ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸກສາຍຕາ ເບິ່ງໄປຍັງ “ການເລືອກຕັ້ງຂັ້ນຕົ້ນ ແບບບໍ່ຈຳກັດພັກ” ທີ່ລັດຄາລີຟໍເນຍ


US Elections
please wait
Embed

No media source currently available

0:00 0:01:15 0:00

ທ່ານນາງ ດາຍແອນ ຟາຍສໄຕນ໌ ທີ່ສັງກັດພັກເດໂມແຄຣັດ ກຳລັງໃກ້ທີ່ຈະໄດ້ຖືກເລືອກ
ອີກເທື່ອນຶ່ງ ເປັນສະໄໝທີ 6 ເຂົ້າປະຈຳ ໃນ ສະພາສູງ ສະຫະລັດ ຫຼັງຈາກທີ່ໄດ້ຊະນະ
ການເລືອກຕັ້ງຂັ້ນຕົ້ນ ໃນລັດຄາລີຟໍເນຍ ໂດຍໄດ້ຮັບຄະແນນສຽງຫຼາຍທີ່ສຸດ ໃນຂັ້ນ
ຕອນທີ່ບໍ່ປົກກະຕິ ເມື່ອວັນອັງຄານວານນີ້.

ອະດີດຜູ້ປົກຄອງນະຄອນ ແຊນ ແຟຣນຊິສໂກ ອາຍຸ 84 ປີ ທ່ານນີ້ ສາມາດ ໄດ້ຮັບ
ຄະແນນສຽງຫຼາຍກວ່າ ຄູ່ແຂ່ງທີ່ຍັງໜຸ່ມນ້ອຍກວ່າ ຄື ທ່ານເຄວິນ ເດີ ລີອອນ ສະມາຊິກ
ສະພາລັດຄາລີຟໍເນຍ ສັງກັດພັກເດໂມແຄຣັດ ໃນອັນທີ່ເອີ້ນກັນວ່າ “ການເລືອກຕັ້ງ
ຂັ້ນຕົ້ນແບບບໍ່ຈຳກັດພັກ ຫຼື jungle primary”
ຂອງລັດດັ່ງກ່າວ ເຊິ່ງສອງຜູ້ສະໝັກ ທີ່ອາດໄດ້ຮັບຄະແນນສຽງສູງກວ່າໝູ່ນັ້ນ ບໍ່ວ່າຈະສັງກັດຢູ່ພັກໃດກໍຕາມ ຈະຜ່ານເຂົ້າ
ການເລືອກຕັ້ງທົ່ວໄປ ໃນເດືອນພະຈິກ ທີ່ຈະມາເຖິງນີ້. ພາບທີ່ຈະອອກມາ ເປັນໄປໄດ້
ວ່າ ທ່ານນາງຟາຍສໄຕນ໌ ອາດຈະປະເຊີນໜ້າ ແຂ່ງກັບ ທ່ານເດີ ລີອອນ ອາຍຸ 51 ປີ ອີກ.

ໃນຂະນະດຽວກັນ ຮອງຜູ້ປົກຄອງລັດຄາລີຟໍເນຍ ທ່ານ ແກວິນ ນິວສຳ ເອງ ກໍເຄີຍເປັນ
ຜູ້ປົກຄອງນະຄອນ ແຊນ ແຟຣນຊິສໂກ ຈະຜ່ານເຂົ້າສູ່ການເລືອກຕັ້ງທົ່ວໄປ ໃນເດືອນ
ພະຈິກ ເຊັ່ນກັນ ບ່ອນທີ່ທ່ານ ຈະປະເຊີນໜ້າກັບນັກທຸລະກິດ ຈອນ ຄັອກສ໌ ທີ່ສັງກັດ
ພັກຣີພັບບລີກັນ ຜູ້ທີ່ໄດ້ຮັບການສະໜັບສະໜຸນໂດຍ ປະທານາທິບໍດີ ດໍໂນລ ທຣຳ.
ພວກເພິ່ນທັງສອງ ຈະແຂ່ງຂັນເອົາຕຳແໜ່ງ ຜູ້ປົກຄອງລັດ ແທນ ທ່ານ ເຈີຣີ ບຣາວນ໌
ຜູ້ທີ່ຈະພົ້ນຈາກໜ້າທີ່ຍ້ອນການຈຳ ກັດສະໄໝໃນການດຳລົງຕຳແໜ່ງນັ້ນ.

ຜູ້ສະໝັກອັນດັບສູງສອງຄົນ ທີ່ຜ່ານຂັ້ນຕອນການເລືອກຕັ້ງຂັ້ນຕົ້ນນັ້ນ ອາດຈະກຳນົດ
ວ່າ ພັກເດໂມແຄຣັດ ຈະໄດ້ຮັບ 23 ບ່ອນນັ່ງໃນສະພາ ທີ່ຕົນຕ້ອງການ ຫຼືບໍ່ ເພື່ອຈະ
ສາມາດຄວບຄຸມສະພາຕ່ຳ ສະຫະລັດ ໄດ້. ພັກນີ້ ໄດ້ຕັ້ງເປົ້າໝາຍໄວ້ວ່າ ຕ້ອງຊະນະ
ຢ່າງໜ້ອຍ ໃນ 7 ເຂດເລືອກຕັ້ງ ຂອງລັດຢູ່ທາງພາກຕາເວັນຕົກ ທີ່ທ່ານນາງ ຮີລລາຣີ
ຄລິນຕັນ ເຄີຍໄດ້ຊະນະມາແລ້ວ ໃນການເລືອກຕັ້ງປະທານາທິບໍດີ ເມື່ອປີ 2016
ແຕ່ຜູ້ສະໝັກສັງກັດພັກເດໂມແຄຣັດ ຫຼາຍໆຄົນ ກໍໄດ້ລົງແຂ່ງເອົາບ່ອນນັ່ງເຫຼົ່ານັ້ນ
ເຊິ່ງນຳໄປສູ່ຄວາມເປັນຫ່ວງ ວ່າ ຄະແນນສຽງຂອງພັກເດໂມແຄຣັດ ຈະບໍ່ເຂັ້ມແຂງພໍ
ແລະຈະປ່ອຍໃຫ້ຜູ້ສະໝັກສັງກັດພັກຣີພັບບລີກັນ ອັນດັບສູງສອງຄົນ ຜ່ານເຂົ້າໄປສູ່
ການເລືອກຕັ້ງທົ່ວໄປນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG