ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງ Yellen ​ກ່າວວ່າ ທະນາຄານກາງ ສຫລ ຈະຂຶ້ນ ດອກ​ເບ້ຍ ໃນທ້າຍປີນີ້


ທ່ານນາງ Janet Yellen ຫົວໜ້າທະນາຄານກາງ ສະຫະລັດ.
ທ່ານນາງ Janet Yellen ຫົວໜ້າທະນາຄານກາງ ສະຫະລັດ.

ຫົວໜ້າ​ທະນາຄານ​ກາງສະຫະລັດກ່າວ​ວ່າ ທ່ານ​ນາງ ຄາດ​ວ່າ
ທະນາຄານ​ກາງສະຫະລັດ ຈະ​ເລີ້ມ​ຂຶ້ນອັດຕາ​ດອກ​ເບ້ຍ​ ທີ່ຕໍ່າ
ເປັນປະຫວັດ​ການ ​ພາຍໃນ​ທ້າຍ​ປີ​ນີ້.

ຫົວໜ້າທະນາຄານ​ກາງ ທ່ານ​ນາງ Janet Yellen ​ໄດ້ໃຫ້
ຄວາມເຫັນດັ່ງກ່າວຢູ່​ໃນຄຳປາໄສ ເມື່ອວັນ​ພະຫັດ​ວານ​ນີ້
ຫລັງ​ຈາກພວກ​ເຈົ້າ​ໜ້າ​ທີ່ໄດ້​ເລື່ອນເວລາ ໃນການ​ຂື້ນດອກ​
ເບ້ຍ ທີ່ໄດ້​ມີການທຳນາຍ​ມາ​ເປັນ​ເວລາ​ນານ ​ໃນ​ອາທິດ​ແລ້ວ
​ນີ້. ການ​ຊັກ​ຊ້າ​ດັ່ງກ່າວໄດ້​ເຮັດ​ໃຫ້ພວກ​ຜູ້​ລົງທຶນ ​ແລະ​ຄົນ​
ອຶ່ນໆຕັ້ງ​ຄຳ​ຖາມ​ກ່ຽວກັບເວລາໃນການຂຶ້ນ​ອັດຕາດອກ​ເບ້ຍ.

ຢູ່​ໃນ​ການສະ​ເໜີ​ທີ່​ໃຊ້​ເວລາ​ຍືດຍາວນັ້ນ ທ່ານ​ນາງ Yellen ກ່າວ​ວ່າ ການ​ຂື້ນ​ອັດຕາດອກ
​ເບ້ຍ ຈະ​ມີ​ຂື້ນໃນເວລາທີ່​ປາກົດ​ວ່າພາວະ​ເງິນ​ເຟີ້ຈະ​ຫຍັບ​ໃກ້ເຂົ້າໄປ ໃກ້ເປົ້າໝາຍສອງ​ເປີ
​ເຊັນ​ຂອງທະນາຄານ​ກາງ. ທ່ານ​ນາງ ກ່າວ​ວ່າ ​ເງິນ​ເຟີ້​ໄດ້​ແກ່ດຶງ​ໄວ້ຊົ່ວຄາວ ໃຫ້ຢູ່ໃນລະ
ດັບຕ່ຳ ຍ້ອນເຫດຜົນຫຼາຍຢ່າງເຊັນວ່າ ຄ່າຂອງ​ເງິນ​ໂດ​ລາແຂງຂຶ້ນ ​ແລະ​ລາຄາ​ນຳ້ມັນ​ຕົກ.
ທ່ານ​ນາງຍັງ​ໄດ້​ອະທິບາຍ​ວ່່າ ​ເງິນເຟີ້​ທີ່​ຕຳ່ເກີນ​ໄປ ສາມາດ​ເປັນ​ຜົນ​ກະທົບ​ຕໍ່​ເສດຖະກິດ
​ໂດຍ​ເຮັດໃຫ້ລາຄາຂອງ ການຈ່າຍ​ເງິນ​ກູ້​ຢືມ​ຄືນແພງຂຶ້ນ ​ແລະ​ເຮັດ​ໃຫ້​ບັນດາ​ຜູ້​ລົງ​ທຶນ
​ພາກັນ​ສົ່ງ​ເງິນ​ເຂົ້າ ສູ່​ທີ່ທຸລະກິດທີ່ສ່ຽງ​ໄພຫຼາຍຂຶ້ນ.

ທ່ານ​ນາງ Yellen ​ໄດ້​ກ່າວ​ຢູ່​ໃນວັນ​ດຽວກັນກັບທີ່​ໄດ້​ມີ​ຂ່າວ​ປະສົມກ່ຽວ​ກັບເສດ ຖະກິດ​
ຂອງສະຫະລັດ ດ້ວຍ​ການ​ປະກາດ​ຂອງ​ບໍລິ​ສັດ Caterpillar ທີ່​ຈະ​ຕັດ 10,000 ໜ້າ​ວຽກ
​ແລະ​ປິດ​ຫລາຍ​ໆໂຮງງານ​ລົງໃນ​ສອງ​ປີ​ຂ້າງ​ໜ້າ. ບໍລິສັດ Caterpillar ​ໄດ້​ຮັບຄວາ​ມ​ເສຍ​
ຫາຍ​ຍ້ອນຄວາມ​ຕ້ອງການ​ທີ່ຫລຸດລົງ ສຳລັບ ສິນຄ້າທີ່ໄດ້ຮັບການຜະລິດດ້ວຍການຊ່ວຍ
ເຫລືອຈາກອຸບປະກອນຂອງບໍລິສັດ.

​ໃນ​ຂະນະ​ດຽວ​ກັນ ຈຳນວນ​ຂອງ​ຊາວ​ອາ​ເມຣິກັນ ທີ່​ພາກັນ​ລົງ​ທະບຽນປະກັນ​ໄພ​ຫວ່າງ​
ງານ ​ໄດ້​ເພີ້​ມຂື້ນ​ໜ້ອຍ​ນຶ່ງ​ໃນອາທິດ​ແລ້ວ​ ​ແຕ່​ຍັງຕຳ່ກວ່າ 300,000 ຄົນ. ບັນດາ​ຜູ້ຊ່ຽວ
ຊານ​ກ່າວ​ວ່າ ການ​ປົດຄົນງານອອກຈາກວຽກທີ່ຂ້ອນຂ້າງຕ່ຳ ແມ່ນຮ່ອງຮອຍຂອງ
ຕະຫລາດວຽກງານທີ່ດີ. ລາຍ​ງານ​ອີກສະບັບນຶ່ງ ກ່າວ​ວ່າ ການ​ຂາຍ​ເຮືອນ​ໄດ້​ເພີ້​ມຂື້ນ
​ຢ່າງ​ສະ​ໝຳ່ສະ​ເໝີ ​ໃນ​ເດືອນ​ສິງຫາຜ່ານມານີ້. ​

US Economy
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG