ບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດໃຫ້ດຳເນີນກິດຈະການຂຸດຄົ້ນເງິນ Crypto ຢູ່ໃນລາວ ໄດ້ມີການຊື້ຂາຍເງິນ Crypto ແລ້ວຫຼາຍກວ່າ 18,000 bitcoin ໃນ 6 ບໍລິສັດຈາກທັງໝົດ 15 ບໍລິສັດ. ຊົງຣິດ ໂພນເງິນ ມີລາຍງານ ກ່ຽວກັບເລື້ອງນີ້ຈາກບາງກອກ
ການຈັດລໍາດັບດັ່ງກ່າວ ກໍເພື່ອປະກອບການກໍານົດໃຫ້ບຸລິມະສິດກ່ອນຫຼືຫຼັງ ໃນການແລກປ່ຽນເງິນຕາຕ່າງປະເທດກັບທະນາຄານແຫ່ງຊາດ
ລັດຖະບານລາວຄາດຫວັງວ່າ ຈະສາມາດແກ້ໄຂແລະຢຸດຢັ້ງບັນຫາວິດກິດການທາງເສດຖະກິດແລະການເງິນໄດ້ຢ່າງເປັນຮູບປະທຳພາຍໃນປີ 2024 ນີ້ ທັງຍັງສາມາດຈະເຮັດໃຫ້ເສດຖະກິດລາວ ມີການຂະຫຍາຍຕົວເພີ້ມຂຶ້ນອີກດ້ວຍ ເພາະວ່າ ມີປັດໄຈບວກໃນຫຼາຍດ້ານ
ລັດຖະບານລາວ ຈະຄວບຄຸມ ແລະ ຈຳກັດ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ ໂປແຕຊ ພຽງ 7 ໂຄງການ ໃນທົ່ວປະເທດ ເພາະເປັນບໍ່ແຮ່ທີ່ສົ່ງຜົນກະທົບຕໍ່ປະຊາຊົນລາວ ຢ່າງກວ້າງຂວາງ ທີ່ສຸດ. ຊົງຣິດ ໂພນເງິນ ມີລາຍງານກ່ຽວກັບເລື້ອງນີ້ ຈາກບາງກອກ
ອົງການເຮໂລ ທຣັສ (HALO Trust) ເປັນອົງການສາກົນເພື່ອການກຸສົນນຶ່ງ ທີ່ບໍ່ພຽງແຕ່ຊ່ອຍເຫຼືອລັດຖະບານລາວ ແລະປະຊາຊົນໃນທ້ອງຖິ່ນ ໃນການເກັບກູ້ UXO ຫຼື ລະເບີດທີ່ຍັງບໍ່ທັນແຕກ ແຕ່ຍັງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຢູ່ໃນທ້ອງຖິ່ນຜູ້ທີ່ຖືກະທົບໂດຍລະເບີດດັ່ງກ່າວນັ້ນ ນຳດ້ວຍ
ເຂື່ອນໄຟຟ້າເທິງແນວນ້ຳຂອງ 11 ໂຄງການໃນຈີນ ແລະ 2 ໂຄງການໃນລາວ ລວມເຖິງ 80 ກວ່າໂຄງການທີ່ຢູ່ເທິງສາຂາແມ່ນ້ຳຂອງໃນລາວດ້ວຍນັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ໃນເຂດລຸ່ມຂອງເຂື່ອນຢ່າງກວ້າງຂວາງ
ຜູ້ປະສານງານຂອງເຄືອຂ່າຍປະຊາຊົນໄທ 8 ຈັງຫວັດໃນລຸມແມ່ນ້ຳຂອງ ໃຫ້ການຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ຍັງຈະສືບຕໍ່ການເຄື່ອນໄຫວເພື່ອສະແດງການຄັດຄ້ານຕໍ່ແຜນການຂອງລັດຖະບານໄທ ທີ່ຈະຮັບຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນ
ໂຄງການນີ້ບໍ່ພຽງແຕ່ເປັນຟາມລົມຜະລິດໄຟຟ້າທີ່ໃຫຍ່ທີ່ສຸດໃນລາວເທົ່ານັ້ນ, ມັນຍັງເປັນນຶ່ງໃນໂຄງການຟາມ ລົມທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍທີ່ຮອງລົງມາຈາກຟາມລົມໃນຈີນ.
ລັດຖະບານລາວໄດ້ກຳນົດໂຄຕ້າການບັນຈຸພະນັກງານໃໝ່ບໍ່ເກີນ 1,300 ຄົນໃນປີ 2022 ແລະຫຼຸດລົງເປັນບໍ່ເກີນ 800 ຄົນໃນປີ 2023
ການຢຸດເຊົາການຮຽນຂອງເຍົາວະຊົນລາວ ຍັງມີທ່າອ່ຽງເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນລະດັບມັດທະຍົມສຶກສານັ້ນ ໄດ້ມີການຢຸດເຊົາການຮຽນຫຼາຍທີ່ສຸດ
ທັງຍັງຈະເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າແຮງສູງຂອງໄທກັບທຸກປະເທດໃນອາຊຽນຢ່າງຄົບຖ້ວນ ລວມເຖິງການທີ່ຈະຊື້ພະລັງງານຈາກເຂື່ອນໄຟຟ້າທັງໝົດໃນລາວດ້ວຍ ເພາະເປັນປັດໃຈສຳຄັນທີ່ຈະດຶງເອົາເງິນທຶນຈາກຕ່າງປະເທດເຂົ້າມາໃນໄທ ເພື່ອພັດທະນາການຜະລິດພະລັງງານສະອາດໄດ້ເພີ້ມຂຶ້ນນັບມື້
ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ການຂຸດຄົ້ນແຮ່ທາດແບບທົດລອງເລັ່ງດ່ວນ ທີ່ໄດ້ດຳເນີນການຂຸດຄົ້ນນັບຈາກປີ 2021 ເປັນຕົ້ນມາ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ແລະ ຮຸນແຮງຂຶ້ນນັບມື້
ໂຫລດຕື່ມອີກ
No live streaming currently available