ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະນາຄານໂລກກ່າວວ່າ ການສິ້ນສຸດຂອງຄວາມ ທຸກຍາກແສນສາຫັດແມ່ນ ຍັງຢູ່ບໍ່ໄກເກີນເອື້ອມ


World Bank President Says Ending Extreme Poverty Within Reach
please wait

No media source currently available

0:00 0:02:10 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ຫົວໜ້າທະນາຄານໂລກໄດ້ກ່າວວ່າການເຕີບໂຕຊ້າທາງດ້ານ
ເສດຖະກິດໃນທົ່ວໂລກແມ່ນກຳລັງທຳລາຍເປົ້າໝາຍຂອງ
ສະຖາບັນໃນການເຮັດໃຫ້ຄວາມທຸກຍາກແສນສາຫັດສິ້ນສຸດລົງ
ໃນປີ 2030. ໃນເມື່ອສິ່ງທ້າທາຍຕ່າງໆອາດຈະໃຫຍ່ຫຼວງ, ແຕ່ທ່ານ
ປະທານທະນາຄານໂລກ ຈິມ ຢອງ ຄິມ ໄດ້ກ່່າວວ່າ ເປົ້າໝາຍແມ່ນ ຍັງຢູ່ບໍ່ໄກເກີນເອື້ອມ. ຖ້າຫາກວ່າ ບັນດາຜູ້ນຳໂລກ ແລະ ສະຖາບັນ ການເງິນແລະການພັດທະນາທີ່ກຳລັງພຸ່ງພົ້ນໃໝ່ ນັ້ນໄ​ດ້ ເຮັດໃນ
ພາກສ່ວນຂອງເຂົາເຈົ້າ. Mil Arcega ມີບົດລາຍງານ ແລະ
ພຸດທະສອນ ຈະນຳລາຍລະອຽດ ມານຳສະເໜີຕຕໍ່ທ່ານ.

ຄວາມທຸກຍາກແສນສາຫັດ ແມ່ນຫຍັງ? ອີງຕາມອົງການ ສະຫະ ປະຊາຊາດ ມັນແມ່ນ ສະຖານະພາບທີ່ສະແດງເຖິງລັກສະ ນະຄວາມບໍ່ພຽງພໍຕໍ່ຄວາມ ຕ້ອງການພື້ນຖານ ຂອງມະນຸດ, ເຊັ່ນວ່າ ນ້ຳດື່ມທີ່ສະອາດ, ອາຫານ, ສຸຂະອະນາໄມ ແລະ ການສຶກສາ.

ຂ່າວດີແມ່ນ, ປະທານຂອງທະນາຄານໂລກ ທ່ານ ຈິມ ຢອງ ຄິມ ໄດ້ກ່າວວ່າ ໂລກຂອງເຮົາ​ແມ່ນໄດ້ມີຄວາມກ້າວໜ້າໃນບາງ ດ້ານ.

ທ່ານ ຈິມ ຢອງ ຄິມ ໄດ້ກ່າວວ່າ “ໃນໄລຍະ 25 ປີທີ່ຜ່ານມານີ້, ພວກເຮົາໄດ້ຫຼຸດ ຜ່ອນລົງຈາກ
ເກືອບ 2 ຕື້ຄົນທີ່ອາໄສຢູ່ໃນຄວາມ ທຸກຍາກແສນສາຫັດ ມາເຫຼືອ ພຽງນ້ອຍກວ່າໜຶ່ງ ຕື້ເທົ່ານັ້ນ.”

ເຖິງແມ່ນວ່າຈະມີຄວາມກ້າວໜ້າ, ແຕ່ກໍຍັງມີຄົນເກືອບໜຶ່ງຕື້ ທີ່ອາໄສຢູ່ກັບ ລາຍໄດ້ ຕ່ຳກວ່າ
1 ໂດລາ 25 ເຊັນຕໍ່ມື້. ສິ່ງທີ່ເຮັດໃຫ້ເປົ້າໝາຍຂອງ ການລົບ ລ້າງຄວາມທຸກ ຍາກສັບສົນຂຶ້ນ ກວ່າເກົ່ານັ້ນ, ແມ່ນເສດຖະກິດສະຊັກຊ້າລົງ ໃນບັນດາປະເທດ ທີ່ໄດ້ພັດທະ ນາແລ້ວ ແລະ ບັນດາປະເທດທີ່ມີເສດຖະກິດພຸ່ງພົ້ນໃໝ່.

ວິທີແກ້ໄຂອັນໜຶ່ງແມ່ນການຮ່ວມມືກັບສະຖາບັນການເງິນໃໝ່ ເຊັ່ນ ທະນາຄານ ພຶ້ນຖານ ໂຄງລ່າງ ແລະ ການລົງທຶນຂອງ​ເອ​ເຊຍ ເຊິ່ງນຳໂດຍ ຈີນ ແລະ ທະນາຄານພັດທະນາ ໃໝ່ ສ້າງຕັ້ງໂດຍ ບັນດາປະເທດ BRICS ໄດ້ແກ່: ບຣາຊິລ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້.

ທ່ານ ຈິມ ຢອງ ຄິມ ໄດ້ກ່າວວ່າ, “ພວກເຮົາໃນກຸ່ມທະນາຄານໂລກເຫັນວ່າ ບັນດາ ທະນາຄານພັດທະນາເຫລົ່ານີ້ ເປັນພັນທະມິດທີ່ເຂັ້ມແຂງຫລາຍໃນການແກ້ບັນຫາທີ່ທ້າ ທາຍອັນໃຫຍ່ຫຼວງ ເຊິ່ງຈະນຳເອົາພື້ນຖານໂຄງລ່າງທີ່ຈຳເປັນເຂົ້າ ໄປສູ່ໂລກທີ່ ກຳລັງ ພັດທະນາ”.

ການເປັນພັນທະມິດດ້ານການທະນາຄານດັ່ງກ່າວອາດສາມາດ ຊ່ວຍກຳຈັດຊ່ອງຫວ່າງ ການ ໃຊ້ຈ່າຍໃນການກໍ່ສ້າງພື້ນຖານໂຄງ ລ່າງ, ເຊິ່ງທະນາຄານໂລກຜູ້ດຽວບໍ່ສາມາດຈະ ເຕີມເຕັມ ມັນໄດ້. ທ່ານ ນາງ Amy Studdart ຮອງຫົວໜ້າພະແນກ ເສດຖະກິດ ການເມືອງ ຢູ່ສູນເພື່ອ ຍຸດທະສາດ ແລະ ການສຶກສາສາກົນ ໃນນະຄອນຫຼວງ Washington ໄດ້ກ່າວວ່າ,

“ໃນທະວີບເອເຊຍ ມັນມີຊ່ອງວ່າງທາງດ້ານພື້ນຖານໂຄງລ່າງທີ່ໃຫຍ່ຫຼວງ. ທະນາຄານໂລກ ເອງໄດ້ຄາດຄະເນມູນຄ່າຂອງການລົງທຶນປະມານ 2 ພັນ 500 ຕື້ໂດລາ ເຊິ່ງຕ້ອງການໃຫ້ມັນ ເກີດຂຶ້ນ ຢູ່ໃນເຂດ​ເອ​ເຊຍໃຕ້ ແລະເອ​ເຊຍຕາເວັນອອກສ່ຽງໃຕ້ພຽງ ສອງເຂດ ເທົ່ານັ້ນ”.

ເຖິງແມ່ນວ່າຈະໄດ້ຮັບຮູ້ເຖິງຄວາມຕ້ອງການຂອງກຸ່ມຜູ້ໃຫ້ກູ້ຢືມດັ່ງ ກ່າວແລ້ວ, ບາງປະເທດ ລວມທັງ ສະຫະລັດ ກໍມີຄວາມຢ້ານ ກົວວ່າ ສະຖາບັນດັ່ງກ່າວ ຈະເຮັດໃຫ້ ອິດທິພົນຂອງ ປະເທດຕາ ເວັນຕົກໃນເອເຊຍ ຈະອ່ອນແອລົງຕື່ມອີກ.

ແຕ່ທ່ານ ຈິມ ຢອງ ຄິມ ໄດ້ກ່າວວ່າ ອິດທິພົນມັນບໍ່ແມ່ນບັນຫາ.

ທ່ານ ຈິມ ຢອງ ຄິມ ໄດ້ກ່າວວ່າ “ບັນຫາພື້ນຖານສຳລັບພວກ ເຮົາແມ່ນ ສັດຕູຂອງພວກ ເຈົ້າຈະ ບໍ່ສາມາດເປັນສະຖາບັນອື່ນໄດ້. ສັດຕູຂອງພວກເຈົ້າຄວນຈະແມ່ນຄວາມທຸກຍາກ​ເທົ່າ​ນັ້ນ.”

ເປັນທີ່ຄາດກັນວ່າ ທະນາຄານໂລກໄດ້ຈະຖະແຫຼງກ່ຽວກັບບັນຫາດັ່ງກ່າວ ໃນເມື່ອບັນດາ ຜູ້ນຳ ໂລກມາຮວມໂຕກັນທີ່ສະຫະປະຊາຊາດ ໃນທ້າຍປີນີ້ ເພື່ອສ້າງຕັ້ງບັນດາບູລິມະສິດ ຂອງໂລກ. ໃນນັ້ນກໍແມ່ນການເຮັດໃຫ້ຄວາມທຸກຍາກສິ້ນສຸດລົງ.

ພຸດທະສອນ ດວງພູມີ ວີໂອເອ

XS
SM
MD
LG