ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ WMO ລະບຸວ່າ ອຸນນະພູມ​ຂອງໂລກ ສະ​ເລ່ຍ ​ໃນ​ປີ 2015 ຈະຮ້ອນ ເປັນປະຫວັດການ


World Weather
please wait
Embed

No media source currently available

0:00 0:00:34 0:00

ອຸນນະພູມ​ສະ​ເລ່ຍ ​ໃນ​ປີ 2015 ນັ້ນ ​ເບິ່ງ​ຄື​ວ່າ ຈະ​ຮ້ອນ​ທີ່​ສຸດ​ເປັນ​ປະຫວັດ​ການ ອິງ​ຕາມ ອົງການ​ອຸຕຸນິຍົມ​ຂອງ​ໂລກ ຫຼື World Meteorological Organization ທີ່​ເອີ້ນຫຍໍ້​ວ່າWMO.

ຜົນ​ກະທົບໃນ​ການ​ຢ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ ​ໄດ້ເຮັດ​ໃຫ້ອຸນນະພູມຂອງ​ໂລກ​ເພີ້ມຂຶ້ນ 1 ອົງສາ Celsius ​ສູງ​ກວ່າ​ໄລຍະກ່ອນ​ຍຸກ​ອຸດສາຫະກຳ ອິງ​ຕາມອົງການ WMO.

ທ່ານ Michel Jarraud ​ເລຂາ​ທິການ​ໃຫຍ່ ຂອງອົງການ WMO ​ໄດ້​ກ່າວ​ວ່າ “ປີ 2015 ນີ້ ມີ​ທ່າ​ທາງ​ວ່າຈະ​ແມ່ນ ປີ ທີ່​ຮ້ອນ​ທີ່​ສຸດ ​ທີ່​ໄດ້​ບັນທຶກ​ໄວ້ ​ໂດຍ​ທີ່ ອຸນນະພູມຂອງ​ໜ້າ​ນ້ຳທະ​ເລ ​ໄດ້​ສູງ​ທີ່​ສຸດ​ ນັບ​ຕັ້ງ​ແຕ່​ໄດ້​ມີ​ການ​ວັດ​ແທກ. ມັນ​ແມ່ນຂີດ 1 ອົງສາ Celsius ທີ່​ຈະ​ຕ້ອງ​ໄດ້​ຂ້າມ, ຊຶ່ງ​ນີ້ ມັນ​ແມ່ນ​ຂ່າວ​ບໍ່​ດີ​ສຳ​ຫຼັບ​ໂລກ​ໜ່ວຍ​ນີ້.”

ອົງການ WMO ຍັງ​ກ່າວ​ອີກ​ວ່າ ມັນ​ເປັນ​ຍ້ອນການ​ປະສົມ​ປະສານ​ລະຫວ່າງຄວາມ​ຮ້ອນ​ຂອງ​ໂລກ ​ແລະ​ປະກົດ​ການ El Nino.

ທ່ານ Jarraud ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ໄດ້​ເປັນ​ສັກຂີ​ພະຍານຂອງ​ປະກົດການ El Nino ຢ່າງ​ແຮງ​ມາ​ແລ້ວ ທີ່​ຍັງ​ເພີ້​ມກຳລັງ​ຂອງ​ມັນ​ຢູ່ ຊຶ່ງ​ນີ້​ເປັນ​ການມີ​ອິດ​ທິພົນ​ຕໍ່​ສະພາບ​ດິນ​ຟ້າ
ອາກາດ ຢູ່​ໃນ​ຫລາຍໆ​ເຂດ​ຂອງໂລກ ​ແລະ​ເປັນແຮງ​ກົດ​ດັນໃຫ້​ມີ​ຄວາມຮ້ອນເປັນ​ພິ​ເສດໃນເດືອນ​ຕຸລາ. ຜົນ​ກະທົບ​ຂອງການ​ອົບ​ອຸ່ນ​ໂດຍ​ທົ່ວ​ໄປ ຈາກ​ປະກົດ​ການ El Nino ນີ້ ຍັງ​ຄາດ​ວ່າ ຈະ​ສືບ​ຕໍ່ ​ໄປ​ຈົນ​ຮອດ ປີ 2016.”

ອິງ​ຕາມລາຍ​ງານ​ຂອງ ອົງການ WMO ​ແລ້ວ ​ໃນ​ຮອບ 5 ປີ ຈາກ ປີ 2011 ຫາ 2015 ​ແມ່ນ​ຊຸມ​ປີ​ທີ່​ຮ້ອນ​ທີ່​ສຸດ ​ເປັນ​ປະ​ຫວັດການ “ດ້ວຍສະພາບ​ອາກາດ​ທີ່​ຮ້ອນ​ຈັດ -​ໂດຍ​ສະ​ເພາະ ຄື້ນຂອງ​ຄວາມ​ຮ້ອນ ທີ່​ໄດ້​ຮັບ​ອິດ​ທິພົນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.”

ລາຍ​ງານຍັງ​ໄດ້​ກ່າວ​ວ່າ ອາ​ເມຣິກາ​ໃຕ້ ແມ່ນ​ຮ້ອນ​ທີ່​ສຸດເປັ​ນປະຫວັດ​ການ ​ດັ່ງ​ດຽວ​ກັນ​ກັບ​
ເອ​ເຊຍ ​ຄ້າຍຄື ​ປີ 2007 ​ສ່ວນອາ​ຟຣິກາ​ແລະ​ຢູ​ໂຣບ ນັ້ນ ​ແມ່ນ​ມີ​ສະພາບ​ຮ້ອນ​ທີ່​ສຸດ​ເປັນ​ອັນ​ດັບ​ສອງ​ຂອງ​ພວກ​ເຂົາ​ເຈົ້າ.

XS
SM
MD
LG