ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

WHO ອອກ ຫລັກຊີ້ນຳ ການປິ່ນປົວ ພະຍາດ ຕັບອັກເສບ Hepatitis C


ຢາ Telaprevir ແມ່ນ ນຶ່ງໃນຢາ ສອງຊະນິດ ທີ່ຄາດວ່າ ຈະປັບປຸງ ອັດຕາການຕາຍ ຍ້ອນໂຣກຕັບອັກເສບ ປະເພດ ຊີ ຫລື hepatitis c ໃຫ້ດີຂຶ້ນ.
ຢາ Telaprevir ແມ່ນ ນຶ່ງໃນຢາ ສອງຊະນິດ ທີ່ຄາດວ່າ ຈະປັບປຸງ ອັດຕາການຕາຍ ຍ້ອນໂຣກຕັບອັກເສບ ປະເພດ ຊີ ຫລື hepatitis c ໃຫ້ດີຂຶ້ນ.
ອົງການ​ອະນາ​ໄມ​ໂລກ​ ​ໄດ້ອອກ ຫລັກ​ຊີ້​ນຳ​ໂລກສະບັບ​ທຳ​
ອິດ​ຂອງ​ຕົນ (guidelines) ກ່ຽວ​ກັບ​ການ​ປິ່ນປົວໂຣກ
hepatitis C ຫລືໂຣກຕັບ​ອັກ​ເສບ ປະ​ເພດ C ທີ່​ໄດ້​ສັງຫານ​
ຜູ້​ຄົນ​ໄປ ​ໃນລະຫວ່າງ 350 ພັນ ​ຫາ 500 ພັນ​ຄົນ​ ໃນ​ທຸກໆ​ປີ.
ອົງການ​ອະນາໄມ​ໂລກ​ກ່າວ​ວ່າ ​ແນວ​ທາງ​ຊີ້ນຳ​ເຫຼົ່າ​ນີ້ ຈະ​ລົດ
​ຈຳນວນ​ຄົນ​ເສຍ​ຊີວິດ​ ຍ້ອນໂຣກຕັບ​ອັກ​ເສບ​ປະ​ເພດ C ລົງ
​ໂດຍ​ການ​ຊ່ອຍ​ເຫຼືອ​ປະ​ເທດ​ຕ່າງໆ ປັບປຸງ​ການ​ປິ່ນປົວ​ແລະ
ການ​ຮັກສາ ໃຫ້​ດີ​ຂຶ້ນ. ​ຜູ້​ສື່​ຂ່າວ​ວີ​ໂອ​ເອ Lisa Schlein ມີ
​ລາຍ​ງານມາ ຈາກ​ສຳນັກງານ​ໃຫຍ່​ຂອງ​ WHO ທີ່​ນະຄອນ
ເຈ​ນີວາ ຊຶ່ງດາຣາ​ຈະ​ນຳມາສະ​ເໜີ​ທ່ານ.

ອົງການ​ອະນາ​ໄມ​ໂລກ ຫລື WHO ກ່າວ​ວ່າ ມີປະຊາຊົນ​ຢູ່​ໃນ​ທົ່ວໂລກ​ ໃນ​ຈຳນວນ​ລະ
ຫວ່າງ 130 ຫາ 150 ລ້ານ​ຄົນ​ເປັນພະຍາດ ຕັບ​ອັກ​ເສບ hepatitis C ​ແບບ​ຊ້ຳເຮື້ອ​.
ຂົງ​ເຂດ​ທີ່​ມີ​ຄົນ​ເປັນ​ພະຍາດ​ນີ້​ຫຼາຍ​ທີ່​ສຸດ ​ແມ່ນເຂດ​ເອ​ເຊຍ​ກາງ​ກັບເອ​ເຊຍ​ຕາ​ເວັນ​ອອກ​
ແລະ​ພາກ​ເໜືອ​ຂອງ​ທະວີບອາ​ຟຣິກາ.

​ເຊື້ອ​ໄວຣັສຂອງ​ໂຣກຕັບ​ອັກ​ເສບ​ ປະ​ເພດ C ສ່ວນ​ໃຫຍ່​ແລ້ວແມ່ນ​ລະບາດ​ຜ່ານ​ການ
ຖື​ກ​ເລືອດ​ທີ່​ມີ​ພະຍາດ​ນີ້ ຊຶ່ງສາມາ​ດ​ເກີດຂຶ້ນ​ໄດ້ ​ໂດຍ​ຜ່ານ​ວິທີການຮັກສາ​ສຸຂະພາບ
​ທີ່​ບໍ່​ປອດ​ໄພ​ຕ່າງໆ ເຊັ່ນ​ການ​ໃຊ້​ເຂັມ​ແລະ​ຫລອດສັກ​ຢາ​ ​ທີ່​ໃຊ້​ແລ້ວນັ້ນຄືນ​ອີກ. ຜູ້ຄົນ​
ໃນ​ຈຳນວນ​ຫຼວງ​ຫຼາຍ ທີ່​ເປັນ​ພະຍາດ​ຕັບ​ອັກ​ເສບ hepatitis C ​ຊ້ຳ​ເຮື້ອ ແມ່ນຈະເປັນ​
ໂຣກຕັບ​ແຂງ ຫຼື​ ມະ​ເຮັງ​ຕັບ ​ໃນ​ເວລາ​ຕໍ່​ມາ.

ອົງການ​ອະນາ​ໄມ​ໂລກ​ ຈັດ​ພິມ​ເຜີຍ​ແຜ່​ຫລັກຊີ້​ນຳຂອງ​ຕົນ​ ​ກໍເພາະວ່າ​ເວລາ​ນີ້ ມີ​ຢາ
​ປົວ​ພະຍາດຕັບ​ອັກ​ເສບ ທີ່ມີ​ປະສິດທິ​ຜົນ ແລະ​ປອດ​ໄພກ່ວາ​ເກົ່າ ​ຂາຍ​ຢູ່​ໃນ​ຕະຫຼາດ​
ຫຼາຍຂຶ້ນ.

ທ່ານ Stefan Wiktor ຫົວໜ້າ​ໂຄງການ​ໂຣກຕັບ​ອັກ​ເສບ​ໂລກ ຂອງ​ WHO ກ່າວ​ວ່າ ​
ໂຣກຕັບອັກ​ເສບ C ສາມາດປົວໃຫ້ຫາ​ຍ​ໄດ້ ​ແລະ ການ​ປິ່ນປົວ​ພະຍາດນີ້ ກໍມີ​ປະສິດ
ທິ​ຜົນ​ດີ​ຂຶ້ນ​ເລື້ອຍໆ​. ທ່ານ Wiktor ກ່າວ​ວ່າ:

“​ແຕ່​ກ່ອນມາ​ ຈົນ​ກະທັ່ງ​ຫວ່າງ​ບໍ່​ດົນ​ມາ​ນີ້ ການ​ປິ່ນປົວ​ຄົນ​ທີ່​ຕິດ​ເຊື້ອ​ຕັບ​ອັກ​
ເສບ​ C ຕ້ອງ​ໃຊ້​ເວລາ​ປະມານ 48 ອາທິດ ​ໂດຍ​ການ​ສັກ​ຢາ ​ຄື​ຢາ​ທີ່ຊື່
interferon ທຸກໆ​ອາທິດ. ​ຢາ​ນີ້ ​ມີ​ພິດ​ຫຼາຍ ຍາກ​ທີ່​ຈະ​ຮັບ​ໄດ້ ແລະ​ເຮັດ​ໃຫ້​
ຄົນ​ບໍ່​ຢາກ​ສັກ​ມັນ. ມາບັດ​ນີ້ ມີການປິ່ນ​ປົວ​ແບບ​ໃໝ່​ທີ່ໃຊ້​ເວລາໜ້ອຍ​ກວ່າ​
ເກົ່າຫຼາຍ ຄື​ພຽງ​ແຕ່ 12 ອາທິດ. ບາງ​ຄົນ​ໄດ້ຮັບ​ການ​ປິ່ນປົວໂດຍບໍ່​ຕ້ອງ
​ມີ​ການ​ສັກ​ຢາ​ໃດໆ​ເລີຍ ​ແລະ​ອັດຕາ​ການຫາຍ​ດີ​ ກໍ​ສູງ​ກາຍ 90 ​ເປີ​ເຊັນ.”


​Dr. Wiktor ກ່າວຕໍ່​ໄປ​ວ່າ ແຕ່​ເປັນ​ໜ້າ​ເສຍ​ໃຈ ທີ່ປະຊາຊົນ​ສ່ວນ​ຫຼາຍ​ໃນທົ່ວ​ໂລກ ບໍ່​
ໄດ້​ຮັບ​ການ​ປິ່ນປົວ​ໂຣກ​ນີ້ ຊຶ່ງ​ເຫດຜົນ​ສ່ວນ​ໃຫຍ່​ແມ່ນ​ເປັນ​ຍ້ອນວ່າ ​ເຂົາ​ເຈົ້າ​ບໍ່​ຮູ້ຈັກ​ວ່າ
ຕົນ​ເອງ​ເປັນໂຣກນີ້ ​ແລະຍ້ອນ​ການ​ຂາດ​ເຂີນພະນັກງານສາທາ ທີ່​ໄດ້​ຮັບ​ການ​ເຝິກອົບ
ຮົມ​ໃຫ້​ຮູ້ຈັກ​ອາການ​ຂອງໂຣກ ​ແລະວິທີ​ຮັບ​ມື​ກັບມັນ.

​ຢ່າງ​ໃດ​ກໍ​ຕາມ ທ່ານ Wiktor ​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ຫາໃຫຍ່​ທີ່​ສຸດ​ກໍ​ແມ່ນ​ວ່າພວກ​ທີ່ເປັນ
​ພະຍາດ​ນີ້​ ສ່ວນໃຫຍ່ບໍ່​ມີ​ອາການ​ໃດໆ. ດັ່ງ​ນັ້ນ ພວກ​ເຂົາ​ເຈົ້າ​ຈຶ່ງບໍ່​ຮູ້ຈັກ​ວ່າ ຕົນ​ເອງ​
ອາດ​ຈະ​ກຳລັງຢູ່​ຕົກໃນ​ຄວາມ​ສ່ຽງ ​ແລະ​ຄວນ​ຈະ​ໄປ​ກວດ​ເບິ່ງ. ດຣ. Wiktor ​ກ່າວອີກ​
ວ່າ ຄົນ​ທີ່​ຕິດ​ເຊື້ອ​ໂຣກນີ້ ມັກ​ບໍ່ໄດ້​ຮັບ​ການ​ວິນິດ​ໄສ​ໂຣກ ຈົນວ່າຕັບ​ໄດ້​ຮັບ​ຄວາມ​ເສຍ​
ຫາຍ​ ຢ່າງ​ຮ້າຍ​ແຮງ​ກ່ອນ ​ຈຶ່ງ​ຮູ້.

ບັນຫາທີ່​ສຳຄັນ​ອີກ​ອັນ​ນຶ່ງ​ ກໍ​ແມ່ນ​ວ່າ ການ​ປິ່ນປົວ​ໂຣກຕັບ​ອັກ​ເສບ​ ປະ​ເພດ C ​ແພງ​
ຫຼາຍ ຊຶ່ງ​ພວກ​ຄົນ​ເຈັບ​ສ່ວນ​ຫຼາຍ​ ບໍ່​ສາມາດ​ໃຊ້​ຈ່າຍ​ຄ່າ​ປິ່ນປົວ​ໄດ້. Dr. Wiktor ກ່າວ​
ວ່າ ຢາ​ປົວ​ຊະນິດ​ໃໝ່​ສາມາດ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍ​ຫຼາຍ​ເຖິງ 84 ພັນໂດ​ລາ ​ສຳ​ຫລັບ​
ການ​ປິ່ນປົວ​ເປັນ​ເວລາ 12 ອາທິດ​ນັ້ນ. ທ່ານ​ຍອມຮັບ​ວ່າ ລາຄາ​ທີ່​ວ່າ​ນີ້ ​ເປັນ​ບັນຫາ​ທີ່​
ໃຫຍ່​ຫຼວງ ສຳ​ຫລັບ​ຫລາຍໆ​ຄົນ​. Dr. Wiktor ອະທິບາຍ​ວ່າ

“​ເພື່ອໃຫ້ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຢາ​ປົວ​ຊະນິດ​ໃໝ່​ນີ້ ໃນ​ລາຄາ​ຫລື​ຄ່າປິ່ນປົວ​
ທີ່ຕ່ຳສົມຄວນ ​WHO ຈຶ່ງອອກຫລັກ​ຊີ້​ນຳສຳ​ຫລັບ​ການ​ປິ່ນປົວ​ພະຍາດ​ດັ່ງກ່າວ​ ​
ເປັນ​ເທື່ອ​ທຳ​ອິດ​. ​ແລະຫລັກ​ຊີ້​ນຳ​ເຫຼົ່າ​ນີ້ ເນື່ອງ​ຈາກ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​
ພ້ອມ​ຈາກ​ອົງການ​ອະນາ​ໄມ​ໂລກ ​ແລະ​ອິງ​ໃສ່​ຫຼັກຖານ​ທີ່​ແຂງ​ແຮງ ພວກ​ເຮົາ​ມີ​
ຄວາມ​ຮູ້ສຶກ​ວ່າ ມັນ​ຈະ​ເປັນ​ເຄື່ອງມື​ທີ່​ສຳຄັນ​ ​ສຳລັບ​ພວກເຈົ້າ​ໜ້າ​ທີ່ລະດັບຕັດ
ສິນ​ໃຈ​ ຢູ່ໃນບັນດາ​ປະ​ເທດທີ່ກຳລັງ​ພິຈາລະນາ ຈະ​ເລີ້ມ​ຕົ້ນ ຫຼືຂະຫຍາຍໂຄງ
ການ​ປິ່ນປົວ​ໂຣກຕັບ​ອັກ​ເສບ ​ເພື່ອ​ສະໜອງ​ຄຳ​ແນະນຳ​ໃຫ້ ​ທີ່ພວກ​ເຂົາ​ເຈົ້າ​
ສາມາດນຳ​ໃຊ້​ ເພື່ອ​ຊ່ອຍຊີ້​ນຳ​ການ​ພັດທະນາ​ຂອງ​ໂຄງການ​ເຫລົ່າ​ນັ້ນ. ​ໃນ​
ທຳນອງ​ດຽກ​ກັນ​ ພວກ​ເຂົາ​ເຈົ້າກໍສາມາດ​ຊ່ອຍ​ພວກພະນັກງານ​ສາທາ​ໄດ້
ກ່ຽວ​ກັບ​ວິທີ​ການ​ຄຸ້ມ​ຄອງ ພວກ​ຄົນ​ເຈັບ​ນັ້ນ.”

​ຫລັກ​ຊີ້​ນຳ​ໃໝ່​ ​ໃຫ້​ຄຳ​ແນະນຳ ​ກ່ຽວ​ກັບ​ການ​ກວດ​ຫາ ການ​ຕິດ​ເຊື້ອໂຣກ​ຕັບ​ອັກ​ເສບ​
ປະ​ເພດ C ​ກ່ຽວ​ກັບ​ການ​ຮັກ​ສາ​ພະຍາບານ​ ເພື່ອໃຫ້ພະຍາດ​ເຕີບ​ໂຕ​ຊ້າ​ລົງ ​ແລະ​ກ່ຽວ​
ກັບ​ວິທີການ​ທີ່​ປອດ​ໄພ​ແລະ​ໄດ້​ຜົນ ​ເພື່ອ​ປິ່ນປົວ​ການ​ຕິດ​ເຊື້ອ​ພະຍາດຕັບ​ອັກ​ເສບ​ C
ແບບ​ຊ້ຳ​ເຮື້ອ ​ໃຫ້ຫາ​ຍດີ.

