ມີລາຍງານທີ່ຂັດແຍ້ງກັນຈາກເມືອງ ຄາບາລາ ຂອງ ອີຣັກ, ບ່ອນທີ່ຜູ້ເຫັນເຫດການເວົ້າວ່າ ມີປືນໄດ້ຍິງປືນໃສ່ຜູ້ປະທ້ວງຕໍ່ຕ້ານລັດຖະບານໃນຂ້າມຄືນວັນອັງຄານວານນີ້, ສັງຫານ 18 ຄົນ ແລະ ຫຼາຍຮ້ອຍຄົນບາດເຈັບ.
ລາຍງານນຶ່ງໄດ້ຕັ້ງຈຳນວນຄົນທີ່ໄດ້ຮັບບາດເຈັບຢ່າງໜ້າຕົກໃຈ 865 ຄົນ.
ຜູ້ເຫັນເຫດການບາງຄົນເວົ້າວ່າ ພວກມືປືນແມ່ນກອງກຳລັງຮັກສາຄວາມປອດໄພ ອີຣັກ ຫຼື ຕຳຫຼວດປາບປາມຈະລາຈົນ ໃນຂະນະທີ່ຄົນອື່ນໆເວົ້າວ່າ ເຂົາເຈົ້າໄດ້ປິດໜ້າໄວ້.
ຜູ້ປົກຄອງເມືອງ ຄາບາລາ ພ້ອມກັບເຈົ້າໜ້າທີ່ອາວຸໂສຄົນອື່ນໆໃນນະຄອນ ຫຼວງ ແບັກແດດ ໄດ້ປະຕິເສດວ່າບໍ່ມີໃຜເສຍຊີວິດ. ເມືອງ ຄາບາລາ ແມ່ນເມືອງທີ່ສັກສິດທີ່ສຸດເມືອງນຶ່ງຂອງສາສະໜາ ອິສລາມ ນີກາຍຊີໄອທ໌ ແລະ ການນອງເລືອດອາດເພີ່ມຮຸນແຮງໃຫ້ການປະທ້ວງຕື່ມອີກ.
ບັນດາເຈົ້າໜ້າທີ່ອົງການສະຫະປະຊາຊາດໃນ ອີຣັກ ໄດ້ກ່າວປະນາມຄວາມຮຸນແຮງດັ່ງກ່າວ. ກຸ່ມປົກປ້ອງສິດທິມະນຸດ ນິລະໂທດກຳ ສາກົນ ໄດ້ກ່າວວ່າ “ເຫດການດັ່ງກ່າວນີ້ແມ່ນໜ້າຕົກໃຈກວ່ານີ້ ເມື່ອມັນໄດ້ເກີດຂຶ້ນ ເຖິງແມ່ນຈະມີການຮັບປະກັນຈາກບັນດາເຈົ້າໜ້າທີ່ ອີຣັກ ວ່າມັນຈະບໍ່ມີການເຮັດຊ້ຳ ກ່ຽວກັບ ຄວາມຮຸນແຮງສຸດຂີດ ທີ່ໄດ້ໃຊ້ກັບຜູ້ປະທ້ວງ ໃນລະຫວ່າງ ການປະທ້ວງຕົ້ນເດືອນນີ້.”
ກະຊວງການຕ່າງປະເທດ ສະຫະລັດ ບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ລາຍງານຄັ້ງ ຫຼ້າສຸດຈາກເມືອງ ຄາບາລາ, ແຕ່ໄດ້ຮຽກຮ້ອງໃຫ້ທຸກຝ່າຍຢຸດໃຊ້ຄວາມຮຸນແຮງ. ເຂົາເຈົ້າຍັງໄດ້ຕິຕຽນສິ່ງທີ່ເຂົາເຈົ້າເວົ້າວ່າ ເປັນຄວາມພະຍາຍາມຂອງລັດຖະບານ ອີຣັກ ທີ່ຈະກົດດັນສື່ມວນຊົນໃຫ້ກວດລາຍງານ ກ່ຽວກັບ ການປະທ້ວງນັ້ນ.
ຜູ້ປະທ້ວງຕໍ່ຕ້ານລັດຖະບານໃນເມືອງ ຄາບາລາ, ນະຄອນຫຼວງ ແບກແດັດ ແລະ ບ່ອນອື່ນໆ ບໍ່ໄດ້ສົນໃຈກັບການກັກບໍລິເວນຂ້າມຄືນວັນອັງຄານວານນີ້, ແລະ ໄດ້ຮຽກຮ້ອງໃຫ້ລັດຖະບານລາອອກ.
ພວກນັກສຶກສາ ແລະ ຜູ້ປະທ້ວງຄົນອື່ນໆແມ່ນບໍ່ພໍໃຈກັບການສໍ້ລາດບັງຫຼວງ, ເສດຖະກິດຝຶດເຄືອງ ແລະ ການບໍລິການທີ່ອ່ອນແອຂອງລັດຖະບານ ເຖິງແມ່ນ ອີຣັກ ຈະອຸດົມຮັ່ງມີດ້ວຍນ້ຳມັນກໍຕາມ.
ການເຄື່ອນໄຫວໃນສະພາແຫ່ງຊາດ ເພື່ອຮັບຮອງເອົາກົດໝາຍ ຍົກເລີກສິດພິເສດ ແລະ ເງິນບຳເໜັດຕ່າງໆສຳລັບນັກການເມືອງອະວຸໂສ, ລວມທັງປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ຄະນະລັດຖະມົນຕີ, ແມ່ນບໍ່ໄດ້ມີຜົນຫຍັງ ຫຼາຍເພື່ອເຮັດໃຫ້ຜູ້ເດີນຂະບວນສະຫງົບອາລົມລົງ.
ການປະທ້ວງທີ່ໃຊ້ຮຸນແຮງຄັ້ງຫຼ້າສຸດໃນທົ່ວ ອີຣັກ ນັ້ນໄດ້ສັງຫານປະຊາຊົນຢ່າງໜ້ອຍ 86 ຄົນນັບຕັ້ງແຕ່ວັນສຸກທີ່ຜ່ານມາ.
ນັ້ນແມ່ນນອກຈາກເກືອບ 150 ຄົນທີ່ຖືກຂ້າຕາຍໃນລະຫວ່າງ ການເດີນຂະບວນໃນຕົ້ນເດືອນນີ້.