ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນ.ຍ. ເນ​ຕັນ​ຢາ​ຮູຂອງ​ອິ​ສ​ຣາ​ແອ​ລ ແລະ ​ທ. ແກນ​ທ໌ ຄາດ​ວ່າ​ຈະເຂົ້າ​ຟັງ​ ແຜນ​ການ ສັນ​ຕິ​ພາບຂອງ ປ. ທ​ຣຳ ໃນ​ມື້ນີ້


ທ. Benjamin Netanyahu, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ (ກາງ) ເປັນ​ປະ​ທານກອງ​ປະ​ຊຸມປະ​ຈຳ​ອາ​ທິດ​ຂອງຄະ​ນະ​ລັດຖະ​ບານ​ທ່ານ ໃນ​ນະ​ຄອນ Jerusalem, ໃນ​ວັນ​ທີ 26 ມັງ​ກອນ, 2020 (ຖ່າຍ​ໂດຍ Dedi Hayun/Pool Photo via AP)
ທ. Benjamin Netanyahu, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ (ກາງ) ເປັນ​ປະ​ທານກອງ​ປະ​ຊຸມປະ​ຈຳ​ອາ​ທິດ​ຂອງຄະ​ນະ​ລັດຖະ​ບານ​ທ່ານ ໃນ​ນະ​ຄອນ Jerusalem, ໃນ​ວັນ​ທີ 26 ມັງ​ກອນ, 2020 (ຖ່າຍ​ໂດຍ Dedi Hayun/Pool Photo via AP)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ, ທ່ານ ເບນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ແລະ​ອະ​ດີດ​ຜູ້​ບັນ​ຊາ​ການ​ທະ​ຫານທ່ານ ເບັນ​ນີ ແກນ​ທ໌ (Benny Gantz) ທີ່​ເປັນ​ຂູ່​ແຂ່ງ​ຂອງ​ທ່ານເນ​ຕັນ​ຢາ​ຮູຢູ່​ໃນ​ການ​ເລືອກ​ຕັ້ງ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ໃນ​ຕົ້ນ​ເດືອນ 3 ນັ້ນ ມີ​ກຳ​ນົດ​ທີ່​ຈະ​ເຂົ້າ​ໄປພົບ​ປະ​ຢູ່​ທຳ​ນຽບ​ຂາວຄົນ​ລະເທື່ອ​ໃນ​ວັນ​ຈັນ​ມື້ນີ້ ຊຶ່ງ​ໃນ​ນັ້ນ ທ່ານ ດໍ​ໂນ​ລ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ຄາດ​ວ່າ​ຈະ​ເອົາ​ລາຍ​ລະ​ອຽດ ຂອງ​ແຜນ​ການ​ທີ່​ທ່ານ​ໄດ້​ກຽມ​ມາໄວ້ແຕ່​ດົນ​ແລ້ວ ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ້ງ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ກັບ​ປາ​ແລັ​ສ​ຕາຍ​ນ໌ອອກ​ມາ​ເວົ້າ​ສູ່​ຟັງ.

ການ​ເປີຍ​ເຜີຍ​ກ່ຽວ​ກັບ​ແຜນ​ການ​ດັ່ງ​ກ່າວ​ໃຫ້​ປວງ​ຊົນ​ຮູ້ ຄາດ​ວ່າ​ຈະ​ມີ​ຂຶ້ນ​ໃນ​ວັນ​ອັງ​ຄານມື້​ອື່ນນີ້ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ຮ່ວມ​ລະ​ຫວ່າງ ທ່ານ ທ​ຣຳ​ກັບ ​ທ່ານເນ​ຕັນ​ຢາ​ຮູ.

​ທ່ານເນ​ຕັນ​ຢາ​ຮູ ກ່າວ​ໃນ​ວັນ​ອາທິດມື້ນີ້​ວ່າ "ຢູ່​ໃນ​ໄລ​ຍະ 3 ປີ ຜ່ານ​ມາ ຂ້າ​ພະ​ເຈົ້າ​ໄດ້​ຈັດ​ໃຫ້​ມີ​ການ​ພົບ​ປະ​ນັບ​ເທື່ອບໍ່​ໄດ້​ກັບ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ- ເພື່ອນ​ທີ່​ຍິ່ງ​ໃຫຍ່​ຂອງ​ອິສ​ຣາ​ແອ​ລ ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ອັນ​ສຳ​ຄັນ​ທີ່​ສຸດ​ເຫລົ່າ​ນີ້, ກ່ຽວ​ກັບ ຄວາມ​ໝັ້ນ​ຄົງ​ຂອງ​ພວກ​ເຮົາ, ກ່ຽວ​ກັບ​ຄວາມ​ຍຸ​ຕິ​ທຳ​ຂອງ​ພວກ​ເຮົາ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ "ມື້​ອື່ນນີ້ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ແລະ​ໃນ​ວັນ​ອັງ​ຄານ ໂດຍ​ຮ່ວມ​ກັນ​ກັບ​ທ່ານທ​ຣຳ ພວກ​ເຮົາ​ຈະສ້າງ​ປະ​ຫວັດ​ສາດ."

ສ່ວນ ທ່ານ ແກນ​ທ໌ (Gantz) ກໍ​ເວົ້າ​ວ່າ ທ່ານ​ຄອງ​ຄອຍ​ທີ່​ຈະ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ "ການ​ຢ້ຽມ​ຢາມ​ທີ່​ສຳ​ຄັນ​ຫລາຍ​."

ທ່ານເວົ້າ​ວ່າ "ແຜນ​ການ​ຂອງ​ຂໍ້​ຕົກ​ລົງ​ນັ້ນ ແມ່ນ​ການ​ແກ້​ໄຂ​ເລື້ອງ​ຄວາມ​ໝັ້ນ​ຄົງ ຂອງ​ອິສ​ຣາ​ແອ​ລ, ເລື້ອງ​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ -- ຫວັງ​ວ່າ ສະ​ຖຽນ​ລະ​ພາບ​ກຳ​ລັງ​ຈະ​ເກີດ​ຂຶ້ນ​ແລ້ວ.”

ແຕ່​ວ່າ ຊາວ​ປາ​ແລັ​ສ​ຕາຍ​ນ໌ ໄດ້​ປະ​ຕິດ​ເສດບໍ່​ຮັບ​ເອົາ​ວິ​ທີ​ການ​ຂອງ​ລັດ​ຖະ​ບານ​ທ່ານ ທ​ຣຳ ແລະ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ​ເປັນ​ຄວາ​ທ​ລຳ​ອຽງ ທີ່​ເຂົາ​ຂ້າງອິສ​ຣາ​ແອ​ລ, ສະ​ນັ້ນ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ປາ​ກົດ​ວ່າມືດ​ມົນ​ຢູ່.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ປາ​ແລັ​ສ​ຕາຍ​ນ໌ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ບໍ່​ມີ​ຊາວປາ​ແລັ​ສ​ຕາຍ​ນ໌ ຄົນ​ໃດ​ດອກ ທີ່​ຈະ​ຍອມ​ຮັບ​ເອົາ​ແຜນ​ການນັ້ນ.

ທ່ານ​ທ​ຣຳ ໄດ້​ໂຄ​ສະ​ນາສົ່ງ​ເສີມ​ແຜນ​ດັ່ງ​ກ່າວ​ວ່າ "ມັນ​ເປັນ​ການ​ແກ້​ໄຂ​ບັນ​ຫາ​ຂອງ​ສັດ​ຕະ​ວັດເລີຍ" ໃນ​ຂະ​ນະ​ທີ່​ລາຍ​ລະ​ອຽດ​ຍັງ​ເປັນ​ຄວາມ​ລັບ​ຢູ່ ເຖິງ​ແມ່ນ​ວ່າ ວຽກ​ງານນີ້​ໄດ້​ດຳ​ເນີນ​ມາ​ໄດ້ 3 ປີ​ແລ້ວ.

ອ່​ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG