ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພໍ່ຄ້າສັດປ່າ ໃຊ້ ສປປ ລາວ ເປັນທາງຜ່ານ ເພື່ອຂົນສົ່ງ ງາຊ້າງຜິດກົດໝາຍ ເຂົ້າໄປຍັງຈີນ


ເຈົ້າໜ້າທີ່ໄທຍຶດງາຊ້າງຜິດກົດໝາຍ 4 ໂຕນຈາກ ອາຟຣິກາ
ເຈົ້າໜ້າທີ່ໄທຍຶດງາຊ້າງຜິດກົດໝາຍ 4 ໂຕນຈາກ ອາຟຣິກາ

ຂະ​ບວນການ​ລັກລອບ​ຄ້າ​ສັດປ່າ ​ໃຊ້​ລາວ​ເປັນ​ບ່ອນ​ຮອງ​ຮັບ​ງາ​ຊ້າງ​ຜິດກົດໝາຍ ຈາກ​ອາ​ຟຣິກາ ກ່ອນ​ທີ່​ຈະ​ລັກລອບ​ຂົນ​ສົ່ງ​ຕໍ່​ໄປ​ຍັງ​ປະ​ເທດ​ຈີນ ​ແລະ ປະ​ເທດ​ອື່ນໆ ​ໃນ​ເອເຊຍ​ຕະ​ເວັນ​ອອກ.

ທ່ານ​ທັນ​ຍາ ​ເນຕິ​ທຳ​ມະ​ກຸນ ຮອງ​ອະທິບໍດີ​ກົມ​ອຸ​ທະຍານ​ສັດປ່າ​ ​
ແລະ ພັນ​ພືດ​ຂອງ​ໄທ ​ໃຫ້ການ​ຢືນຢັນ​ວ່າ ການ​ຍຶດງາ​ຊ້າງ ​ນ້ຳ
ໜັກ​ລວມກວ່າ 4 ​ໂຕນ ທີ່​ລັກລອບ​ຂົນ​ຈາກ​ສາທາລະນະລັດ​
ຄອງ​ໂກ ​ໃນ​ອາ​ຟຣິກາ ​ເຂົ້າມາ​ໃນ​ໄທ ​ໂດ​ຍມີ​ຈຸດໝາຍ​ປາຍທາງ
ທີ່​ຈະ​ສົ່ງ​ຕໍ່​ໄປ ສປປ ລາວ ​ເມື່ອ​ວັນ​ທີ 20 ​ເມສາ ທີ່​ຜ່ານ​ມານັ້ນ ​
ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ໄທ ​ໄດ້​ຖືກຂະ​ບວນການ​ຄ້າ​
ສັດປ່າ​ຂ້າມ​ຊາດ ​ໃຊ້​ເປັນ​ທັງ​ຕະຫລາດ​ຮອງ​ຮັບ ​ແລະ ທາງ​ຜ່ານ
ຂອງການ​ລັກລອບ​ຂົນ​ສົ່ງ ​ແລະ​ຄ້າ​ງາ​ຊ້າງ​ຜິດ​ກົດໝາຍ​ດັ່ງກ່າວ.

​ແຕ່​ສຳ​ຫລັບ​ໃນ​ສ່ວນ​ຂອງ ສປປ ລາວ​ນັ້ນ ທ່ານ​ທັນ​ຍາ ກໍ​ເຊື່ອ​ວ່າ ​ເປັນ​ພຽງ​ທາງ​ຜ່ານ​ເທົ່າ​
ນັ້ນ ​ເຖິງ​ແມ່ນ​ວ່າ ງາ​ຊ້າງ​ທີ່​ທາງ​ການ​ໄທ​ຍຶດ​ໄດ້ ​ໃນ​ຄັ້ງຫຼ້າສຸດນີ້ ຈະມີ​ຈຸດໝາຍ​ປາຍທາງ ​ທີ່
ສປປ ລາວ​ ກໍ​ຕາມ ​ແຕ່​ວ່າ ການ​ທີ່​ ສປປ ລາວ ຍັງ​ເປັນ​ປະ​ເທດ ທີ່​ມີ​ຕະຫລາດ​ຂະໜາດ
ນ້ອຍ ​ແລະ ​ລະດັບ​ຄວາມ​ຕ້ອງການງາ​ຊ້າງ ກໍ​ຍັງ​ນ້ອຍ​ດ້ວຍ​ແລ້ວ ຈຶ່ງ​ບໍ່​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ນຳ​ເຂົ້າງາ​ຊ້າງ​ ຈຳນວນຫຼາຍຄື​ແນວ​ນີ້ ໝາຍ​ຄວາມ​ວ່າ ການ​ທີ່​ຂະ​ບວນການ​ຄ້າ​ສັດປ່າ ​ໄດ້​ກຳໜົດ​ໃຫ້ ສປປ ລາວ ​ເປັນ​ປາຍທາງ​ຂອງ​ການ​ລັກລອບ​ຂົນ​ສົ່ງ​ງາ​ຊ້າງ ຈາກ​ອາ​ຟຣິກາ ​
ໃນ​ຄັ້ງນີ້ ກໍ​ເພື່ອ​ຫລີກລ່ຽງ​ ມາດ​ຕະການ​ກວດ​ຈັບ ທີ່​ເຂັ້ມງວດ ຢູ່​ໃນ​ໄທ​ນັ້ນ​ເອງ.

ກອງປະຊຸມວັນສັດປ່າ ລະຫວ່າງ ລາວ, ສຫລ, ອັງກິດ
ກອງປະຊຸມວັນສັດປ່າ ລະຫວ່າງ ລາວ, ສຫລ, ອັງກິດ

​ໂດຍສາ​ເຫດ​ທີ່​ທາງ​ການ​ໄທ ຕ້ອງ​ດຳ​ເນີນ​ມາດ​ຕະການ​ກວດ​
ຈັບ​ຢ່າງ​ເຂັ້ມງວດ​ກໍ​ເພາະວ່າ ສະຫະ​ພັນ ນານາ​ຊາດ​ເພື່ອ​ການ
​ອະນຸລັກ​ຊັບພະຍາກອນ​ທຳ​ມະ​ຊາດ ​ໄດ້​ຈັດ​ໃຫ້​ໄທ​ເປັນ 1 ​ໃນ 8
ປະ​ເທດ ທີ່​ມີ​ລະດັບ​ປະສິດທິພາບ​ຕ່ຳຫຼາຍ ​ໃນ​ການປາບປາມ
​ການ​ຄ້າ​ງາ​ຊ້າງ ​ໂດຍ​ຜິດ​ກົດໝາຍ ຈຶ່ງ​ກຳໜົດ​ເງື່ອນ​ໄ​ຂໃຫ້​
ລັດຖະບານ​ໄທ ຕ້ອງ​ດຳ​ເນີນ​ມາດ​ຕະການດັ່ງກ່າວ ຢ່າງ​ຈິງ​ຈັງ
​ແລະ ​ໃຫ້​ເຫັນ​ຜົນ​ເປັນ​ຮູບ​ປະ​ທຳ​ພາຍ​ໃນ​ເດືອນ​ພຶດສະພາ 2015
ນີ້ຫາກ​ບໍ່​ສະນັ້ນ ກໍ​ຈະ​ຖືກ​ດຳ​ເນີນ​ ມາດ​ຕະການ​ປິດ​ລ້ອມ​ ທາງ​
ການ​ຄ້າ​ສັດປ່າ ​ແລະ ພັນ​ພືດ ຕໍ່​ໄທ ຊຶ່ງ​ຈະ​ເຮັດ​ໃຫ້​ໄທ​ຕ້ອງ​ສູນ​ເສຍ
​ຜົນ​ປະ​ໂຫຍ​ດ ທາງ​ການ​ຄ້າ​ຢ່າງຫລີກ​ລ່ຽງ​ບໍ່​ໄດ້​ ດັ່ງທີ່ທ່ານ​ໄຊ​ນະຣົງ ​ໂຊກໄຊ ຮອງອະທິບໍດີ ​ກົມ​ພັດທະນາ ທຸລະ​ກິດ​ການ​ຄ້າ ກະຊວງ​ພານິດ ຊີ້​ແຈງວ່າ:

“ຫລັງ​ຈາກ​ເຮົາ​ສະ​ເໜີ​ແຜນ​ແລ້ວ ​ເຫັນ​ຜົນ​ການ​ປະຕິບັດ​ງານ​ແລ້ວ ​ໄມ່​ເປັນ​ທີ່​ພໍ​ໃຈ​ກັນ
ເຮົາ​ກໍ​ມີ​ໂອກາດ​ຖືກ Sanction ປັບໃໝນັ້ນ ຜົນ​ກະທົບ​ມະຫາສານ​ເລີຍ ມູນ​ຄ່າ​ສິນຄ້າ

ທີ່​ເຮົາ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ມູນ​ຄ່າ​ປະມານ​ສາມ​ສີ່​ໝື່ນ​ລ້ານ ບໍ່​ວ່າ​ຈະ​ເປັນກ້ວຍ​ໄມ້
ໜັງຟອກ ປາ​ສວຍ​ງາມ ​ໂປ້ຍຊ່ຽນ ຫຼືອື່ນໆ ປະມານ​ສາມ​ສີ່​ໝື່ນ​ລ້ານ​ບາດ.”

ສ່ວນການປາບປາມການຄ້າສັດປ່າຜິດກົດໝາຍໃນລາວນັ້ນ ກໍໄດ້ມີກາານປະກາດເຈດ
ຕະນາລົມ ເພື່ອເສີມສ້າງການຮ່ວມມືໃນການຕ້ານການລັກລອບຄ້າສັດປ່າລະຫວ່າງລັດ
ຖະບານລາວ ກັບບັນດາຄູ່ຮ່ວມພັດທະນາ ຊຶ່ງລວມເຖິງເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ເຢຍຣະມັນ ອັງກິດ ຝຣັ່ງ ສະຫະພາບຢູໂຣບ ແລະ ອົງການສະຫະປະຊາຊາດ ວ່າດ້ວຍການ ຕ້ານຢາເສບຕິດ ແລະ ອາຊະຍາກຳ (UNODC) ໂດຍໄດ້ມີຂຶ້ນໃນໂອກາດ ວັນສັດປ່າໂລກ ຢູ່ນະຄອນຫຼວງວຽງຈັນ ເມື່ອເດືອນມີນາ 2014 ທີ່ຜ່ານມາ.

ໂດຍການປະກາດເຈດຕະນາລົມດັ່ງກ່າວ ນອກຈາກບັນດາຄູ່ຮ່ວມພັດທະນາ ແລະລັດຖະ
ບານລາວ ຈະໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການຕ້ານການລັກລອບຄ້າສັດປ່າໃນລາວ
ທີ່ຍັງມີທ່າອຽງເພີ້ນຂຶ້ນນັບມື້ແລ້ວ ກໍຍັງໄດ້ແນໃສ່ການເສີມສ້າງຄວາມຮ່ວມມືຢ່າງຮອບ
ດ້ານ ເຂົ້າໃນການອະນຸລັກສັດປ່າທີ່ໃກ້ຈະສູນພັນ ແລະການຮັກສາຄວາມຫຼາກຫຼາຍທາງ
ຊີວະນານາພັນໃນລາວ ຄຽງຄູ່ກັນໄປ ຊຶ່ງໃນນີ້ກໍລວມເຖິງ ການສະກັດກັ້ນ ການລັກລອບ
ຄ້າໄມ້ທ່ອນອີກດ້ວຍ.

ທັງນີ້ໂດຍລາວໄດ້ເຂົ້າໄປເປັນສ່ວນໜຶ່ງໃນ 42 ປະເທດກັບ 11 ອົງການສາກົນ ໃນຖະ- ແຫລງການຮ່ວມດ້ານການເມືອງ ວ່າດ້ວຍການຕ້ານອາຊະຍາກຳຕໍ່ສັດປ່າໃນທຸກຮູບ
ແບບ ຊຶ່ງມີຂຶ້ນໃນໂອກາດກອງປະຊຸມສາກົນວ່າດ້ວຍ ການຕ້ານການລັກລອບຄ້າສັດປ່າ
ຢູ່ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອເດືອນກຸມພາ 2014 ທີ່ຜ່ານມາ.

ການເປັນສ່ວນໜຶ່ງໃນຖະແຫຼງການດັ່ງກ່າວນີ້ ຖືເປັນການຢັ້ງຢືນ ທີ່ຈະຮ່ວມມືກັບສາກົນ ເຂົ້າໃນການປາບປາມການລັກລອບຄ້າສັດປ່າ ຢ່າງຈິງຈັງ ໂດຍລວມເຖິງການປະກອບ
ສ່ວນເຂົ້າໃນການປາບປາມ ການລັກລອບຄ້າຊ້າງ ແລະຄ້າງາຊ້າງຂ້າມຊາດນຳດ້ວຍ.

XS
SM
MD
LG