​ໃໝ່ ໃນ​ວັນ​ອັງ​ຄານ​ມື້​ນີ້ ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ຍົກ​ລະ​ດັບຂໍ້​ຕົກ​ລົງ​ການ​ຄ້າ​ເສ​ລີ​ ​ອາ​ເມ​ຣິ​ກາ​ເໜືອ ຫຼື NAFTA ​ໃຫ້​ທັນ​ສະ​ພາບ​ການ​ໃນ​ປັດ​ຈະ​ບັນ ໃນ​ຂະ​ນະ​ທີ່​ເວ​ລາ​ໄດ້​ສັ້ນ​ລົງ ໃນ​ການ​ບັນ​ລຸຂໍ້​ຕົກ​ລົງ​ອັນ​ໃໝ່​.

ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າຂອງສະ​ຫະ​ລັດ ທ່ານ ໂຣ​ເບີ​ຣ໌ດ ໄລໄທ​ເຊີ​ຣ໌ ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກາ​ນາ​ດາ ທ່ານ​ນາງ​ຄຣິ​ສເຕຍ ຟ​ຣີ​ແລນ​ດ໌ ຈະ​ພົບ​ປະ​ກັນ ໃນ​ວໍ​ຊີງ​ຕັນ ​ໃນ​ການ​ເຈ​ລະ​ຈາ​ອີກ​ຄັ້ງ​ນຶ່ງ ເພື່ອ​ພະ​ຍາ​ຍາມ​ທີ່​ຈະ​ແກ້​ບັນ​ຫາ​ຄວາມ​ແຕກ​ຕ່າງ ເພື່ອ​ຍົກ​ລະ​ດັບ​ຂໍ້​ຕົກ​ລົງ.

ສະ​ຫະ​ລັດ ແມ່ນ​ໄດ້ບັນ​ລຸ​ຂໍ້​ຕົກ​ລົງ​ການ​ຄ້າ​ກັບ​ປະ​ເທດ​ເມັກ​ຊິ​ໂກ​ແລ້ວ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍໂນລ ທຣຳ ​ແມ່ນ​ໄດ້​ຂົ່ມ​ຂູ່​ວ່າ ຈະ​ດຳ​ເນີນ​ການ​ຕໍ່​ໄປ ໂດຍ​ປາດ​ສະ​ຈາກ​ກາ​ນາ​ດາ.

ທ່ານທຣຳ ໄດ້​ລາຍ​ງານ​ຕໍ່​ລັດ​ຖະ​ສະ​ພາ ໃນ​ທ້າຍ​ເດືອນສິງ​ຫາວ່າ ທ່ານ​ວາງ​ແຜນ​ທີ່​ຈະ​ລົງ​ນາມ ໃນຂໍ້​ຕົກ​ລົງ​ການ​ຄ້າ​ກັບ​ປະ​ເທດ​ເມັກ​ຊິ​ໂກ ພາຍ​ໃນ 90 ມື້. ທ່ານໄລໄທ​ເຊີ​ຣ໌ ໄດ້​ກ່າວ​ວ່າ ກາ​ນາ​ດາ ຍັງ​ຢູ່​ໃນ​ຂໍ້​ຕົກ​ລົງ​ຂອງ​ທະ​ວີບ​ອາ​ເມ​ຣິ​ກາ​ຢູ່. ເຖິງ​ຢ່າງ​ນັ້ນ ກໍ​ຕາມ ບັນ​ດາເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ກ່າວ​ວ່າ ແມ່ນ​ບໍ່​ມີເວ​ລາອີກ​ແລ້ວ ທີ່​ຈະ​ຕົກ​ລົງກ່ຽວ​ກັບເນື້ອມ​ໄນທີ່​ເປັນ​ລາຍ​ລັກ​ອັກ​ສອນ ຊຶ່ງ​ທາງລັດ​ຖະ​ສະ​ພາ​ ສາ​ມາດ​ລົງ​ຄະ​ແນນ​ສຽງ​ໄດ້​ນັ້ນ.

ການ​ເຈ​ລະ​ຈາ​ຮອບ​ສຸດ​ທ້າຍ ລະ​ຫວ່າງ​ສະ​ຫະ​ລັດ ກັບ​ກາ​ນາ​ດາ ໄດ້​ສິ້ນ​ສຸດ​ລົງ ໃນ​ວັນ​ສຸກ​ທີ່​ວໍ​ຊີງ​ຕັນ ກັບ​ທ່ານ​ນາງ​ຟ​ຣີ​ແລນ​ດ໌ ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ມີ​ການ​ດຳ​ເນີນ​ການ​ເປັນ​ຢ່າງ​ດີ ໃນ​ບາງ​ພາກ​ສ່ວນ. ທ່ານ​ທ​ຣຳ ໄດ້​ກ່າວວ່າ ​ວັນ​ສຸກ​ນີ້​ ຂໍ້​ຕົກ​ລົງ NAFTA ​“ແມ່ນ​ດຳ​ເນີນ​ໄປ​ດ້ວຍ​ດີ" ແຕ່​ວ່າ ​ກໍ​ໄດ້ຕຳ​ໜິ​ຄືນ​ອີກ​ທີ່​ວ່າ "ນີ້​ແມ່ນ​ຂໍ້​ຕົກ​ລົງ​ການ​ຄ້າ​ທີ່​ຂີ້​ຮ້າຍ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ."

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG