ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວີໂອເອຂໍສະເໜີ ເພງ God Bless The USA ເພື່ອຮ່ວມສະຫຼອງວັນເອກກະລາດສະຫະລັດ ຂັບຮ້ອງໂດຍ Lee Greenwood


ການສະແດງແສງສີບັ້ງໄຟດອກ ຢູ່ເທິງອະນຸສາວະລີ ລິງຄອນ (Lincoln Memorial) ທີ່ມອງເຫັນໄດ້ຈາກ ເມືອງອາລິງຕັນ ລັດເວີຈີເນຍ ໃນຂະນະທີ່ສະຫຼອງວັນເອກກະລາດສະຫະລັດ ທີ 4 ກໍລະກົດ 2016..
ການສະແດງແສງສີບັ້ງໄຟດອກ ຢູ່ເທິງອະນຸສາວະລີ ລິງຄອນ (Lincoln Memorial) ທີ່ມອງເຫັນໄດ້ຈາກ ເມືອງອາລິງຕັນ ລັດເວີຈີເນຍ ໃນຂະນະທີ່ສະຫຼອງວັນເອກກະລາດສະຫະລັດ ທີ 4 ກໍລະກົດ 2016..

ບັນດາ​ແຟນໆ​ສຽງ​ເພງ​ຈາກ​ແດນ​ໄກ ຂອງ ວີ​ໂອ​ເອ ທີ່​ຮັກ​ແພງ​ເນື່ອງ​ຈາກ​ວ່າ​ວັນພຸດ​ທີ
4 ກໍລະກົດ ທີ່ຈະ​ມາ​ເຖິງ​ນີ້ເປັນ​ວັນຊາດ​ຄົບຮອບ 242 ປີ ຂອງ​ສະຫະລັດອ​າ​ເມຣິກາ ​
ເພາະສະ​ນັ້ນ ວັນນະ​ສອນ​ຈະ​ນຳ​ເອົາ​ເພງທີ່​ພົວພັນ​ກັບການ​ສະ​ຫຼອງບຸນ​ດັ່ງກ່າ​ວມາ
ສະ​ເໜີ​ທ່ານ ​ ກະ​ລຸ​ນາ​ເຂົ້າ​ສູ່​ລາຍການ​ຂອງ​ເຮົາໄດ້​ນະບັດ​ນີ້. ​

ສະບາຍດີ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ
VOA 3 ມື້ ກ່ອນ​ຈະເຖິງ​ວັນ​ທີ 4 ກໍລະກົດ ຫຼື the 4th of July ວັນ​ເອກ​ກະລາດ​ຂອງ​
ສະຫະລັດຊຶ່ງ​ເພງທີ່​ທ່ານ​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ ​ແມ່ນ​ເພງ​ “God Bless The USA”
ທີ່​ຂັບ​ຮ້ອງ​ໂດຍນັກ​ຮ້ອງ​ສຽງ​ແຫບ​ສະ​ເໜ່ Lee Greenwood ທີ່​ພວກ​ເຮົາ ຊາວ​ອາ
​ເມຣິກັນ ມັກຈະໄດ້ຍິນ​ເພງ​ນີ້​ເປີດດັງ​ສະໜັ່ນ​ຫວັ່ນ​ໄຫ​ວ ​ໄປ​ທົ່ວ​ທຸກໆ​ສະຖານ​ນີ
ທັງລາຍການ​ວິທະຍຸ ​ແລະທາງ​ໂທລະພາບ ທຸກໆ​ການ​ສັງ​ສັນ​ຕ່າງໆ ທີ່​ຊາວ​ອາ​ເມ
ຣິກັນ​ພາກັນອອກ​ມາ​ສະຫຼອງ ຊຶ່ງ​ສ່ວນ​ໃຫຍ່ ກໍ​ແມ່ນການຈັດ​ງານ concert ​ດົນຕີ
​ບັນ​ເລງ​ກາງ​ແຈ້ງ ​ໂດຍ​ການ​ຮວມຕົວ​ຂອງ​ເຫຼົ່ານັກ​ຮ້ອງ ດາລາ ນັກສະ​ແດງຢູ່​ຕາມ​
ຫົວ​ເມືອງ​ໃຫຍ່ທັງຫຼາຍ ​ທົ່ວ​ປະ​ເທດໂດຍສະ​ເພາະ​ແມ່ນຢູ່ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ
ກໍ​ຈະ​ມີ​ການ​ສວນສະໜາມ ທີ່ໄດ້ສະແດງອອກ ຊຶ່ງ​ເອກອ້າງ​ເຖິງ​ຄວາມ​ເປັນ​ເອກ​ກະ
ລາດ ຄວາມປຶ້ມປິຕິຍິນດີແລະພູມ​ໃຈ​ໃນການ​ເປັນ​ພົນລະ​ເມືອງຂອງປະ​ເທດ​ສະຫະ
ລັດນີ້ ​ສະ​ນັ້ນ​ເພງ “America, The Beautiful” ຈຶ່ງ​ເປັນ​ອີກ​ເພງ​ນີ້​ທີ່​ເໝາະ​ສົ​ມທີ່
​ສຸດ ​ໃນ​ວັນ​ສຳຄັນ​ຍິ່ງ​ຂອງ​ຊາວ​ອາ​ເມຣິກັນ​ເຊັ່ນ​ນີ້…ຂໍ​ເຊີນ​ຮັບ​ຟັງ​ນ້ຳສຽງຄຸນ​ນະພາບ ຈາກສິນລະປິນຮຸ່ນ​ອາວຸ​ໂສ ຜີວ​ຄ້ຳ​ Ray Charles.

ກິດຈະກຳ​ທີ່​ນິຍົມ​ກັນເປັນ​ທີ່​ສຸດ​ກໍ​ແມ່ນ​ການສັງ​ສັນ​ຮ່ວມ​ກັນ ກິນ​ເຂົ້າ​ສາມະຄີ​ ປິກ​ນິກ ລະຫວ່າງຄອບຄົວ ​ເພື່ອນມິດ​ສະຫາຍ ​ແລະ​ພວກ​ຜູ້​ຄົນ​ຕ່າງ​ກໍ​ມັກ​ຈະ​ນິຍົມການຈູດ​
ໝາກ​ກະ​ໂພ​ກ ​ແລະງານ​ເດັ່ນໆ​ສຸດ​ໃນ​ຍາມ​ລາຕີ ກໍ​ຄືການ​ຊົມບັ້ງ​ໄຟ​ດອກທີ່​ສວຍ
​ສົດ​ງົດ​ງາມ ​ແລະ​ຄວາມ​ພູມ​ໃຈວັນ​ສຳຄັນ​ຍິ່ງ ກໍ​ຄົງຈະ​ເປັນການ​ຖື​ສິດ ເປັນຄົນ​ສັນຊາດ
​ອາ​ເມຣິກັນ ​ແລະ​ຮູ້​ບຸນຄຸນ​ເຖິງຄຸນງາມຄວາມດີ​ຂອງ​ປະ​ເທດ​ນີ້ ປະເທດ​ທີ່​ໃຫ້​ໂອກາດ
ແກ່ທຸກໆຄົນ ມີ​ສິດ ​ເສ​ລິ​ພາບ​ແລະ​ສ້າງ​ຄວາມ​ຝັນ​ໃຫ້​ເປັນ​ຈິງ ​ແລະ​ເພງ Indepen-
dence Day
ຈຶ່ງ​ເປັນ​ເພງ​ທີ່​ຮວບ​ຮວມ​ເອົາ​ຄວາມ​ໝາຍ​ຂອງ​ວັນສຳຄັນຂອງ​ສະຫະ
ລັດ​ນີ້ ເຊີນ​ໄປ​ຮ່ວມ​ຟັງ​ເພງ​ແລະ​ສະຫຼອງວັນ​ເອກ​ກະລາດ​ພ້ອມໆ​ກັນ​ເລີຍ ຂັບ​ຮ້ອງ
​ໂດຍ Martina McBride ຂໍ​ໃຫ້​ທຸກໆ​ທ່ານ​ມ່ວນ​ຊື່ນ​ກັບເພ​ງນີ້ ພົບ​ກັນ​ໃໝ່​ໃນ​ສັບປະ
ດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ Happy Independence Day.

XS
SM
MD
LG