ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ຊາ​ກອນໂລກ​ ພວມຕົກຢູ່ ໃນ​ຄວາມ​ສ່ຽງ​ ຈາກພະຍາດ ໄຂ້ເລືອດອອກ (ວີດີໂອ)


ຍຸງທີ່ນໍາ ເອົາເຊື້ອໄຂ້ເລືອດອອກໄປແຜ່ຜາຍ
ຍຸງທີ່ນໍາ ເອົາເຊື້ອໄຂ້ເລືອດອອກໄປແຜ່ຜາຍ
ວັນ​ຈັນ ທີ 7 ​ເດືອນ​ເມສາຜ່ານມານີ້ ​ແມ່ນເປັນ​ວັນອະນາໄມ
ໂລກ ຫຼື World Health Day. ສະຫະ​ປະຊາ​ຊາດ​ແລະ​ອົງ
ການ​ຈັດຕັ້ງສາ​ກົນ​ຕ່າງໆ ​ໄດ້​ເຕືອນ​ວ່າ ຫຼາຍກວ່າ​ເຄິ່ງນຶ່ງ
​ຂອງ​ປະ​ຊາ​ກອນໂລກ​ ພວມຕົກຢູ່ໃນ​ຄວາມ​ສ່ຽງ​ຕໍ່ໄພຂົ່ມຂູ່
ທີ່ເພີ້ມທະວີຂຶ້ນຂອງເຊື້ອພະຍາດຕ່າງໆທີ່ມີແມງໄມ້ປະເພດ
ດູດເລືອດຕ່າງໆເປັນພາຫະ. ກ່ອນ​ວັນທີ່​ອະນາໄມໂລກ​ທີ່​
ຈະ​ມາ​ເຖິງນັ້ນ ບັນດາອົງການຈັດຕັ້ງສາກົນໄດ້​ຮຽກຮ້ອງໃຫ້
​ປະເທດຕ່າງໆ ດຳເນີນການຫາທາງ​ຄວບ​ຄຸມ​ພວກພະຍາດ
ທີ່​ເປັນອັນຕະລາຍຮ້າຍແຮງ​ເຫຼົ່ານີ້. Lisa Schlein ມີລາຍ
ງານ ກ່ຽວກັບເລື່ອງນີ້ຈາກເຈ​ນີວາ ດັ່ງໄຊຈະເຣິນສຸກ ຈະນຳ
ເອົາ ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຂົບຫຼືກັດພຽງເທື່ອດຽວຂອງຍຸງ​ ​ແມງ​ຊາຍ ​ແມງວັນ​ດຳ ຫຼື ໝັດບໍ່ພຽງແຕ່ເປັນການ​ລົບ​ກວນເທົ່ານັ້ນ ​ແຕ່​ອາດ​ເປັນ​ອັນຕະລາຍຮ້າຍແຮງ ເຖິງແກ່ຊີວິດ​ກໍໄດ້. ທຸກໆ​ປີ ອົງການ​ອະນາໄມໂລກລາຍ​ງານ​ວ່າ​ ມີ​ຜູ້ຄົນຈຳນວນ​ຫຼາຍກວ່າ 1 ຕື້ ​ທີ່​ໄດ້​ຕິດ​ເຊື້ອແລະ​ຫຼາຍກວ່າ 1 ລ້ານ​ໄດ້​ເສຍ​ຊີວິດ​ ຍ້ອນພະຍາດ ທີ່ແຜ່ລະບາດ ໂດຍ​ແມງໄມ້​ດູດເລືອດ ຊະນິດຕ່າງໆ ​ເຊັ່ນ​ໄຂ້​ຍຸງ ​ໄຂ້​ເລືອດ​ອອກ ພະຍາດ​ລາຍ​ມ໌ ຫລື Lyme disease ​ແລະໄຂ້​ເຫຼືອງ ຫຼື yellow fever.

ອົງການອະນາໄມໂລກ ໄດ້ເພັ່ງເລັງໃສ່ໄພຂົ່ມຂູ່ຈາກພະຍາດ​ໄຂ້​ເລືອດ​ອອກ ທີ່ທາງອົງການດັ່ງກ່າວເວົ້າວ່າ ເປັນພະຍາດທີ່ແຜ່ລະບາດໄວທີ່ ສຸດໃນໂລກ ຍ້ອນມີຍຸງເປັນພາຫະ​. ສະຫະພັນກາແດງສາກົນ ໄດ້ພະ ຍາຍາມທຳການປຸກ
ລະດົມ ໃຫ້ລັດຖະບານຂອງທຸກໆປະເທດທຳການ ແກ້ໄຂໃນອັນທີ່ທາງອົງການ
ດັ່ງກ່າວເອີ້ິນວ່າ ມະຫັນຕະໄພງຽບ.

ເຈົ້າໜ້າທີ່ຮັບມືກັບໄພສຸກເສີນຂັ້ນອະວຸໂສຂອງອົງການກາແດງ ທ່ານນາງ Amanda McClelland ກ່າວວ່າ ພະຍາດ​ໄຂ້​ເລືອດ​ອອກເປັນພະຍາດທີ່ຖືກລະເລີຍບໍ່ໄດ້ຮັບ
ການເອົາໃຈໃສ່ ຊຶ່ງສ່ວນໃຫຍ່ແລ້ວແມ່ນມີຜົນກະທົບຕໍ່ພວກທີ່ທຸກຍາກທີ່ສຸດຊຶ່ງເປັນ
ຈຳພວກທີ່ມີຄວາມຫຼໍ່ແຫຼມທີ່ສຸດຢູ່ໃນສັງຄົມ.

ທ່ານນາງ McClelland ເວົ້າວ່າ: “ພວກເຮົາໄດ້ເຫັນການຂະຫຍາຍຕົວຂອງພະ​ຍາດໄຂ້ເລືອດອອກ ຈາກ 15,000 ກໍລະນີ ໃນຊຸມປີ 1960 ເພີ້ມຂຶ້ນເປັນ 380
\ຫາ 390 ລ້ານ ກໍລະນີ ທີ່ອາດເປັນໄປໄດ້ໃນເວລານີ້. ບັນດາຄອບຄົວທີ່ຢູ່
ໃກ້ໆກັບເສັ້ນ ກຳນົດທຸກຍາກ ບັນດາຄອບຄົວຊຶ່ງໄດ້ຮັບຜົນກະທົບຢ່າງໜັກ
ຈາກໄພ ພະຍາດຕ່າງໆ ທີ່ເປັນພາລະອັນໜັກໜ່ວງຂອງຄອບຄົວຢູ່ແລ້ວນັ້ນ
ຈຶ່ງ​ ບໍ່ສາມາດທີ່​ຈະຕໍ່ສູ້ກັບພະຍາດນີ້ໄດ້ຕື່ມ. ແລະພວກເຂົາບໍ່ສາມາດທີ່ຈະ ປ່ອຍໃຫ້ສະມາຊິກໃນຄອບຄົວຄົນອື່ນໆຕິດເຊື້ອພະຍາດນີ້. ແລະຍ້ອນ ເປັນແນວນັ້ນທາງອົງການກາແດງຈຶ່ງຕັ້ງໜ້າເພັ່ງເລັງເປັນພິເສດໃສ່ພະຍາດ
ໄຂ້ເລືອດອອກ ສຳລັບໄລຍະ 12 ເດືອນຕໍ່ໜ້ານີ້.”


ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້



ອົງການອານາໄມໂລກກ່າວວ່າໃນລະຍະ 50 ປີທີ່ຜ່ານມາ ພະຍາດດັ່ງ ກ່າວ ໄດ້ແຜ່
ລະບາດໄປຍັງຫຼາຍກວ່າ 100 ປະເທດໂດຍເຮັດໃຫ້ຜູ້ຄົນ ຫລາຍເຖິງ 2 ພັນ 5 ລ້ານ
ຄົນຕົກຢູ່ໃນຄວາມສ່ຽງຕໍ່ການຕິດພະຍາດ​ນີ້. ປະມານ 75 ເປີເຊັນ ຂອງພວກທີ່ມີການ
ສ່ຽງຕໍ່ການຕິດພະຍາດນີ້ ແມ່ນຢູ່ເຂດເອເຊຍປາຊິຟິກ. ແຕ່ວ່າ ຜູ້ພະແນກວິໄຈລະບົບ
ນິເວດດ້ານສັດປີກດູດເລືອດ ແລະພະ ຍາດ​ໃນເຂດຮ້ອນຖືກລະເລີຍ ຂອງອົງການ
ອະນາໄມໂລກ ທ່ານ Raman Velayudhan ໃຫ້ຂໍ້ສັງເກດວ່າ ແມ່ນແຕ່ປະເທດທີ່
ຈະເລີນ ແລ້ວເຊັ່ນ ປະເທດຕ່າງໆໃນຢູໂຣບ ອອສເຕຣເລຍ ແລະສະຫະລັດ ອາເມລິກາ ກໍຍັງມີການສ່ຽງຕໍ່ພະຍາດນີ້ຄືກັນ.

ດຣ. Velayudhan ກ່າວຕໍ່ VOA ວ່າ ການແຜ່ລະບາດຂອງໄຂ້ ເລືອດອອກແມ່ນເກີດ
ຈາກການປ່ຽນແປງຂອງສະພາບແວດລ້ອມ ແລະຈາກການເດີນທາງໄປມາລະຫວ່າງ
ປະເທດທີ່ເພີ້ມທະວີຂຶ້ນ​. ທ່ານກ່າວຕື່ມວ່າ ການ​ເດີນທາ​ງໄປມາຂອງຄົນແລະສິນຄ້າ
ຕ່າງໆ ຢ່າງເສລີໃນ ຢູໂຣບແລະແຫ່ງອື່ນໆນັ້ນຍັງເຮັດໃຫ້ຍຸງ ແລະສັດຕ່າງໆສາມາດ
ໄປມາໄດ້ຢ່າງເສລີເໝືອນກັນ.

ດຣ. VELAYUDHAN ​ກ່າວ​ວ່າ: “​ເມື່ອເວົ້າເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​
ທີ່​ຈິງ​ແລ້ວ​ພວກ​ເຮົາ​ບໍ່​ມີຫຼັກຖານ​ທີ່ໜັກ​ແໜ້ນຈາກ​ການ​ຄົ້ນຄວ້າທາງ​ວິທະຍາສາດມາ​ຢັ້ງຢືນ​ເທື່ອ​. ​ແຕ່​ດັ່ງ​ທີ່​ໄດ້​ກ່າວ​ມານັ້ນ ອິງ ຕາມ​ທິດສະ​ດີ​ແລ້ວ​ຄັນ​ອຸນຫະພູມ​ ຮ້ອນ​ຂຶ້ນ ມັນ​ຊ່ວຍໃຫ້​ພວກ​ຍຸງ​ແລະ​ເຊື້ອ​ໄວຣັສ​ໃນ​ໂຕມັນເພີ້ມ​ທະວີຄູນ​ຂຶ້ນ. ດັ່ງນັ້ນຕົວຢ່າງ​ຄືວົງ​ຈອນ​ຊີວິດ​ຂອງ​ຍຸງ​ແມ່ນ 20 ມື້ ​ໃນ​ເວລາ​ອຸນຫະພູມ​ຢູ່ລະດັບ 15 ອົງສາ​ແຕ່ໃນ​ເວລາອຸນຫະພູມສູງ​ຂຶ້ນ​ຢູ່ລະດັບ 25 ອົງສາ ໄຂ່ຂອງມັນສາມາດເບາະ ໄດ້​ພາຍ​ໃນ 7 ມື້.”


​ພະຍາດໄຂ້ເລືອດອອກ ​ແມ່ນ​ຄ້າຍຄື​ກັນ​ກັບເປັນໄຂ້​ຫວັດ​ໃຫຍ່ແຮງທີ່​ບໍ່​ມີ​ຢາ​ປົວ ຫຼືຢາວັກ​ຊີ​ນປ້ອງກັນໃດໆເລີຍ.​ ​ແຕ່ທາງ​ອົງການ​ອະນາໄມ​ໂລກ ​ແລະອົງການ​ກາ​ແດງກ່າວ​ວ່າ ​ພະຍາດ​ດັ່ງກ່າວ​ນີ້​ສາມາດ​ຄຸ້ມ​ຄອງ​ແລະປ້ອງ​ກັນໄດ້​ໃນ​ການ​ນຳ​ໃຊ້​ມຸ້ງ​ທີ່​ມີ​ການຍ້ອມຢາຂ້າ​ແມງ​ໄມ້ ​ປັບປຸງ​ລະບົບ​ສຸຂາ​ພິບານ ແລະຫຼຸດຜ່ອນ​ບ່ອນ​ເພາະ​ພັນ​ຂອງ​ຍຸງ.
XS
SM
MD
LG