ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

400 ກວ່າຄົນແລ້ວ ເສຍຊີວິດ ຍ້ອນຕຶກໂຮງງານພັງ ຢູ່ ບັງກລາແດັສ ​(ວີດິໂອກັບສະໄລດ໌)


ພວກກໍາມະກອນຂຸດຂຸມຝັງສົບລວມແກ່ກໍາມະກອນໂຮງງານຕັດຫຍິບ ທີ່ບໍ່ສາມາດຈໍາໄດ້ວ່າແມ່ນໃຜ ຊຶ່ງເສຍຊີວິດຍ້ອນຕຶກໂຮງງານຕັດຫຍິບ Rana Plaza ຢູ່ໃນເມືອງ Savar ຂອງບັງກລາແດັສພັງລົງ, ໃນວັນທີ 1 ພຶດສະພາ 2013.
ພວກກໍາມະກອນຂຸດຂຸມຝັງສົບລວມແກ່ກໍາມະກອນໂຮງງານຕັດຫຍິບ ທີ່ບໍ່ສາມາດຈໍາໄດ້ວ່າແມ່ນໃຜ ຊຶ່ງເສຍຊີວິດຍ້ອນຕຶກໂຮງງານຕັດຫຍິບ Rana Plaza ຢູ່ໃນເມືອງ Savar ຂອງບັງກລາແດັສພັງລົງ, ໃນວັນທີ 1 ພຶດສະພາ 2013.
ໂຕ​ເລກຜູ້​ເສຍ​ຊີວິດຍ້ອນ​ຕຶກຂອງໂຮງງານ​ຜະລິດເຄື່ອງນຸ່ງ ຢູ່
ບັງກລາແດັສທີ່​ພັງ​ລົງ ​ອາທິດແລ້ວນີ້ ໄດ້ຖີບຕົວສູງຂຶ້ນກາຍ
400 ຄົນ ໃນຂະນະທີ່ຫລາຍພັນຄົນພາກັນ​ໂຮມ​ຊຸມນຸມກັນ
ຢູ່ນະຄອນຫລວງດັກ​ກາ ໃນການເດີນຂະບວນໃນວັນກໍາມະ
ກອນສາກົນ ເພື່ອຮຽກ ຮ້ອງໃຫ້ມີ​ຄວາມ​ປອດ​ໄພ ໃນບ່ອນທໍາ
ງານ ແລະມີການລົງໂທດປະຫານຊີວິດຕໍ່ເຈົ້າຂອງຕຶກດັ່ງກ່າວ.

ໃນວັນອັງຄານວານນີ້ ສານສູງຂອງບັງ​ກລາ​ແດັສ ໄດ້ສັ່ງໃຫ້
ເຈົ້າໜ້າທີ່ກັກຊັບສິນຂອງເຈົ້າ ຂອງຕຶກ ທ່ານ Mohammed
Sohel Rana ຕະຫລອດທັງຂອງເຈົ້າຂອງໂຮງງານຕັດຫຍິບ
ຕ່າງໆທີ່ຕັ້ງຢູ່ໃນຕຶກຂອງທ່ານ Rana ນັ້ນ. ຕໍາຫລວດເວົ້າວ່າ ພວກກ່ຽວບໍ່ໄດ້ເອົາຫົວຊານໍາຄໍາເຕືອນຂອງເຈົ້າໜ້າທີ່ທີ່ໃຫ້ຍົກຍ້າຍຄົນອອກຈາກຕຶກ
ດັ່ງກ່າວ ລຸນຫລັງທີ່ເຈົ້າໜ້າທີ່ກວດກາໄດ້ພົບຮອຍແຕກແຫງ ຢູ່ໃນຕຶກດັ່ງກ່າວພຽງແຕ່
ໃນເວລາບໍ່ດົນເທົ່າໃດກ່ອນ ທີ່ຕຶກ​ຈະ​ພັງ​ລົງ.

ພວກເຈົ້າໜ້າທີ່ໄດ້ຈັບ 8 ຄົນລວມທັງພວກນັກວິສະວະກອນໃນການສ້າງຕຶກອາຄານ ດັ່ງກ່າວ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


ພວກ​ພະ​ນັກ​ງານ​ກູ້ໄພຢູ່ໃນບັງກລາແດັສ ປັດຈຸບັນນີ້ ໄດ້ໃຊ້ອຸບປະກອນກົນຈັກໜັກເພື່ອ
ມ້ຽນ​ມັດ ຊາກ​ຫັກ​ພັງ​ໃນສະຖານທີ່ເກີດເຫດ ແລະບັນດາ​ເຈົ້າ​ໜ້າ​ທີ່ຄາດ​ວ່າ ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ຈະ​ມີ​ຈຳນວນ​ເພີ້​ມຂື້ນ ​ໃນ​ຂະນະ​ທີ່​ຫລາຍ​ຮ້ອຍ​ຄົນ​ຍັງ​ຫາຍ​ສາບ​ສູນຢູ່. ມີຫລາຍ​
ກວ່າ ​3,000 ຄົນ ຢູ່​ໃນ​ຕຶກອາຄານ​ດັ່ງກ່າວ ​ໃນເວລາທີ່ມັນຫັກພັງລົງນັ້ນ.

ເບິ່ງສະໄລດ໌ພາບຕຶກໂຮງງານຕັດຫຍິບພັງລົງ ທີ່ບັງກລາແດັສ:

XS
SM
MD
LG