ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ນຳໂລກ ຍິນດີກັບ ການປະຕິເສດ ບໍ່ເປັນເອກກະລາດ ຂອງ ສະກັອດແລນ (ສະໄລດ໌/ວິດີໂອ)


Scotland Votes ‘No’ to Independence
please wait

No media source currently available

0:00 0:03:02 0:00

ການ​ລົງ​ປະຊາມະຕິຂອງ Scotland ທີ່ບໍ່​ເຫັນ​ດີ ​ໃຫ້ແຍກຕົວ
ອອກເປັນ​ເອກ​ກະລາດນັ້ນ ​ໄດ້​ຖືກ​ຕ້ອນຮັບ​ດ້ວຍຄວາມ​ໂລ່ງ
ໃຈ​ຈາກອັງກິດ ​ແລະບັນດາ​ປະ​ເທດ​ຕ່າງໆ.

ປະທານ​າທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ສັນ
ລະ​ເສີນ Scotland ​ໃນ​ວັນ​ສຸກວານ​ນີ້ ​ໃນ​ການຊົມໃຊ້ປະຊາ
ທິປະ​ໄຕ ​ໂດຍ​ເຕັມ ແລະດ້ວຍຄວາມກະ ຕືລືລົ້ນ. ທ່ານ​ກ່າວ
ວ່າ​ ໂດຍຜ່ານການ​ອະພິປາຍ ການ​ສົນທະນາ ​ແລະການພິ ຈາລະນາຢ່າງມີອາລົມຮ້ອນແຮງແຕ່ດ້ວຍສະງົບນັ້ນ ພວກ ​
ເຂົາ​ເຈົ້າ​ໄດ້​ເຕືອນໃຫ້​ໂລກຮູ້​ກ່ຽວ​ກັບການປະກອບສ່ວນອັນ
ໃຫຍ່ຫຼວງ ຂອງ Scotland​ແກ່​ອັງກິດ ​ແລະ​ແກ່ໂລກ.

ນາຍົກລັດຖະມົນຕີ​ເຢຍຣະ​ມັນ ທ່ານ​ນາງ Angela Merkel ​ແລະ​ນາຍົກ​ລັດ ຖະມົນຕີສະ
​ເປ​ນ ທ່ານ​ Mariano Rajoy ກໍ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກທີ່​ຄ້າຍຄື​ກັນ.

ປະທານກຳມາທິການຢູ​ໂຣບ ທ່ານ​ Jose Manuel ​Barroso ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ຮ້ອງ ຜົນການລົງປະຊາມະຕິດັ່ງກ່າວນີ້ວ່າ ເປັນໄປໃນ​ທາງ​ບວກ ສຳຫຼັບຢູ​ໂຣບ ​ແລະ​ຕົບມືຊົມ ເຊີຍ​ໃຫ້​ແກ່ Scotland ​ໃນ​ຄວາມ​ໝາຍໝັ້ນ​ອັນ​ແຮງ​ກ້າ ​ຕໍ່ ສະພາບຢູ​ໂຣບ.

ເລຂາທິການ​ໃຫຍ່​ຂອງອົງການ NATO ທ່ານ Aders Fogh Rasmussen ໄດ້​ສະແດງ ຄວາມຍິນດີຕໍ່ນາຍົກລັດຖະມົນຕີ​ອັງກິດ ທ່ານ David Cameron ​ແລະ​ກ່າວວ່າ ທ່ານ​ແນ່ ໃຈ​ວ່າ ສະຫະຣາຊະ​ອານາຈັກ​ອັງກິດ ຈະສືບຕໍ່ຫລິ້ນບົດ ບາດ​ເປັນ​ຜູ້ນຳ ​ເພື່ອ​ໃຫ້ກຸ່ມພັນ ທະມິດດັ່ງກ່າວມີຄວາມເຂັ້ມແຂງ​.

ທ່ານ Cameron ກ່າວ​ວ່າ ການ​ອະພິປາຍ ​ກ່ຽວ​ກັບ​ຄວາມ​ເປັນ​ເອກ​ກະລາດ​ຂອງຊາວ Scotland ບັດ​ນີ້​ ໄດ້​ສີ້​ນສຸດ​ລົງ ​ແລະ​ອັງ​ກິດ ຈະປະຕິບັດຕາມ ​ຄວາ​ມໝາ​ຍໜັ້ນຂອງ​ຕົນ ຈະມອບອຳນາດ​ໃໝ່​ໃຫ້​ແກ່ Scotland ກ່ຽວ​ກັບ ກິດຈະການ​ຕ່າງໆ ​ເຊັນ​ວ່າການ​ເກັບ ພາສີ ​ການ​ໃຊ້​ຈ່າຍ ​ແລະ​ສະຫວັດດີ​ການ. ທ່ານ​ກ່າວ​ອີກ​ວ່າ ຮ່າງ​ກົດໝາຍກ່ຽວກັບເລື່ອງ ເຫຼົ່ານີ້ ​ຈະ​ເປັນ​ທີ່​ຮຽບຮ້ອຍ​ພາຍ ໃນ​ເດືອນ​ມັງກອນປີໜ້າ.

BRITAIN SCOTLAND VOSOTVO
please wait

No media source currently available

0:00 0:00:47 0:00

XS
SM
MD
LG