ນອກ​ນັ້ນ​ ຫລັກ​ຊີ້​ນຳດັ່ງກ່າວ ຍັງແນະນຳ​ບາດກ້າວ​ຕ່າງໆ ​ທີ່​ເຮັດ​ໄດ້ ເພື່ອປ້ອງ​ກັນ​
ການຕິດ​ແປດ​ເຊື້ອ​ໄວຣັສຕັບ​ອັກ​ເສບ​ ຊຶ່ງ​ຮວມທັງວິທີ​ການ​ພະຍາບານທີ່​ປອດ​ໄພ
ກ່ຽວ​ກັບ​ການ​ສັກ​ຢາຢູ່​ບ່ອນປິ່ນປົວ ​ແລະ​ໃນບັນ ດາ​ພວກ​ທີ່​ສັກ​ຢາ​ນັ້ນ​ນຳ.

ບັນດາ​ເຈົ້າ​ໜ້າ​ທີ່​ WHO ​ກ່າວ​ວ່າ ​ເຂົາ​ເຈົ້າ​ແນ່​ໃຈ​ວ່າ ຄ່າປິ່ນປົວ​ຈະ​ຫລຸດ​ລົງ​ຢ່າງ​
ຫລວງຫລາຍ ​ໃນ​ຂະນະ​ທີ່​ມີຜູ້ຊົມ​ໃຊ້​ແລະ​ໄດ້​ຮັບ​ຜົນ​ປະໂຫ​ຍດ ຈາກ​ຢາ​ຊະນິດ​ໃໝ່​ນີ້
ຫລາຍ​ຂຶ້ນ. ພວກ​ເຈົ້າ​ໜ້າ​ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ປິ່ນປົວ​ພວກຕິດ​ເຊື້ອ HIV ທີ່​ພາ​ໃຫ້​
ເປັນ​ໂຣກ AIDS ນັ້ນ ເຄີຍ​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່່າຍ​ຮອດ 10 ພັນ​ໂດ​ລາ​ ເວລາ​ຢາ​ປົວເລີ້ມ​
ອອກ​ມາ​ໃໝ່ໆ ​ແຕ່​ເວລາ​ນີ້ ຢາ​ປົວ​ແນວ​ດຽວ​ກັນ​ ທີ່ດີ​ຂຶ້ນ​ກ່ວາ​ເກົ່າ ມີ​ລາຄາພຽງ​ແຕ່
100 ​ໂດ​ລາ​ເທົ່າ​ນັ້ນ.

ອົງການ​ອະນາ​ໄມ​ໂລກ ​ກ່າວ​ວ່າ ການ​ແຂ່ງຂັນ​ ຈາກ​ພວກ​ບໍລິສັດຜະລິດ​ຢາ​ປ້ອງ​ກັນ​
ເຊື້ອ HIV ທີ່​ໃຊ້​ເຄື່ອງ​ປະກອບຕະກູນ​ດຽວ​ກັນ ​ແຕ່​ລາຄາ​ຖືກ​ກ່ວາ ຊຶ່ງສ່ວນ​ຫຼາຍ​ແມ່ນ​
ຢູ່​ໃນ​ອິນ​ເດຍ ​ແລະ​ຕະຫຼາດ​ທີ່​ຂະຫຍາຍ​ກ້ວາງອອກ​ ສຳຫລັບ​ຢາພວກນີ້ ​ໄດ້​ເຮັດ​ໃຫ້​
ລາຄາຢາ​ຖືກ​ລົງ ​ແລະ​ເຮັດ​ໃຫ້​ຖືກລົງ​ຫລາຍ​ ສຳລັບລັດຖະບານ​ປະ​ເທດ​ຕ່າງໆ ທີ່​ຈະ​
ເພີ້​ມທະວີ​ໂຄງການ​ປິ່ນປົວໂຣກດັ່ງກ່າວ​ຂຶ້ນ. WHO ​ກ່າວ​ວ່າ ຕົນ​ຄາດ​ວ່າ ລາຄາ​ຢາ​
ປົວ​ໂຣກຕັບ​ອັກ​ເສບ​ຊະນິດ​ໃໝ່​ນີ້ ກໍຈະ​ຖືກ​ລົງ​ເຊັ່ນ​ກັນ​ ໃນ​ຂັ້ນ​ຕໍ່​ໄປ.
XS
SM
MD
LG