ລັດຖະບານ ວໍຊິງຕັນ ເຊື່ອວ່າ ມົສກູ ແມ່ນກຳລັງພັດທະນາອາວຸດນິວເຄລຍຕໍ່ຕ້ານດາວທຽມເທິງອະວະກາດ
ບັນດານັກວິເຄາະກັງວົນວ່າ ການຮຸກຮານຂອງແມງໄມ້ເຫຼົ່ານີ້ ຈະກາຍມາເປັນສາຍພັນທີ່ທໍາລາຍລ້າງຫຼາຍທີ່ສຸດ
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກຽມໂຕຈະໄປຢ້ຽມຢາມ ຊາອູດີ ອາຣາເບຍ (Saudi Arabia) ແລະ ອີຈິບ ໃນອາທິດນີ້
ມີນັກຂ່າວຖືກສັງຫານໄປແລ້ວປະມານ 100 ຄົນ ນັບແຕ່ສົງຄາມເລີ້ມຕົ້ນຂຶ້ນ
ທ່ານນາງເວົ້າວ່າ “ໂດຍມີການປະທ້ວງທີ່ເພີ້ມຂຶ້ນເມື່ອມໍ່ໆມານີ້ ແລະຂະບວນ ການເພື່ອແມ່ຍິງ, ຊີວິດ, ເສລີພາບໃນການເຄື່ອນໄຫວ, ການກົດຂີ່ໄດ້ທະວີຂຶ້ນ ໂດຍແນໃສ່ບໍ່ພຽງແຕ່ພວກຄັດຄ້ານດ້ານການເມືອງເທົ່ານັ້ນ ແຕ່ພ້ອມທັງແມ່ຍິງ, ສາສະໜາກຸ່ມນ້ອຍ ແລະກຸ່ມຊົນເຜົ່າຕ່າງໆນຳດ້ວຍ”
ໃນການໃຫ້ຄວາມເຫັນຂອງທ່ານເປັນເທື່ອທຳອິດ ເພື່ອອະທິບາຍເລື້ອງການເສຍ ຊີວິດຂອງທ່ານນາວາລນີ ນັ້ນ ທ່ານປູຕິນ ໄດ້ກ່າວເຖິງເຫດການມໍລະນະກຳ ຂອງຜູ້ຄັດຄ້ານດັ່ງກ່າວວ່າ: “ມັນເກີດຂຶ້ນ. ບໍ່ມີຫຍັງທີ່ເຈົ້າສາມາດເຮັດກ່ຽວກັບ ມັນ. ມັນແມ່ນຊີວິດ”
ການເລືອກຕັ້ງເປັນເວລາ 3 ວັນ ທີ່ໄດ້ເລີ້ມຂຶ້ນ ໃນວັນສຸກແລ້ວນີ້ ເພື່ອຂະຫຍາຍເວລາການປົກຄອງປະເທດຂອງ ທ່ານ ປູຕິນ ເປັນເວລາ 24 ປີແລ້ວ ຕື່ມອີກ 6 ປີ
ກອງທັບຢູເຄຣນລາຍງານໃນວັນຈັນມື້ນີ້ວ່າ ໄດ້ຍິງເຮືອບິນບໍ່ມີຄົນຂັບ 17 ລໍາ ໃນຈຳນວນ 22 ລຳ ຕົກ ທີ່ຣັດເຊຍ ໄດ້ສົ່ງຂຶ້ນ ໃນການໂຈມຕີຊ່ວງຂ້າມຄືນ ທີ່ແນເປົ້າໃສ່ເຂດຕ່າງໆ ໃນທົ່ວປະເທດ
ພາຍຫຼັງການບຸກໂຈມຕີຢູເຄຣນຂອງຣັດເຊຍ, ສະຫະລັດ ແລະ ຢູໂຣບ ໄດ້ດຳເນີນການລົງໂທດທາງດ້ານເສດຖະກິດທີສຳຄັນຕໍ່ຣັດເຊຍ. ແຕ່ສົງຄາມກ້າວເຂົ້າປີທີສອງ, ເສດຖະກິດຂອງ ມົສກູ ຍັງຄົງບຸກບືນຕໍ່ໄປຢູ່. ລີລີຢາ ອານີຊີໂມວາ ມີລາຍງານກ່ຽວກັບເລື່ອງນີ້, ເຊິ່ງ ອາດນະສັກ ມີລາຍລະອຽດ ມາສະເໜີທ່ານ
ກຸ່ມສື່ມວນຊົນກຸ່ມນຶ່ງ ແລະ ອົງການຄົ້ນຄວ້າຕ່າງໆ ກຳລັງກວດສອບລາຍງານຂອງການກໍ່ອາຊະຍາກຳສົງຄາມທັງຫຼາຍໂດຍຣັດເຊຍ ນັບຕັ້ງແຕ່ການບຸກລຸກເຂົ້າເຮັດສົງຄາມເຕັມຮູບແບບໃນ ຢູເຄຣນ. ໃນບາງເຫດການ, ທີມງານທັງຫຼາຍນຳໃຊ້ເຄື່ອງມືເທັກໂນໂລຈີທີ່ມີເອກະລັກພິເສດບາງຢ່າງເພື່ອຊອກຫາຫຼັກຖານ
ໃນຂະນະທີ່ຊາວປາແລັສໄຕນ໌ ພາກັນລຽນແຖວເພື່ອຮັບເອົາການຊ່ວຍເຫຼືອຢູ່ໃນ ກາຊາ ເມື່ອຕອນເຊົ້າວັນສຸກມື້ນີ້ ພວກເຈົ້າໜ້າທີ່ຂອງປາແລັສໄຕນ໌ ໄດ້ກ່າວວ່າ ມີການໂຈມຕີຂອງອິສຣາແອລສອງຄັ້ງ
ການເລືອກຕັ້ງນີ້ ເກີດຂຶ້ນທ່າມກາງຂອງການປາບປາມຢ່າງໂຫດຮ້າຍທີ່ໄດ້ເຮັດ ໃຫ້ສື່ມວນຊົນອິດສະຫຼະ ແລະກຸ່ມສິດທິມະນຸດທີ່ມີຊື່ສຽງທັງຫຼາຍພິການ ແລ້ວ ເຮັດໃຫ້ທ່ານປູຕິນ ໄດ້ຄວບຄຸມລະບົບການເມືອງຢ່າງເຕັມສ່ວນ
ໂຫລດຕື່ມອີກ
No live streaming currently available