ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ຈະ​​ກ່າວຢ້ຳ​ເຖິງ 'ກຽດ​ສັກ​ສີ ຂອງ​ພວກ​ຄົນ​ງານ​ອາ​ເມ​ຣິ​ກັນ' ໃນ​ພິ​ທີ​ສະ​ຫຼອງວັນ​ແຮງ​ງານ


​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໂບກ​ມື ຢູ່ນອກ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 7 ສິງ​ຫາ 2022.
​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ໂບກ​ມື ຢູ່ນອກ​ທຳ​ນຽບ​ຂາວ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 7 ສິງ​ຫາ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ຈັນ​ມື້ນີ້ ຈະ​ເດີນ​ທາງ​ໄປ​ລັດ​ວິ​ສ​ຄັນ​ຊິນ ແລະ​ເພັນ​ຊິ​ລ​ເວ​ເນ​ເນຍ ເພື່ອ​ເຂົ້າ​ຮ່ວມ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ແຮງ​ງານ ຊຶ່ງ​ເປັນ​ວັນ​ພັກ​ໃນ​ທົ່ວ​ປະ​ເທດ​ຂອງ​ສະ​ຫະ​ລັດ.

ທຳ​ນຽບ​ຂາວ​ກ່າວ​ວ່າ ທ່ານ​ໄບ​ເດັນ​ຈະ​ກ່າວ​ຄຳ​ປາ​ໄສ ທີ່​ເມືອງ​ມິ​ລວອກ​ກີ ໃນ​ລັດ​ວິ​ສ​ຄັນ​ຊິນ ແລະ​ເມືອງ​ພິ​ສ​ເບີກ ໃນ​ລັດ​ເພັນ​ຊິ​ລ​ເວ​ເນຍ ເພື່ອ​ເນັ້ນຢ້ຳ​ເຖິງ “ກຽດ​ສັກ​ສີ​ຂອງ​ພວກ​ຄົນ​ງານ​ອາ​ເມ​ຣິ​ກັນ.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານຂອງ​ສະ​ຫະ​ລັດ ທ່ານ​ມາ​ຕີ ວອ​ລ​ສ໌ (Marty Walsh) ກໍ​ຈະ​ເດີນ​ໄປ​ຮ່ວມ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ​ສະ​ເຫຼີມ​ສະ​ຫຼອງ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ກ່າວ​ສະ​ແດງ​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ມາດ​ຕະ​ການ​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ທີ່​ຈະ​ຂະ​ຫຍາຍ​ສິດ​ຂອງ​ພວກ​ຄົນ​ງານກະ​ສິ​ກຳ ໃນ​ການ​ປ່ອນ​ບັດສະ​ຫະ​ພັນ​ແຮງ​ງານ.

ທ່ານ​ໄບ​ເດັນກ່າວ​ວ່າ “ລັດ​ຖະ​ບານ​ຄວນ​ເຮັດ​ວຽກ​ເພື່ອ​ກຳ​ຈັດ ບໍ່​ແມ່ນ​ສ້າງເຄື່ອງ​ກີດ​ຂວາງ​ຂຶ້ນ​ໃນ​ການ​ຈັດ​ຕັ້ງ​ຂອງ​ພວກ​ຄົນ​ງານ. ແຕ່​ໃນ​ທີ່​ສຸດ​ແລ້ວ ພວກ​ຄົນ​ງານ​ຈະ​ຕ້ອງ​ເປັນ​ຜູ້​ເລືອກ​ເອົາ​ເອງກ່ຽວ​ກັບ​ການ​ຈັດ​ຕັ້ງ​ສະ​ຫະ​ພັນ​ແຮງ​ງານ.”

ສະ​ພາ​ນິ​ຕິ​ບັນ​ຢັດ​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຮ່າງ​ກົດ​ໝາຍ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ພວກ​ຄົນ​ງານ ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບ​ສະ​ຫະ​ລັດ​ແຮງ​ງານ​ໂດຍ​ທາງ​ໄປ​ສະ​ນີ. ແຕ່​ຜູ້​ປົກ​ຄອງ​ລັດ​ຄາ​ລີ​ຟໍ​ເນຍ ທ່ານ​ແກວິນ ນິວ​ຊຳ ໄດ້​ຄັດ​ຄ້ານ​ຕໍ່​ມາດ​ຕະ​ການ​ດັ່ງ​ກ່າວ ທີ່​ຢູ່​ໃນ​ຮູບ​ແບບ​ປັດ​ຈຸ​ບັນ ໂດຍ​ທີ່​ໂຄ​ສົກ​ໄດ້​ກ່າ​ວ​ອ້າງ​ເຖິງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ລະ​ບົບ ທີ່​ຍັງ​ບໍ່​ທັນ​ມີ​ການ​ທົດ​ສອບ​ເທື່ອ ແລະ​ຍັງ​ຂາດ​ບາດ​ກ້າວ​ທີ່​ຈຳ​ເປັນ ເພື່ອ​ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ​ການ​ເລືອກ​ຕັ້ງ.

ວັນ​ພັກ​ໃນ​ວັນ​ຈັນ​ມື້ນີ້ ແມ່ນ​ໃຫ້​ກຽດ​ແກ່​ພວກ​ຄົນ​ງານ​ຢູ່​ໃນ​ສະ​ຫະ​ລັດ ຊຶ່ງ​ໄດ້​ມີ​ການ​ສະ​ຫຼອງ​ກັນ​ເປັນ​ເທື່ອ​ທຳ​ອິດ ໃນ​ປີ 1894 ແລະການ​ສະ​ຫຼອງ​ແມ່ນ​ຮວມ​ທັງ​ການ​ເດີນ​ສວນ​ສະ​ໜາມ​ພາ​ເຣດ ແລະ​ອື່ນໆ ຢູ່​ຕາມ​ຫົວ​ເມືອງ​ນ້ອຍ​ໃຫຍ່ ໃນ​ທົ່ວ​ປະ​ເທດ​ສະ​ຫະ​ລັດ.

ວັນ​ແຮງ​ງານ​ຍັງ​ເປັນ​ຂີດ​ໝາຍ​ຢ່າງ​ບໍ່​ເປັນ​ທາງ​ການ​ໃນ​ການ​ສິ້ນ​ສຸດ​ລົງ​ຂອງ​ລະ​ດູ​ຮ້ອນ ແລະ​ເປັນວັນພັກ​ທ້າຍ​ສັບ​ປະ​ດາ​ທີ່​ຍາວ​ສາມມື້ ແລະ​ມີ​ການ​ເດີນ​ທາງ​ໄປ​ມາ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຂອງ​ຜູ້​ຄົນ ແລະ​ພວກ​ເດັກ​ນ້ອຍ​ຫຼາຍໆ​ຄົນ​ກໍ​ຈະ​ເລີ້ມ​ການ​ຮຽນ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG