ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລະດູໜາວ ປີນີ້ ເຮັດໃຫ້ປະຊາຊົນ ສ່ວນຫຼາຍ ໃນສະຫະລັດ ສັ່ນໜາວ


ລົດຊ້ວນຫິມະ ອອກຈາກທາງລົດແລ່ນຂຶ້ນ ທີ່ທຳນຽບຂາວ ວັນທີ 17 ກຸມພາ 2015 ທີ່ນະຄອນວໍຊິງຕັນ
ລົດຊ້ວນຫິມະ ອອກຈາກທາງລົດແລ່ນຂຶ້ນ ທີ່ທຳນຽບຂາວ ວັນທີ 17 ກຸມພາ 2015 ທີ່ນະຄອນວໍຊິງຕັນ

ປະຊາຊົນຫຼາຍ​ແສນ​ຄົນ​ໃນ​ສະຫະລັດ ​ເວລາ​ນອນ​ຕື່ນ​ຂຶ້ນ​ມາ​
ມື້​ເຊົ້າ ບໍ່ມີ​ໄຟຟ້າ​ໃຊ້​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ພວກ​ຫ້ອງການ
​ຕ່າງໆ​ຂອງ​ລັດຖະບານ​ກາງ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ​ກໍ​ໄດ້​ປິດ​
ລົງຫຼັງ​ຈາກ​ປະເຊີນກັບ​ຫິມະ​ຕົກ​ໜັກ​ແລະ​ຝົນຕົກ​ເປັນ​ນ້ຳກ້ອນ
​ໃນ​ທົ່ວ​ພາກ​ໃຕ້​ຂອງ​ປະ​ເທດ.

ພາຍຸດັ່ງກ່າວນີ້ ເຮັດໃຫ້ມີ​ຫິມະ​ຕົກ ​ໃນ​ນະຄອນຫຼວງ​ວໍ​ຊິງ​ຕັນ​
ສູງ​ເຖິງ 15 ຊັງ​ຕິ​ແມັດ ຊຶ່ງ​ເປັນ​ປະລິມານ​ຫຼວງ​ຫຼາຍທີ່​ສຸດ​ຄັ້ງ​ທຳ
​ອິດ​ໃນ​ນະຄອນ ຫຼວງ​ໃນ​ຊ່ວງ​ລະດູ​ໜາວ​ປີ​ນີ້.

ລາຍ​ງານ​ແຈ້ງ​ໃຫ້​ຊາບ​ວ່າ ຢ່າງ​ໜ້ອຍ​ມີ​ປະຊາຊົນ 8 ຄົນ​ເສຍ
​ຊີວິດ​ທີ່​ພົວພັນກັບ​ດິນ​ຟ້າ​ອາກາດ​ໃນ​ທາງ​ຫຼວງ​ຢູ່​ລັດ Tennessee, Virginia, Maryland ​ແລະ​ລັດ North Carolina.

ຕຳຫຼວດ ​ໄດ້​ປະຕິບັດງານ​ໝົດ​ຄືນ ​ເພື່ອ​ຈັດແຈງກັບພວກ​ຍານພາຫະນະ​ຕ່າງໆ ​ທີ່​ຕິດ​ກັນ
ຢ່າງ​ຍາວ​ຢຽດ 19 ຫຼັກ​ກິ​ໂລແມັດເທິງ​ຖະໜົນຫຼວງ​ເລກທີ 40 ທີ່​ເປັນ​ນ້ຳກ້ອນ​ໃກ້​ກັບ​ເມືອງ Nashville ລັດ Tennessee ນັ້ນ.

ທາງ​ພາກ​ເໜືອ​ຂອງ​ປະ​ເທດ​ພາຍຸ​ຫົວນີ້​ໄດ້​ນຳ​ຫິມະ​ໃນປະລິມານ​ຫຼາຍ​ຂຶ້ນ​ໄປສູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ. ພະ​ແນ​ກພະຍາ ກອນ​ອາກາດ​ແຫ່ງ​ຊາດ ລາຍ​ງານ​ວ່າ ລັດ Massachusetts ​ໃນ​ພາກ​ຕາເວັນ​ອອກສຽງ​ເໜືອ ​ມີຫິມະ​ຕົກສູງກວ່າ 2​ ແມັດ 54​ ​ແລ້ວໃນ​ລະດູ​ໜາວ​ປີ​ນີ້.

​ໃນ​ຂະນະ​ທີ່​ຜູ້​ຄົນ​ສ່ວນ​ຫຼາຍ​ພາກັນ​ສັ່ນ​ໜາວ ກໍ​ມີ​ບາງ​ຄົນ​ພາກັນ​ຖື​ໂອກາດ​ມ່ວນ​ຊື່ນ. ທີ່​ນະ
ຄອນ New Orleans ບ່ອນ​ທີ່​ມີ​ການສະ​ເຫຼີ​ມ ສະຫຼອງ​ວັນ Mardi Gras ປະຈຳ​ປີ​ພວມ​ດຳ​ເນີນ​ໄປ ພວກ​ທີ່​ພາກັນ​ມ່ວນ​ຊື່ນ​ຮ້ອງ​ລຳ​ທຳ​ເພງ ຖືກ​ບັງຄັບ​ໃຫ້​ຢຸດ​ເຊົາ ​ໃນ​ຂະນະ​ທີ່​ອຸນຫະ
ພູມ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ລົດ​ລົງໃກ້ເຖິງ​ຂີດ​ເປັນນ້ຳກ້ອນ​ນັ້ນ.

Eastern US Hit by Record Snow, Bitter Cold
please wait

No media source currently available

0:00 0:02:34 0:00

XS
SM
MD
LG