ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານບ​ລິງ​ເຄັນກ່າວວ່າ ການ​ຕໍ່​ສູ້​ກັບກຸ່ມ​ລັດ​ອິ​ສ​ລາມ ‘​ຍັງບໍ່​ທັນສິ້ນ​ສຸດເທື່ອ’


ບັນ​ດາລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດພັນທະ​ມິດ​ສາກົນເພື່ອ​ເອົາ​ຊະ​ນະ​ກຸ່ມໄອ​ຊິ​ສ (ISIS) ຖ່າຍ​ຮູບ​ຮ່ວມ​ກັນ​ຢູ່ນອກກອງ​ປະ​ຊຸມກັບ ທ່ານແອນ​ໂທ​ນີ ບ​ລິງ​ເຄັນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ຢູ່​ຂ້າງ​ຊ້າຍ​ໃນ​ນະຄອນຫລວງ​ຣິຢາດ ຂອງຊາ​ອຸ​ດີ ອາ​ຣາ​ເບຍ, ວັນ​ທີ 8 ມິ​ຖຸ​ນາ, 2023.
ບັນ​ດາລັດ​ຖະ​ມົນ​ຕີ​ຂອງ​ປະ​ເທດພັນທະ​ມິດ​ສາກົນເພື່ອ​ເອົາ​ຊະ​ນະ​ກຸ່ມໄອ​ຊິ​ສ (ISIS) ຖ່າຍ​ຮູບ​ຮ່ວມ​ກັນ​ຢູ່ນອກກອງ​ປະ​ຊຸມກັບ ທ່ານແອນ​ໂທ​ນີ ບ​ລິງ​ເຄັນລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທີ່​ຢູ່​ຂ້າງ​ຊ້າຍ​ໃນ​ນະຄອນຫລວງ​ຣິຢາດ ຂອງຊາ​ອຸ​ດີ ອາ​ຣາ​ເບຍ, ວັນ​ທີ 8 ມິ​ຖຸ​ນາ, 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນກ່າວ​ໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ເມື່ອ​ເວົ້າ​ເຖິງການ​ເອົາ​ຊະ​ນະ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມແລ້ວ “ການຕໍ່​ສູ້​ຍັງ​ບໍ່​ທັນສິ້ນ​ສຸດເທື່ອ.”

ຂະ​ນະ​ທີ່ກ່າວ​ຄຳ​ເຫັນ ຢູ່​ທີ່​ນະຄອນຫລວງ​ຣິຢາດ ຂອງຊາ​ອຸ​ດີ ອາ​ຣາ​ເບຍ​ໃນ​ຕອນ​ເລີ່​ມ ດຳ​ເນີນ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂອງ​ກຸ່ມ​ພັນທະ​ມິດ​ສາກົນເພື່ອ​ເອົາ​ຊະ​ນະ​ກຸ່ມໄອ​ຊິ​ສ (ISIS) ທີ່​ມີສະ​ມາ​ຊິກ 80 ປະ​ເທດນັ້ນ ທ່ານບ​ລິງ​ເຄັນ ກ່າວ​ວ່າ ກຸ່ມ​ດັ່ງກ່າວ​ໄດ້​ບັນລຸ​ການ​ເອົາ​ຊະນະ ໃນ​ດ້ານ​ດິນ​ແດນ​ຂອງ​ກຸ່ມ​ໄອ​ຊິ​ສ ຢູ່ໃນ​ອີຣັກ ​ແລະ ຊີ​ເຣຍ, ໄດ້ກຳ​ຈັດ​ຜູ້​ນຳ​ຂອງ​ກຸ່ມ ​ແລະ ສະກັດ​ກັ້ນການໂຈມຕີ ​ຂະໜາດ​ໃຫຍ່.

​ແຕ່​ທ່ານບ​ລິງ​ເຄັນ​ໄດ້​ຍົກ​ໃຫ້​ເຫັນ​ເຖິງຫລາຍ​ຂົງ​ເຂດ​ທີ່ເປັນ​ຈຸດ​ເພັ່ງ​ເລັງ​ເພື່ອໃຫ້​ບັນລຸ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ສິ້ນ​ສຸດ​ຄວາມ​ທົນ​ທານ” ຂອງ​ກຸ່ມ​ລັດ​ອິສລາມ.

ທ່ານປະກາດ​ເປົ້າ​ໝາຍຂອງ​ການໃຫ້​ຄຳ​ໝັ້ນ​ສັນຍາເປັນເງິນ 600 ລ້ານ​ໂດ​ລາເພື່ອ​ຊ່ວຍ​ເຫຼືອ​ໂຄງການ​ຢູ່​ໃນອີຣັກ ​ແລະຊີ​ເຣຍ ​ເພື່ອ​ແກ້​ໄຂ​ໃນ​ເຂດ​ທີ່​ພວກ​ຫົວ​ຮຸນ​ແຮງ​ສວຍ​ໃຊ້​ເພື່ອເກນ​ເອົາ​ນັກ​ລົບ, ລວມທັງ​ການ​ສະໜອງ​ທຶນ​ໃຫ້​ແກ່​ການ​ບໍລິການທາງ​ສັງຄົມ ​ແລະ ຮັບປະກັນໃຫ້​ຄົນ​ຮັບຜິດຊອບ​ຕໍ່ການກໍ່​ອາຊະຍາ​ກຳ.

ທ່ານບ​ລິງ​ເຄັນ ຍັງໄດ້ປຶກສາຫາລືກ່ຽວກັບການສົ່ງນັກ​ໂທດຈາກຂົງ​ເຂດດັ່ງ​ກ່າວກັບຄືນປະເທດ, ໂດຍກ່າວວ່າ ມັນມີຄວາມສໍາຄັນເປັນພິເສດສໍາລັບ ປະເທດຕ່າງໆ ຕ້ອງ​ໄດ້ຮັບເອົາຄົນສັນຊາດຂອງຕົນ ທີ່​ເດີນ​ທາງໄປອີຣັກ ແລະຊີເຣຍ ເພື່ອຕໍ່ສູ້ຮ່ວມກັບກຸ່ມລັດອິສລາມ ແລະປັດຈຸບັນຢູ່ໃນສູນຄຸມຂັງນັ້ນ ຄືນ​ໄປ. ທ່ານກ່າວວ່າ ການທີ່ບໍ່ເຮັດເຊັ່ນນັ້ນ ມີຄວາມສ່ຽງທີ່​ວ່ານັກລົບເຫຼົ່ານີ້ ໃນມື້ນຶ່ງ ອາດຖືກປ່ອຍຕົວ ແລະກັບຄືນໄປ​ເຮັດ​ການ​ເຄື່ອນ​ໄຫວຂອງພວກຫົວຮຸນແຮງອີກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG