ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກອງທຶນເພື່ອສັດປ່າໂລກ ລາຍງານວ່າ ການລັກລອບຕັດໄມ້ ຍັງເປັນບັນຫາໃຫຍ່ ໃນລາວ


ຈາກການກວດສອບເຂດສຳປະທານຫຼາຍກວ່າ 200 ພື້ນທີ່ ໃນທົ່ວປະເທດຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປລັກລອບ
ຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະເຂດປ່າປ້ອງກັນ ຂອງລັດ
ຖະບານລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງຢ່າງ
ກວ້າງຂວາງ.
ຈາກການກວດສອບເຂດສຳປະທານຫຼາຍກວ່າ 200 ພື້ນທີ່ ໃນທົ່ວປະເທດຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປລັກລອບ ຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະເຂດປ່າປ້ອງກັນ ຂອງລັດ ຖະບານລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງຢ່າງ ກວ້າງຂວາງ.

ກອງທຶນເພື່ອສັດປ່າໂລກ ລາຍງານວ່າ ການລັກລອບຕັດໄມ້ເພື່ອ
ການຄ້າເຖື່ອນຍັງເປັນບັນຫາໃຫຍ່ໃນລາວ ໂດຍມີການລັກລອບ
ຕັດໄມ້ເກີນໂຄວຕາ ທີ່ລັດຖະບານລາວກຳນົດ ຫຼາຍກວ່າ 10 ເທົ່າ.

ເຈົ້າໜ້າທີ່ຂັ້ນສູງ ໃນກອງທຶນເພື່ອສັດປ່າໂລກ (WWF) ເປີດເຜີຍວ່າ ການຈັດທຳລາຍງານ
ປະຈຳປີ 2015 ຂອງ WWF ໄດ້ຈັດທຳສຳເລັດແລ້ວໃນເວລານີ້ ໂດຍສາລະສຳຄັນ ທີ່ກ່ຽວ
ຂ້ອງກັບ ສປປ ລາວນັ້ນ ໄດ້ແນໃສ່ບັນຫາກ່ຽວກັບປ່າໄມ້ ທີ່ຖືກຕັດໂຄ່ນໄປຢ່າງຫຼວງຫຼາຍ
ໃນແຕ່ລະປີ ຊຶ່ງລວມເຖິງບັນຫາການລັກລອບຕັດໄມ້ເພື່ອການຄ້າເຖື່ອນ ທີ່ເກີດຂຶ້ນຢ່າງ
ກວ້າງຂວາງດ້ວຍ.

ເຈົ້າໜ້າທີ່ຂັ້ນສູງຂອງ WWF ຢືນຢັນວ່າ ການເກັບກຳຂໍ້ມູນໃນທາງລັບ ໃນຕະຫລອດປີ
2013 ພົບວ່າ ການລັກລອບຕັດໄມ້ ເພື່ອການຄ້າເຖື່ອນໃນລາວ ມີປະລິມານຫຼາຍກວ່າ 1
ລ້ານ 4 ແສນ ແມັດກ້ອນ ຊຶ່ງເກີນກວ່າໂຄວຕາທີ່ລັດຖະບານລາວກຳນົດ ຫຼາຍກວ່າ 10 ເທົ່າ
ແລະໃນນີ້ກໍຄິດເປັນສັດສ່ວນເກີນກວ່າ 90 ເປີເຊັນ ຂອງປະລິມານໄມ້ ທີ່ລັກລອບຕັດທັງ
ໝົດນັ້ນ ໄດ້ມີການລັກລອບສົ່ງອອກໄປຈີນ ແລະຫວຽດນາມ ສ່ວນນອກນັ້ນ ກໍລັກລອບສົ່ງ
ອອກໄປປະເທດໄທ.

ສະໜາມໄມ້ແຫ່ງນຶ່ງ ຢູ່ໃນແຂວງອັດຕະປື ທີ່ບໍລິສັດຫວຽດນາມ ໄດ້ຮັບ ສຳປະທານ ຈາກລັດຖະບານລາວ.
ສະໜາມໄມ້ແຫ່ງນຶ່ງ ຢູ່ໃນແຂວງອັດຕະປື ທີ່ບໍລິສັດຫວຽດນາມ ໄດ້ຮັບ ສຳປະທານ ຈາກລັດຖະບານລາວ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນສະພາແຫ່ງຊາດລາວຢືນຢັນວ່າ
ພາຍໃຕ້ສະພາບການດັ່ງກ່າວນີ້ ເຮັດໃຫ້ເປັນການຍາກຢ່າງຍິ່ງ
ທີ່ລັດຖະບານລາວຈະສາມາດບັນລຸເປົ້າໝາຍທີ່ຈະເພີ້ມຄວາມ
ໜາແໜ້ນຂອງສະພາບປ່າໄມ້ໃຫ້ປົກຫຸ້ມເຖິງ 65 ເປີເຊັນ ຂອງ
ພື້ນທີ່ທັງໝົດຂອງປະເທດໄດ້ ພາຍໃນປີ 2015 ນີ້ ທັງກໍຍັງຈະ
ເປັນໄປບໍ່ໄດ້ເລີຍ ທີ່ຈະເພີ້ມຄວາມໜາແໜ້ນຂອງປ່າໄມ້ໃຫ້ໄດ້
ເຖິງ 70 ເປີເຊັນຂອງພື້ນທີ່ທັງໝົດພາຍໃນປີ 2020 ອີກດ້ວຍ.

ເນື່ອງຈາກວ່າ ປ່າໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດຂອງລາວ
ໄດ້ລົດອັດຕາຄວາມໜາແໜ້ນລົງຢ່າງຫຼວງຫຼາຍ ໃນລະຍະ 15
ປີມານີ້ ຊຶ່ງເປັນຜົນມາຈາກການລັກລອບຕັດໄມ້ ໃນເຂດປ່າສະຫງວນແຫ່ງຊາດ ຈົນເຮັດ
ໃຫ້ປ່າໄມ້ທີ່ຢູ່ໃນຄວາມຮັບຜິດຊອບ ຂອງກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ທຳ
ມະຊາດ ຍັງເຫຼືອຢູ່ໃນເນື້ອທີ່ລວມ ພຽງ 4 ລ້ານເຮັກຕາ ຫຼືຄິດເປັນ 16 ເປີເຊັນ ຂອງພື້ນທີ່
ທັງໝົດເທົ່ານັ້ນ.

ໄມ້ເຖື່ອນຈຳນວນນຶ່ງ ທີ່ທາງການລາວ ສາມາດຢຶດເອົາໄວ້ໄດ້
ໄມ້ເຖື່ອນຈຳນວນນຶ່ງ ທີ່ທາງການລາວ ສາມາດຢຶດເອົາໄວ້ໄດ້

ໂດຍປັດໄຈທີ່ເຮັດໃຫ້ການລັກລອບຕັດໄມ້ ໃນເຂດປ່າສະຫງວນ
ແຫ່ງຊາດ ສາມາດດຳເນີນການໄດ້ຢ່າງກວ້າງຂວາງນັ້ນ ເພາະມີ
ຜູ້ບໍລິຫານຂັ້ນສູງ ໃນພາກລັດຖະບານລາວ ໄດ້ເຂົ້າ ໄປມີສ່ວນ
ໄດ້ຮັບຜົນປະໂຫຍດຮ່ວມດ້ວຍ ຈຶ່ງໄດ້ປ່ອຍປະໃຫ້ມີການລັກ
ລອບຕັດໄມ້ຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໄດ້ຢືນຢັນວ່າ:

“ກະແມ່ນວ່າປະຊາຊົນຄັດຂ້ອງວ່າ ເປັນແນວໃດອັນລັດ
ຖະບານນີ້ ຄືຈັ່ງວ່າປ້ອຍໃຫ້ຂຸດຄົ້ນໄມ້ຫຼາຍແທ້ ຂົນໝົດ
ມື້ໝົດຄືນ ຈັກໄປທາງເລກ 7 ໄປທາງນ້ຳກັ້ນ ໄປທາງເລກ
12 ໄປທາງເລກ 9 ແລ້ວກໍວາງໜຶ່ງນີ້ ຜູ້ແທນຫຼວງນ້ຳທາ ກະບອກວ່າໄປທາງ
ພຸ້ນອີກ.”

ຍິ່ງໄປກວ່ານັ້ນ ຈາກການກວດສອບເຂດສຳປະທານຫຼາຍກວ່າ 200 ພື້ນທີ່ໃນທົ່ວປະເທດ
ຍັງພົບວ່າ ໄດ້ມີການລຸກລ້ຳເຂົ້າໄປລັກລອບຕັດໄມ້ ຢູ່ໃນເຂດປ່າສະຫງວນ ແລະເຂດປ່າ
ປ້ອງກັນຂອງລັດຖະບານລາວ ທັງໃນລະດັບທ້ອງຖິ່ນ ແລະຂັ້ນສູນກາງຢ່າງກວ້າງຂວາງ
ອີກດ້ວຍ.

ໂດຍອີງຕາມຂໍ້ມູນຂອງກະຊວງແຜນການ ແລະການລົງທຶນ ລະບຸວ່າ ລັດຖະບານລາວ ໄດ້
ອະນຸຍາດໃຫ້ສຳປະທານທີ່ດິນເພື່ອປູກພືດເສດຖະກິດຕ່າງໆ ເຊັ່ນຢາງພາລາ ຢູຄາລິບຕັສ
ອ້ອຍ ສາລີ ແລະມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ ຫາກແຕ່
ຈາກການກວດສອບໃນພາກຕົວຈິງພົບວ່າ ໄດ້ມີການບຸກລຸກເຂົ້າໄປລັກລອບຕັດໄມ້ໃນ
ເຂດປ່າສະຫງວນ ແລະປ່າປ້ອງກັນຂອງລັດຖະບານຄິດເປັນພື້ນທີ່ ກວ້າງກວ່າ 1 ລ້ານ
ເຮັກຕາແລ້ວໃນປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍມີລາຍຮັບຈາກອາກອນການສົ່ງອອກໄມ້ ໄປຕ່າງ
ປະເທດພຽງ 20 ລ້ານໂດລາ ເທົ່ານັ້ນໃນປີ 2014 ເພາະພະນັກງານລັດ ປະຕິບັດໜ້າທີ່
ໂດຍເຫັນຜົນປະໂຫຍດສ່ວນຕົວເປັນສຳຄັນ.

XS
SM
MD
LG