ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປັກກິ່ງ ຕຳນິ ບົດລາຍງານ ຂອງ ສຫລ ກ່ຽວກັບ ການພັດທະນາ ດ້ານການທະຫານຂອງຈີນ


ເກາະແຫ່ງນຶ່ງທີ່ປາກົດວ່າ ໄດ້ຖືກຖົມຂຶ້ນມາ ທີ່ເຫັນໄດ້ໃນເຂດ ອ້ອມແອ້ມໂຂດຫີນປະກາລັງ Fiery Cross Reef ໃນເຂດທີ່ເປັນບັນຫາຂັດແຍ້ງກັນ ທີ່ໝູ່ເກາະ Spratly ໃນທະເລຈີນໃຕ້, ພາບນີ້ຖ່າຍ ຈາກເຮືອບິນສອດແນມ P-8A Poseidon ທີ່ສະໜອງໃຫ້ໂດຍ ກອງທັບເຮືອສະຫະລັດ, ວັນທີ 21 ພຶດສະພາ 2015.
ເກາະແຫ່ງນຶ່ງທີ່ປາກົດວ່າ ໄດ້ຖືກຖົມຂຶ້ນມາ ທີ່ເຫັນໄດ້ໃນເຂດ ອ້ອມແອ້ມໂຂດຫີນປະກາລັງ Fiery Cross Reef ໃນເຂດທີ່ເປັນບັນຫາຂັດແຍ້ງກັນ ທີ່ໝູ່ເກາະ Spratly ໃນທະເລຈີນໃຕ້, ພາບນີ້ຖ່າຍ ຈາກເຮືອບິນສອດແນມ P-8A Poseidon ທີ່ສະໜອງໃຫ້ໂດຍ ກອງທັບເຮືອສະຫະລັດ, ວັນທີ 21 ພຶດສະພາ 2015.

ກະຊວງປ້ອງກັນປະເທດ ຂອງຈີນ ໄດ້ສະແດງ “ຄວາມບໍ່ພໍອົກພໍໃຈຢ່າງໜັກ” ຕໍ່ ສະຫະລັດ ໂດຍຕຳນິຕິຕຽນ ບົດລາຍງານປະຈຳປີ ຂອງກະຊວງປ້ອງກັນປະເທດ ສະຫະລັດ ນັ້ນ ວ່າ ເປັນການບິດເບືອນຄວາມຈິງ ຂອງການພັດທະນາດ້ານທະຫານ ຂອງປະເທດຕົນ.

ບົດລາຍງານ ຂອງກະຊວງປ້ອງກັນປະເທດ ຕໍ່ລັດຖະສະພາ ສະຫະລັດ ທີ່ໄດ້ແຈ້ງອອກ ເມື່ອວັນສຸກຜ່ານມາ ໄດ້ກ່າວວ່າ ຈີນໄດ້ເພັ່ງເລັງໃສ່ ການພັດທະນາ ແລະ ການຕິດຕັ້ງ ອາວຸດ ໃສ່ພວກເກາະ ທີ່ຕົນໄດ້ສ້າງຂຶ້ນ ຢູ່ໃນເຂດນ້ຳຂອງທະເລຈີນໃຕ້ ທີ່ມີບັນຫາ ຂັດແຍ້ງກັນ ຢູ່ນັ້ນ ຊຶ່ງຈີນຈະໄດ້ມີການຄວບຄຸມ ຂົງເຂດທາງເດີນທະເລ ຫຼາຍຂຶ້ນ ໂດຍ ປາດສະຈາກ ການແກ້ໄຂບັນຫາດ້ວຍກຳລັງທະຫານ.

ໂຄສົກກະຊວງປ້ອງກັນປະເທດຈີນ ທ່ານ Yang Yujun ຖືບົດລາຍງານກ່ຽວກັບ ແຜນຍຸດທະສາດ ດ້ານການທະຫານຂອງຈີນ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 26 ພຶດສະພາ 2015.
ໂຄສົກກະຊວງປ້ອງກັນປະເທດຈີນ ທ່ານ Yang Yujun ຖືບົດລາຍງານກ່ຽວກັບ ແຜນຍຸດທະສາດ ດ້ານການທະຫານຂອງຈີນ ໃນນະຄອນຫຼວງປັກກິ່ງ ຂອງຈີນ, ວັນທີ 26 ພຶດສະພາ 2015.

ໃນວັນເສົາວານນີ້ ໂຄສົກກະຊວງປ້ອງກັນປະເທດຈີນ ທ່ານ Yang Yujun ໄດ້ກ່າວຕໍ່ ອົງການຂ່າວ Xinhua ຂອງທາງການຈີນ ວ່າ ບົດລາຍງານຂອງສະຫະລັດ ກ່ຽວກັບການ ເຄື່ອນໄຫວຕ່າງໆ ຂອງທະຫານຈີນ ໃນປີ 2015 ແມ່ນໄດ້ “ຈົງໃຈບິດເບືອນຄວາມຈິງ ດ້ານນະໂຍບາຍປ້ອງກັນປະເທດຂອງຈີນ.”

ທ່ານ Yang ກ່າວວ່າ “ຈີນປະຕິບັດ ນະໂຍບາຍປ້ອງກັນປະເທດ ຕາມ ອັນທີ່ເປັນ ລັກ ສະນະປ້ອງກັນຕົວ. ການເຄື່ອນໄຫວເຊັ່ນວ່າ ການປະຕິຮູບ ທະຫານຢ່າງກວ້າງຂວາງ ແລະ ການເສີມຂະຫຍາຍຍຸດໂທປະກອນຂຶ້ນ ເຫຼົ່ານັ້ນ ແມ່ນເປັນການແນເປົ້າໝາຍໃສ່ ເພື່ອຮັກສາໄວ້ອະທິປະໄຕ ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຊອບທຳ ແລະ ການ ຮັບປະກັນວ່າ ການພັດທະນາຂອງຈີນ ເປັນໄປຢ່າງສັນຕິ.”

ບົດລາຍງານຂອງທຳນຽບຫ້າແຈ ໄດ້ກ່າວຫາຈີນ ວ່າ “ເພີ້ມຄວາມພະຍາຍາມ ຢ່າງໝັ້ນ ໃຈ ເພື່ອຂະຫຍາຍອະທິປະໄຕຂອງຕົນ ແລະ ອ້າງເອົາກຳມະສິດເຂດນ້ຳແດນດິນ” ແລະ ຂາດຄວາມໂປ່ງໃສ ກ່ຽວກັບ ການເຕີບໂຕ ທາງດ້ານຄວາມອາດສາມາດ ຂອງ ທະຫານ ຊຶ່ງເປັນສາເຫດ ເຮັດໃຫ້ເກີດຄວາມເຄັ່ງຕຶ່ງ ກັບບັນດາປະເທດອື່ນໆ ຢູ່ໃນ ຂົງເຂດນັ້ນ.

ແຜນທີ່ເຂດໝູ່ເກາະ Spratly ທີ່ເປັນບັນຫາຂັດແຍ້ງກັນ ຢູ່ໃນທະເລຈີນໃຕ້

ຟີລິບປິນ ຫວຽດນາມ ມາເລເຊຍ ໄຕ້ຫວັນ ແລະ ບຣູໄນ ຍັງໄດ້ອ້າງເອົາກຳມະສິດ ບາງ ສ່ວນຂອງທະເລຈີນໃຕ້. ສະຫະລັດ ກ່າວວ່າ ຕົນບໍ່ໄດ້ເຂົ້າຂ້າງໃຜ ໃນຂໍ້ຂັດແຍ້ງ ດ້ານ ເຂດນ້ຳແດນດິນ ແຕ່ຕົນສະໜັບສະໜູນ ສິດເສລີໃນການເດີນເຮືອ ຜ່ານບໍລິເວນ ດັ່ງ ກ່າວນັ້ນ ຊຶ່ງມີການຂົນສົ່ງສິນຄ້າທາງເຮືອ ມູນຄ່າ 5 ພັນຕື້ໂດລາ ຜ່ານບໍລິເວນນັ້ນ ແຕ່ ລະປີ.

ທ່ານ Yang ໄດ້ກ່າວວ່າ ບົດລາຍງານນັ້ນ ໄດ້ໂຄສະນາຢ່າງຄຶກໂຄມ ເຖິງ “ການຂົ່ມຂູ່ ດ້ານທະຫານຂອງຈີນ” ແລະ ເປັນການວາດພາບຢ່າງບໍ່ເປັນທຳ ການເຄື່ອນໄຫວ ຂອງຈີນ ຢູ່ໃນທະເລຈີນຕາເວັນອອກ ແລະ ທະເລຈີນໃຕ້. ທ່ານໄດ້ກ່າວຫາ ສະຫະລັດ ວ່າ ເປັນການກ່າວອ້າງທີ່ ລະແວງເກີນໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US China Military
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG