ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະນາຄານໂລກ ຈັດສັນ ເງິນທຶນ 68 ລ້ານໂດລາ ສຳລັບ 3 ໂຄງການ ພັດທະນາໃນ ລາວ


ທະນາຄານໂລກ ຊ່ວຍເຫຼືອ ລາວ ເພື່ອພັດທະນາການຄ້າຂ້າຍ
ທະນາຄານໂລກ ຊ່ວຍເຫຼືອ ລາວ ເພື່ອພັດທະນາການຄ້າຂ້າຍ

ທະນາຄ​ານ​ໂລກ ​ໄດ້​ຈັດ​ສັນ​ເງິນທຶນ​ໃນ​ມູນ​ຄ່າ​ລວມ 68 ລ້ານ​
ໂດ​ລາ​ເພື່ອ​ໃຫ້ການ​ເຊື່ອ​ເຫຼືອ​ລັດຖະບານ​ ລາວ ​ໃນ ​3 ​ໂຄງການ​ທີ່​ແນ​ໃສ່​ກາ​ນພັດທະນາ​ເພື່ອ​ຫຼຸດ​ຜ່ອນ​ບັນຫາ​ຄວາມ​ຍາກ​ຈົນ​ຂອງ​ປະຊາຊົນ ລາວ.

ທ່ານ​ນາງ​ ທິບ​ພະ​ກອນ ຈັນທະ​ວົງສາ ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ​ຖະ​ແຫຼ​ງວ່າ​ທະນາຄານ​ໂລກ ​ໄດ້​ຕົກລົງ​ໃຫ້ການ​ຊ່ວຍ​ເຫຼືອແກ່​ລັດຖະບານ ລາວ ຄິ​ດ​ເປັນ​ມູນ​ຄ່າ​ລວມ​ເຖິງ 68 ລ້ານ​ໂດລາ​ສຳລັບ​ນຳ​ໃຊ້​ໃນ ​3 ​ໂຄງ​ການ​ຄື ​ໂຄງການ​ປັບປຸງ​ຕາໜ່າງ​ໄຟຟ້າ​ເຂດ​ນະຄອນຫຼວງ​ວຽງ​ຈັນ ​ໂຄງການ​ພັດທະນາ​ການ​ຄຸ້ມ​ຄອງ​ບໍລິຫານ​ໃນ​ຂະ​ແໜງ​ສາທາລະນະ​ສຸກ ​ແລະ ​ໂພ​ສະນາ​ການ ​ແລະ ​ໂຄ​ງການ​ກອງ​ທຶນ​ຫຼຸດ​ຜ່ານຄວາມ ທຸກ​ຍາກ​ໄລຍະ​ທີ 2.

​ໂດຍ​ສຳລັບໂຄງການ​ປັບປຸງ​ຕາໜ່າງ​ໄຟຟ້າ​ໃນ​ເຂດ​ນະຄອນຫຼວງ​ ວຽງ​ຈັນ​ ນັ້ນ​ເປັນ​ການ​ຊ່ວຍ​ເຫຼືອ​ທີ່​ໃຫ້​ກັບ​ລັດ​ວິ​ສາ​ຫະກິ​ດ​ໄຟຟ້າ ລາວ ​ໃນ​ມູນ​ຄ່າ 32.4 ລ້ານ​ໂດ​ລາ ພາຍ​ໃຕ້​ເປົ້າ​ໝາຍ​ເພື່ອ​ການ​ປັບປຸງ​ລະບົບ​ສາຍສົ່ງ​ກະ​ແສ​ໄຟຟ້າ​ໃຫ້​ມີ​ປະສິດທິພາບ ​ແລະ ຮັບປະກັນ​ຄວາມ​ແນ່ນອນ​ໃນ​ການ​ສະໜອງ​ໄຟຟ້າ​ໃນ​ເມືອງ ​ໄຊ​ທານີ​ໃຫ້​ໄດ້ 100 ​ເປີ​ເຊັນ ສ່ວນໂຄງການ​ພັດທະນາ​ຄຸ້ມ​ຄອງ - ບໍລິ​ຫານ​ຂະ​ແໜງ​ສາທາ​ລະ​ນະ​ສຸກ ​ແລະ ​ໂພ​ສະນາ​ການ​ທີ່​ໄດ້​ຮັບ​ການ​ຊ່ວບ​ເຫຼືອ​ໃນ​ມູນ​ຄ່າ 26.4 ລ້ານ​ໂດ​ລາ​ນັ້ນ ກໍ​ແນ​ໃສ່​ການ​ປັບປຸງ​ສຸຂະພາບ​ຂ​ອງ​ແມ່ ​ແລະ ​ເດັກ​ຜ່ານ​ລະບົບ​ການ​ປະກັນ​ສຸຂະພາບໂດຍບໍ່​ເສຍ​ຄ່າ ​ແລະ ​ໂຄງການ​ກອງ​ທຶນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ກໍ​ໄດ້​ຮັບ​ທຶນ​ສະໜັບສະໜູນ​ໃນ​ມູນ​ຄ່າ 9.2 ລ້ານ​ໂດ​ລາ ທັງ​ຍັງ​ໄດ້​ຮັບ​ທຶນ​ສົມທົບ​ອີກ 2.4 ລ້ານ​ຈາກ​ລັດຖະບານ ອອສ​ເຕຣ​ເລ​ຍ ອີກ​ດ້ວຍ.

ນອກຈາກ​ນີ້ ທະນາຄານ​ໂລກ​ຍັງ​ໄດ້​ຕົກລົງ​ຈັດ​ສັນເງິນ​ທຶນ​ໃນ​ມູນ​ຄ່າ​ລວມ 96 ຕື້​ກີບ​ ຫຼື ປະມານ 12 ລ້ານ​ໂດ​ລາ​ເພື່ອ​ໃຫ້​ການ​ສະໜັບ​ສະ​ໜູນ​ລັດຖະບານ ລາວ ​ໃນ​ໂຄງການ​ຕອບ​ສະໜຶງ​ເງິນ​ທຶນ​ກູ້​ຢືມ​ໃຫ້​ແກ່​ບັນດາ​ວິສາ​ຫະກິ​ດຂະໜາ​ດນ້ອຍ ​ແລະ ຂະໜາດ​ກາງ​ໃນ​ທົ່ວ​
ປະ​ເທດ​ໃນ​ຕະຫຼອດ​ແຜນການ​ປະຈຳ​ປີ 2014 ຫາ 2015 ທີ່ກຳລັງ​ຈະ​ສິ້ນ​ສຸດ​ແຜນການ​ລົງ​ໃນ​ເດືອນ​ກັນຍາ 2015 ນີ້​ດ້ວຍ.

ຜະລິດຕະພັນໄມ້ ເປັນໜຶ່ງໃນວິສາຫະກິດຂະໜາດນ້ອຍໃນ ລາວ
ຜະລິດຕະພັນໄມ້ ເປັນໜຶ່ງໃນວິສາຫະກິດຂະໜາດນ້ອຍໃນ ລາວ

​ໂດ​ຍທີ່​ຜ່ານ​ມາ ກົມ​ສົ່ງ​ເສີມນັກ​ທຸລະ​ກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ ກໍ​ໄດ້ໃຫ້​ສິນ​ເຊື່ອ​ແກ່​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ໄປ​ແລ້ວ​ຄິ​ດ​ເປັນ​ມູນ​ຄ່າ​ລວມ 14 ຕື້​ກີບ ຊຶ່ງ​ເປັນ​ການ​ປ່ອຍ​ກູ້​ຜ່ານ​ທະນາຄາ​ນພັດທະນາ​ ລາວ ຈິ່ງ​ຍັງ​ເຫຼືອ​ເງິນ​ທຶນ​ໃນ​ມູນ​ຄ່າ 82 ຕື້​ກີບ​ທີ່​ຈະ​ຕ້ອງໃຫ້​ສິນ​ເຊື່ອ​ແກ່​ບັນ​ດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງ​ທີ່​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ພາຍໃນ​ທ້າຍ​ເດືອນ ກັນຍາ ປີ​ນີ້.

​ແຕ່​ຢ່າງ​ໃດ​ກໍ​ຕາ​ມ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ລາຍ​ງານ​ການ​ສຳ​ຫຼວດກ່ຽວ​ກັບ​ຄວາ​ມພ້ອມ​ໃນ​ການ​ແຂ່ງ​ຂັນ​ຂອງ​ບັນດາ​ວິ​ສາ​ຫະກິ​ດຂະໜາດ​ນ້ອຍ ​ແລະ ຂະໜາດ​ກາງຂອງ ລາວ ວ່າມີຫຼາຍ​ກວ່າ 37,000 ​ແຫ່ງ​ທີ່​ບໍ່​ມີ​ຄວາ​ມ​ພ້ອມ​ຈະ​ແຂ່ງ​ຂັນ​ທາງ​ດ້ານ​ການ​ຕະຫຼາດ​ພາຍຫຼັງ​ຈາກ 10 ປະ​ເທດ​ສະມາຊິກ​ຂອງ ອາຊຽນ ​ໄດ້​ເຊື່ອມຕໍ່​ເສດຖະກິດ​ເຂົ້າດ້ວຍ​ກັນ​ນັບ​ແຕ່​ວັນ​ທີ 31 ທັນວາ 2015 ​ເປັນ​ຕົ້ນ​ໄປ.

​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່​ບັນດາ​ວິ​ສາ​ຫະກິ​ດຂະໜາດ​ນ້ອຍ ​ແລະ ຂະ​ໜາດ​ກາງ​ເຫຼົ່າ​ນີ້ຍັງ​ມີ​ການ​ຜະລິດ​ສິນຄ້າ​ທີ່​ມີ​ລະດັບ​ຄຸນ​ນະພາ​ບຕ່ຳ ​ເນື່ອງຈາກ​ຜູ້​ຜະລິດ​ສິນຄ້າ​ສ່ວນ​ໃຫຍ່​ຍັງ​ຂາດ​ຄວາ​ມຮູ້​ຄວາມ​ເຂົ້າ​ໃ​ຈ ​ແລະ ບໍ່​ມີ​ທັກ​ສະ​ໃນ​ການ​ຜະລິດ​ສິນຄ້າ​ທີ່​ເປັນ​ທີ່​ຕ້ອງການຂອງ​ຕະຫຼາດ ລວມທັງ​ຍັງ​ບໍ່​ມີ​ຫຼັກ​ວິຊາ​ການ​ໃນ​ການ​ຜະລິດສິນຄ້າ​ທີ່​ໄດ້​ມາດຕະຖານ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ ລາວ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ຄວາມ​ເຂົ້າ​ໃຈ​ລະດັບ​ຝີ​ມື​ການ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ​ເນາະ ຍັງ​ຈຳນວນ​ໜຶ່ງ​ຍັງ​ບໍ່​ທັນ​ຮູ້​ຜະ​ລິດ​ສິນຄ້າ ປູ​ກກະປູ​ກ​ໄປ​ນຳ​ໜູ່ຈັ່ງ​ຊັ້ນ​ລະ ຈັກ​ໃສ່​ຝຸ່ນ​ຫຍັງ ປູ​ກອັນ​ໃດ​ເປັນ​ສິນ​ຄ້າ​ບໍ່​ເປັນ ປູ​ກຜັ​ກກະບາ​ງ​ເທື່ອ​ກະປູ​ກພໍ​ກຸ້ມ​ກິນ ຈັ່ງຊັ້ນ​ມາ​ຮອດ​ນີ້​ນິ ສິ່ງ​ທີ່​ຍັງ​ຄ້າງ​ຄາກໍຄື​ມີ​ຈຳນວນ​ໜຶ່ງ​ບໍ່​ທັນ​ເ​ຂົ້າ​ໃຈ​ວິທີ​ຜະລິດ ສອງ​ມາຫຼະ​ແມ່ນ​ວິຊາ​ການ​ພວກ​ເຮົາ​ໄປ​ບໍ່​ທັນ​ທົ່ວ​ບໍ່​ທັນ​ເຖິງຫັ່ນ​ແຫຼະ.”

​ໂດຍ​ການ​ທີ່​ຈະ​ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ດັ່ງກ່າວ​ນີ້​ເກີດ​ຂຶ້ນ​ກໍ​ຈຳ​ເປັນ​ຈະ​ຕ້ອງ​ໃຊ້​ເງິນ​ທຶນ​ໃນ​ມູນ​ຄ່າ​ລວມຫຼາຍ​ກວ່າ 7,000 ຕື້​ກີບ ຫຼື ປະ​ມານ 875 ລ້ານ​ໂດ​ລາ ​ເພື່ອ​ນຳ​ໃຊ້​ເຂົ້າໃນ​ການ​ຍົກ​ລະດັບ​ຄຸນ​ນະພາ​ບການ​ຜະລິດ​ສິນຄ້າ​ຂອງ SME ​ໃນ​ ລາວ ​ໃຫ້​ດີ​ຂຶ້ນ ຫາ​ກແຕ່​ວ່າ​ລັດຖະບານ ລາວ ກໍ​ມີ​ເງິນ​ທຶນ​ແ​ຕ່ 96 ຕື້​ກີບເທົ່າ​ນັ້ນ.

XS
SM
MD
LG