ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດ ປ. ບຣາຊິລ ທີ່ຖືກຂັງຄຸກ ຖອນຕົວ ອອກຈາກ ການເລືອກຕັ້ງ ຂອງປະເທດ


ປະທານພັກກຳມະກອນ ທ່ານນາງ ເກລຊີ ຮອຟແມັນ ໃຫ້ຄຳປາໄສ ຕໍ່ສື່ມວນຊົນ ກ່ອນການເລີ່ມຕົ້ນກອງປະຊຸມ ສະມາຊິກພິເສດ ຂອງພັກກຳມະກອນແຫ່ງຊາດ ເພື່ອປຶກສາຫາລື ການສັບປ່ຽນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທີ່ຖືກຂັງຄຸກ, ທ່ານ ຫຼຸຍ ອີນາຊີໂອ ລູລາ ດາ ຊິລວາ, ເມືອງ ຄູຣີຕິບາ, ປະເທດ ບຣາຊິລ. 11 ກັນຍາ, 2018.
ປະທານພັກກຳມະກອນ ທ່ານນາງ ເກລຊີ ຮອຟແມັນ ໃຫ້ຄຳປາໄສ ຕໍ່ສື່ມວນຊົນ ກ່ອນການເລີ່ມຕົ້ນກອງປະຊຸມ ສະມາຊິກພິເສດ ຂອງພັກກຳມະກອນແຫ່ງຊາດ ເພື່ອປຶກສາຫາລື ການສັບປ່ຽນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທີ່ຖືກຂັງຄຸກ, ທ່ານ ຫຼຸຍ ອີນາຊີໂອ ລູລາ ດາ ຊິລວາ, ເມືອງ ຄູຣີຕິບາ, ປະເທດ ບຣາຊິລ. 11 ກັນຍາ, 2018.

ອະດີດປະທານາທິບໍດີ ບຣາຊິລ ທີ່ຖືກຂັງຄຸກ ໄດ້ເລີກຄວາມພະຍາຍາມຂອງທ່ານ ທີ່
ຈະຮັກສາຊື່ໄວ້ຢູ່ໃນການປ່ອນບັດຄະແນນສຽງສຳ ລັບການເລືອກຕັ້ງທົ່ວໄປ ທີ່ຈະມີ
ຂຶ້ນ ໃນເດືອນໜ້າ, ໂດຍໄດ້ມອບໝາຍການແຂ່ງຂັນຂອງທ່ານໃຫ້ຜູ້ຮ່ວມສະໝັກ,
ທ່ານ ເຟີນານໂດ ຮາດແດັດ.

ທ່ານ ຫຼຸຍ ອີນາຊີໂອ ລູລາ ດາ ຊິລວາ (Luiz Inacio Lula da Silva), ທີ່ຮູ້ຈັກກັນໃນ
ຊື່ ລູລາ (Lula) ນັ້ນ, ໄດ້ຖືກຫ້າມ ບໍ່ໃຫ້ລົງແຂ່ງຂັນໂດຍສານເລືອກຕັ້ງລະດັບສູງຂອງ
ບຣາຊິລ. ແຕ່ທ່ານຍັງຄົງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງ, ແມ່ນກະທັ້ງ
ຈະຖືກຈັບເຂົ້າຄຸກສຳລັບການສໍ້ລາດບັງຫຼວງກໍຕາມ.

ພັກກຳມະກອນຂອງທ່ານ ດາ ຊິລວາ ໄດ້ຮ່າງເອກະສານ ຂໍອຸທອນຕໍ່ສານຫຼາຍຄັ້ງ
ເພື່ອຮັກສາຊື່ຂອງທ່ານໄວ້ ຢູ່ໃນການລົງຄະແນນສຽງ. ແຕ່ໃນວັນອັງຄານວານນີ້, ພັກ
ດັ່ງກ່າວໄດ້ເອົາຊື່ທ່ານ ຮາດແດັດ ໃສ່ແທນຊື່ຂອງທ່ານ.

ທວິດເຕີຂອງພັກດັ່ງກ່າວໄດ້ຂຽນວ່າ “ການດີ້ນຮົນແມ່ນຫາກໍເລີ່ມຂຶ້ນ. ເອົາເລີຍທ່ານ
ຮາດແດັດ! ທ່ານ ຮາດແດັດແມ່ນທ່ານ ລູລາ. ທ່ານແມ່ນລັດຖະມົນຕີຄົນນຶ່ງຂອງທ່ານ
ລູລາ, ທ່ານແມ່ນໄອຍະການຂອງທ່ານ ລູລາ ແລະ ດີກວ່າໝູ່ໝົດ. ທ່ານແມ່ນໝູ່ຂອງ
ທ່ານ ລູລາ.”

ທ່ານ ດາ ຊິລວາ ແມ່ນໄດ້ຮັບຄວາມນິຍົມສູງ ໃນການຢັ່ງຫາງສຽງ. ທ່ານມີຄະແນນຕິດ
ຕາມດ້ວຍຜູ້ລົງແຂ່ງຂັນຊາດນິຍົມ ທ່ານ ແຈ ໂບລໂຊນາໂຣ (Jair Bolsonaro), ຜູ້ທີ່
ຖືກແທງຢູ່ທ້ອງໃນລະຫວ່າງການໂຄສະນາຫາສຽງໃນສັບປະດາທີ່ຜ່ານມາ. ຕອນນີ້
ທ່ານຍັງຢູ່ໂຮງໝໍ ແລະ ຄາດວ່າຈະຫາຍດີ.

ສະຖາບັນຢັ່ງຫາງສຽງ ດາຕ້າໂຟຢາ (Datafolha) ໄດ້ເປີດເຜີຍ ໃນວັນຈັນທີ່ຜ່ານມາ,
ເຊິ່ງແມ່ນຄັ້ງທຳອິດ ນັບຕັ້ງແຕ່ການແທງກັນເກີດຂຶ້ນນັ້ນ, ສະແດງໃຫ້ເຫັນວ່າ ທ່ານ
ໂບລໂຊນາໂຣ ໄດ້ຮັບຄະແນນ 24 ເປີເຊັນ ທີ່ເປັນໄປໄດ້, ເຊິ່ງເພີ່ມຂຶ້ນ 2 ເປີເຊັນ ຈາກ
1 ເດືອນກ່ອນໜ້ານີ້. ທ່ານ ຮາດແດັດ, ແມ່ນຢູ່ໃນອັນດັບ 4, ໂດບໄດ້ຮັບ 9 ເປີເຊັນ,
ເພີ່ມຂຶ້ນຈາກ 5 ເປີເຊັນ.

The imprisoned former president of Brazil has abandoned his attempts to remain on the ballot for next month's general elections, ceding the candidacy to his running mate, Fernando Haddad.

Luiz Inacio Lula da Silva, commonly known as Lula, was barred by Brazil's top electoral court last month from running. But he has maintained widespread support, despite being sentenced to 12 years in prison for corruption.

Da Silva's Worker's Party had filed several court appeals to retain his name on the ballot. But Tuesday, the party replaced him with Haddad.

"The struggle has just begun. Let's go, Haddad! Haddad is Lula!'' the party's Twitter account said. "He was a Lula minister, he is a Lula attorney and best of all: he is a friend of Lula's.''

Da Silva had been favored in the polls. He was trailed by nationalist candidate Jair Bolsonaro, who was stabbed in the stomach during a campaign rally last week.He remains in a hospital and is expected to recover.

A Datafolha poll published on Monday, the first since the stabbing, shows Bolsonaro with 24 percent of potential votes, up 2 percent from a month before. Haddad, in fourth place, is at 9 percent, up from five.

XS
SM
MD
LG