ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ຊ່ຽວ​ຊານ​ເວົ້າ: ທາງ​ລົດ​ໄຟ​ຈະ​ຍັງ​ດົນ​ ກ​ວ່າ​ຈະປ່ຽນ​ລາວ​ໃຫ້​ກາຍ​ເປັນ​ສູນ​ກາງ​ການເຊື່ອມ ​ຕໍ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້


ລິງໂດຍກົງ

​ທາງ​ລົດ​ໄຟ​ລາວ-ຈີນອາດ​ຈະ​ບໍ່​ຊ່ວຍ​ໃຫ້​ລາວ​ກາຍ​ເປັນ​ສູນ​ກາງ​ເຊື່ອມ​ຕໍ່​ຂອງ​ການ​ຂົນ​ສົ່ງ​ໃນ​ຂົງ​ເຂດ​ໄດ້​ໃນໄວໆ​ນີ້

ພາຍ​ຫລັງ​ທີ່​ໄດ້​ເລີ້ມ​ຕົ້ນ​ສ້າງ​ມາ​ໄດ້​ເກືອບ 5 ປີ ທາງ​ລົດ​ໄຟ​ລາວ-ຈີນທີ່​ຍາວ 414 ກິ​ໂລ​ແມັດກໍ​ໃກ້​ຈະ​ສຳ​ເລັດ ແລະ​ກໍ​ໄດ້​ເລີ້ມ​ທົດ​ລອງ​ການ​ເດີນ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ເລີ້ມ​ຈາກ​ດ່ານ​ບໍ່​ເຕັນທີ່​ຕິດ​ກັບ​ມົນ​ທົນ​ຢຸນ​ໜານຂອງ​ຈີນ ມາ​ຈອດ​ທີ່​ນະ​ຄອນ​ຫລວງວຽງ​ຈັນໃນ​ວັນ​ທີ 15 ຜ່ານ​ມາສົມ​ກັບ​ຄວາມ​ຄອງ​ຄອຍ​ຂອງ​ຄົນ​ລາວສ່ວນ​ໃຫຍ່. ປາ​ກົດ​ການ​ອັນ​ເປັນ​ປະ​ຫວັດ​ສາດ​ນີ້ຂອງ​ລາວໄດ້ດຶງ​ດູດຄວາມສົນ​ໃຈ​ໃຫ້​ແກ່​ຄົນ​ທັງ​ຢູ່​ໃນ​ແລະ​ນອກ​ປະ​ເທດເພາະ​ມັນ​ມີ​ສອງດ້ານ​ສຳ​ຄັນທີ່ໂຄງ​ການລົດ​ໄຟ​ຄວາມ​ໄວ​ສູງ​ນີ້ກຳ​ລັງ​ນຳ​ມາ​ໃຫ້​ລາວ. ອັນ​ທີ​ນຶ່ງ​ກໍ​ຄືເວົ້າ​ເລື້ອງ​ໜີ້​ສິນ, ການ​ສ້າງ​ທາງ​ລົດ​ໄຟ​ນີ້ຕ້ອງ​ໃຊ້​ທຶນເກືອບ 6 ຕື້​ໂດ​ລາ ຊຶ່ງກວາມ​ເອົາ​ເກືອບ​ຮອດ 1/3 ຂອງ​ຜະ​ລິດ​ຕະ​ພັນ​ລວມຍອດ​ພາຍ​ໃນຂອງ​ລາວແລະ​ລາວ​ທີ່​ຖື​ຫຸ້ນ 30 ເປີ​ເຊັນຂະ​ນ​ະ​ທີີ່​ຈີນ​ຖື​ຫຸ້ນ 70 ເປີ​ເຊັນ. ເຖິງ​ແມ່ນ​ວ່າ​ເງິນ​ທີ່​ລາວ​ຕ້ອງ​ກູ້​ຢືມ​ຈາກ​ຈີນ​ອາດ​ຈະປະ​ມານ 10 ເປີ​ເຊັນ​ຂອງ​ມູນ​ຄ່​າ​ກໍ່​ສ້າງ​ທາງລົດ​ໄຟ​ນີ້​ກໍ​ຕາມ ແຕ່​ວ່າ​ນັກ​ຊ່ຽວ​ຊານ​ສາ​ກົນ​ກໍ​ຍັງໃຫ້​ຄຳ​ເຫັນ​ວ່າຜົນ​ປະ​ໂຫຍດ​ທີ່ລົດ​ໄຟນີ້​ຈະ​ນຳ​ມ​າ​ໃຫ້​ລາວອາດ​ຈະ​ບໍ່​ຫລາຍເທົ່າ​ກັບ​ການ​ແບກ​ຫາບ​ໜີ້​ສິນ​ ເພາະ​ມັນ​ດອາດ​ຈະ​ບໍ່​ເປັນ​ໄປ​ຕາມ​ທີ່​ລາວ​ຄາດ​ຫວັງ​ໄວ້​ໃນ​ການ​ຫັນສະ​ພາບ​ຈາກການ​ເປັນ​ປະ​ເທດບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກາຍ​ເປັນ​ຈຸດ​ສູນ​ກາງ​ການເຊື່ອມ​ຕໍ່​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ດັ່ງ​ທີ່​ທ່ານເມີເຣ ຮີເບີດ ( Murray Hiebert), ນັກຄົ້ນຄວ້າອາວຸໂສຂອງໂຄງການເຂດ ເອເຊຍຕາເວັນອອກສຽງໃຕ້ຂອງ ສູນສຶກສາດ້ານຍຸດທະສາດ ແລະສາກົນ (Center for Strategic & International Studies) ທີ່ກ່າວຢູ່ໃນ ກອງປະຊຸມທາງອອນລາຍເນື່ອງ ໃນເດືອນຄົບຮອບ 5 ປີ ແຫ່ງການເປັນຄູ່ ຮ່ວມມືແບບກວມລວມລະຫວ່າງສະຫະລັດ ແລະລາວທີ່ຈັດຂຶ້ນໃນ​ເດືອນ​ແລ້ວນີ້ ວ່າ:

High speed rail, it's actually a medium speed rail but they call it a high speed rail from Kunming to to Vientiane or to the Thai border. It might make some sense if the Thais had any plans to build it on to Malaysia and Malaysia plans to build it on to Singapore. However, I think that's not the Thais told me quite bluntly when I was doing a lot of interviews with them on this They would not build the high speed train for at least another decade and that was in twenty eighteen.

ລົດ​ໄຟ​ຄວາມ​ໄວ​ສູງ, ແທ້​ຈິງ​ແລ້ວ, ມັນ​ເປັນ​ທາງ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ແຕ່​ເຂົາ​ເຈົ້າ​ເອີ້ນ​ວ່າ​ເປັນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ຄຸນ​ໝິງ​ໄປ​ຫາວຽງ​ຈັນ ຫຼື​ໄປ​ຫາ​ຊາຍ​ແດນ​ໄທ. ມັນ​ອາດ​ຈະ​ດີ​ຢູ່​ຖ້າຫາກໄທ​ມີ​ແຜນ​ຈະ​ສ້າງ​ທາງ​ລົດ​ໄຟ​ນີ້​ໄປ​ຕໍ່​ໃສ່​ມາ​ເລ​ເຊຍ ​ແລະ​ມາ​ເລ​ເຊຍ​ມີ​ແຜນ​ຈະ​ສ້າງຕໍ່​ໄປ​ຫາ​ສິງ​ກະ​ໂປ. ແນວໃດກໍ່ ຕາມ, ຂ້າພະເຈົ້າຄິດວ່າບໍ່ແມ່ນຊາວໄທບອກຂ້າພະເຈົ້າຢ່າງບໍ່ກົງ ໄປກົງມາ ໃນເວລາທີ່ຂ້າພະເຈົ້າສໍາພາດຫຼາຍກັບເຂົາເຈົ້າກ່ຽວກັບເລື່ອງນີ້, ພວກເຂົາເຈົ້າ ຈະບໍ່ສ້າງລົດໄຟຄວາມໄວສູງຢ່າງຫນ້ອຍກໍ​ໃນ 1 ທົດສະວັດ ແລະຕອນນັ້ນແມ່ນໃນປີ 2018.

ທ່ານ​ກ່າວ​ອີກວ່າ ເນື່ອງ​ຈາກ​ສິນ​ຄ້າ​ສົ່ງ​ອອກ​ຂອງ​ລາວ​ໄປ​ຍັງ​ຈີນ​ຕົ້ນ​ຕໍ​ຈະ​ແມ່ນສິນ​ຄ້າ​ກະ​ສິ​ກຳທີ່​ມີປະ​ລິ​ມານ​ຫລາຍ​ແຕ່​ມີ​ມູນ​ຄ່າບໍ່​ສູງ​ຊຶ່ງ​ອາດ​ຈະ​ບໍ່​ຈຳ​ເປັນ​ຕ້ອງ ໃຊ້​ລົດ​ໄຟ​ຄວາມ​ໄວ​ສູງ​.

ສ່ວນ​ອີກ​ດ້ານ​ນຶ່ງ​ທາງ​ລົດ​ໄຟ​ນີ້​ຈະ​ນຳ​ເອົາ​ການ​ປ່ຽນ​ແປງ​ອັນ​ເປັນ​ປະ​ຫວັດ​ສາດມາ​ໃຫ້ແກ່​ລາວ​ເພາະ​ມັນ​ຈ​ະ​ເຮັດ​ໃຫ້​ສະ​ຖາ​ນະ​ພາບທີ່ລາວເປັນ​ປະ​ເທດ​ທີ່ບໍ່​ມີ​ທາງ​ອອກສູ່​ທະ​ເລ, ບໍ່​ມີ​ອຳ​ນາດ​ໃນ​ການ​ຕໍ່​ລອງ​ໃດໆ ​ເມື່ອ​ເວົ້າ​ຖືກ​ການຂົນ​ສົ່ງ​ສິນ​ຄ້າ​ຜ່ານ​ແດນ​ປະ​ເທດ​ທີ່​ມີ​ທາງ​ອອກ​ສູ່​ທະ​ເລນັ້ນ. ນອກ​ຈາກນັ້ນ ດັ່ງ​ວີ​ໂອ​ເອ​ໄດ້​ສະ​ເໜີ​ໄປ​ໃນ​ຕົ້ນ​ອາ​ທິດນີ້​ວ່າ ທາງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ການ​ຄ້າ​ເວົ້າ​ວ່າເມື່ອ​ມີ​ການ​ຂົນ​ສົ່ງ​ທີ່​ສະ​ດວກມັນກໍ​ຈະ​ຊ່ວຍ​ກະ​ຕຸ້ນການ​ຄ້າ ແລະ​ການ​ທ່ອງ​ທ່ຽວລະ​ຫວ່າງລາວ​ກັບ​ຈີນ ແລະ​ບັນ​ດາ​ປະ​ເທດ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ໃຫ້​ເພີ້ມ​ຂຶ້ນ 25 ເປີ​ເຊັນ ປີເຊັນໃນປີທໍາອິດຂອງການເດີນລົດໄຟລາວ-ຈີນທີ່ມີລົດ ໄຟຂົນສົ່ງສິນຄ້າເຖິງ 17 ຂະບວນຕໍ່ວັນ ສະ​ນັ້ນ​ທາງ​ການລາວຈຶ່ງ​ໝັ້ນ​ໃຈ​ວ່າ ຜົນ​ປະ​ໂຫຍດ​ທີ່​ລາວ​ຈະ​ໄດ້​ຈາກ​ການ​ສ້າງ​ທາງ​ລົດ​ໄຟ​ນີ້​ແມ່ນ​ຫລາຍກວ່າ​ໜີ້​ສິນ ທີ່​ລາວ​ມີ.

XS
SM
MD
LG